ຫວຽດນາມ - ຊູແອດ ຂະຫຍາຍການຮ່ວມມືດ້ານເຕັກໂນໂລຊີ, ການສຶກສາ ແລະ ການແລກປ່ຽນປະຊາຊົນ

16:51 | 11/11/2026

ຍສໝ - ແຕ່ວັນທີ 7-11 ພະຈິກ, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ຊູແອດ, ທ່ານ ຈິ້ງ ວັນ ກວຽດ, ຫົວໜ້າຄະນະໂຄສະນາສຶກສາອົບຮົມສູນກາງ ໄດ້ພົບປະກັບບັນດາພັກການເມືອງ, ອຳນາດການປົກຄອງທ້ອງຖິ່ນ, ສະຖາບັນຄົ້ນຄວ້າ ແລະ ວິສາຫະກິດຂອງປະເທດເຈົ້າພາບ, ເພື່ອແລກປ່ຽນຫຼາຍທິດທາງການຮ່ວມມືດ້ານເຕັກໂນໂລຊີ, ການສຶກສາ, ການພັດທະນາຕົວເມືອງ ແລະ ການແລກປ່ຽນປະຊາຊົນ.

ສ້າງຕັ້ງສະໂມສອນຄູສອນພາສາຫວຽດນາມຢູ່ຊູແອດ ຫວຽດນາມ - ຊູແອດ ລະນຶກຄົບຮອບ 50 ປີ ແຫ່ງການຮ່ວມມືດ້ານສາທາລະນະສຸກ

ສືບຕໍ່ລາຍການເຮັດວຽກຢູ່ແຟງລັງ, ຄະນະຜູ້ແທນຂັ້ນສູງພັກຄອມມູນິດຫວຽດນາມ ນຳໂດຍທ່ານ ຈິ້ງ ວັນ ກວຽດ, ກຳມະການກົມການເມືອງ, ເລຂາທິການຄະນະບໍລິຫານງານສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາອົບຮົມສູນກາງ ໄດ້ຢ້ຽມຢາມ ແລະ ເຮັດວຽກຢູ່ຊູແອດ ແຕ່ວັນທີ 7-11 ພະຈິກ.

ໃນຂອບເຂດການຢ້ຽມຢາມ, ຄະນະຜູ້ແທນໄດ້ພົບປະກັບການນຳພັກປະຊາທິປະໄຕສັງຄົມຊູແອດ, ພັກຄອມມູນິດຊູແອດ ແລະ ປະທານສະພານະຄອນ Stockholm; ເຮັດວຽກຢູ່ມະຫາວິທະຍາໄລ Stockholm ແລະ ກຸ່ມບໍລິສັດ Ericsson; ພ້ອມທັງພົບປະພະນັກງານ, ເຈົ້າໜ້າທີ່ສະຖານທູດ ແລະ ປະຊາຄົມຊາວຫວຽດນາມທີ່ກຳລັງດຳລົງຊີວິດຢູ່ຊູແອດ.

ໃນບັນດາການພົບປະເຮັດວຽກ, ທ່ານ ຈິ້ງ ວັນ ກວຽດ ໄດ້ແນະນຳສະພາບການຂອງຫວຽດນາມ ແລະ ບັນດາຜົນສຳເລັດອັນຍິ່ງໃຫຍ່ ທີ່ມີຄວາມໝາຍທາງປະຫວັດສາດ ຕະຫຼອດ 40 ປີ ແຫ່ງການດຳເນີນພາລະກິດປ່ຽນແປງໃໝ່ ພາຍໃຕ້ການນຳພາຂອງພັກ. ທ່ານຍັງໄດ້ແຈ້ງກ່ຽວກັບເປົ້າໝາຍ, ວິໄສທັດການພັດທະນາປະເທດ ແລະ ບັນດາບາດກ້າວບຸກທະລຸທາງຍຸດທະສາດທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກຄອມມູນິດຫວຽດນາມ ໄດ້ກຳນົດໄວ້.

