ຍສໝ - ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ, ຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະ ພ້ອມແລ້ວທີ່ຈະເຂົ້າຮ່ວມເຂົ້າໃນບັນດາຄວາມມານະພະຍາຍາມຂອງ ອາຊຽນ ເວົ້າລວມ ແລະ ສົມທົບກັບທ່ານ ປະທານປະເທດ ມາເລເຊຍ ເວົ້າສະເພາະ ໃນການແກ້ໄຂບັນຫາພາກພື້ນ.
ຍສໝ - ວັນທີ 17 ກໍລະກົດ 2025, ຢູ່ນະຄອນຫຼວງວຽງຈັນ, ລາວ ໄດ້ໄຂເປີດງານຕະຫຼາດນັດສິນຄ້າຫວຽດນາມ - ລາວ 2025 (VIETLAO EXPO 2025). ນີ້ແມ່ນເຫດການສົ່ງເສີມການຄ້າໃຫຍ່ທີ່ສຸດໂດຍກະຊວງອຸດສາຫະກຳການຄ້າຫວຽດນາມ ແລະ ກະຊວງອຸດສາຫະກຳການຄ້າລາວ ເປັນປະທານຮ່ວມ, ມອບໝາຍໃຫ້ກົມສົ່ງເສີມການຄ້າສອງປະເທດສົມທົບກັບບັນດາອົງການທີ່ກ່ຽວຂ້ອງນັບແຕ່ປີ 2007 ເປັນຕົ້ນມາ.
ຍສໝ - ວັນທີ 28 ກໍລະກົດ, ທີ່ສຳນັກງານລັດຖະບານ, ທ່ານ ບຸ່ຍແທງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໂອ້ລົມທາງໂທລະສັບກັບ ທ່ານ ທອງສະຫວັນ ພົມວິຫານ ແລະ ທ່ານ ຮກສາການຄະນະ ພົວພັນຕ່າງປະເທດສູນກາງພັກ ລາວ ບຸນເລີດ ພັນທະນຸວົງ ເພື່ອປຶກສາຫາລືກ່ຽວກັບການຮ່ວມມືລະຫວ່າງຫວຽດນາມ - ລາວ, ພ້ອມທັງແລກປ່ຽນທັດສະນະກ່ຽວກັບຫຼາຍບັນຫາໃນໂລກ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
ຍສໝ - ຕອນເຊົ້າວັນທີ 29 ກໍລະກົດ, ຢູ່ແຂວງ ແທງຮ໋ວາ ໄດ້ດຳເນີນກອງປະຊຸມ “ການຮ່ວມມືພັດທະນາການຄ້າຊາຍແດນ ແລະ ການເຊື່ອມຕໍ່ວິສາຫະກິດລະຫວ່າງແຂວງ ແທງຮ໋ວາ ແລະ ຫົວພັນ”. ຢູ່ທີ່ນີ້, ບັນດາວິສາຫະກິດແຂວງ ແທງຮ໋ວາ ແລະ ຫົວພັນ ໄດ້ສະເໜີຫຼາຍແຜນການເພື່ອຍົກສູງປະສິດທິຜົນການເຄື່ອນໄຫວຄື: ເພີ່ມທະວີການນຳໃຊ້ເຕັກໂນໂລຢີຂໍ້ມູນໃນການຄຸ້ມຄອງການຄ້າຊາຍແດນ; ເຮັດໃຫ້ຂັ້ນຕອນງ່າຍດາຍ ແລະ ຫຼຸດເວລາເປີດຫ້ອງການຜູ້ຕາງຫນ້າ; ສະຫນັບສະຫນູນວິສາຫະກິດບັນດາຂັ້ນຕອນກ່ຽວກັບພາສີ ...
ຍສໝ - ຕາມທູດພິເສດສຳນັກຂ່າວສານຫວຽດນາມ ແລ້ວ, ຕອນເຊົ້າວັນທີ 30 ກໍລະກົດນີ້ຕາມເວລາທ້ອງຖິ່ນ, ຢູ່ Geneva (ສະວິດ), ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມບັນດາປະທານສະພາແຫ່ງຊາດໂລກຄັ້ງທີ 6, ທ່ານປະທານສະພາແຫ່ງຊາດ ເຈີ່ນແທງເໝີນ ໄດ້ຕ້ອນຮັບທ່ານນາງ ຮອງປະທານສະພາແຫ່ງຊາດ ລາວ ສຸນທອນ ໄຊຍະຈັກ.
