ຊຸກຍູ້ການຮ່ວມມືຮອບດ້ານ ຫວຽດນາມ - ອີຕາລີ: ມຸ່ງໄປສູ່ບັນດາຂີດໝາຍການເຕີບໂຕໃໝ່

21:39 | 09/11/2026

ຍສໝ - ຫວ່າງໂຄ່ງນີ້, ການປຶກສາຫາລືການເມືອງ ຂັ້ນຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ - ອີຕາລີ ຄັ້ງທີ 7 ໄດ້ດຳເນີນໄປຢ່າງສໍາເລັດຜົນ ຢູ່ Rome. ເຫດການ ບໍ່ພຽງແຕ່ສ້າງຂີດໝາຍການທົບທວນທີ່ສຳຄັນ ໃນສາຍພົວພັນສອງຝ່າຍ ເທົ່ານັ້ນ, ແຕ່ຍັງເປີດອອກຫຼາຍທິດທາງການຮ່ວມມືໃໝ່ ກ່ຽວກັບເສດຖະກິດ, ພະລັງງານສີຂຽວ, ປ້ອງກັນຊາດ ແລະ ວັດທະນະທຳ - ການສຶກສາ.

50 ປີແຫ່ງການພົວພັນຫວຽດນາມ - ອີຕາລີ: ຂົວເຊື່ອມຕໍ່ວັດທະນະທຳຂອງປະຊາຊົນສອງປະເທດ ການແລກປ່ຽນລະຫວ່າງນັກຮຽນ ຮ່ວມກັນສ້າງສາມິດຕະພາບຫວຽດນາມ - ອີຕາລີ
ຊຸກຍູ້ການຮ່ວມມືຮອບດ້ານ ຫວຽດນາມ - ອີຕາລີ: ມຸ່ງໄປສູ່ບັນດາຂີດໝາຍການເຕີບໂຕໃໝ່

ຮອງລັດຖະມົນຕີກະຊວງການຕ່າງປະເທດ ເລ ທີ ທູ ຮັງ ແລະ ຮອງລັດຖະມົນຕີກະຊວງການຕ່າງປະເທດ ອີຕາລີ ມາຣີອາ ຕຣີໂປດີ

ວັນທີ 02/11, ການປຶກສາຫາລືການເມືອງ ຄັ້ງທີ 7 ຂັ້ນຮອງລັດຖະມົນຕີກະຊວງການຕ່າງປະເທດ ລະຫວ່າງ ຫວຽດນາມ ແລະ ອີຕາລີ ໄດ້ດຳເນີນໄປຢູ່ທີ່ ສຳນັກງານກະຊວງການຕ່າງປະເທດ ອີຕາລີ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານນາງ ເລທິທູຮັງ) ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ແລະ ທ່ານນາງ ມາເຣຍ ຕຣີໂປດີ ຮອງລັດຖະມົນຕີກະຊວງການຕ່າງປະເທດ ອີຕາລີ.

ຕີລາຄາກ່ຽວກັບພາບພົດການຮ່ວມມືດ້ານເສດຖະກິດ, ທ່ານນາງຮອງລັດຖະມົນຕີ ເລ ທິ ທູ ຮັງ ສະແດງຄວາມປິຕິຊົມຊື່ນ ເມື່ອມູນຄ່າການຄ້າສອງຝ່າຍ ໃນປີ 2025 ໄດ້ບັນລຸຂີດໝາຍປະຫວັດສາດ 7,3 ຕື້ USD, ຫຼາຍກວ່າເປົ້າໝາຍ 7 ຕື້ USD ທີ່ສອງປະເທດ ໄດ້ກຳນົດໄວ້ ແຕ່ປີ 2023. ເພື່ອຮັກສາຈັງຫວະການບຸກທະລຸນີ້, ຫົວໜ້າຄະນະ ຫວຽດນາມ ສະເໜີໃຫ້ສອງຝ່າຍ ຂຸດຄົ້ນຢ່າງມີປະສິດທິຜົນກວ່າອີກ ສົນທິສັນຍາການຄ້າເສລີ ສະຫະພາບເອີຣົບ - ຫວຽດນາມ (EVFTA).

