| ເກິ່ນເທີ - ອິນເດຍ ຂະຫຍາຍການຮ່ວມມືໃນຂົງເຂດທີ່ມີທ່າແຮງ ເກິ່ນເທີ ຊຸກຍູ້ການຮ່ວມມືເຕັກໂນໂລຊີສູງກັບ ສ.ເກົາຫຼີ |
ງານພົບປະຄັ້ງນີ້ຈັດຂຶ້ນໂດຍສະຫະພັນບັນດາອົງການມິດຕະພາບນະຄອນເກິ່ນເທີ ປະສານສົມທົບກັບສະມາຄົມມິດຕະພາບຫວຽດນາມ - ສະວິດ ນະຄອນເກິ່ນເທີ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງ, ເນື່ອງໃນໂອກາດສະຫຼອງຄົບຮອບ 55 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດຫວຽດນາມ - ສະວິດ (11 ຕຸລາ 1971 - 11 ຕຸລາ 2026).
ເຂົ້າຮ່ວມງານມີ ທ່ານ Werner Bardill, ຫົວໜ້າສະຖານກົງສຸນໃຫຍ່ສະຫະພັນສະວິດ ປະຈຳນະຄອນໂຮ່ຈີມິນ; ທ່ານນາງ ຫງວຽນ ທິ ຫງອກ ດຽບ, ຮອງປະທານຄະນະກຳມະການປະຊາຊົນນະຄອນເກິ່ນເທີ; ຜູ້ຕາງໜ້າບັນດາອົງການ, ສະຖາບັນ ແລະ ວິສາຫະກິດສະວິດ ພ້ອມດ້ວຍການນຳບັນດາພະແນກ ແລະ ຂະແໜງການຂອງທ້ອງຖິ່ນ.
![]() |
| ທ່ານນາງ ຫງວຽນ ທິ ຫງອກ ດຽບ, ຮອງປະທານຄະນະກຳມະການປະຊາຊົນນະຄອນເກິ່ນເທີ (ຂວາສຸດ) ແລະ ທ່ານນາງ ເລ ທິ ແທັງ ຢາງ, ປະທານສະຫະພັນບັນດາອົງການມິດຕະພາບນະຄອນເກິ່ນເທີ (ຊ້າຍສຸດ), ມອບດອກໄມ້ ແລະ ຂອງຂວັນທີ່ລະນຶກໃຫ້ແກ່ທ່ານກົງສຸນໃຫຍ່ສະຫະພັນສະວິດ ພ້ອມດ້ວຍພັນລະຍາ ໃນງານພົບປະ. |
ໃຫ້ບູລິມະສິດແກ່ການຮ່ວມມືດ້ານເຕັກໂນໂລຊີ, ການສຶກສາ ແລະ ເສດຖະກິດສີຂຽວ
ກ່າວຄຳເຫັນໃນງານພົບປະ, ທ່ານນາງ ຫງວຽນ ທິ ຫງອກ ດຽບ, ຮອງປະທານຄະນະກຳມະການປະຊາຊົນນະຄອນເກິ່ນເທີ ໄດ້ສະແດງຄວາມປາຖະໜາຢາກເພີ່ມທະວີການເຊື່ອມຕໍ່ກັບບັນດາຄູ່ຮ່ວມມືສະວິດ ໃນບັນດາຂົງເຂດທີ່ສອງຝ່າຍມີຈຸດແຂງ ແລະ ຄວາມຕ້ອງການຮ່ວມມື, ປະກອບມີ ວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ, ການສຶກສາ - ຝຶກອົບຮົມ, ສາທາລະນະສຸກ, ການເງິນ ແລະ ການພັດທະນາຢ່າງຍືນຍົງ.
ການນຳນະຄອນຢືນຢັນວ່າ ເກິ່ນເທີພ້ອມທີ່ຈະປະສານສົມທົບ ແລະ ສ້າງເງື່ອນໄຂອັນສະດວກໃຫ້ແກ່ບັນດາອົງການ, ສະຖາບັນ ແລະ ວິສາຫະກິດສະວິດ ໃນການຊອກຮູ້ໂອກາດ ແລະ ດຳເນີນບັນດາໂຄງການ, ແຜນງານຮ່ວມມືຢູ່ທ້ອງຖິ່ນ.
