ຫວຽດນາມ - ໄທ ຂະຫຍາຍການຮ່ວມມືດ້ານການສຶກສາ, ການຄ້າ ແລະ ການແລກປ່ຽນປະຊາຊົນ

10:19 | 10/11/2026

ຍສໝ - ວັນທີ 7 ພະຈິກ, ທີ່ຊຽງໃໝ່ (ປະເທດໄທ), ຜູ້ຕາງໜ້າບັນດາທ້ອງຖິ່ນຂອງຫວຽດນາມ ໄດ້ແບ່ງປັນຜົນສຳເລັດດ້ານການຮ່ວມມື ແລະ ສະເໜີບັນດາໂຄງການເຊື່ອມໂຍງໃໝ່ ໃນກອງປະຊຸມຮ່ວມຄັ້ງທີ XV ລະຫວ່າງສະມາຄົມມິດຕະພາບຫວຽດນາມ - ໄທ ແລະ ສະມາຄົມມິດຕະພາບໄທ - ຫວຽດນາມ, ໂດຍສຸມໃສ່ຂົງເຂດການສຶກສາ, ການຝຶກອົບຮົມ, ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ.

ອ່າວຢາຍຫວຽດນາມ ເຊື່ອມໂຍງວັດທະນະທຳ ຫວຽດນາມ - ໄທ ຫວຽດນາມ - ໄທ ຊຸກຍູ້ສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ຈາກພື້ນຖານຄວາມຜູກພັນລະຫວ່າງປະຊາຊົນ

ໃນຊຸມປີຜ່ານມາ, ກິດຈະກຳການຮ່ວມມືມິດຕະພາບລະຫວ່າງບັນດາທ້ອງຖິ່ນຂອງຫວຽດນາມ ແລະ ໄທ ໄດ້ສ້າງໂອກາດເພີ່ມຂຶ້ນໃນການຮຽນຮູ້, ການແລກປ່ຽນວັດທະນະທຳ, ການເຊື່ອມຕໍ່ວິສາຫະກິດ ແລະ ການພັດທະນາເສດຖະກິດ. ໃນກອງປະຊຸມຮ່ວມຄັ້ງທີ XV, ຜູ້ຕາງໜ້າບັນດາທ້ອງຖິ່ນໄດ້ແນະນຳຜົນສຳເລັດທີ່ເປັນຮູບປະທຳ, ພ້ອມທັງສະເໜີທິດທາງການຮ່ວມມືທີ່ສອດຄ່ອງກັບຈຸດແຂງ ແລະ ຄວາມຕ້ອງການພັດທະນາຂອງແຕ່ລະຝ່າຍ.

ຂະຫຍາຍໂອກາດການຮຽນຮູ້ ແລະ ການແລກປ່ຽນນັກສຶກສາ

ໃນຂົງເຂດການສຶກສາ, ສະມາຄົມມິດຕະພາບຫວຽດນາມ - ໄທ ນະຄອນເຫວ້ ໄດ້ດຳເນີນຫຼາຍກິດຈະກຳເຊື່ອມໂຍງກັບບັນດາສະຖາບັນການສຶກສາຂອງໄທ.

ໃນເດືອນສິງຫາ 2026, ສະມາຄົມໄດ້ຈັດຄະນະສຳຫຼວດຈຳນວນ 11 ທ່ານ ເດີນທາງໄປຍັງສາມແຂວງພາກຕາເວັນອອກສຽງເໜືອຂອງໄທ ຄື ມຸກດາຫານ, ອຸບົນລາດຊະທານີ ແລະ ນະຄອນພະນົມ. ໃນການເດີນທາງຄັ້ງນີ້, ຄະນະໄດ້ຢ້ຽມຢາມສະຖານທີ່ລະນຶກເຖິງປະທານໂຮ່ຈີມິນ, ພົບປະກັບຊຸມຊົນຊາວຫວຽດນາມ ແລະ ເຂົ້າຮ່ວມບັນດາກິດຈະກຳເຊື່ອມໂຍງດ້ານການສຶກສາ.

ຕາມທ່ານນາງ ເຈິ່ນ ທິ ມາຍ, ກຳມະການຄະນະປະຈຳສະມາຄົມມິດຕະພາບຫວຽດນາມ - ໄທ, ປະທານກິດຕິມະສັກສະມາຄົມມິດຕະພາບຫວຽດນາມ - ໄທ ນະຄອນເຫວ້, ຄະນະໄດ້ເຂົ້າຮ່ວມພິທີລົງນາມການຮ່ວມມືລະຫວ່າງວິທະຍາໄລສິລະປະ, ມະຫາວິທະຍາໄລເຫວ້ ແລະ ມະຫາວິທະຍາໄລລາຊະພັດອຸບົນລາດຊະທານີ.

