ຍສໝ - ຕອນບ່າຍວັນທີ 16 ພະຈິກ, ຢູ່ Manila (ຟີລິບປິນ), ທ່ານ ເລ ມິງ ຮຶງ, ນາຍົກລັດຖະມົນຕີຫວຽດນາມ ໄດ້ພົບປະກັບທ່ານນາງ Kristalina Georgieva, ຜູ້ອຳນວຍການໃຫຍ່ກອງທຶນການເງິນສາກົນ (IMF). ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະຖານະການເສດຖະກິດໂລກ, ທິດທາງການພັດທະນາຂອງຫວຽດນາມ ແລະ ການຮ່ວມມືໃນໄລຍະຕໍ່ໜ້າ, ໃນນັ້ນລວມມີບັນດາກິດຈະກຳໃນຂອບເຂດປີ APEC 2027 ທີ່ຫວຽດນາມເປັນເຈົ້າພາບ.
ຍສໝ - ວັນທີ 16 ພະຈິກ, ຢູ່ Manila (Philippines), ໃນຂອບເຂດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ທ່ານ ເລ ມິງ ຮຶງ, ນາຍົກລັດຖະມົນຕີຫວຽດນາມ ໄດ້ພົບປະກັບທ່ານ Anutin Charnvirakul, ນາຍົກລັດຖະມົນຕີໄທ, ເພື່ອແລກປ່ຽນບັນດາມາດຕະການດຳເນີນການຮ່ວມມືສອງຝ່າຍ, ໂດຍສະເພາະໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ ແລະ ວິທະຍາສາດ - ເຕັກໂນໂລຊີ.
ຍສໝ - ຕອນຄ່ຳວັນທີ 16 ພະຈິກ, ຢູ່ນະຄອນດ່ານັງ, ໄດ້ຈັດໂຄງການລະນຶກຄົບຮອບ 77 ປີ ວັນມູນເຊື້ອທະຫານອາສາສະໝັກ ແລະ ຊ່ຽວຊານທະຫານຫວຽດນາມ ຊ່ວຍເຫຼືອການປະຕິວັດລາວ (30/10/1949 - 30/10/2026) ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ການປະກອບສ່ວນ ແລະ ການເສຍສະຫຼະຂອງຄົນຮຸ່ນກ່ອນ, ພ້ອມທັງສືບຕໍ່ປູກຝັງສາຍພົວພັນມິດຕະພາບລະຫວ່າງປະຊາຊົນສອງປະເທດ.
ຍສໝ - ວັນທີ 16 ພະຈິກ, ຢູ່ຮ່າໂນ້ຍ, ທ່ານ ດົ່ງ ຮຸຍ ເກື່ອງ, ຮອງປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຕ້ອນຮັບ ແລະ ເຮັດວຽກກັບທ່ານນາງ Camila Nieto Hernández, ເຈົ້າຄອງນະຄອນ Valparaíso (ຊີເລ). ສອງຝ່າຍໄດ້ແລກປ່ຽນກ່ຽວກັບໂອກາດໃນການເຊື່ອມໂຍງລະຫວ່າງທ້ອງຖິ່ນ, ວິສາຫະກິດ, ຊຸກຍູ້ການແລກປ່ຽນປະຊາຊົນ ແລະ ການຮ່ວມມືໃນບັນດາຂົງເຂດທີ່ມີທ່າແຮງ.
ຍສໝ - ວັນທີ 16 ພະຈິກ, ຢູ່ນະຄອນຫຼວງພະນົມເປັນ (ກຳປູເຈຍ), ໃນຂອບເຂດກອງປະຊຸມສຸດຍອດປະເທດໃຊ້ພາສາຝຣັ່ງ ຄັ້ງທີ 20, ທ່ານ ໂຕ ເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດຫວຽດນາມ ໄດ້ຮ່ວມຮັບປະທານອາຫານເຊົ້າ ແລະ ປຶກສາຫາລືວຽກງານກັບທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດລາວ ແລະ ທ່ານ ຮຸນ ແຊນ, ປະທານພັກປະຊາຊົນກຳປູເຈຍ, ປະທານວຸດທິສະພາກຳປູເຈຍ. ຜູ້ນຳທັງສາມທ່ານໄດ້ແລກປ່ຽນກ່ຽວກັບສາຍພົວພັນການຮ່ວມມືລະຫວ່າງສາມພັກ, ສາມປະເທດ ແລະ ເຫັນດີເປັນເອກະພາບກ່ຽວກັບທິດທາງການປະສານງານໃນໄລຍະຕໍ່ໜ້າ.