ທ່ານ Werner Bardill, ຫົວໜ້າສະຖານກົງສຸນໃຫຍ່ສະວິດ ປະຈຳນະຄອນໂຮ່ຈີມິນ ໄດ້ຕີລາຄາວ່າ ພາຍຫຼັງ 55 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ, ຫວຽດນາມ ແລະ ສະວິດ ໄດ້ສ້າງສາຍພົວພັນຄູ່ຮ່ວມມືບົນພື້ນຖານແຫ່ງຄວາມເຄົາລົບ, ການສົນທະນາ ແລະ ບັນດາຄຳໝັ້ນສັນຍາຮ່ວມກັນກ່ຽວກັບການພັດທະນາຢ່າງຍືນຍົງ.
ຕາມທ່ານ, ການລົງນາມໃນສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ ສະມາຄົມການຄ້າເສລີເອີຣົບ (EFTA), ເຊິ່ງປະກອບມີ ສະວິດ, ໄອສແລນ, ເລັກເຕນສະເຕນ ແລະ ນອກແວ, ໄດ້ສ້າງໂອກາດເພີ່ມຂຶ້ນໃນການຂະຫຍາຍການຮ່ວມມືດ້ານການຄ້າ, ການລົງທຶນ ແລະ ນະວັດຕະກຳ.
ດ້ວຍທີ່ຕັ້ງເປັນສູນກາງເສດຖະກິດຂອງເຂດທົ່ງພຽງແມ່ນ້ຳຂອງ, ນະຄອນເກິ່ນເທີມີທ່າແຮງຫຼາຍໃນການຮ່ວມມືກັບສະວິດ ໃນຂົງເຂດກະສິກຳ, ການແປຮູບອາຫານ, ໂລຈິສຕິກ, ເສດຖະກິດສີຂຽວ, ນະວັດຕະກຳ ແລະ ການທ່ອງທ່ຽວຢ່າງຍືນຍົງ.
ທ່ານ Werner Bardill ໄດ້ຊຸກຍູ້ໃຫ້ອຳນາດການປົກຄອງທ້ອງຖິ່ນ, ວິສາຫະກິດ, ມະຫາວິທະຍາໄລ ແລະ ບັນດາອົງການບໍ່ຂຶ້ນກັບລັດຖະບານ ເພີ່ມທະວີການເຊື່ອມຕໍ່, ນຳໃຊ້ບັນດາໂຄງການຮ່ວມມືສອງຝ່າຍ ກໍຄືບັນດາໂອກາດຈາກສັນຍາການຄ້າເສລີຫວຽດນາມ - EFTA ໃຫ້ເກີດປະໂຫຍດ.
ການຊ່ວຍເຫຼືອຈາກສະວິດ ສະໜັບສະໜູນປະຊາຊົນເກິ່ນເທີຫຼາຍກວ່າ 442.600 ຄົນ
ສາຍພົວພັນການຮ່ວມມືລະຫວ່າງນະຄອນເກິ່ນເທີ ແລະ ບັນດາຄູ່ຮ່ວມມືສະວິດ ໄດ້ບັນທຶກຜົນສຳເລັດໃນຂົງເຂດການພັດທະນາຕົວເມືອງ, ການປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ, ການດູແລສຸຂະພາບ ແລະ ການຊ່ວຍເຫຼືອຊຸມຊົນ.
ສິ່ງທີ່ໜ້າສົນໃຈແມ່ນ ລັດຖະບານສະວິດ ໂດຍຜ່ານສຳນັກງານເລຂາທິການລັດດ້ານເສດຖະກິດຂອງສະວິດ (SECO) ໄດ້ໃຫ້ການຊ່ວຍເຫຼືອແບບບໍ່ຕ້ອງຊຳລະຄືນມູນຄ່າ 10 ລ້ານໂດລາສະຫະລັດ ເພື່ອດຳເນີນໂຄງການ “ພັດທະນານະຄອນເກິ່ນເທີ ແລະ ເພີ່ມທະວີຄວາມສາມາດໃນການປັບຕົວຂອງຕົວເມືອງ”.
ໂຄງການໄດ້ປະກອບສ່ວນປັບປຸງລະບົບໂຄງລ່າງພື້ນຖານ, ຍົກສູງຄວາມສາມາດໃນການຄວບຄຸມນ້ຳຖ້ວມ ແລະ ການປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ. ບັນດາສິ່ງກໍ່ສ້າງຄວບຄຸມນ້ຳຖ້ວມໄດ້ສ້າງປະໂຫຍດໃຫ້ແກ່ປະຊາຊົນຫຼາຍກວ່າ 442.600 ຄົນ ໃນເນື້ອທີ່ປະມານ 2.675 ເຮັກຕາ ຢູ່ເຂດໃຈກາງຕົວເມືອງ.
