ຫວຽດນາມ - ເດນມາກ ຂະຫຍາຍການຮ່ວມມືດ້ານການພັດທະນາສີຂຽວ

11:06 | 12/11/2026

ຍສໝ - ຕອນບ່າຍວັນທີ 11 ພະຈິກ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ແລະ ສະມາຄົມມິດຕະພາບຫວຽດນາມ - ເດນມາກ ໄດ້ຈັດພິທີລະນຶກຄົບຮອບ 55 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດລະຫວ່າງສອງປະເທດ ພາຍໃຕ້ຫົວຂໍ້ “ການຮ່ວມມືເພື່ອອະນາຄົດສີຂຽວ”. ນີ້ເປັນໂອກາດເພື່ອທົບທວນຄືນບັນດາຂີດໝາຍສຳຄັນໃນສາຍພົວພັນສອງຝ່າຍ ແລະ ແລກປ່ຽນທິດທາງການຮ່ວມມື ພາຍຫຼັງສອງປະເທດຍົກລະດັບສາຍພົວພັນຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານ.

ຫວຽດນາມ - ຊູແອດ ຂະຫຍາຍການຮ່ວມມືດ້ານເຕັກໂນໂລຊີ, ການສຶກສາ ແລະ ການແລກປ່ຽນປະຊາຊົນ ຫວຽດນາມ - ອານເຊຣີ ຂະຫຍາຍການຮ່ວມມືໃນຫຼາຍຂົງເຂດ

ເຂົ້າຮ່ວມລາຍການມີທ່ານນາງ ຫງວຽນ ທິ ທູ ຢາງ, ຮອງປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ; ທ່ານ ເລ ກົງ ແທ່ງ, ອະດີດຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ປະທານສະມາຄົມມິດຕະພາບຫວຽດນາມ - ເດນມາກ; ທ່ານນາງ Lina Gandløse Hansen, ເອກອັກຄະລັດຖະທູດເດນມາກປະຈຳຫວຽດນາມ; ທ່ານ ຫງວຽນ ເລ ແທງ, ເອກອັກຄະລັດຖະທູດຫວຽດນາມປະຈຳເດນມາກ (ເຂົ້າຮ່ວມທາງອອນລາຍ), ພ້ອມດ້ວຍຜູ້ຕາງໜ້າສະຖານທູດຂອງສອງປະເທດ ແລະ ນັກສຶກສາຈຳນວນຫຼາຍຈາກມະຫາວິທະຍາໄລຊັບພະຍາກອນ ແລະ ສິ່ງແວດລ້ອມ.

ຫວຽດນາມ - ເດນມາກ ຂະຫຍາຍການຮ່ວມມືດ້ານການພັດທະນາສີຂຽວ
ທ່ານນາງ ຫງວຽນ ທິ ທູ ຢາງ, ຮອງປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ກ່າວເປີດພິທີ.

55 ປີ ແຫ່ງການທະນຸບຳລຸງສາຍພົວພັນມິດຕະພາບ ແລະ ການຮ່ວມມື

ກ່າວປາໄສໃນພິທີ, ທ່ານນາງ ຫງວຽນ ທິ ທູ ຢາງ, ຮອງປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຢືນຢັນວ່າ ມິດຕະພາບ, ຄວາມເຂົ້າໃຈ ແລະ ຄວາມໄວ້ວາງໃຈເຊິ່ງກັນ ແລະ ກັນ ແມ່ນພື້ນຖານທີ່ດຳລົງຢູ່ຕະຫຼອດໃນສາຍພົວພັນຫວຽດນາມ - ເດນມາກ. ວັນທີ 25 ພະຈິກ 1971, ໃນຂະນະທີ່ຫວຽດນາມຍັງຢູ່ໃນຊຸມປີແຫ່ງການຕໍ່ສູ້ຕ້ານສັດຕູ, ເດນມາກໄດ້ກາຍເປັນໜຶ່ງໃນບັນດາປະເທດຕາເວັນຕົກທຳອິດທີ່ສ້າງຕັ້ງສາຍພົວພັນການທູດກັບຫວຽດນາມ. ຂີດໝາຍນີ້ສະແດງເຖິງນ້ຳໃຈສາມັກຄີ ແລະ ການສະໜັບສະໜູນອັນລ້ຳຄ່າທີ່ປະຊາຊົນເດນມາກມອບໃຫ້ແກ່ຫວຽດນາມ.