ກໍ່ໃນການພົບປະເຮັດວຽກ, ທ່ານນາງຮອງລັດຖະມົນຕີ ເລທິທູຮັງ ໄດ້ສະເໜີໃຫ້ຝ່າຍ ອີຕາລີ ໜູນຊ່ວຍຊຸກຍູ້ ຄະນະກຳມາທິການເອີຣົບ (EC) ຍົກເລີກ “ໃບເຫຼືອງ” IUU ຕໍ່ກັບຜະລິດຕະພັນອາຫານທະເລ ຫວຽດນາມ, ພ້ອມດຽວກັນນັ້ນ ກໍ່ຂົນຂວາຍ 5 ປະເທດສະມາຊິກ EU ທີ່ຍັງເຫຼືອ ໃຫ້ຮີບຮ້ອນສຳເລັດການໃຫ້ສັດຕະຍາບັນ ສົນທິສັນຍາປ້ອງກັນການລົງທຶນ (EVIPA).

ເຫັນດີກັບບັນດາຄຳເຫັນຈາກຝ່າຍ ຫວຽດນາມ, ທ່ານນາງຮອງລັດຖະມົນຕີ ມາເຣຍ ຕຣີໂປດີ ສະແດງຄວາມພໍໃຈ ຕໍ່ກັບບັນດາຜົນງານການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງ ສອງປະເທດ ໃນໄລຍະຜ່ານມາ. ທ່ານນາງ ເນັ້ນໜັກວ່າ ອີຕາລີ ສະໜັບສະໜູນຢ່າງແຂງແຮງ ສົນທິສັນຍາ EVFTA ກໍ່ຄື ຂະບວນການໃຫ້ສັດຕະຍາບັນ EVIPA ໂດຍໄວ.

ຕົວແທນກະຊວງການຕ່າງປະເທດ ອີຕາລີ ຢືນຢັນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດ ຂອງ ອີຕາລີ ໃນກຸ່ມ ASEAN ແລະ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າ ຂອງປະເທດນີ້. ໂດຍປະກາດຮ່ວມເດີນທາງກັບ ຫວຽດນາມ ໃນເສັ້ນທາງການພັດທະນາທີ່ຈະມາເຖິງ, ທ່ານນາງຮອງລັດຖະມົນຕີ ມາເຣຍ ຕຣີໂປດີ ສະແດງຄວາມປະທັບໃຈ ຕໍ່ກັບບັນດາເປົ້າໝາຍຍຸດທະສາດ ແລະ ຜົນງານ ທີ່ ຫວຽດນາມ ມຸ່ງໄປສູ່ ສຳລັບໄລຍະ ຮອດປີ 2030 ແລະ 2045.

ທ່ານນາງ ຕຣີໂປດີ ແຈ້ງໃຫ້ຊາບຕື່ມວ່າ, ບັນດາວິສາຫະກິດ ອີຕາລີ ປະຈຸບັນ ມີຄວາມສົນໃຈຢ່າງຍິ່ງ ຕໍ່ກັບໂອກາດການລົງທຶນ ຢູ່ ຕະຫຼາດ ຫວຽດນາມ. ບັນດາຂົງເຂດທີ່ໄດ້ຮັບຄວາມເອົາໃຈໃສ່ ລວມມີ: ປັນຍາປະດິດ (AI), ເຕັກໂນໂລຊີຊີວະພາບ, ອຸປະກອນເຄິ່ງຊັກນຳ, ກະສິກຳເຕັກໂນໂລຊີສູງ, ພ້ອມກັບບັນດາໂຄງການຮ່ວມມືຫັນປ່ຽນພະລັງງານສີຂຽວ, ໄຟຟ້າຄວາມຮ້ອນ, ໄຟຟ້າພະລັງງານລົມນອກຝັ່ງ ແລະ ການຜັນຂະຫຍາຍ ຄູ່ຮ່ວມມືຫັນປ່ຽນພະລັງງານຢ່າງເປັນທຳ (JETP). ແນ່ໃສ່ຮັດແໜ້ນການເຊື່ອມໂຍງ ລະຫວ່າງ ສັງຄົມວິສາຫະກິດສອງຝ່າຍ, ຮອງລັດຖະມົນຕີທັງສອງ ໄດ້ຕົກລົງເພີ່ມທະວີການປະສົມປະສານ ຈັດຕັ້ງບັນດາກິດຈະກຳສົ່ງເສີມການຄ້າ ແລະ ການລົງທຶນ ໃນໄລຍະຕໍ່ໄປ.