ນອກຈາກການຊ່ວຍເຫຼືອພັດທະນາໂຄງລ່າງພື້ນຖານແລ້ວ, ບັນດາອົງການສະວິດຍັງໄດ້ຮ່ວມເດີນທາງກັບນະຄອນເກິ່ນເທີ ໃນຂົງເຂດການສຶກສາ, ສາທາລະນະສຸກ, ການພັດທະນາຊຸມຊົນ ແລະ ການຍົກສູງຄວາມສາມາດຂອງປະຊາຊົນ.
ສະເພາະໃນປີ 2026, ນະຄອນໄດ້ອະນຸມັດການຊ່ວຍເຫຼືອ 3 ລາຍການຈາກບັນດາອົງການສະວິດ, ດ້ວຍມູນຄ່າລວມຫຼາຍກວ່າ 448.000 ໂດລາສະຫະລັດ, ໂດຍສຸມໃສ່ການປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ ແລະ ການພັດທະນາທັກສະດິຈິຕອນ.
ໃນຂົງເຂດສາທາລະນະສຸກ, ສະມາຄົມ VMA ສະວິດ ໄດ້ດຳເນີນບັນດາກິດຈະກຳຝຶກອົບຮົມ, ຊ່ວຍເຫຼືອດ້ານວິຊາການ ແລະ ອຸປະກອນການແພດໃຫ້ແກ່ໂຮງໝໍເດັກນ້ອຍນະຄອນເກິ່ນເທີ.
ພ້ອມກັນນັ້ນ, ສາຍພົວພັນການຮ່ວມມືລະຫວ່າງໂຮງໝໍ Morges (ສະວິດ) ແລະ ໂຮງໝໍທົ່ວໄປສູນກາງເກິ່ນເທີ ໄດ້ປະກອບສ່ວນຍົກສູງຄວາມສາມາດດ້ານວິຊາການ, ຄຸນນະພາບການກວດ ແລະ ປິ່ນປົວພະຍາດ ກໍຄືການດູແລສຸຂະພາບຂອງປະຊາຊົນ.
ໃນຂົງເຂດການທ່ອງທ່ຽວ, ໂຄງການພັດທະນາການທ່ອງທ່ຽວຢ່າງຍືນຍົງຂອງສະວິດຢູ່ຫວຽດນາມ (ST4SD) ໄດ້ສະໜັບສະໜູນບັນດາກິດຈະກຳທີ່ມຸ່ງສູ່ການທ່ອງທ່ຽວສີຂຽວ, ການທ່ອງທ່ຽວຊຸມຊົນ ແລະ ການທ່ອງທ່ຽວທີ່ມີຄວາມຮັບຜິດຊອບ.
ບັນດາໂຄງການເຫຼົ່ານີ້ ນອກຈາກປະກອບສ່ວນແກ້ໄຂຄວາມຕ້ອງການດ້ານການພັດທະນາຂອງທ້ອງຖິ່ນແລ້ວ, ຍັງສ້າງພື້ນຖານໃຫ້ນະຄອນເກິ່ນເທີສືບຕໍ່ຂະຫຍາຍການຮ່ວມມືກັບບັນດາອົງການ, ວິສາຫະກິດ ແລະ ຄູ່ຮ່ວມມືສະວິດ.
![]() |
| ບັນດາຜູ້ແທນຖ່າຍຮູບທີ່ລະນຶກຮ່ວມກັນ ໃນງານພົບປະສະຫຼອງຄົບຮອບ 55 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດຫວຽດນາມ - ສະວິດ. |
ຍ້ອງຍໍການປະກອບສ່ວນຂອງບັນດາອົງການມິດຕະພາບ ແລະ ຄູ່ຮ່ວມມືສະວິດ
ໃນຂອບເຂດງານພົບປະ, ມູນນິທິ Dariu (The Dariu Foundation) ໄດ້ຮັບໃບຍ້ອງຍໍຈາກປະທານຄະນະກຳມະການປະຊາຊົນນະຄອນເກິ່ນເທີ ເນື່ອງຈາກມີການປະກອບສ່ວນໃນວຽກງານສະຫວັດດີການສັງຄົມຢູ່ທ້ອງຖິ່ນ ໃນໄລຍະປີ 2018-2025.
ຄະນະຈັດງານຍັງໄດ້ມອບຂອງຂວັນເພື່ອສະແດງຄວາມຮູ້ບຸນຄຸນແກ່ບັນດາພະນັກງານ, ແພດໝໍ ແລະ ສະມາຊິກຄະນະບໍລິຫານງານສະມາຄົມມິດຕະພາບຫວຽດນາມ - ສະວິດ ນະຄອນເກິ່ນເທີ ທີ່ມີການປະກອບສ່ວນຫຼາຍໃນການບຳລຸງສ້າງມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ.