ທ່ານເນັ້ນໜັກວ່າ ພັກຄອມມູນິດຫວຽດນາມຍຶດໝັ້ນທັດສະນະຖືປະຊາຊົນເປັນໃຈກາງ ແລະ ເປັນເຈົ້າການຂອງຂະບວນການພັດທະນາຢ່າງສະເໝີຕົ້ນສະເໝີປາຍ. ທຸກແນວທາງ ແລະ ນະໂຍບາຍລ້ວນແຕ່ແນໃສ່ຮັບປະກັນຜົນປະໂຫຍດອັນຊອບທຳ, ສົ່ງເສີມສິດເປັນເຈົ້າຂອງປະຊາຊົນ; ຖືເອົາຄວາມພໍໃຈ ແລະ ຄວາມຜາສຸກຂອງປະຊາຊົນເປັນມາດຖານປະເມີນຜົນສຳເລັດຂອງພາລະກິດປ່ຽນແປງໃໝ່.

ຫວຽດນາມ - ຊູແອດ ຂະຫຍາຍການຮ່ວມມືດ້ານເຕັກໂນໂລຊີ, ການສຶກສາ ແລະ ການແລກປ່ຽນປະຊາຊົນ
ທ່ານ ຈິ້ງ ວັນ ກວຽດ, ຫົວໜ້າຄະນະໂຄສະນາສຶກສາອົບຮົມສູນກາງ ແລະ ທ່ານ Morgan Johansson, ຜູ້ຕາງໜ້າພັກປະຊາທິປະໄຕສັງຄົມຊູແອດ, ຖ່າຍຮູບທີ່ລະນຶກຮ່ວມກັນ.

ເສີມສ້າງສາຍພົວພັນລະຫວ່າງບັນດາພັກການເມືອງ ແລະ ອຳນາດການປົກຄອງທ້ອງຖິ່ນ

ໃນການພົບປະກັບທ່ານ Morgan Johansson, ຜູ້ຕາງໜ້າພັກປະຊາທິປະໄຕສັງຄົມຊູແອດ, ທ່ານ ຈິ້ງ ວັນ ກວຽດ ໄດ້ສະແດງຄວາມຊື່ນຊົມ ແລະ ຮູ້ບຸນຄຸນຕໍ່ບັນດາການປະກອບສ່ວນ, ການສະໜັບສະໜູນ ແລະ ການຊ່ວຍເຫຼືອທີ່ພັກປະຊາທິປະໄຕສັງຄົມ ພ້ອມດ້ວຍປະຊາຊົນຊູແອດ ໄດ້ມອບໃຫ້ຫວຽດນາມ ໃນການຕໍ່ສູ້ເພື່ອຍາດເອົາເອກະລາດ, ທ້ອນໂຮມປະເທດຊາດເປັນເອກະພາບ ຕະຫຼອດຮອດໄລຍະແກ້ໄຂຜົນກະທົບຈາກສົງຄາມ ແລະ ຟື້ນຟູບູລະນະປະເທດ.

ໂດຍຢືນຢັນວ່າ ຫວຽດນາມໃຫ້ຄວາມສຳຄັນຕໍ່ມິດຕະພາບມູນເຊື້ອກັບຊູແອດສະເໝີມາ, ທ່ານ ຈິ້ງ ວັນ ກວຽດ ປາຖະໜາຢາກໃຫ້ສືບຕໍ່ເຮັດໃຫ້ສາຍພົວພັນສອງປະເທດເລິກເຊິ່ງຍິ່ງຂຶ້ນ, ໃນນັ້ນສົ່ງເສີມບົດບາດຂອງຊ່ອງທາງການທູດພັກ ເພື່ອເສີມສ້າງພື້ນຖານທາງການເມືອງໃຫ້ແກ່ການຮ່ວມມືສອງຝ່າຍ.

ທ່ານສະເໜີໃຫ້ສອງຝ່າຍຂະຫຍາຍການແລກປ່ຽນລະຫວ່າງບັນດາພັກການເມືອງ ແລະ ລັດຖະສະພາ, ແລກປ່ຽນບົດຮຽນການບໍລິຫານປະເທດ, ການພັດທະນາເສດຖະກິດຄຽງຄູ່ກັບການຮັບປະກັນສະຫວັດດີການສັງຄົມ. ບັນດາຂົງເຂດວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ, ການສຶກສາ ແລະ ສາທາລະນະສຸກ ກໍໄດ້ຖືກກຳນົດເປັນທິດທາງການຮ່ວມມືທີ່ຄວນຍູ້ແຮງຢ່າງເປັນຮູບປະທຳ.