ຍສໝ - ຕາມນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳລາວ ແລ້ວ, ໃນການໄປປະຕິບັດງານຂອງຄະນະຜູ້ແທນກະຊວງຕຳຫຼວດຫວຽດນາມ ໂດຍທ່ານພົນເອກ ເລືອງຕ່າມກວາງ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ເປັນນຳໜ້າ, ຕອນບ່າຍວັນທີ 30 ກໍລະກົດ, ທ່ານພົນເອກ ເລືອງຕ່າມກວາງ ໄດ້ຢ້ຽມຂ່ຳນັບທ່ານ ບຸນທອງ ຈິດມະນີ, ກຳມະການກົມການເມືອງ, ຜູ້ປະຈຳຄະນະເລຂາ, ຮອງປະທານ ສປປ ລາວ. ໂດຍເຂົ້າຮ່ວມມີທ່ານກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງຕຳຫຼວດດລາວ ວິໄລ ລາຄຳຟອງ ແລະ ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ຫງວຽນມິງເຕີມ.
ຍສໝ - ພາຍຫຼັງວາລະປະຊຸມທີ່ພິທີເປີດ, ກອງປະຊຸມສຳມະນາສາກົນ ຫວຽດນາມ - ລາວ 2025 ດ້ວຍຫົວຂໍ້ “ພັດທະນາເສດຖະກິດມໍລະດົກ - ບົດຮຽນຂອງ ຫວຽດນາມ ແລະ ລາວ” ໄດ້ດຳເນີນ 3 ກອງປະຊຸມສຳມະນາ ດ້ວຍບັນດາເນື້ອໃນຈຸດສຸມກ່ຽວກັບການພັດທະນາເສດຖະກິດມໍລະດົກ, ຊີ້ແຈ້ງບັນດາຜົນງານກໍຄືບັນດາບັນຫາທີ່ມີຢູ່ແລ້ວ, ສະເໜີບັນດານະໂຍບາຍອະນຸລັກຮັກສາ ແລະ ພັດທະນາເສດຖະກິດມໍລະດົກ (ລວມມີ: ບັນດາບົດຮຽນຂອງການພັດທະນາທາງດ້ານມໍລະດົກຂອງຫວຽດນາມ - ລາວ; ທັດສະນະ ແລະ ວິທີແກ້ໄຂເພື່ອສືບຕໍ່ພັດທະນາເສດຖະກິດມໍລະດົກຫວຽດນາມ ແລະ ລາວ; ພັດທະນາເສດຖະກິດມໍລະດົກຫວຽດນາມ ແລະ ລາວ - ບັນດາການແນະນຳນະໂຍບາຍ).
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງວັນທະຫານເສຍອົງຄະ ນັກຮົບສະຫຼະຊີວິດເພື່ອຊາດ ຄົບຮອບ 78 ປີ (27/71947 – 27/7/2025), ຕອນເຊົ້າວັນທີ 27 ກໍລະກົດ 2025, ຄະນະຜູ້ແທນກົງສູນໃຫຍ່ ສສ ຫວຽດນາມ ປະຈໍາພາກໃຕ້ລາວ, ນໍາໂດຍທ່ານນາງ ຕ້າເຟືອງຢຸງ (Ta Phuong Dung), ຫົວໜ້າກົງສູນໃຫຍ່ ສສ ຫວຽດນາມ ປະຈໍາພາກໃຕ້ລາວ, ໄດ້ເຂົ້າວາງພວງມາລາ, ຖະຫວາຍທູບ-ທຽນທີ່ອະນຸສາວະລີຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ ຢູ່ເມືອງ ປາກຊ່ອງ ແຂວງ ຈໍາປາສັກ.