ຍສໝ - ວັນທີ 15 ພະຈິກ, ໃນຂອບເຂດກອງສຳມະນາແລກປ່ຽນບົດຮຽນຄັ້ງທີ XIII ລະຫວ່າງຫ້ອງວ່າການສະພາແຫ່ງຊາດຫວຽດນາມ ແລະ ຫ້ອງວ່າການສະພາແຫ່ງຊາດລາວ, ຄະນະຜູ້ແທນສອງປະເທດໄດ້ໄປວາງພວງມາລາ ແລະ ຖວາຍທູບທຽນລະນຶກເຖິງປະທານໂຮ່ຈີມິນ ແລະ ບັນດາວິລະຊົນນັກຮົບພລີຊີບ ຢູ່ສຸສານນັກຮົບພລີຊີບຫວຽດນາມ - ລາວ (ຕາແສງແອງເຊີນ) ແລະ ເຂດມໍລະດົກແຫ່ງຊາດພິເສດກິມລຽນ, ແຂວງເງະອານ.
ຍສໝ - ຕອນເຊົ້າວັນທີ 15 ພະຈິກ, ຢູ່ຈະຕຸລັດປະຕູໄຊ, ນະຄອນຫຼວງວຽງຈັນ (ລາວ), ຊາວຫວຽດນາມ ແລະ ຊາວລາວຫຼາຍຮ້ອຍຄົນ ໄດ້ຮ່ວມເຂົ້າໃນໂຄງການ “ຍ່າງຂະບວນດ້ວຍຊຸດອ໋າວຢ່າຍທີ່ປະຕູໄຊ”. ກິດຈະກຳດັ່ງກ່າວໄດ້ປະກອບສ່ວນໂຄສະນາເຜີຍແຜ່ຄວາມງົດງາມຂອງວັດທະນະທຳຫວຽດນາມ, ເພີ່ມທະວີການແລກປ່ຽນລະຫວ່າງປະຊາຊົນ ແລະ ເສີມສ້າງສາຍພົວພັນມິດຕະພາບພິເສດລະຫວ່າງສອງປະເທດ.
ຍສໝ - ແຂວງເງະອານ ພວມດຳເນີນບັນດາຂັ້ນຕອນກະກຽມການລົງທຶນລະບົບຄັງເກັບມ້ຽນ, ສະຖານີຂົນຖ່າຍ ແລະ ທໍ່ສົ່ງນ້ຳມັນເຊື້ອໄຟໄປຍັງລາວ. ໂຄງການດັ່ງກ່າວຖືກຄາດຫວັງວ່າຈະສ້າງເສັ້ນທາງເຊື່ອມໂຍງພະລັງງານຂ້າມຊາຍແດນ, ປະກອບສ່ວນຮັບປະກັນຄວາມໝັ້ນຄົງດ້ານພະລັງງານໃຫ້ແກ່ລາວ ແລະ ຫັນທິດທາງ “ການເຊື່ອມໂຍງທາງຍຸດທະສາດ” ໃນສາຍພົວພັນຫວຽດນາມ - ລາວ ໃຫ້ເປັນຮູບປະທຳ.
ຍສໝ - ວັນທີ 16 ພະຈິກ, ຢູ່ພະນົມເປັນ (ກຳປູເຈຍ), ທ່ານ ໂຕ ເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດຫວຽດນາມ ໄດ້ພົບປະກັບທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດລາວ ແລະ ທ່ານ ຮຸນ ເຊນ, ປະທານພັກປະຊາຊົນກຳປູເຈຍ, ປະທານວຸດທິສະພາກຳປູເຈຍ. ຜູ້ນຳທັງສາມທ່ານໄດ້ແລກປ່ຽນກ່ຽວກັບການຮ່ວມມືລະຫວ່າງສາມພັກ, ສາມປະເທດ ແລະ ເຫັນດີຕໍ່ບັນດາທິດທາງໃນການເພີ່ມທະວີຄວາມສາມັກຄີ, ການເຊື່ອມໂຍງທາງເສດຖະກິດ ແລະ ການປະສານງານເພື່ອຮັບປະກັນວຽກງານປ້ອງກັນຊາດ ແລະ ຄວາມໝັ້ນຄົງ.
