ວັກຊິນກັນໂຄວິດ-19 ຂອງ Moderna ຈະສົ່ງມາຮອດຫວຽດນາມ ໃນອາທິດນີ້

11:30 | 21/07/2021

ຄາດວ່າໃນປີ 2021 ແລະ ຕົ້ນປີ 2022, ຫວຽດນາມ ຈະມີວັກຊິນກັນໂຄວິດ-19 ທັງໝົດ 175 ລ້ານໂດສ.

ໂລກລະບາດໂຄວິດ - 19: ລາວ ຕີ​ລາ​ຄາ​ສູງ​ຕໍ່​ການ​ຊ່ວຍ​ເຫຼືອ​ຂອງ​ຄະ​ນະ​ນັກ​ຊ່ຽວ​ຊານ​ດ້ານ​ສາ​ທາ​ລະ​ນະ​ສຸກ ຂອງ ຫວຽດ​ນາມ ໂລກລະບາດໂຄວິດ - 19: ລາວ ຕີ​ລາ​ຄາ​ສູງ​ຕໍ່​ການ​ຊ່ວຍ​ເຫຼືອ​ຂອງ​ຄະ​ນະ​ນັກ​ຊ່ຽວ​ຊານ​ດ້ານ​ສາ​ທາ​ລະ​ນະ​ສຸກ ຂອງ ຫວຽດ​ນາມ
ຫວຽດນາມໄດ້ກາຍເປັນປະເທດທຳອິດໃນພາກພື້ນ ອາຊຽນ ທີ່ສຳຜັດກັບວັກຊິນກັນພະຍາດໂຄວິດ - 19 ຂອງ Astrazeneca ຫວຽດນາມໄດ້ກາຍເປັນປະເທດທຳອິດໃນພາກພື້ນ ອາຊຽນ ທີ່ສຳຜັດກັບວັກຊິນກັນພະຍາດໂຄວິດ - 19 ຂອງ Astrazeneca
ວັກຊິນກັນໂຄວິດ-19 ຂອງ Moderna ຈະສົ່ງມາຮອດຫວຽດນາມ ໃນອາທິດນີ້

ຫວຽດນາມ ຈະຮັບວັກຊິນກັນໂຄວິດ-19 Moderna ຈຳນວນ 3 ລ້ານໂດສ ໂດຍລັດຖະບານອາເມລິກາ ອຸປະຖຳ (ພາບປະກອບ: TTXVN)

ຕອນບ່າຍວັນທີ 19 ກໍລະກົດ, ທ່ານ ດັ້ງດຶກແອັງ, ຫົວໜ້າສະຖາບັນອະນາໄມຄວບຄຸມໂລກລະບາດວິທະຍາສູນກາງ, ຫົວໜ້າຄະນະບໍລິຫານໂຄງການສັກວັກຊິນເປີດກວ້າງແຫ່ງຊາດ, ໃຫ້ຮູ້ວ່າ ໃນອາທິດນີ້, ຫວຽດນາມ ຈະຮັບວັກຊິນກັນໂຄວິດ-19 Moderna ຈຳນວນ 3 ລ້ານໂດສ ໂດຍລັດຖະບານອາເມລິກາ ອຸປະຖຳຜ່ານກົນໄກ Covax facility. ນອກນັ້ນ, ຫວຽດນາມ ຈະໄດ້ຮັບວັກຊິນ 100.000 ໂດສຈາກລັດຖະບານ ຣຸມານີ. ຫວຽດນາມ ກໍ່ພວມສະເໜີໃຫ້ລັດຖະບານ ຈີນ ຊ່ວຍເຫຼືອລ້າວັກຊິນ Sinopharm ຈຳນວນ 5 ລ້ານໂດສ.

ແລະກໍ່ໃນວັນດຽວກັນ, ກະຊວງສາທາລະນະສຸກໃຫ້ຮູ້ວ່າ, Pfizer ໄດ້ເຫັນດີເພີ່ມປະລິມານວັກຊິນກັນໂຄວິດ- 19 ທີ່ສະໜອງໃຫ້ແກ່ຫວຽດນາມ ໃນໄຕມາດທີ 3 ຈາກຈຳນວນ 3 ລ້ານໂດສ ຂຶ້ນເປັນ 3,5 ລ້ານໂດສ ແລະ ເຫັນດີຂາຍ 20 ລ້ານໂດສ ຕື່ມອີກໃນປີ 2021, ຍົກຈຳນວນວັກຊິນ Pfizer ທີ່ຄາດວ່າຈະຂາຍໃຫ້ຫວຽດນາມ ຂຶ້ນເປັນ 51 ລ້ານໂດສ, ເພີ່ມຂຶ້ນ 20 ລ້ານໂດສເມື່ອທຽບໃສ່ຕາມແຜນການ.

ສະນັ້ນ, ຄາດວ່າໃນປີ 2021 ແລະ ຕົ້ນປີ 2022, ຫວຽດນາມ ຈະມີວັກຊິນກັນໂຄວິດ-19 ທັງໝົດ 175 ລ້ານໂດສ.

la.qdnd.vn

ເຫດການ
302 Found

Found

The document has moved here.