ພາຍຫຼັງ 55 ປີ, ການຮ່ວມມືລະຫວ່າງສອງປະເທດໄດ້ມີບາດກ້າວພັດທະນາຢ່າງສຳຄັນ, ຫັນປ່ຽນຈາກສາຍພົວພັນການຊ່ວຍເຫຼືອຝ່າຍດຽວ ມາເປັນການຮ່ວມມືຫຼາຍຂົງເຂດທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ລວມມີການຄ້າ, ການລົງທຶນ, ການສຶກສາ, ສາທາລະນະສຸກ, ພະລັງງານ ແລະ ການແລກປ່ຽນລະຫວ່າງປະຊາຊົນ. ໂດຍສະເພາະ, ການຍົກລະດັບສາຍພົວພັນຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານໃນເດືອນຕຸລາຜ່ານມາ ເນື່ອງໃນໂອກາດການຢ້ຽມຢາມຂອງທ່ານ ໂຕ ເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ໄດ້ສ້າງຂອບການຮ່ວມມືໃໝ່ເພື່ອໃຫ້ສອງຝ່າຍດຳເນີນການຮ່ວມມືຢ່າງເປັນຮູບປະທຳ, ຍືນຍົງ ແລະ ຕອບສະໜອງຜົນປະໂຫຍດໄລຍະຍາວຂອງປະຊາຊົນສອງປະເທດ.

ທ່ານນາງ ຫງວຽນ ທິ ທູ ຢາງ ໃຫ້ຮູ້ວ່າ ປັດຈຸບັນ ເດນມາກແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນຂອງຫວຽດນາມຢູ່ເອີຣົບ, ໂດຍມີວິສາຫະກິດຫຼາຍກວ່າ 150 ແຫ່ງພວມດຳເນີນກິດຈະການຢູ່ຫວຽດນາມ. ໃນນັ້ນ, ການຫັນປ່ຽນສີຂຽວແມ່ນຂົງເຂດຮ່ວມມືທີ່ໂດດເດັ່ນ, ໂດຍສຸມໃສ່ການພັດທະນາພະລັງງານທົດແທນ, ເສດຖະກິດໝູນວຽນ, ກະສິກຳອັດສະລິຍະ ແລະ ການຮັບມືກັບການປ່ຽນແປງດິນຟ້າອາກາດ.

ກ່ຽວກັບທິດທາງໃນໄລຍະຕໍ່ໄປ, ທ່ານນາງໄດ້ສະແດງຄວາມປາຖະໜາໃຫ້ສອງປະເທດຂຸດຄົ້ນທ່າແຮງການຮ່ວມມືເພີ່ມຕື່ມໃນການພັດທະນາໂຄງລ່າງພື້ນຖານຍຸດທະສາດ, ທ່າເຮືອ, ໂລຈິສຕິກ, ການຂົນສົ່ງທາງທະເລສີຂຽວ ແລະ ການເຊື່ອມຕໍ່ຕ່ອງໂສ້ການສະໜອງ.

ແບ່ງປັນໃນງານ, ທ່ານນາງ Lina Gandløse Hansen, ເອກອັກຄະລັດຖະທູດເດນມາກປະຈຳຫວຽດນາມ ໄດ້ທົບທວນຄືນຂະບວນການຮ່ວມມືລະຫວ່າງສອງປະເທດ, ເລີ່ມຈາກບັນດາເງິນກູ້ຂອງລັດ ແລະ ການຊ່ວຍເຫຼືອເພື່ອການພັດທະນາທີ່ເດນມາກມອບໃຫ້ຫວຽດນາມໃນຊຸມທົດສະວັດທຳອິດຫຼັງສ້າງຕັ້ງສາຍພົວພັນການທູດ, ເຊິ່ງສ່ວນໃຫຍ່ແນໃສ່ການຟື້ນຟູພື້ນຖານໂຄງລ່າງ ແລະ ການຜະລິດ. ບົນພື້ນຖານນັ້ນ, ບັນດາກິດຈະກຳຮ່ວມມືໄດ້ຄ່ອຍໆຂະຫຍາຍໄປສູ່ຂົງເຂດກະສິກຳ, ການປະມົງ, ສາທາລະນະສຸກ, ພະລັງງານ ແລະ ຫຼາຍຂົງເຂດອື່ນໆ.