ຍສໝ - ຢູ່ນະຄອນຫຼວງ ດູຊານເບ, ທ່ານ ຫງວຽນ ແທ່ງ ເລ, ເອກອັກຄະລັດຖະທູດຫວຽດນາມ ໄດ້ຍື່ນສຳເນົາສານຕາຕັ້ງຕໍ່ທ່ານ Sirojiddin Muhriddin, ລັດຖະມົນຕີກະຊວງການຕ່າງປະເທດຕາຈິກິດສະຖານ, ເພື່ອເລີ່ມຕົ້ນປະຕິບັດໜ້າທີ່ຢູ່ຕາຈິກິດສະຖານຢ່າງເປັນທາງການ. ສອງຝ່າຍໄດ້ແລກປ່ຽນບັນດາມາດຕະການເພື່ອເພີ່ມທະວີການຮ່ວມມືສອງຝ່າຍ ແລະ ວຽກງານກະກຽມສຳລັບການຢ້ຽມຢາມຫວຽດນາມໃນໄວໆ ນີ້ ຂອງປະທານາທິບໍດີຕາຈິກິດສະຖານ.
ຍສໝ - ຕອນບ່າຍວັນທີ 12 ພະຈິກ, ທ່ານ ຫງວຽນ ນາມ ເຢືອງ, ເອກອັກຄະລັດຖະທູດຫວຽດນາມປະຈຳອີຢິບ ໄດ້ພົບປະເຮັດວຽກກັບທ່ານ Salah Suleiman Jamblatt, ລັດຖະມົນຕີກະຊວງອຸດສາຫະກຳປ້ອງກັນຊາດອີຢິບ, ເພື່ອແລກປ່ຽນບັນດາມາດຕະການເປີດກວ້າງການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ, ໂດຍສະເພາະໃນຂົງເຂດເຕັກໂນໂລຊີຂັ້ນສູງ.
ຍສໝ - ຕອນເຊົ້າວັນທີ 13 ພະຈິກ, ຢູ່ສຳນັກງານລັດຖະບານ, ທ່ານ ເລ ມິງ ຮຸ່ງ, ນາຍົກລັດຖະມົນຕີຫວຽດນາມ ໄດ້ຕ້ອນຮັບທ່ານ Bruno Rodríguez Parrilla, ທູດພິເສດຂອງພັກ ແລະ ລັດຖະບານກູບາ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດກູບາ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.
ຍສໝ - ວັນທີ 12 ພະຈິກ, ຢູ່ຮ່າໂນ້ຍ, ໄດ້ມີການລົງນາມຂໍ້ຕົກລົງຮ່ວມມື 8 ສະບັບ ໃນຂອບເຂດກອງປະຊຸມ AI - ເຄິ່ງຊັກນຳໄຟຟ້າ ຫວຽດນາມ - ສ.ເກົາຫຼີ ຄັ້ງທີ 1 (VKAISS 2026), ໂດຍສຸມໃສ່ການພັດທະນາເຕັກໂນໂລຊີ, ການເຊື່ອມໂຍງຕ່ອງໂສ້ສະໜອງໃນຂົງເຂດເຄິ່ງຊັກນຳໄຟຟ້າ ແລະ ການຝຶກອົບຮົມບຸກຄະລາກອນ.
ຍສໝ - ວັນທີ 11 ພະຈິກ, ຢູ່ແຂວງເຊີນລາ, ທະຫານຊາຍແດນແຂວງເຊີນລາ (ຫວຽດນາມ) ແລະ ຄະນະຜູ້ແທນຕຳຫຼວດແຂວງຫຼວງພະບາງ (ລາວ) ໄດ້ຈັດການເຈລະຈາ, ປະເມີນຜົນການຮ່ວມມື ແລະ ເຫັນດີຮ່ວມກັນກ່ຽວກັບບັນດາໜ້າທີ່ຈຸດສຸມໃນການຄຸ້ມຄອງ, ປົກປັກຮັກສາຊາຍແດນ ແລະ ປ້ອງກັນ, ຕ້ານອາຊະຍາກຳຂ້າມຊາດ.