ຕອບກັບ, ທ່ານ Morgan Johansson ໄດ້ຫວນຄືນມູນເຊື້ອຄວາມສາມັກຄີຂອງພັກປະຊາທິປະໄຕສັງຄົມຊູແອດທີ່ມີຕໍ່ຫວຽດນາມ, ໂດຍສະເພາະການສະໜັບສະໜູນຂອງອະດີດນາຍົກລັດຖະມົນຕີ Olof Palme ຜູ້ລ່ວງລັບ ໃນໄລຍະສົງຄາມ ແລະ ການຟື້ນຟູປະເທດຫຼັງສົງຄາມ.

ບົນພື້ນຖານສາຍພົວພັນມິດຕະພາບອັນຍາວນານ ແລະ ຂອບການເປັນຄູ່ຮ່ວມຍຸດທະສາດລາຍຂະແໜງດ້ານວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດິຈິຕອນ, ທ່ານ Morgan Johansson ຢືນຢັນວ່າ ພັກປະຊາທິປະໄຕສັງຄົມຊູແອດພ້ອມປະກອບສ່ວນພັດທະນາການຮ່ວມມືໃນບັນດາຂົງເຂດທີ່ສອງປະເທດສາມາດເສີມຈຸດແຂງໃຫ້ແກ່ກັນໄດ້.

ທ່ານຍັງສະເໜີໃຫ້ຮັກສາການແລກປ່ຽນຢ່າງເປັນປະຈຳຜ່ານສະຖານທູດຫວຽດນາມປະຈຳຊູແອດ, ພ້ອມທັງເພີ່ມທະວີການແບ່ງປັນບົດຮຽນດ້ານວຽກງານນິຕິບັນຍັດ.

ສອງຝ່າຍເຫັນດີສືບຕໍ່ແລກປ່ຽນກ່ຽວກັບບັນດາບັນຫາສາກົນທີ່ສົນໃຈຮ່ວມກັນ, ປະສານສົມທົບໃນບັນດາເວທີພະຫຸພາຄີ, ໃຫ້ຄວາມສຳຄັນຕໍ່ບົດບາດຂອງສະຫະປະຊາຊາດ, ປະຕິບັດຕາມກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ, ແກ້ໄຂຂໍ້ຂັດແຍ່ງດ້ວຍວິທີການສັນຕິ.

ໃນການເຮັດວຽກກັບທ່ານ Olle Burell, ປະທານສະພານະຄອນ Stockholm, ທ່ານ ຈິ້ງ ວັນ ກວຽດ ໄດ້ສະເໜີໃຫ້ເພີ່ມທະວີການເຊື່ອມຕໍ່ລະຫວ່າງ Stockholm ກັບບັນດາຕົວເມືອງຂອງຫວຽດນາມ ໃນວຽກງານວາງແຜນຜັງ, ບໍລິຫານຈັດການ, ກໍ່ສ້າງຕົວເມືອງອັດສະລິຍະ, ການຫັນເປັນສີຂຽວ ແລະ ການຫັນເປັນດິຈິຕອນ, ແນໃສ່ປັບປຸງຄຸນນະພາບການບໍລິການສາທາລະນະ ແລະ ຍົກສູງສະຫວັດດີການຂອງປະຊາຊົນ.

ທ່ານ Olle Burell ໄດ້ຫວນຄືນຄວາມຮູ້ສຶກອັນດີງາມທີ່ປະຊາຊົນຊູແອດຫຼາຍລຸ້ນຄົນມີຕໍ່ຫວຽດນາມ. ໃນການແບ່ງປັນບົດຮຽນການພັດທະນາຂອງ Stockholm, ທ່ານໃຫ້ຮູ້ວ່າ ນະຄອນໄດ້ເອົາໃຈໃສ່ການປະສົມປະສານການບໍລິຫານຕົວເມືອງກັບນະໂຍບາຍສະຫວັດດີການ, ຮັບປະກັນໂອກາດອັນສະເໝີພາບໃຫ້ແກ່ແມ່ຍິງ ແລະ ໃຫ້ຄວາມສຳຄັນຕໍ່ການສຶກສາເດັກນ້ອຍ.