ທ່ານນາງເອກອັກຄະລັດຖະທູດ ໄດ້ເນັ້ນໜັກເປັນພິເສດເຖິງຄວາມໝາຍຂອງການຢ້ຽມຢາມລະດັບລັດຢູ່ເດນມາກຂອງທ່ານ ໂຕ ເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ໃນເດືອນຕຸລາຜ່ານມາ. ໃນລະຫວ່າງການຢ້ຽມຢາມ, ບັນດາວິສາຫະກິດສອງປະເທດໄດ້ລົງນາມໃນ 15 ຂໍ້ຕົກລົງຮ່ວມມື, ຄຽງຄູ່ກັບ 7 ບົດບັນທຶກຄວາມເຂົ້າໃຈທີ່ໄດ້ລົງນາມລະຫວ່າງບັນດາອົງການລັດຖະບານ.

“ບໍ່ພຽງແຕ່ບັນດາວິສາຫະກິດເດນມາກທີ່ປາຖະໜາຂະຫຍາຍການດຳເນີນງານຢູ່ຫວຽດນາມເທົ່ານັ້ນ, ການຢ້ຽມຢາມຍັງສະແດງໃຫ້ເຫັນເຖິງຄວາມສົນໃຈຢ່າງແຮງກ້າຂອງຄະນະຜູ້ນຳທາງການເມືອງສອງປະເທດ ຕໍ່ການເພີ່ມທະວີການແລກປ່ຽນ ແລະ ການພົວພັນສອງຝ່າຍ”, ທ່ານນາງເອກອັກຄະລັດຖະທູດຢືນຢັນ.

ຕາມທ່ານນາງ Lina Gandløse Hansen, ການສ້າງຕັ້ງສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ໄດ້ເປີດໄລຍະພັດທະນາໃໝ່ໃນສາຍພົວພັນສອງປະເທດ. ຄຽງຄູ່ກັບການສືບຕໍ່ສົ່ງເສີມປະສິດທິຜົນການຮ່ວມມືໃນບັນດາຂົງເຂດມູນເຊື້ອ, ຫວຽດນາມ ແລະ ເດນມາກ ຍັງມີເງື່ອນໄຂເພີ່ມຕື່ມໃນການຂະຫຍາຍການຮ່ວມມືດ້ານເຕັກໂນໂລຊີໃໝ່, ນະວັດຕະກຳ, ການຄົ້ນຄວ້າ, ການປ້ອງກັນຊາດ ແລະ ຄວາມໝັ້ນຄົງ.

ຫວຽດນາມ - ເດນມາກ ຂະຫຍາຍການຮ່ວມມືດ້ານການພັດທະນາສີຂຽວ
ບັນດາຜູ້ແທນປຶກສາຫາລືກ່ຽວກັບໂອກາດການຮ່ວມມືໃນຂົງເຂດການຫັນປ່ຽນສີຂຽວ.

ສ້າງແຮງຂັບເຄື່ອນໃໝ່ໃຫ້ແກ່ສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ

ກ່າວປາໄສທາງອອນລາຍຈາກເດນມາກ, ທ່ານ ຫງວຽນ ເລ ແທງ, ເອກອັກຄະລັດຖະທູດຫວຽດນາມປະຈຳເດນມາກ ໄດ້ທົບທວນຄືນຂະບວນການພັດທະນາສາຍພົວພັນສອງຝ່າຍຜ່ານບັນດາຂີດໝາຍສຳຄັນ. ສອງປະເທດໄດ້ສ້າງຕັ້ງຄູ່ຮ່ວມຍຸດທະສາດດ້ານການຮັບມືກັບການປ່ຽນແປງດິນຟ້າອາກາດ, ພະລັງງານ, ສິ່ງແວດລ້ອມ ແລະ ການເຕີບໂຕສີຂຽວ ໃນປີ 2011; ຄູ່ຮ່ວມຮອບດ້ານໃນປີ 2013; ຄູ່ຮ່ວມຍຸດທະສາດສີຂຽວໃນປີ 2023 ແລະ ຍົກລະດັບຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານຢ່າງເປັນທາງການໃນວັນທີ 20 ຕຸລາ 2026.

ດ້ວຍບາດກ້າວພັດທະນານີ້, ເດນມາກໄດ້ກາຍເປັນປະເທດເອີຣົບເໜືອທຳອິດ ແລະ ເປັນປະເທດທີສອງໃນສະຫະພາບເອີຣົບ (EU) ທີ່ສ້າງຕັ້ງສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານກັບຫວຽດນາມ.

ກ່າວເຖິງຜົນການຮ່ວມມືດ້ານເສດຖະກິດ, ທ່ານເອກອັກຄະລັດຖະທູດ ຫງວຽນ ເລ ແທງ ໃຫ້ຮູ້ວ່າ ມູນຄ່າການຄ້າສອງຝ່າຍໃນ 9 ເດືອນຕົ້ນປີ 2026 ເພີ່ມຂຶ້ນປະມານ 35% ເມື່ອທຽບກັບໄລຍະດຽວກັນຂອງປີກ່ອນ, ບັນລຸລະດັບເທົ່າກັບ 93% ຂອງມູນຄ່າການຄ້າຕະຫຼອດປີ 2025. ຜົນສຳເລັດນີ້ສ້າງເງື່ອນໄຂອັນສະດວກໃຫ້ສອງປະເທດສືບຕໍ່ມຸ່ງສູ່ເປົ້າໝາຍຍົກມູນຄ່າການຄ້າສອງຝ່າຍໃຫ້ບັນລຸ 1 ຕື້ໂດລາສະຫະລັດ.

ກ່ຽວກັບການລົງທຶນ, ປັດຈຸບັນ ເດນມາກມີ 180 ໂຄງການທີ່ຍັງມີຜົນບັງຄັບໃຊ້ຢູ່ຫວຽດນາມ, ດ້ວຍຍອດທຶນຈົດທະບຽນລວມເກືອບ 2,5 ຕື້ໂດລາສະຫະລັດ. ວິສາຫະກິດເດນມາກຫຼາຍກວ່າ 150 ແຫ່ງພວມດຳເນີນກິດຈະການຢູ່ຫວຽດນາມ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ, ປັບປຸງຄວາມສາມາດໃນການແຂ່ງຂັນ ແລະ ຊຸກຍູ້ຂະບວນການຫັນປ່ຽນສີຂຽວ.

ທ່ານເອກອັກຄະລັດຖະທູດ ຍັງໄດ້ກ່າວເຖິງບັນດາກິດຈະກຳທີ່ສອງປະເທດດຳເນີນການທັນທີພາຍຫຼັງການຢ້ຽມຢາມລະດັບລັດຂອງທ່ານ ໂຕ ເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ. ພຽງໜຶ່ງອາທິດຫຼັງການຢ້ຽມຢາມ, ຫວຽດນາມ ແລະ ເດນມາກ ໄດ້ດຳເນີນການປະຊຸມຄະນະກຳມະການຮ່ວມລະຫວ່າງລັດຖະບານວ່າດ້ວຍການຄ້າ, ການລົງທຶນ ແລະ ວິທະຍາສາດ - ເຕັກນິກ, ພ້ອມທັງດຳເນີນບັນດາກິດຈະກຳຮ່ວມມືກ່ຽວກັບໂຮງໝໍອັດສະລິຍະ, ສາທາລະນະສຸກດິຈິຕອນ ແລະ ນະວັດຕະກຳເຕັກໂນໂລຊີຈຸລິນຊີ.

ຕາມທ່ານເອກອັກຄະລັດຖະທູດ ຫງວຽນ ເລ ແທງ, ບັນດາກິດຈະກຳເຫຼົ່ານີ້ສະແດງເຖິງຄວາມພະຍາຍາມໃນການຫັນບັນດາຂໍ້ຕົກລົງລະດັບສູງໃຫ້ເປັນຮູບປະທຳ, ຜ່ານນັ້ນສ້າງແຮງຂັບເຄື່ອນເພີ່ມຕື່ມໃຫ້ແກ່ສາຍພົວພັນຮ່ວມມືສອງຝ່າຍໃນໄລຍະໃໝ່.

ບໍ່ພຽງແຕ່ໃນຂົງເຂດການເມືອງ ແລະ ເສດຖະກິດເທົ່ານັ້ນ, ການແລກປ່ຽນລະຫວ່າງປະຊາຊົນສອງປະເທດກໍໄດ້ບັນທຶກບັນດາການປ່ຽນແປງໃນທາງບວກ. ການເປີດນຳໃຊ້ເສັ້ນທາງບິນກົງ ນະຄອນໂຮ່ຈິມິນ - ໂຄເປນຮາເກນ ນັບແຕ່ເດືອນທັນວາ 2025 ໄດ້ສ້າງຄວາມສະດວກຫຼາຍຂຶ້ນໃຫ້ແກ່ກິດຈະກຳການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ.