ຍສໝ - ຕອນຄ່ຳວັນທີ 10 ພະຈິກ, ຢູ່ແຂວງກວາງຫງາຍ, ງານມະຫະກຳຊາວໜຸ່ມຫວຽດນາມ - ກຳປູເຈຍ - ລາວ ປີ 2026 ໄດ້ປິດລົງດ້ວຍງານກາລາພາຍໃຕ້ຫົວຂໍ້ “ຮ່ວມສາຍທານມິດຕະພາບ - ສ້າງສັນວັນພຸ່ງນີ້”. ບັນດາກິດຈະກຳແລກປ່ຽນ ແລະ ສຳຜັດປະສົບການໃນຂອບເຂດງານມະຫະກຳ ໄດ້ປະກອບສ່ວນເພີ່ມທະວີຄວາມຜູກພັນລະຫວ່າງຊາວໜຸ່ມສາມປະເທດ, ມຸ່ງສູ່ການສ້າງເຂດຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ການພັດທະນາຢ່າງຍືນຍົງ.
ຍສໝ - ວັນທີ 10 ພະຈິກ, ທ່ານ ຫວູ ໂຮ່, ເອກອັກຄະລັດຖະທູດຫວຽດນາມປະຈຳ ສ.ເກົາຫຼີ ໄດ້ຕ້ອນຮັບທ່ານ Jung Kwang-cheon, ປະທານສະມາຄົມນະວັດຕະກຳວິສາຫະກິດຂະໜາດກາງ ແລະ ນ້ອຍ ສ.ເກົາຫຼີ (INNOBIZ), ເພື່ອແລກປ່ຽນກ່ຽວກັບການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ.
ຍສໝ - ຕອນບ່າຍວັນທີ 11 ພະຈິກ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ແລະ ສະມາຄົມມິດຕະພາບຫວຽດນາມ - ເດນມາກ ໄດ້ຈັດພິທີລະນຶກຄົບຮອບ 55 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດລະຫວ່າງສອງປະເທດ ພາຍໃຕ້ຫົວຂໍ້ “ການຮ່ວມມືເພື່ອອະນາຄົດສີຂຽວ”. ນີ້ເປັນໂອກາດເພື່ອທົບທວນຄືນບັນດາຂີດໝາຍສຳຄັນໃນສາຍພົວພັນສອງຝ່າຍ ແລະ ແລກປ່ຽນທິດທາງການຮ່ວມມື ພາຍຫຼັງສອງປະເທດຍົກລະດັບສາຍພົວພັນຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານ.
ຍສໝ - ວັນທີ 11 ພະຈິກ, ຢູ່ຮ່າໂນ້ຍ, ທ່ານ ເລ ແອງ ຕວັນ, ຮອງລັດຖະມົນຕີການຕ່າງປະເທດ ໄດ້ເຂົ້າຮ່ວມພິທີລະນຶກວັນຊາດອານເຊຣີ ຄົບຮອບ 72 ປີ, ພ້ອມທັງຢືນຢັນຄວາມປາຖະໜາທີ່ຈະນຳພາສາຍພົວພັນຄູ່ຮ່ວມຍຸດທະສາດລະຫວ່າງສອງປະເທດໃຫ້ພັດທະນາຢ່າງເລິກເຊິ່ງ ແລະ ກວ້າງຂວາງ, ໂດຍສຸມໃສ່ດ້ານເສດຖະກິດ, ວິທະຍາສາດ - ເຕັກໂນໂລຊີ ແລະ ການແລກປ່ຽນລະຫວ່າງປະຊາຊົນ.
ຍສໝ - ແຕ່ວັນທີ 7-11 ພະຈິກ, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ຊູແອດ, ທ່ານ ຈິ້ງ ວັນ ກວຽດ, ຫົວໜ້າຄະນະໂຄສະນາສຶກສາອົບຮົມສູນກາງ ໄດ້ພົບປະກັບບັນດາພັກການເມືອງ, ອຳນາດການປົກຄອງທ້ອງຖິ່ນ, ສະຖາບັນຄົ້ນຄວ້າ ແລະ ວິສາຫະກິດຂອງປະເທດເຈົ້າພາບ, ເພື່ອແລກປ່ຽນຫຼາຍທິດທາງການຮ່ວມມືດ້ານເຕັກໂນໂລຊີ, ການສຶກສາ, ການພັດທະນາຕົວເມືອງ ແລະ ການແລກປ່ຽນປະຊາຊົນ.
ຍສໝ - ວັນທີ 9 ພະຈິກ, ທ່ານ ຫງວຽນ ດັກ ວິງ, ປະທານສູນກາງສະມາຄົມມິດຕະພາບຫວຽດນາມ - ລາວ ໄດ້ສົ່ງຈົດໝາຍອວຍພອນເຖິງທ່ານນາງ ສູນທອນ ໄຊຍະຈັກ ໃນໂອກາດຮັບໜ້າທີ່ເປັນປະທານສູນກາງສະມາຄົມມິດຕະພາບລາວ - ຫວຽດນາມ, ພ້ອມທັງສະແດງຄວາມປາຖະໜາໃຫ້ສອງສະມາຄົມສືບຕໍ່ປະສານສົມທົບກັນໃນບັນດາກິດຈະກຳມິດຕະພາບ.
