ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ: ຈະ​ລົບ​ລ້າງການ​ແຈ້ງອາການສຸຂະພາບທາງການແພດຢູ່​ພາຍ​ໃນ​ປະ​ເທດ

15:07 | 28/04/2022

ຍ​ສ​ໝ - ວັນທີ 26 ເມສາ, ທ່ານລັດຖະມົນຕີກະຊວງສາທາລະນະສຸກ ຫງວຽນແທ່ງລອງ ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ຫວຽດນາມ ຈະລົບລ້າງການ​ແຈ້ງອາການສຸຂະພາບທາງການແພດຢູ່ພາຍໃນປະເທດ, ສຳລັບການ​ແຈ້ງອາການສຸຂະພາບໃນເວລາເຂົ້າເມືອງ ຈະເປັນພຽງແຕ່ການປະຕິບັດຕາມຂໍ້ກຳນົດຂອງສາກົນເທົ່ານັ້ນ.

WB: ຫວຽດ​ນາມ ຈະ​ມີ​ລະ​ດັບ​ລາຍ​ຮັບ​ສູງກວ່າ​ໝູ່​​ໃນ​ຈຳ​ນວນ​ປະ​ເທດ​ສະ​ມາ​ຊິກ​ RCEP WB: ຫວຽດ​ນາມ ຈະ​ມີ​ລະ​ດັບ​ລາຍ​ຮັບ​ສູງກວ່າ​ໝູ່​​ໃນ​ຈຳ​ນວນ​ປະ​ເທດ​ສະ​ມາ​ຊິກ​ RCEP
ສັບ​ປະ​ດາ​ວັດ​ທະ​ນະ​ທຳ​ການ​ທ່ອງ​ທ່ຽວ ທາງ​ທິດ​ເໜືອ ຫວຽດ​ນາມ ​ຈະ​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 15 - 17 ເມ​ສາ ​ຢູ່ ຮ່າ​ໂນ້ຍ ສັບ​ປະ​ດາ​ວັດ​ທະ​ນະ​ທຳ​ການ​ທ່ອງ​ທ່ຽວ ທາງ​ທິດ​ເໜືອ ຫວຽດ​ນາມ ​ຈະ​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 15 - 17 ເມ​ສາ ​ຢູ່ ຮ່າ​ໂນ້ຍ
ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ: ຈະ​ລົບ​ລ້າງການ​ແຈ້ງອາການສຸຂະພາບທາງການແພດຢູ່​ພາຍ​ໃນ​ປະ​ເທດ
ພາບ​ປະ​ກອບ: tuoitre

ຕາມ​ທ່ານ​ລອງ​ແລ້ວ, ປະຈຸ​ບັນ, ຫວຽດນາມ​ບໍ່​ໄດ້​ນຳ​ໃຊ້​ວຽກ​ງານ​ຕິດຕາມຫາຜູ້ຕິດ​ພະຍາດ​ລະບາດ​ອີກ​ແລ້ວ ​ແລະ ພວມ​ກັບ​ຄືນ​ສູ່​ຊີວິດ​ປົກກະຕິ​ແລ້ວ, ​ແຕ່​ຍັງ​ຮັກສາ​ການ​ແຈ້ງອາການສຸຂະພາບທາງ​​ການ​ແພດສຳລັບ​ຜູ້​ໂດຍສານທີ່​ເຂົ້າເມືອງຂອງ​ຫວຽດນາມ. ກະຊວງ​ສາທາລະນະ​ສຸກ​ຈະ​ອອກ​ເອກະສານ​ຊີ້​ນຳ​ທ້ອງ​ຖິ່ນເປັນແຕ່ລະກ້າວ​ເພື່ອ​ປະຕິບັດ​ຂະ​ບວນການ​ດັ່ງກ່າວ​ໃຫ້ເປັນ​ປົກກະຕິ. ປະຈຸ​ບັນ, ກົມສາທາລະນະສຸກສຳຮອງ (ກະຊວງ​ສາທາລະນະ​ສຸກ) ພວມສ້າງບັນດາ​ບົດ​ແນະນຳ.

ດັ່ງນັ້ນ, ຖ້າການແຈ້ງອາການສຸຂະພາບທາງການແພດຖືກຍົກເລີກ, ຂໍ້ຄວາມຂອງສານ 5K ຈະມີການປ່ຽນແປງເພາະວ່ານີ້ແມ່ນຫນຶ່ງໃນຫ້າມາດຕະການປ້ອງກັນການລະບາດ (ລວມທັງຫນ້າກາກອະນາໄມ, ການຂ້າເຊື້ອ, ເວັ້ນໄລຍະຫ່າງ, ການແຈ້ງອາການສຸຂະພາບທາງການແພດ ແລະ ບໍ່ເຕົ້າໂຮມກັນຫຼາຍຄົນ).

ກ່ອນ​ໜ້າ​ນັ້ນ, ຫຼາຍ​ທ້ອງ​ຖິ່ນ​ຍັງ​ໄດ້​ຮຽກຮ້ອງ​ໃຫ້​ກະຊວງ​ສາທາລະນະ​ສຸກ​ດັດປັບມາດ​ຕະການ 5K ​​​ເປັນ 2K (ໜ້າ​ກາກອະນາໄມ, ການຂ້າ​ເຊື້ອ) ​ໃຫ້​ເໝາະ​ສົມ​ກັບ​ສະພາບ​ການ​ໃໝ່.

ຕາມ​ສະຖິຕິ​ຂອງ​ກະຊວງ​ສາທາລະນະ​ສຸກ​ແລ້ວ, ນັບ​ແຕ່​ທ້າຍ​ເດືອນ​ມີນາ​ ເປັນຕົ້ນມາ, ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ​ໄດ້​ເລີ່​ມຫຼຸດ​ລົງ​ຫຼາຍ, ​ໃນ​ນັ້ນ​ອັດຕາ ​ແລະ ​ຈຳນວນ​ກໍລະນີ​ຮ້າຍ​ແຮງ, ການ​ເຂົ້າ​ໂຮງໝໍ ​ແລະ ​ຜູ້​ເສຍ​ຊີວິດ​ໄດ້​ຫຼຸດ​ລົງ​​ຫຼາຍ. ປະຈຸ​ບັນ, ກໍລະນີ​ຕິດ​ພະຍາດດັ່ງກ່າວໃນ​ທົ່ວ​ປະ​ເທດ​ໄດ້​ຫຼຸດ​ລົງ 56,5%, ຈຳນວນ​ຜູ້​ເສຍ​ຊີວິດ​ໄດ້​ຫຼຸດ​ລົງ 60,5%, ຈຳນວນ​ກໍລະນີ​ປິ່ນປົວ​ຢູ່​ໂຮງໝໍ​ໄດ້​ຫຼຸດ​ລົງ 44,9%, ຈຳນວນ​ກໍລະນີ​ຮ້າຍ​ແຮງ​ ແລະ ​ສາຫັດ​ໄດ້​ຫຼຸດ​ລົງ 38,6%. . ​ໃນຊຸມ​ມື້​ຜ່ານ​ມາ, ທົ່ວ​ປະ​ເທດ​ມີ​ຜູ້​ເສຍ​ຊີວິດ​ຕ່ຳກວ່າ 10 ຄົນ​ຕໍ່​ມື້, ​ເປັນ​ລະດັບ​ຕ່ຳ​ສຸດ​ນັບ​ແຕ່​ເດືອນ​ກໍລະກົດ 2021 ມາຮອດປະຈຸບັນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.