36 ຖ້ຽວ​ບິນ​ນຳ​ສົ່ງ​ຊາວ​ຫວຽດ​ນາມ ກ່​ວາ 2000 ຄົນ​ກັບ​ເມືອ​ປະ​ເທດ

07:59 | 10/02/2022

ຍ​ສ​ໝ - ນັບ​ແຕ່​ວັນທີ 31 ມັງກອນ 2022 ມາ​ຮອດ​ວັນ​ທີ 7 ກຸມ​ພາ 2022, ບັນ​ດາ​ບໍ​ລິ​ສັດ​ການ​ບິນ​ຕ່າງ​ປະ​ເທດ ໄດ້​ປະ​ຕິ​ບັດ​ຖ້ຽວ​ບິນ​ປົກ​ກະ​ຕິ ແລະ ພິເສດ 36 ຖ້ຽວ, ໂດຍ​ສານ​ຜູ້​ໂດຍ​ສານ 2.055 ຄົນ ເຊິ່ງແມ່ນ​ຊາວ​ຫວຽດ​ນາມ ກັບ​ເມືອ​ປະ​ເທດ.

ຈຳ​ນວນເງິນ​ຂອງ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ສົ່ງ​ມາ​ຫວຽດ​ນາມ ສືບ​ຕໍ່​ເພີ່ມ​ຂຶ້ນ ຈຳ​ນວນເງິນ​ຂອງ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ສົ່ງ​ມາ​ຫວຽດ​ນາມ ສືບ​ຕໍ່​ເພີ່ມ​ຂຶ້ນ
ສາຍການ​ບິນ​ຫວຽດ​ນາມ ເລີ່ມ​ຖ້ຽວ​ບິນ​ເປັນ​ປົກ​ກະ​ຕິ​ລະ​ຫວ່າງ ເອີ​ລົບ ແລະ ຫວຽດ​ນາມ ສາຍການ​ບິນ​ຫວຽດ​ນາມ ເລີ່ມ​ຖ້ຽວ​ບິນ​ເປັນ​ປົກ​ກະ​ຕິ​ລະ​ຫວ່າງ ເອີ​ລົບ ແລະ ຫວຽດ​ນາມ
36 ຖ້ຽວ​ບິນ​ນຳ​ສົ່ງ​ຊາວ​ຫວຽດ​ນາມ ກ່​ວາ 2000 ຄົນ​ກັບ​ເມືອ​ປະ​ເທດ
ພາບ​ປະ​ກອບ: TTXVN

ຕອນ​ບ່າຍ​ວັ​ນ​ທີ 7 ກຸມ​ພາ, ກະ​ຊວງ​ຄົມ​ມະ​ນາ​ຄົມ ​ແລະ ຂົນ​ສົ່ງ ໄດ້​ຊີ້​ນຳ​ກົມ​ການ​ບິນ ຫວຽດ​ນາມ ມີ​ແຈ້ງ​ການ ແລະ ອະ​ນຸ​ຍາດ​ບິນ​ໃຫ້​ແກ່​ບໍ​ລິ​ສັດ​ການ​ບິນ​ຕ່າງ​ປະ​ເທດ​ນຳ​ສົ່ງ​ພົນ​ລະ​ເມືອງ ຊາວ​ຫວຽດ​ນາມ ກັບ​ເມືອ​ປະ​ເທດ, ບໍ່​ຮຽກ​ຮ້ອງ​ເອ​ກະ​ສານອະນຸມັດບຸກ​ຄະ​ລາ​ກອນ.

ຕາມ​ນັ້ນ​ແລ້ວ, ນັບ​ແຕ່​ວັນ​ທີ 31 ມັງ​ກອນ 2022 ມາ​ຮອດ​ວັນ​ທີ 7 ກຸມ​ພາ 2022, ບັນ​ດາ​ບໍ​ລິ​ສັດ​ຕ່າງ​ປະ​ເທດ​ໄດ້​ປະ​ຕິ​ບັດ 36 ຖ້ຽວ​ບິນ ປົກ​ກະ​ຕິ ແລະ ພິເສດ, ໂດຍ​ສານ​ຜູ້​ໂດຍ​ສານ 2.055 ຄົນ ເຊິ່ງແມ່ນ​ຊາວ​ຫວຽດ​ນາມ ​ມາຈາກ ໄຕ້​ຫວັນ (ຈີ​ນ), ກຳ​ປູ​ເຈຍ, ສິງ​ປະ​ໂປ, ໄທ, ຍີ່​ປຸ່ນ ແລະ ພາກ​ຕາ​ເວັນ​ອອກ​ກາງ (ບັນ​ດາ​ປະ​ເທດ​ອາ​ຣັບ​ບິ ຊາ​ອຸ​ດິ ແລະ ຕວັກ​ກີ) ກັບ​ເມືອງ ຫວຽດ​ນາມ.

ກ່ອນ​ໜ້າ​ນັ້ນ, ວັນ​ທີ 31 ມັງ​ກອນ ​ປີ 2022, ຫ້ອງວ່າ​ການ​ລັດ​ຖະ​ບານ​ໄດ້​ປະ​ກາດ​ກ່ຽວ​ກັບ​ຄຳ​ເຫັນ​ຊີ້​ນຳ​ຂອງ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ກ່ຽວ​ກັບ​ວິ​ທີ​ການ​ປົກ​ປ້ອງ​ພົນ​ລະ​ເມືອງ ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ​ກັບ​ເມືອ​ປະ​ເທດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​ໃຫ້​ກະ​ຊວງ​ຄົມ​ມ​ະ​ນາ​ຄົມ​ຂົນ​ສົ່ງ​ ​ອະ​ນຸ​ຍາດ​ໂດຍ​ດ່ວນ​ໃຫ້​ບໍ​ລິ​ສັດ​ການ​ບິນ​ໂດຍສານ​ພົນ​ລະ​ເມືອງ ຫວຽດ​ນາມ ກັບ​ເມືອ​ປະ​ເທດ.

ກະ​ຊວງ​ຄົມ​ມະ​ນາ​ຄົມ ແລະ ຂົນ​ສົ່ງ ໄດ້​ມີ​ເອ​ກະ​ສານມອບ​ໃຫ້​ກົມ​ການ​ບິນ ຫວຽດ​ນາມ ເປັນ​ເຈົ້າ​ການ​ສົມ​ທົບ​ກັບ​ບັນ​ດາ​ອົງ​ການ, ໜ່ວຍ​ງານ​ຂອງ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ ແລະ ທ້ອງ​ຖິ່ນ​ທີ່​ກ່ຽວ​ຂ້ອງ​ຢ່າງ​ແໜ້ນ​ແຟ້ນ​ຮີບ​ດ່ວນ​ອະ​ນຸ​ຍາດ​ໃຫ້​ບໍ​ລິ​ສັດ​ການ​ບິນ​ໂດຍ​ສານ​ພົນ​ລະ​ເມືອງ ຫວຽດ​ນາມ ກັບ​ເມືອ​ປະ​ເທດ, ເປັນ​ຕົ້ນ​ແມ່ນ​ບັນ​ດາ​ທ້ອ​ງ​ຖິ່ນ​ທີ່​ຍັງ​ມີ​ພົນ​ລະ​ເມືອງ ຫວຽດ​ນາມ ຖືກ​ຕິດ​ຄ້າງຢູ່ເປັນ​ຈຳ​ນວນຫຼາຍ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.