ຍສໝ - ຕອນເຊົ້າວັນທີ 26 ກໍລະກົດນີ້, ຢູ່ນະຄອນຫຼວງ Rabat, ທ່ານປະທານສະພາແຫ່ງຊາດ ເຈີ່ນແທງເໝີນ ໄດ້ມີການພົບປະກັບທ່ານປະທານສະມາຄົມມິດຕະພາບ Morocco - ຫວຽດນາມ Mustapha El Ktiri ໃນຂອບເຂດການຢ້ຽມຢາມລາຊະອານາຈັກ Morocco ຢ່າງເປັນທາງການ. ຢູ່ທີ່ນີ້, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບການຊຸກຍູ້ການລົງນາມໃນບົດບັນທຶກຄວາມເຂົ້າໃຈການຮ່ວມມືລະຫວ່າງ 2 ສະມາຄົມມິດຕະພາບ, ເພີ່ມທະວີການເຄື່ອນໄຫວພົບປະແລກປ່ຽນປະຊາຊົນ ແລະ ຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການລົງທຶນ.
ຍສໝ - ຕໍ່ໜ້າການປະທະກັນທີ່ເພີ່ມຂຶ້ນຢູ່ເຂດຊາຍແດນໄທ - ກຳປູເຈຍ, ວັນທີ 24 ກໍລະກົດ, ທ່ານນາງ ໂຄສົກກະຊວງການຕ່າງປະເທດ ຟ້າມທູຮັ່ງ ເນັ້ນໜັກວ່າ ຫວຽດນາມ ໄດ້ສະແດງຄວາມວິຕົກກັງວົນ ແລະ ຮຽກຮ້ອງໃຫ້ສອງຝ່າຍຈົ່ງອົດກັ້ນ, ບໍ່ໃຊ້ກຳລັງ, ແກ້ໄຂການພິພາດດ້ວຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ ແລະ ຈິດໃຈສາມັກຄີອາຊຽນ.
ຍສໝ - ເປັນເວລາກວ່າ 7 ທົດສະວັດແລ້ວ, ແຕ່ລະໜ້າຂອງປຶ້ມໂປໂລຍ ໄດ້ຜ່ານທາງດ້ານພາສາ ແລະ ພູມສາດເພື່ອໄປເຖິງຜູ້ອ່ານຫວຽດນາມ. ດ້ານຫລັງແມ່ນນັກແປທີ່ງຽບໆແຕ່ມີຄວາມກະຕືລືລົ້ນ, ສືບຕໍ່ເຊື່ອມຕໍ່ສອງພື້ນຖານວັດທະນະທໍາວັນນະຄະດີ.
ຍສໝ - ທ່ານ ສາດສະດາຈານ Hal Hill ຖືວ່າ ຫວຽດນາມ ແມ່ນແບບຢ່າງໃນການດຸ່ນດ່ຽງລະຫວ່າງ 2 ປະເທດມະຫາອຳນາດ ບົນພື້ນຖານຮັບປະກັນຜົນປະໂຫຍດແຫ່ງຊາດ - ເປັນສິ່ງທີ່ຫຼາຍປະເທດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ພະຍາຍາມຮ່ຳຮຽນ.
ຍສໝ - ໜັງສືພິມ ປະເທດລາວ ໄດ້ລົງບົດຄວາມ ໂດຍຢັ້ງຢືນການຮ່ວມມື ລາວ-ຫວຽດນາມ ນັບມື້ນັບພັດທະນາ.
ຍສໝ - ຄວາມໝາຍທຳອິດຂອງການຢ້ຽມຢາມ ມາຣົກ ຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໃນໄລຍະຈະມາເຖິງ ແມ່ນການພິສູດຢ່າງຈະແຈ້ງໃຫ້ແກ່ເຈດຈຳນົງທາງການເມືອງຢ່າງຈິງໃຈຈາກທັງສອງຝ່າຍໃນການຊຸກຍູ້, ປັບປຸງ ແລະ ເປີດກວ້າງການພົວພັນຄູ່ຮ່ວມມືລະຫວ່າງສອງປະເທດ.