ປະທານສະພານະຄອນ Stockholm ຢືນຢັນວ່າ ພ້ອມຕ້ອນຮັບບັນດາຄະນະພະນັກງານຫວຽດນາມທີ່ເດີນທາງມາສຶກສາສະພາບຕົວຈິງ ແລະ ແລກປ່ຽນບົດຮຽນໃນບັນດາຂົງເຂດດັ່ງກ່າວ.

ໃນການເຮັດວຽກກັບຜູ້ຕາງໜ້າພັກຄອມມູນິດຊູແອດ, ທ່ານ ຈິ້ງ ວັນ ກວຽດ ໄດ້ສົ່ງຄຳຂອບໃຈເຖິງບັນດາສະມາຊິກຄອມມູນິດ ແລະ ກຳລັງກ້າວໜ້າຂອງຊູແອດ ທີ່ໄດ້ຢືນຄຽງຂ້າງ ແລະ ສະໜັບສະໜູນປະຊາຊົນຫວຽດນາມໃນການຕໍ່ສູ້ເພື່ອຍາດເອົາເອກະລາດແຫ່ງຊາດ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ.

ໃນການແລກປ່ຽນກ່ຽວກັບໄລຍະ 40 ປີ ແຫ່ງການປ່ຽນແປງໃໝ່, ທ່ານຢືນຢັນວ່າ ພັກຄອມມູນິດຫວຽດນາມຍຶດໝັ້ນ, ພ້ອມທັງນຳໃຊ້ ແລະ ພັດທະນາລັດທິມາກ - ເລນິນ ແລະ ແນວຄິດໂຮ່ຈີມິນຢ່າງສ້າງສັນ ໃຫ້ສອດຄ່ອງກັບສະພາບຕົວຈິງຂອງຫວຽດນາມ.

ໃນຂະບວນການສ້າງສາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ, ຫວຽດນາມມີແນວທາງປະສົມປະສານການເຕີບໂຕທາງເສດຖະກິດກັບການຮັບປະກັນຄວາມກ້າວໜ້າ ແລະ ຄວາມເປັນທຳທາງສັງຄົມ ໃນທຸກບາດກ້າວການພັດທະນາ ແລະ ທຸກນະໂຍບາຍ, ເພື່ອໃຫ້ປະຊາຊົນທຸກຊັ້ນຄົນໄດ້ຮັບປະໂຫຍດຈາກຜົນສຳເລັດຂອງການປ່ຽນແປງໃໝ່.

ທ່ານ Erik Anderson, ເລຂາທິການຮັບຜິດຊອບວຽກງານການຕ່າງປະເທດຂອງພັກຄອມມູນິດຊູແອດ ໃຫ້ຮູ້ວ່າ ການກຳເນີດຂອງພັກມີຄວາມຜູກພັນກັບຂະບວນການປະຊາຊົນຊູແອດຕໍ່ຕ້ານສົງຄາມ ແລະ ສະໜັບສະໜູນຫວຽດນາມ.

ທ່ານຕີລາຄາສູງຕໍ່ບັນດາຜົນສຳເລັດທີ່ຫວຽດນາມຍາດມາໄດ້ໃນການພັດທະນາເສດຖະກິດ, ລຶບລ້າງຄວາມອຶດຫິວ ແລະ ຫຼຸດຜ່ອນຄວາມທຸກຍາກ ພ້ອມທັງບົດບາດການນຳພາຂອງພັກຄອມມູນິດຫວຽດນາມ. ຂະນະດຽວກັນ, ທ່ານຢືນຢັນຄວາມສາມັກຄີລະຫວ່າງສອງພັກ ແລະ ສະແດງຄວາມປາຖະໜາຢາກສຶກສາຄົ້ນຄວ້າບົດຮຽນຂອງຫວຽດນາມໃນຂະບວນການສ້າງສາສັງຄົມນິຍົມໃຫ້ເລິກເຊິ່ງຍິ່ງຂຶ້ນ.

ສອງຝ່າຍເຫັນດີສືບຕໍ່ຮັກສາກິດຈະກຳພົບປະ, ແລກປ່ຽນທິດສະດີກ່ຽວກັບການສ້າງສາພັກ ແລະ ເສັ້ນທາງກ້າວຂຶ້ນສູ່ສັງຄົມນິຍົມ, ພ້ອມທັງປະສານສົມທົບກັນໃນບັນດາເວທີຂອງຂະບວນການຄອມມູນິດ ແລະ ກຳມະກອນສາກົນ.