ຍສໝ - ວັນທີ 9 ພະຈິກ, ທີ່ຮ່າໂນ້ຍ, ຫວຽດນາມ ແລະ ອົດສະຕຣາລີ ໄດ້ຈັດການສົນທະນານະໂຍບາຍປ້ອງກັນຊາດຄັ້ງທີ 9, ເພື່ອແລກປ່ຽນບັນດາມາດຕະການຜັນຂະຫຍາຍການຮ່ວມມືສອງຝ່າຍ, ໃນນັ້ນມີການຮັກສາສັນຕິພາບຂອງສະຫະປະຊາຊາດ ແລະ ການແກ້ໄຂຜົນກະທົບຈາກສົງຄາມ.
ຍສໝ - ໃນຕອນແລງວັນທີ 9 ພະຈິກ, ທີ່ນະຄອນຫຼວງວຽງຈັນ (ລາວ), ບໍລິສັດຮຸ້ນສ່ວນການເດີນທາງສີຂຽວ ແລະ ອັດສະລິຍະ (Green SM) ໄດ້ຈັດພິທີລົງນາມໃນບົດບັນທຶກຄວາມເຂົ້າໃຈ ເພື່ອສ້າງຕັ້ງພັນທະມິດການຫັນປ່ຽນສີຂຽວລາວ, ພ້ອມທັງສະຫຼອງຄົບຮອບ 3 ປີ ແຫ່ງການດຳເນີນທຸລະກິດໃນຕະຫຼາດລາວ. ເຫດການດັ່ງກ່າວໄດ້ເປີດໂອກາດໃໝ່ໃນການຮ່ວມມືດ້ານການຂົນສົ່ງສີຂຽວ, ເຕັກໂນໂລຊີດິຈິຕອນ ແລະ ການບໍລິການ ລະຫວ່າງວິສາຫະກິດຫວຽດນາມກັບບັນດາຄູ່ຮ່ວມມືລາວ.
ຍສໝ - ຕອນບ່າຍວັນທີ 10 ພະຈິກ, ຢູ່ຮ່າໂນ້ຍ, ສະຖານທູດອັງໂກລາປະຈຳຫວຽດນາມ ໄດ້ຈັດການສຳມະນາຫົວຂໍ້ “ອັງໂກລາ ແລະ ຫວຽດນາມ: ຈາກຄວາມຊົງຈຳສູ່ອະນາຄົດ - ການຮ່ວມມືທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ”, ເນື່ອງໃນໂອກາດລະນຶກຄົບຮອບ 51 ປີ ວັນຊາດອັງໂກລາ (11 ພະຈິກ 1975 - 11 ພະຈິກ 2026). ໃນງານດັ່ງກ່າວ, ບັນດາຜູ້ແທນໄດ້ແລກປ່ຽນທິດທາງຕ່າງໆ ເພື່ອສົ່ງເສີມສາຍພົວພັນມິດຕະພາບມູນເຊື້ອ, ຂະຫຍາຍການຮ່ວມມືດ້ານເສດຖະກິດ ແລະ ການແລກປ່ຽນລະຫວ່າງປະຊາຊົນສອງປະເທດ.
ຍສໝ - ແຂວງກວາງຈິ ຈະດຳເນີນການທົດລອງສ້າງດ່ານຊາຍແດນຕົວແບບ ຢູ່ຄູ່ດ່ານສາກົນລາວບາວ (ຫວຽດນາມ) - ແດນສະຫວັນ (ລາວ) ໃນໄລຍະ 2027-2028, ແນໃສ່ຫັນພື້ນຖານໂຄງລ່າງໃຫ້ທັນສະໄໝ, ຍົກສູງປະສິດທິຜົນການຄຸ້ມຄອງ ແລະ ອຳນວຍຄວາມສະດວກໃຫ້ແກ່ກິດຈະກຳການຄ້າລະຫວ່າງສອງປະເທດ.