ຍສໝ - ທ່ານຮອງປະທານສະພາແຫ່ງຊາດ ສະເໜີທ່ານເອກອັກຄະລັດຖະທູດ ແລະ ສະຖານທູດສືບຕໍ່ເພີ່ມທະວີບັນດາການເຄື່ອນໄຫວເຊື່ອມຕໍ່, ຊຸກຍູ້ການຮ່ວມມື, ຖ່າຍທອດເຕັກໂນໂລຢີ, ໜູນຊ່ວຍ ຫວຽດນາມກາຍເປັນສູນເຕັກໂນໂລຢີສູງຂອງພາກພື້ນ ແລະ ແມ່ນຕາໂສ້ສຳຄັນໃນລະບົບສະໜອງເຄິ່ງຊັກນຳໄຟຟ້າທົ່ວໂລກ
ຍສໝ - ວັນທີ 20 ກໍລະກົດນີ້, ສະຖານກົງສຸນໃຫຍ່ໄທ ປະຈຳ ນະຄອນໂຮ່ຈິມິນ ໄດ້ສົມທົບກັບສະພາກາແດງຫວຽດນາມ ແລະ ໂຄງການເດີນທາງແດງ ໄດ້ຈັດຕັ້ງລາຍການບໍລິຈາກເລືອດມະນຸດສະທຳ. ການເຄື່ອນໄຫວບໍ່ພຽງແຕ່ໄດ້ປະກອບສ່ວນເພີ່ມເຕີມແຫຼ່ງເລືອດເພື່ອຮັບໃຊ້ປິ່ນປົວພະຍາດເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອໃຫ້ປະຊາຄົມຊາວໄທ ແລະ ຊາວຫວຽດນາມ ພ້ອມກັບເຜີຍແຜ່ຈິດໃຈມະນຸດສະທຳ, ກໍ່ສ້າງຂົວແຫ່ງການແບ່ງປັນ ແລະ ເພີ່ມພູນຄູນສ້າງການພົວພັນມິດຕະພາບລະຫວ່າງ 2 ປະເທດ.
ຍສໝ - ໂດຍໄດ້ຮັບຄຳເຊີນຂອງທ່ານປະທານສະພາແຫ່ງຊາດ Senegal El Malick Ndiaye, ທ່ານປະທານສະພາສະພາຕ່ຳລາຊະອານາຈັກ Morocco Rachid Talbi Alami, ທ່ານປະທານສະຫະພັນລັດຖະສະພາສາກົນ (IPU) Tulia Ackson ແລະ ທ່ານເລຂາໃຫຍ່ IPU Martin Chungong, ທ່ານປະທານສະພາແຫ່ງຊາດ ເຈີ່ນແທງເໝີນ ໄດ້ຢ້ຽມຢາມ Senegal ແລະ Morocco ຢ່າງເປັນທາງການ, ເຂົ້າຮ່ວມກອງປະຊຸມບັນດາປະທານສະພາແຫ່ງຊາດໂລກຄັ້ງທີ 6, ດຳເນີນການເຄື່ອນໄຫວສອງຝ່າຍຢູ່ສະວິດແຕ່ວັນທີ 22-30 ກໍລະກົດ 2025.
ຍສໝ - ແຕ່ວັນທີ 14 – 18 ກໍລະກົດ, ຄະນະປະຕິບັດງານຂອງ ກະຊວງການຕ່າງປະເທດ ຫວຽດນາມໂດຍທ່ານ ເລແອັງຕວນ ຮອງລັດຖະມົນຕີ ເປັນຫົວຫນ້າຄະນະໄດ້ຜັນຂະຫຍາຍຫລາຍການເຄື່ອນໄຫວຮ່ວມມືກັບບັນດາອົງການຂອງສປຊ ຢູ່ ວຽນນາ ປະເທດ ໂອຕະລິດ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງທີ 58 ຂອງ ຄະນະກຳມະການກົດໝາຍການຄ້າສາກົນ ສປຊ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 48 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ - ຫວຽດນາມ (18/07/1977 – 18/07/2025), ໜັງສືພິມ ປະເທດລາວ ໄດ້ລົງບົດຄວາມ 2 ບົດ ໂດຍຢັ້ງຢືນຄວາມໝາຍປະຫວັດສາດຂອງສົນທິສັນຍາ ແລະ ເນັ້ນໜັກເຖິງບົດບາດຂອງການພົວພັນມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານ ລາວ - ຫວຽດນາມ ໃນພາລະກິດປັກປັກຮັກສາ ແລະ ພັດທະນາປະເທດຊາດຂອງສອງຊາດ.