ການຮ່ວມມືຄົ້ນຄວ້າວິທະຍາສາດ ແລະ ນຳໃຊ້ເຕັກໂນໂລຊີ 5G

ໃນລາຍການຢ້ຽມຢາມມະຫາວິທະຍາໄລ Stockholm, ຄະນະຜູ້ແທນຂັ້ນສູງພັກຄອມມູນິດຫວຽດນາມ ໄດ້ແລກປ່ຽນກ່ຽວກັບວຽກງານຄົ້ນຄວ້າວິທະຍາສາດ ແລະ ການສ້າງສະພາບແວດລ້ອມທາງວິຊາການທີ່ເອື້ອອຳນວຍ, ຊ່ວຍໃຫ້ບັນດານັກຄົ້ນຄວ້າສົ່ງເສີມບົດບາດຂອງຕົນໃນວຽກງານຄາດຄະເນ ແລະ ວາງນະໂຍບາຍ.

ສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບຄວາມເປັນໄປໄດ້ໃນການສ້າງເຄືອຂ່າຍນັກຄົ້ນຄວ້າໜຸ່ມຫວຽດນາມ - ຊູແອດ, ຄຽງຄູ່ກັບການມອບທຶນການສຶກສາເພື່ອຊ່ວຍເຫຼືອບັນດານັກວິທະຍາສາດຫວຽດນາມໄປຄົ້ນຄວ້າຢູ່ຊູແອດ.

ໃນການເຮັດວຽກກັບການນຳກຸ່ມບໍລິສັດ Ericsson, ທ່ານ ຈິ້ງ ວັນ ກວຽດ ໄດ້ສະເໜີໃຫ້ວິສາຫະກິດສືບຕໍ່ຂະຫຍາຍການລົງທຶນຢູ່ຫວຽດນາມ, ເອົາໃຈໃສ່ການປະສົມປະສານການຖ່າຍທອດເຕັກໂນໂລຊີກັບການຝຶກອົບຮົມຊັບພະຍາກອນມະນຸດ, ຜ່ານນັ້ນປະກອບສ່ວນຜັນຂະຫຍາຍສາຍພົວພັນຄູ່ຮ່ວມຍຸດທະສາດລາຍຂະແໜງລະຫວ່າງຫວຽດນາມ ແລະ ຊູແອດ ໃຫ້ເປັນຮູບປະທຳ.

ສິ່ງທີ່ໜ້າສົນໃຈແມ່ນ ທ່ານໄດ້ສະເໜີທິດທາງການຮ່ວມມືລະຫວ່າງ Ericsson ກັບນະຄອນຫາຍຟ່ອງ ແລະ ດ່ານັ້ງ ເພື່ອນຳເອົາເຕັກໂນໂລຊີ 5G ເຂົ້າໃຊ້ໃນການຜະລິດອຸດສາຫະກຳ ແລະ ການບໍລິຫານ, ດຳເນີນງານທ່າເຮືອອັດສະລິຍະ.

ທາງດ້ານ Ericsson, ການນຳກຸ່ມບໍລິສັດຖືວ່າຫວຽດນາມເປັນຄູ່ຮ່ວມມືສຳຄັນ ແລະ ຮັບຮູ້ບັນດາບາດກ້າວພັດທະນາຢ່າງວ່ອງໄວໃນຂະບວນການຜັນຂະຫຍາຍເຄືອຂ່າຍ 5G ຢູ່ຫວຽດນາມ. ກຸ່ມບໍລິສັດສະແດງຄວາມພ້ອມທີ່ຈະປະສານສົມທົບກັບບັນດາຄູ່ຮ່ວມມືຫວຽດນາມ ເພື່ອຄົ້ນຄວ້າ ແລະ ພັດທະນາການນຳໃຊ້ເຕັກໂນໂລຊີນີ້ເພີ່ມຕື່ມ.

ເຊື່ອມຕໍ່ຊັບພະຍາກອນປັນຍາຊົນຊາວຫວຽດນາມຢູ່ຊູແອດ

ອີກໜຶ່ງເນື້ອໃນສຳຄັນຂອງການເດີນທາງເຮັດວຽກຄັ້ງນີ້ ແມ່ນການພົບປະລະຫວ່າງທ່ານ ຈິ້ງ ວັນ ກວຽດ ກັບພະນັກງານ, ເຈົ້າໜ້າທີ່ສະຖານທູດ ແລະ ຜູ້ຕາງໜ້າປະຊາຄົມຊາວຫວຽດນາມຢູ່ຊູແອດ.