ໃນເວທີພະຫຸພາຄີ, ຫວຽດນາມ ແລະ ອີຕາລີ ຢືນຢັນ ຮັກສາການປະສົມປະສານຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນ ຢູ່ ບັນດາອົງການສາກົນ, ເປັນພິເສດແມ່ນ ອົງການສະຫະປະຊາຊາດ, ພ້ອມດຽວກັນນັ້ນ ກໍ່ຮັດແໜ້ນການຮ່ວມມື ໃນຂອບເຂດ ASEAN - ອີຕາລີ ແລະ ASEAN - EU.

ແລກປ່ຽນກ່ຽວກັບສະພາບການສາກົນ ແລະ ພາກພື້ນ, ຮອງລັດຖະມົນຕີທັງສອງ ໄດ້ເນັ້ນໜັກເຖິງຫຼັກການ ແກ້ໄຂທຸກຂໍ້ພິພາດ ດ້ວຍວິທີທາງສັນຕິ, ປະຕິບັດຕາມ ກົດທະບຽນອົງການສະຫະປະຊາຊາດ ແລະ ບັນດາຫຼັກການພື້ນຖານຂອງກົດໝາຍສາກົນ. ກ່ຽວພັນເຖິງບັນຫາ ທະເລຕາເວັນອອກ, ສອງຝ່າຍ ໄດ້ຍົກສູງການປະກັນອານາໄມ, ຄວາມປອດໄພ, ສັນຕິພາບ, ຄວາມສະຫງົບ ແລະ ເສລີພາບໃນການເດີນເຮືອ, ການບິນ; ເຄົາລົບກົດໝາຍສາກົນ, ເປັນພິເສດແມ່ນ ສົນທິສັນຍາອົງການສະຫະປະຊາຊາດ ກ່ຽວກັບກົດໝາຍທະເລ (UNCLOS) ປີ 1982.

ການພົວພັນຫວຽດນາມ - ກຳປູເຈຍ ນຳມາເຊິ່ງຜົນປະໂຫຍດໃຫ້ທັງສອງປະເທດຊາດ ການພົວພັນຫວຽດນາມ - ກຳປູເຈຍ ນຳມາເຊິ່ງຜົນປະໂຫຍດໃຫ້ທັງສອງປະເທດຊາດ
ຍສໝ - ນັ້ນ​ແມ່ນ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ປະທານ​ສະພາ​ສູງ​ກຳປູ​ເຈຍ Samdech Techo Hun Sen ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 80 ປີ​ແຫ່ງ​ວັນ​ຊາດ ຫວຽດນາມ (2 ກັນຍາ 1945 – 2 ກັນຍາ 2025) ທີ່​ຈັດ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 21 ສິງຫາ ຢູ່​ນະຄອນຫຼວງ ພະນົມ​ເປັນ. ເຫດການ​ໂດຍ​ສະຖານທູດ​ຫວຽດນາມ ປະຈຳ ກຳປູ​ເຈຍ ​ໄດ້​ຈັດ​ຕັ້ງ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ການ​ນຳ​ຂັ້ນ​ສູງ ກຳປູ​ເຈຍ, ແຂກ​ສາກົນເປັນຈຳນວນຫຼວງຫຼາຍ, ນັກ​ວິ​ສາ​ຫະກິດ ​ແລະ ປະຊາ​ຄົມ​ຊາວ​ຫວຽດນາມ ພວມອາ​ໄສ, ຮ່ຳຮຽນ​ຢູ່ ກຳປູ​ເຈຍ.
ເສີມຂະຫຍາຍບົດບາດຂອງຂົວເຊື່ອມຕໍ່ມິດຕະພາບເພື່ອຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະ ກາຊັກສະຖານ ເສີມຂະຫຍາຍບົດບາດຂອງຂົວເຊື່ອມຕໍ່ມິດຕະພາບເພື່ອຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະ ກາຊັກສະຖານ
ຍສໝ - ໃນຕອນເຊົ້າວັນທີ 1 ກຸມພາ (ຕາມເວລາທ້ອງຖິ່ນ), ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ປະເທດກາຊັກສະຖານ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຮວ່າບິ່ງ ປະທານຄະນະບໍລິຫານງານສູນການເງິນສາກົນຫວຽດນາມ ໄດ້ໄປຢ້ຽມຢາມ ແລະ ໂອ້ລົມກັບພະນັກງານສະຖານທູດຫວຽດນາມ ປະຈຳກາຊັກສະຖານ.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