ຫວຽດນາມ - ໄທ ຂະຫຍາຍການຮ່ວມມືດ້ານການສຶກສາ, ການຄ້າ ແລະ ການແລກປ່ຽນປະຊາຊົນ
ທ່ານນາງ ເຈິ່ນ ທິ ມາຍ, ກຳມະການຄະນະປະຈຳສະມາຄົມມິດຕະພາບຫວຽດນາມ - ໄທ, ປະທານກິດຕິມະສັກສະມາຄົມມິດຕະພາບຫວຽດນາມ - ໄທ ນະຄອນເຫວ້, ກ່າວຄຳເຫັນໃນກອງປະຊຸມຮ່ວມຄັ້ງທີ XV ລະຫວ່າງສະມາຄົມມິດຕະພາບຫວຽດນາມ - ໄທ ແລະ ສະມາຄົມມິດຕະພາບໄທ - ຫວຽດນາມ.

ຢູ່ແຂວງນະຄອນພະນົມ, ຄະນະຍັງໄດ້ພົບປະກັບອະທິການບໍດີຂອງມະຫາວິທະຍາໄລພຸດທະສາສະໜາແຫ່ງໜຶ່ງ ທີ່ກຳລັງຮັກສາສາຍພົວພັນການຮ່ວມມືກັບສະຖາບັນພຸດທະສາສະໜາຢູ່ເຫວ້.

ຈາກຜົນສຳເລັດເຫຼົ່ານີ້, ສະມາຄົມມິດຕະພາບຫວຽດນາມ - ໄທ ນະຄອນເຫວ້ ປາຖະໜາສືບຕໍ່ຂະຫຍາຍການຮ່ວມມືດ້ານການຝຶກອົບຮົມໃນຂົງເຂດການທ່ອງທ່ຽວ, ພ້ອມທັງສ້າງເງື່ອນໄຂໃຫ້ບັນດາສະຖາບັນການສຶກສາຂອງສອງປະເທດແລກປ່ຽນອາຈານ ແລະ ນັກສຶກສາ.

ຄຽງຄູ່ກັບນະຄອນເຫວ້, ນະຄອນເກິ່ນເທີ ກໍໄດ້ບັນທຶກຜົນສຳເລັດທີ່ເປັນຮູບປະທຳຈາກກິດຈະກຳການຮ່ວມມືດ້ານການສຶກສາຜ່ານຊ່ອງທາງມິດຕະພາບປະຊາຊົນ.

ກ່າວຄຳເຫັນໃນກອງປະຊຸມ, ທ່ານນາງ ເລ ຖຸ້ຍ ຫງອກ ລານ, ຮອງປະທານສະຫະພັນບັນດາອົງການມິດຕະພາບນະຄອນເກິ່ນເທີ ໄດ້ແບ່ງປັນເລື່ອງລາວຂອງນ້ອງ ຫງວຽນ ຫຶວ ຮຸຍ, ເກີດໃນປີ 2010, ເຊິ່ງໄດ້ຮັບການລ້ຽງດູຢູ່ສູນວຽກງານສັງຄົມນະຄອນເກິ່ນເທີ ນັບແຕ່ປີ 2021.

ໃນປີ 2023, ສະມາຄົມມິດຕະພາບຫວຽດນາມ - ໄທ ນະຄອນເກິ່ນເທີ ໄດ້ປະສານສົມທົບແນະນຳໃຫ້ນ້ອງຮຸຍເຂົ້າຮ່ວມໂຄງການທຶນການສຶກສາຂອງສະມາຄົມມິດຕະພາບຫວຽດນາມ - ໄທ ແລະ ສະມາຄົມມິດຕະພາບໄທ - ຫວຽດນາມ.

ໃນເດືອນພະຈິກ 2023, ນ້ອງຮຸຍໄດ້ເດີນທາງໄປຮຽນຢູ່ໂຮງຮຽນ Mechai Bamboo, ແຂວງບຸຣີຣຳ (ປະເທດໄທ), ໂດຍໄດ້ຮັບທຶນການສຶກສາສະໜັບສະໜູນຈົນຮຽນຈົບລະດັບມັດທະຍົມຕອນປາຍ.

ກໍລະນີຂອງນ້ອງຮຸຍເປັນຕົວຢ່າງໜຶ່ງຂອງໂອກາດການຮຽນຮູ້ທີ່ເກີດຂຶ້ນຈາກກິດຈະກຳການຮ່ວມມືລະຫວ່າງບັນດາອົງການມິດຕະພາບຂອງສອງປະເທດ.

ໃນຂະນະດຽວກັນ, ສະມາຄົມມິດຕະພາບຫວຽດນາມ - ໄທ ແຂວງຮ່າຕິ້ງ ໄດ້ສະເໜີໃຫ້ສະມາຄົມມິດຕະພາບທັງສອງໃນລະດັບສູນກາງຊ່ວຍເຊື່ອມຕໍ່ກັບບັນດາສະຖາບັນການສຶກສາຢູ່ໄທ, ເພື່ອສ້າງໂອກາດໃຫ້ນັກຮຽນຂອງແຂວງປະມານ 10-20 ຄົນ ໄປຮຽນລະດັບມະຫາວິທະຍາໄລ ແລະ 20 ຄົນ ໄປຮຽນວິຊາຊີບໃນແຕ່ລະປີ.