ໃນການພົບປະ, ທ່ານ ຈິ້ງ ວັນ ກວຽດ ໄດ້ຮັບຟັງທ່ານເອກອັກຄະລັດຖະທູດລາຍງານກ່ຽວກັບສະພາບສາຍພົວພັນຫວຽດນາມ - ຊູແອດ, ກິດຈະກຳຂອງອົງການຜູ້ຕາງໜ້າທາງການທູດ ແລະ ຊີວິດການເປັນຢູ່ຂອງຊາວຫວຽດນາມທີ່ກຳລັງດຳລົງຊີວິດຢູ່ປະເທດເຈົ້າພາບ.

ໂດຍຢືນຢັນແນວທາງອັນສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດ, ທ່ານເນັ້ນໜັກວ່າ ປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດແມ່ນພາກສ່ວນທີ່ບໍ່ສາມາດແຍກອອກໄດ້ ແລະ ເປັນແຫຼ່ງກຳລັງສຳຄັນຂອງຊາດຫວຽດນາມ.

ທ່ານປາຖະໜາໃຫ້ພີ່ນ້ອງຊາວຫວຽດນາມສືບຕໍ່ຮັກສາຈິດໃຈສາມັກຄີ, ພາສາຫວຽດນາມ ແລະ ເອກະລັກວັດທະນະທຳຂອງຊາດ, ເອົາໃຈໃສ່ປູກຝັງຄວາມຮັກບ້ານເກີດເມືອງນອນ ແລະ ປະເທດຊາດໃຫ້ແກ່ຄົນຮຸ່ນໜຸ່ມ.

ສຳລັບສະຖານທູດຫວຽດນາມປະຈຳຊູແອດ, ທ່ານສະເໜີໃຫ້ສືບຕໍ່ເອົາໃຈໃສ່ ແລະ ເບິ່ງແຍງຊີວິດການເປັນຢູ່ຂອງປະຊາຄົມ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບດ້ວຍກົດໝາຍ ແລະ ຊອບທຳຂອງຊາວຫວຽດນາມຢູ່ປະເທດເຈົ້າພາບ.

ຄຽງຄູ່ກັນນັ້ນ, ສະຖານທູດຄວນສົ່ງເສີມບົດບາດເປັນຂົວເຊື່ອມຕໍ່, ນຳພາຄະນະປັນຍາຊົນຊາວຫວຽດນາມຢູ່ຊູແອດໃຫ້ໃກ້ຊິດກັບບັນດາສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລ, ວິສາຫະກິດ ແລະ ທ້ອງຖິ່ນພາຍໃນປະເທດ. ຜ່ານບັນດາກິດຈະກຳເຊື່ອມຕໍ່ນີ້, ພີ່ນ້ອງຊາວຫວຽດນາມຈະມີເງື່ອນໄຂເພີ່ມຂຶ້ນໃນການນຳໃຊ້ຄວາມຮູ້ ແລະ ປະສົບການວິຊາຊີບ ເພື່ອປະກອບສ່ວນໃຫ້ແກ່ການພັດທະນາຂອງຫວຽດນາມ.

ຜູ້ຕາງໜ້າຊາວຫວຽດນາມຢູ່ຕ່າງປະເທດໄດ້ສະແດງຄວາມພາກພູມໃຈຕໍ່ບັນດາການປ່ຽນແປງໃນທາງບວກຂອງບ້ານເກີດເມືອງນອນ ແລະ ປະເທດຊາດ, ພ້ອມທັງຂອບໃຈຕໍ່ຄວາມເອົາໃຈໃສ່ທີ່ພັກ ແລະ ລັດ ມີຕໍ່ປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດ.