ໃນປີ 2025, ຫວຽດນາມໄດ້ຕ້ອນຮັບນັກທ່ອງທ່ຽວເດນມາກເກືອບ 40.000 ເທື່ອຄົນ. ໃນ 8 ເດືອນຕົ້ນປີ 2026, ຈຳນວນນັກທ່ອງທ່ຽວຈາກປະເທດເອີຣົບເໜືອແຫ່ງນີ້ທີ່ເດີນທາງມາຫວຽດນາມໄດ້ລື່ນກາຍ 30.000 ເທື່ອຄົນ.

ທ່ານເອກອັກຄະລັດຖະທູດ ຫງວຽນ ເລ ແທງ ຢືນຢັນວ່າ ສະຖານທູດຫວຽດນາມປະຈຳເດນມາກ ພ້ອມທີ່ຈະຮ່ວມເດີນທາງ ແລະ ປະສານສົມທົບກັບບັນດາອົງການມິດຕະພາບຂອງສອງປະເທດ ເພື່ອດຳເນີນບັນດາຂໍ້ລິເລີ່ມດ້ານການແລກປ່ຽນ, ການເຊື່ອມຕໍ່ ແລະ ການຮ່ວມມືຢ່າງເປັນຮູບປະທຳ, ປະກອບສ່ວນສ້າງພື້ນຖານຄວາມສຳພັນລະຫວ່າງປະຊາຊົນທີ່ໝັ້ນຄົງ ໃຫ້ແກ່ສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ.

ໃນພິທີດັ່ງກ່າວ, ທ່ານ ເລ ກົງ ແທ່ງ, ປະທານສະມາຄົມມິດຕະພາບຫວຽດນາມ - ເດນມາກ ໄດ້ໃຫ້ຄວາມເຫັນວ່າ ການຍົກລະດັບສາຍພົວພັນສອງຝ່າຍຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານ ບໍ່ພຽງແຕ່ເປັນຂີດໝາຍແຫ່ງບາດກ້າວພັດທະນາດ້ານການເມືອງເທົ່ານັ້ນ, ແຕ່ຍັງສືບຕໍ່ຢືນຢັນຖານະຂອງການຫັນປ່ຽນສີຂຽວໃນບັນດາບູລິມະສິດການຮ່ວມມືຍຸດທະສາດໄລຍະຍາວລະຫວ່າງສອງປະເທດ.

ຕາມທ່ານ ເລ ກົງ ແທ່ງ, ເຖິງແມ່ນວ່າຫວຽດນາມ ແລະ ເດນມາກ ມີເງື່ອນໄຂ ແລະ ລະດັບການພັດທະນາທີ່ແຕກຕ່າງກັນ, ແຕ່ສອງປະເທດລ້ວນແຕ່ມີຄວາມຮັບຮູ້ຮ່ວມກັນກ່ຽວກັບຄວາມຈຳເປັນໃນການປະສົມປະສານການເຕີບໂຕທາງເສດຖະກິດກັບການປົກປັກຮັກສາສິ່ງແວດລ້ອມ, ການນຳໃຊ້ຊັບພະຍາກອນທຳມະຊາດຢ່າງປະຢັດ ແລະ ມີປະສິດທິຜົນ ພ້ອມທັງປັບປຸງຄຸນນະພາບຊີວິດຂອງປະຊາຊົນ.

ເດນມາກມີປະສົບການຫຼາຍໃນການຫັນປ່ຽນພະລັງງານ, ການພັດທະນາເສດຖະກິດໝູນວຽນ ແລະ ການສ້າງບັນດາຮູບແບບການພັດທະນາທີ່ຍືນຍົງ. ໃນຂະນະດຽວກັນ, ຫວຽດນາມພວມສຸມໃສ່ການປ່ຽນໃໝ່ຮູບແບບການເຕີບໂຕ, ຮັບມືຢ່າງຕັ້ງໜ້າກັບການປ່ຽນແປງດິນຟ້າອາກາດ ແລະ ປະຕິບັດຄຳໝັ້ນສັນຍາບັນລຸລະດັບການປ່ອຍອາຍແກັສສຸດທິເທົ່າກັບ “0” ໃນປີ 2050.