ຍສໝ - ຖືວ່າການພົວພັນທາງການທູດກັບປະຊາຊົນແມ່ນໜຶ່ງໃນບັນດາຊ່ອງທາງການທູດສຳຄັນທີ່ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການພົວພັນລະຫວ່າງຫວຽດນາມ - ຈີນ, ໃນຊຸມປີມໍ່ໆມານີ້, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຍາມໃດກໍ່ມານະພະຍາຍາມຊຸກຍູ້, ບຳລຸງສ້າງ ແລະ ສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງປະຊາຊົນສອງປະເທດຫວຽດນາມ - ຈີນ.
ຍສໝ - ຕອນບ່າຍວັນທີ 17 ກໍລະກົດ, ທີ່ການປະຊຸມຂ່າວປະຈຳຂອງກະຊວງການຕ່າງປະເທດ, ທ່ານນາງ ໂຄສົກກະ ຊວງການຕ່າງປະເທດ ຟ້່າມທູຮັ່ງ ແຈ້ງວ່າ: ພິທີສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ວັນທີ 2 ກັນຍາ ແມ່ນໂອກາດເພື່ອໃຫ້ຫວຽດນາມ ແລະ ບັນດາເພື່ອນມິດສາກົນເຊີດຊູບັນດາຄຸນຄ່າແບບຍືນຍົງຂອງເອກະລາດ ແລະ ເສລີພາບ.
ຍສໝ - ວັນທີ 15 ກໍລະກົດ, ຢູ່ນະຄອນ ໂຮ່ຈີມິນ ໄດ້ດຳເນີນລາຍການ “ສ້າງອະນາຄົດຮ່ວມກັນ: ເຊື່ອມຕໍ່ວິສາຫະກິດໃຫຍ່, ບໍລິສັດເລີ່ມສ້າງຕົວ ແລະ ປະຊາຄົມ”, ດ້ວຍການເຂົ້າຮ່ວມຂອງຜູ້ຕາງຫນ້າວິສາຫະກິດໃຫຍ່ ແລະ , ບໍລິສັດເລີ່ມສ້າງຕົວ (startup) ເກືອບ 150 ແຫ່ງຂອງຫວຽດນາມ ແລະສິງກະໂປ.
ຍສໝ - ງານມະໂຫລານ “ຮ້ອງເພງມິດຕະພາບຫວຽດນາມ - ລາວ” ຄັ້ງທີ 6 ໃນປີ 2025 ໄດ້ຂ່ຳນັບຮັບຕ້ອນສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ 50 ປີແຫ່ງວັນຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຕ້ອນຮັບກອງປະຊຸມໃຫຍ່ຂອງພັກທຸກຂັ້ນ ມຸ່ງໄປເຖິງກອງປະຊຸມໃຫຍ່ຂອງພັກຄັ້ງທີ 14, ຕ້ອນຮັບກອງປະຊຸມຄະນະຜູ້ແທນສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງ ດົ່ງນາຍ ຄັ້ງທີ 4 ພາຍຫຼັງການສົມທົບ.
ຍສໝ - ທີ່ໂຄງການແລກປ່ຽນໂດຍສະມາຄົມມິດຕະພາບປະຊາຊົນກວາງຊີ (ຈີນ) ສົມທົບກັບສູນວັດທະນະທຳຈີນ ຢູ່ຮ່າໂນ້ຍ ໃນວັນທີ 16 ກໍລະກົດ, ນັກສຶກສາຫວຽດນາມ ຫຼາຍຄົນທີ່ໄປຮຽນຢູ່ກວາງຊີ ໄດ້ແບ່ງປັນປະສົບການ ແລະ ໃຫ້ຄຳເຫັນກ່ຽວກັບການເປີດກ້ວາງທຶນສຶກສາ, ເພີ່ມທະວີສາຍພົວພັນອະດີດນັກສຶກສາ ແລະ ຊຸກຍູ້ການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງບັນດາທ້ອງຖິ່ນຫວຽດນາມ ແລະ ກວາງຊີ.