ຕາມການແບ່ງປັນຂອງພີ່ນ້ອງ, ປະຊາຄົມຊາວຫວຽດນາມຢູ່ຊູແອດປັດຈຸບັນມີຊີວິດການເປັນຢູ່ທີ່ໝັ້ນຄົງ, ຕັ້ງໜ້າປັບຕົວເຂົ້າກັບສັງຄົມ ແລະ ເຂົ້າຮ່ວມບັນດາກິດຈະກຳສັງຄົມຢູ່ປະເທດເຈົ້າພາບ. ນອກຈາກການຮັກສາບັນດາກິດຈະກຳທີ່ມຸ່ງສູ່ບ້ານເກີດເມືອງນອນແລ້ວ, ປະຊາຄົມຍັງໄດ້ເປັນເຈົ້າການແນະນຳວັດທະນະທຳຫວຽດນາມໃຫ້ແກ່ເພື່ອນມິດຊູແອດ.

ສິ່ງທີ່ໜ້າສົນໃຈແມ່ນ ປັນຍາຊົນຊາວຫວຽດນາມຈຳນວນໜຶ່ງຢູ່ຊູແອດໄດ້ຜັນຂະຫຍາຍບັນດາຂໍ້ລິເລີ່ມໃນຂົງເຂດສາທາລະນະສຸກ, ພະລັງງານ ແລະ ການຄາດຄະເນໄພພິບັດທຳມະຊາດ. ບັນດາປັນຍາຊົນໄດ້ສະແດງຄວາມປາຖະໜາຢາກມີໂອກາດປະກອບສ່ວນໃຫ້ແກ່ປະເທດຊາດ ຜ່ານການແບ່ງປັນ ແລະ ນຳໃຊ້ປະສົບການ ແລະ ຄວາມຮູ້ວິຊາຊີບທີ່ໄດ້ສະສົມມາ.

ການຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນຂັ້ນສູງພັກຄອມມູນິດຫວຽດນາມຢູ່ຊູແອດ ໄດ້ປະກອບສ່ວນເພີ່ມທະວີຄວາມໄວ້ວາງໃຈທາງການເມືອງ, ເສີມສ້າງມິດຕະພາບລະຫວ່າງປະຊາຊົນສອງປະເທດ, ພ້ອມທັງເປີດກວ້າງໂອກາດການຮ່ວມມືເພີ່ມຕື່ມລະຫວ່າງຫວຽດນາມ ແລະ ຊູແອດ.

ເຕັມໄປດ້ວຍຄວາມມິດຕະພາບ ຫວຽດນາມ - ລາວ ຢູ່ ຊູແອດ ເຕັມໄປດ້ວຍຄວາມມິດຕະພາບ ຫວຽດນາມ - ລາວ ຢູ່ ຊູແອດ
ຍສໝ - ທີ່ສໍານັກງານໃຫຍ່ຂອງສະຖານທູດຫວຽດນາມ ປະຈໍາ ລາຊະອານາຈັກ ຊູແອດ ຫາກໍດຳເນີນກອງປະຊຸມແລກປ່ຽນປະສົບການດ້ານການຕ່າງປະເທດ ແລະ ມິດຕະພາບລະຫວ່າງສະຖານທູດຫວຽດນາມ ແລະ ສະຖານທູດລາວ ປະຈໍາ ຊູແອັດ ເມື່ອບໍ່ດົນມານີ້.
ເຊື່ອມຕໍ່ວັດທະນະທຳ ຜ່ານສັບປະດາຮູບເງົາເດັກນ້ອຍ ຫວຽດນາມ - ຊູແອດ ເຊື່ອມຕໍ່ວັດທະນະທຳ ຜ່ານສັບປະດາຮູບເງົາເດັກນ້ອຍ ຫວຽດນາມ - ຊູແອດ
ຍສໝ - ໃນມື້ວັນທີ 1 ມິຖຸນາ 2026, ສະຖາບັນຮູບເງົາ ຫວຽດນາມ ໄດ້ຮ່ວມມືກັບ ສະຖານເອກອັກຄະລັດຖະທູດ ສະວີເດັນ ປະຈຳ ຫວຽດນາມ ຈັດຕັ້ງພິທີເປີດສາກ “ສັບປະດາຮູບເງົາເດັກນ້ອຍ ຫວຽດນາມ - ຊູແອດ” ຢູ່ທີ່ໂຮງຮູບເງົາ ຫງອກແຄ໋ງ (Ngoc Khanh) - ສັງກັດສະຖາບັນຮູບເງົາ ຫວຽດນາມ.

ດວງດີ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