ຕາມທ່ານ, ຄວາມຄ້າຍຄືກັນໃນເປົ້າໝາຍການພັດທະນາ ພ້ອມດ້ວຍບັນດາຈຸດແຂງທີ່ສາມາດເສີມຊ່ວຍເຊິ່ງກັນ ແລະ ກັນ ແມ່ນພື້ນຖານໃຫ້ສອງປະເທດຂະຫຍາຍການຮ່ວມມືໃນການສ້າງນະໂຍບາຍ, ການຝຶກອົບຮົມຊັບພະຍາກອນມະນຸດ, ການຖ່າຍທອດເຕັກໂນໂລຊີ, ການດຶງດູດການລົງທຶນ ແລະ ການປະຕິບັດບັນດາຂໍ້ລິເລີ່ມພັດທະນາສີຂຽວ.

ໃນຂອບເຂດພິທີລະນຶກ, ບັນດາຊ່ຽວຊານໄດ້ແລກປ່ຽນ ແລະ ປຶກສາຫາລືກ່ຽວກັບໂອກາດ ແລະ ສິ່ງທ້າທາຍທີ່ເກີດຂຶ້ນໃນຂະບວນການຫັນປ່ຽນສີຂຽວ. ກິດຈະກຳດັ່ງກ່າວໄດ້ຮັບຄວາມສົນໃຈຈາກນັກສຶກສາຈຳນວນຫຼາຍຂອງມະຫາວິທະຍາໄລຊັບພະຍາກອນ ແລະ ສິ່ງແວດລ້ອມຮ່າໂນ້ຍ.

ນອກຈາກຄວາມໝາຍໃນການລະນຶກເຖິງໄລຍະທາງ 55 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດແລ້ວ, ລາຍການຍັງໄດ້ສ້າງໂອກາດໃນການເຊື່ອມຕໍ່ລະຫວ່າງບັນດາອົງການ, ອົງກອນ, ຊ່ຽວຊານ ແລະ ຄົນຮຸ່ນໜຸ່ມຂອງສອງປະເທດ. ຜ່ານນັ້ນ, ບັນດາຂໍ້ລິເລີ່ມຮ່ວມມືທີ່ເປັນຮູບປະທຳໄດ້ຮັບການຊຸກຍູ້ໃຫ້ກໍ່ຕົວຂຶ້ນ, ປະກອບສ່ວນເຂົ້າໃນເປົ້າໝາຍການພັດທະນາສີຂຽວ ແລະ ຍືນຍົງຂອງຫວຽດນາມ ແລະ ເດນມາກ ໃນໄລຍະຕໍ່ໄປ.

ຫວຽດນາມ - ອົດສະຕຣາລີ ຂະຫຍາຍການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ອົດສະຕຣາລີ ຂະຫຍາຍການຮ່ວມມືດ້ານປ້ອງກັນຊາດ
ຍສໝ - ວັນທີ 9 ພະຈິກ, ທີ່ຮ່າໂນ້ຍ, ຫວຽດນາມ ແລະ ອົດສະຕຣາລີ ໄດ້ຈັດການສົນທະນານະໂຍບາຍປ້ອງກັນຊາດຄັ້ງທີ 9, ເພື່ອແລກປ່ຽນບັນດາມາດຕະການຜັນຂະຫຍາຍການຮ່ວມມືສອງຝ່າຍ, ໃນນັ້ນມີການຮັກສາສັນຕິພາບຂອງສະຫະປະຊາຊາດ ແລະ ການແກ້ໄຂຜົນກະທົບຈາກສົງຄາມ.
ສະມາຄົມມິດຕະພາບຫວຽດນາມ - ລາວ ສົ່ງຄຳອວຍພອນເຖິງການນຳສະມາຄົມຝ່າຍລາວ ສະມາຄົມມິດຕະພາບຫວຽດນາມ - ລາວ ສົ່ງຄຳອວຍພອນເຖິງການນຳສະມາຄົມຝ່າຍລາວ
ຍສໝ - ວັນທີ 9 ພະຈິກ, ທ່ານ ຫງວຽນ ດັກ ວິງ, ປະທານສູນກາງສະມາຄົມມິດຕະພາບຫວຽດນາມ - ລາວ ໄດ້ສົ່ງຈົດໝາຍອວຍພອນເຖິງທ່ານນາງ ສູນທອນ ໄຊຍະຈັກ ໃນໂອກາດຮັບໜ້າທີ່ເປັນປະທານສູນກາງສະມາຄົມມິດຕະພາບລາວ - ຫວຽດນາມ, ພ້ອມທັງສະແດງຄວາມປາຖະໜາໃຫ້ສອງສະມາຄົມສືບຕໍ່ປະສານສົມທົບກັນໃນບັນດາກິດຈະກຳມິດຕະພາບ.

ດວງດີ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