ຍສໝ - ວັນທີ 5 ພະຈິກ, ໃນງານພົບປະສະຫຼອງຄົບຮອບ 55 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດຫວຽດນາມ - ສະວິດ, ການນຳນະຄອນເກິ່ນເທີ ໄດ້ສະແດງຄວາມປາຖະໜາຢາກຂະຫຍາຍການຮ່ວມມືກັບບັນດາຄູ່ຮ່ວມມືສະວິດ ໃນຂົງເຂດວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ, ການສຶກສາ, ສາທາລະນະສຸກ, ການເງິນ ແລະ ການພັດທະນາຢ່າງຍືນຍົງ.
ຍສໝ - ວັນທີ 7 ພະຈິກ, ທີ່ຊຽງໃໝ່ (ປະເທດໄທ), ຜູ້ຕາງໜ້າບັນດາທ້ອງຖິ່ນຂອງຫວຽດນາມ ໄດ້ແບ່ງປັນຜົນສຳເລັດດ້ານການຮ່ວມມື ແລະ ສະເໜີບັນດາໂຄງການເຊື່ອມໂຍງໃໝ່ ໃນກອງປະຊຸມຮ່ວມຄັ້ງທີ XV ລະຫວ່າງສະມາຄົມມິດຕະພາບຫວຽດນາມ - ໄທ ແລະ ສະມາຄົມມິດຕະພາບໄທ - ຫວຽດນາມ, ໂດຍສຸມໃສ່ຂົງເຂດການສຶກສາ, ການຝຶກອົບຮົມ, ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ.
ຍສໝ - ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ສົ່ງຈົດໝາຍຊົມເຊີຍເຖິງທ່ານນາງ ສູນທອນ ໄຊຍະຈັກ, ເລຂາຄະນະບໍລິຫານງານສູນກາງພັກ, ຮອງປະທານສະພາແຫ່ງຊາດລາວ, ໃນໂອກາດທີ່ທ່ານນາງໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງປະທານສູນກາງສະມາຄົມມິດຕະພາບລາວ - ຫວຽດນາມ, ພ້ອມທັງສະແດງຄວາມປາຖະໜາໃຫ້ສອງຝ່າຍສືບຕໍ່ປະສານສົມທົບຈັດກິດຈະກຳມິດຕະພາບຕ່າງໆ ເພື່ອມຸ່ງສູ່ປີ 2027.
ຍສໝ - ຫວ່າງໂຄ່ງນີ້, ການປຶກສາຫາລືການເມືອງ ຂັ້ນຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ - ອີຕາລີ ຄັ້ງທີ 7 ໄດ້ດຳເນີນໄປຢ່າງສໍາເລັດຜົນ ຢູ່ Rome. ເຫດການ ບໍ່ພຽງແຕ່ສ້າງຂີດໝາຍການທົບທວນທີ່ສຳຄັນ ໃນສາຍພົວພັນສອງຝ່າຍ ເທົ່ານັ້ນ, ແຕ່ຍັງເປີດອອກຫຼາຍທິດທາງການຮ່ວມມືໃໝ່ ກ່ຽວກັບເສດຖະກິດ, ພະລັງງານສີຂຽວ, ປ້ອງກັນຊາດ ແລະ ວັດທະນະທຳ - ການສຶກສາ.
ຍສໝ - ໃນຕອນບ່າຍວັນທີ 2 ວັນທີ 11, ຢູ່ ຮ່າໂນ້ຍ, ທ່ານ ເລຮວ່າຍຈຸງ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບ ທ່ານ ອາຈິດ ໂດວັລ, ທີ່ປຶກສາຄວາມສະຫງົບແຫ່ງຊາດ ອິນເດຍ ໃນໂອກາດມາຢ້ຽມຢາມ ຫວຽດນາມ.
ຍສໝ - ໃນງານມະຫະກຳຊາວໜຸ່ມຫວຽດນາມ - ກຳປູເຈຍ - ລາວ ປີ 2026, ຜູ້ຕາງໜ້າຊາວໜຸ່ມລາວໄດ້ສະເໜີໃຫ້ສຶກສາການສ້າງຕັ້ງກອງທຶນອາສາສະໝັກຮ່ວມກັນ ເພື່ອລະດົມແຫຼ່ງຊັບພະຍາກອນມາຊ່ວຍເຫຼືອຊຸມຊົນ, ພັດທະນາອາຊີບການຫາລ້ຽງຊີບ ແລະ ສ້າງເຂດຊາຍແດນໃຫ້ມີສັນຕິພາບ, ມິດຕະພາບ ແລະ ການພັດທະນາຢ່າງຍືນຍົງ.