ບັນດາຜູ້ແທນຍັງໄດ້ຢ້ຽມຊົມງານວາງສະແດງຮູບພາບ, ຮັບຊົມບັນດາລາຍການສິລະປະ, ຊົມວິດີໂອ ແລະ ຮັບຟັງການແບ່ງປັນກ່ຽວກັບຂະບວນການຮ່ວມມືດ້ານສາທາລະນະສຸກລະຫວ່າງນະຄອນເກິ່ນເທີ ແລະ ບັນດາຄູ່ຮ່ວມມືສະວິດ.
ຜ່ານກິດຈະກຳພົບປະ, ແລກປ່ຽນ ແລະ ຮັບຮູ້ບັນດາຜົນສຳເລັດດ້ານການຮ່ວມມືທີ່ໄດ້ຮັບ, ງານພົບປະຄັ້ງນີ້ໄດ້ປະກອບສ່ວນເພີ່ມທະວີການເຊື່ອມຕໍ່ລະຫວ່າງບັນດາອົງການ, ສະຖາບັນ ແລະ ປະຊາຊົນສອງປະເທດ, ພ້ອມທັງເປີດໂອກາດໃໝ່ໃນການຮ່ວມມືທີ່ເປັນຮູບປະທຳໃຫ້ແກ່ນະຄອນເກິ່ນເທີໃນໄລຍະຕໍ່ໜ້າ.
ຍສໝ - ມູນຄ່າການສົ່ງອອກບັນລຸລື່ນກາຍ 3 ຕື້ໂດລາສະຫະລັດ, ຂະແໜງການທ່ອງທ່ຽວຕ້ອນຮັບນັກທ່ອງທ່ຽວຫຼາຍກວ່າ 7,5 ລ້ານເທື່ອຄົນ, ເນື້ອທີ່ການຜະລິດເຂົ້າຄຸນນະພາບສູງໄດ້ຮັບການຂະຫຍາຍຕົວຫຼາຍກວ່າ 170.000 ເຮັກຕາ, ແລະ ອາຄານ-ເນື້ອທີ່ດິນຂອງລັດທີ່ເຫຼືອໃຊ້ຫຼາຍຮ້ອຍແຫ່ງໄດ້ຖືກນຳເຂົ້າມາຂຸດຄົ້ນ ແລະ ນຳໃຊ້ຢ່າງມີປະສິດທິຜົນ. ບັນດາໝາກຜົນໃນທາງບວກພາຍໃນໄລຍະເຄິ່ງຕົ້ນປີ 2026 ນີ້ ພວມສ້າງພື້ນຖານອັນໜັກແໜ້ນ ເພື່ອໃຫ້ນະຄອນ ເກິ່ນເທີ ເລັ່ງຄວາມໄວພາຍໃດການຫັນຄາດໝາຍການເຕີບໂຕທາງດ້ານເສດຖະກິດໃນລະດັບ 2 ຕົວເລກພາຍໃນປີນີ້ໃຫ້ປະກົດຜົນເປັນຈິງ. |
ຍສໝ - ຕອນຄ່ຳວັນທີ 18 ມິຖຸນາ, ຢູ່ສວນສາທາລະນະທ່າເຮືອ ນິງກ່ຽວ, ສູນສົ່ງເສີມການລົງທຶນ - ການຄ້າ ແລະ ການທ່ອງທ່ຽວນະຄອນ ເກິ່ນເທີ ຮ່ວມກັບບັນດາກົມກອງທີ່ກ່ຽວຂ້ອງ ໄດ້ຈັດພິທີເປີດສັບປະດາວັດທະນະທຳ - ການທ່ອງທ່ຽວ ເກິ່ນເທີ ປະຈຳປີ 2026 ພາຍໃຕ້ຫົວຂໍ້ “ໄຕໂດ ສີສັນແຫ່ງລະດູຮ້ອນ”. ງານດັ່ງກ່າວເປັນກິດຈະກຳທີ່ສະທ້ອນເອກະລັກວັດທະນະທຳເຂດແມ່ນ້ຳລຳເຊຂອງພາກຕາເວັນຕົກພາກໃຕ້ (ທົ່ງພຽງແມ່ນ້ຳຂອງ) ແລະ ຄາດວ່າຈະກາຍເປັນຈຸດເດັ່ນສຳຄັນຂອງການທ່ອງທ່ຽວນະຄອນໃນລະດູຮ້ອນປີນີ້. |
ຄຳສີ