ຍສໝ - ອົງການ UNESCO ໄດ້ຮັບຮອງເອົາການປັບປຸງເຂດແດນມໍລະດົກທຳມະຊາດໂລກ, ເຊື່ອມຕໍ່ປ່າສະຫງວນແຫ່ງຊາດ ຟອງຍາ- ແກບາງ (ຫວຽດນາມ) ແລະ ປ່າສະຫງວນແຫ່ງຊາດ ຫີນນຳໂນ (ລາວ) ຢ່າງເປັນທາງການ, ກາຍເປັນມໍລະດົກໂລກຂ້າມຊາຍແດນແຫ່ງທຳອິດລະຫວ່າງສອງປະເທດ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 236 ປີແຫ່ງວັນຊາດ ສາທາລະນະລັດ ຝຣັ່ງ (14 ກໍລະກົດ 1789 – 14 ກໍລະກົດ 2025), ກົງສຸນໃຫຍ່ ຝຣັ່ງ ປະຈຳ ນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງໃນຕອນເຊົ້າວັນ 14 ກໍລະກົດ. ທີ່ພິທີ, ຜູ້ຕ່າງໜ້າການນຳນະຄອນ ໂຮ່ຈີມິນ ຢືນຢັນບົດບາດບຸກເບີກໃນການຊຸກຍູ້ການພົວພັນຫວຽດນາມ - ຝຣັ່ງ ແລະ ໃຫ້ຄຳໝັ້ນສັນຍາຈະພ້ອມກັບ ຝລັ່ງ ໃນຫຼາຍຂົງເຂດຮ່ວມມືຍຸດທະສາດ.
ຍສໝ - ວັນທີ 15 ກໍລະກົດນີ້, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ບຣາຊິນ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ 3 ອາຍຸການ 2025-2030. ທ່ານ ຫງວຽນຮ່ວາງຮ້ຽບ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຮັບເລືອກຕັ້ງເປັນປະທານສະມາຄົມອາຍຸການໃໝ່.
ຍສໝ - ທ່ານ ຜູ້ອຳນວຍການໃຫຍ່ Masayuki Omoto ເນັ້ນໜັກວ່າ ກຸ່ມບໍລິສັດ Marubeni ປາດຖະໜາຢາກຊຸກຍູ້ການພັດທະນາ, ເປີດກວ້າງບັນດາຂົງເຂດອຸດສາຫະກຳ ຫວຽດນາມ.
ຍສໝ - ພາຍຫຼັງປີ 1975, ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ລາວ, ຈາກການເປັນພັນທະມິດຕໍ່ສູ້ຕ້ານສັດຕູຮ່ວມກັນ ແລະ ຍາດໄດ້ໄຊຊະນະ, ໄດ້ເຂົ້າສູ່ໜ້າປະຫວັດສາດໃໝ່ ເຊິ່ງເປັນມິດຕະພາບ ແລະ ການຮ່ວມມືຮອບດ້ານ.
ຍສໝ - ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ສົ່ງຄຳເຊີນກະຊວງປ້ອງກັນປະເທດຂອງ 8 ປະເທດຄື: ລັດເຊຍ, ຈີນ, ລາວ, ກຳປູເຈຍ, ກູບາ, ເບລາຣຸດ, ກາຊັກສະຖານ, ອາເຊີໄບຈັນ ເພື່ອເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດ 2 ກັນຍາ, ພ້ອມກັນນັ້ນ ໄດ້ເຊີນ 5 ປະເທດຄື: ລັດເຊຍ, ຈີນ, ລາວ, ກຳປູເຈຍ, ເບລາຣຸດ ສົ່ງກໍາລັງເພື່ອເຂົ້າຮ່ວມໃນການເດີນສວນສະໜາມຢູ່ພິທີສະເຫຼີມສະຫຼອງ.