ບັນດາຂະແໜງວິຊາຊີບທີ່ທ້ອງຖິ່ນໃຫ້ຄວາມສົນໃຈລວມມີ ການສ້ອມແປງກົນຈັກ, ອຸປະກອນໄຟຟ້າ ແລະ ບັນດາວິຊາຊີບອື່ນໆ.

ເຊື່ອມຕໍ່ວິສາຫະກິດ, ນຳໃຊ້ທ່າແຮງຂອງແລວເສດຖະກິດຕາເວັນອອກ - ຕາເວັນຕົກ

ນອກຈາກການສຶກສາແລ້ວ, ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ກໍເປັນເນື້ອໃນທີ່ບັນດາທ້ອງຖິ່ນຂອງຫວຽດນາມຫຼາຍແຫ່ງໃຫ້ຄວາມສົນໃຈ.

ຢູ່ນະຄອນເກິ່ນເທີ, ກິດຈະກຳເຊື່ອມຕໍ່ວິສາຫະກິດໄດ້ດຳເນີນຜ່ານສາຍພົວພັນການຮ່ວມມືກັບແຂວງສະເຊີງເທົາຂອງໄທ.

ຕາມທ່ານນາງ ເລ ຖຸ້ຍ ຫງອກ ລານ, ສອງທ້ອງຖິ່ນໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈດ້ານການຮ່ວມມືໃນຂົງເຂດການສຶກສາ, ກະສິກຳ, ວັດທະນະທຳ ແລະ ການທ່ອງທ່ຽວ.

ບົນພື້ນຖານດັ່ງກ່າວ, ບັນດາໂຄງການເຊື່ອມຕໍ່ການຄ້າລະຫວ່າງວິສາຫະກິດໄທກັບວິສາຫະກິດນະຄອນເກິ່ນເທີ ແລະ ບັນດາແຂວງໃນເຂດທົ່ງພຽງແມ່ນ້ຳຂອງ ໄດ້ຖືກຈັດຂຶ້ນ, ໂດຍສຸມໃສ່ອາຫານ ແລະ ຜະລິດຕະພັນກະສິກຳເປັນຕົ້ນຕໍ.

ນະຄອນເກິ່ນເທີ ຍັງຮັກສາການຈັດງານສັບປະດາໄທເປັນປະຈຳທຸກປີ, ສ້າງເງື່ອນໄຂໃຫ້ບັນດາວິສາຫະກິດແນະນຳຜະລິດຕະພັນ, ພົບປະ ແລະ ຊອກຫາຄູ່ຮ່ວມທາງທຸລະກິດ.

ສຳລັບນະຄອນເຫວ້, ສະມາຄົມມິດຕະພາບຫວຽດນາມ - ໄທ ມີແຜນຈັດໂຄງການແລກປ່ຽນວັດທະນະທຳ ແລະ ອາຫານຫວຽດນາມ - ໄທ ໃນວັນທີ 2 ທັນວາ 2026 ແລະ ກອງສຳມະນາວິທະຍາສາດຫົວຂໍ້ “ແລວເສດຖະກິດຕາເວັນອອກ - ຕາເວັນຕົກ: ການເຊື່ອມໂຍງວັດທະນະທຳ, ການທ່ອງທ່ຽວ ແລະ ການຄ້າ” ໃນວັນທີ 3 ທັນວາ 2026.

ທ່ານນາງ ເຈິ່ນ ທິ ມາຍ ໄດ້ສະເໜີໃຫ້ສະມາຄົມມິດຕະພາບທັງສອງໃນລະດັບສູນກາງຊ່ວຍເຊີນບັນດາອົງການ, ວິສາຫະກິດ ແລະ ຄູ່ຮ່ວມມືຂອງໄທເຂົ້າຮ່ວມກອງສຳມະນາ, ເພື່ອແລກປ່ຽນປະສົບການ ແລະ ຊອກຫາໂອກາດການຮ່ວມມືໃໝ່.

ຢູ່ນະຄອນດ່ານັງ, ແລວເສດຖະກິດຕາເວັນອອກ - ຕາເວັນຕົກ ໄດ້ຖືກກຳນົດເປັນໜຶ່ງໃນທິດທາງການເຊື່ອມໂຍງທີ່ສຳຄັນ, ໂດຍສະເພາະໃນຂົງເຂດການຂົນສົ່ງ ແລະ ໂລຈິສຕິກ.

ຫວຽດນາມ - ໄທ ຂະຫຍາຍການຮ່ວມມືດ້ານການສຶກສາ, ການຄ້າ ແລະ ການແລກປ່ຽນປະຊາຊົນ
ທ່ານ ຫງວຽນ ຫງອກ ບິ່ງ, ປະທານສະຫະພັນບັນດາອົງການມິດຕະພາບນະຄອນດ່ານັງ ຄວບຕຳແໜ່ງປະທານສະມາຄົມມິດຕະພາບຫວຽດນາມ - ໄທ ນະຄອນດ່ານັງ, ກ່າວຄຳເຫັນໃນກອງປະຊຸມຮ່ວມຄັ້ງທີ XV ລະຫວ່າງສອງສະມາຄົມມິດຕະພາບ.

ຕາມທ່ານ ຫງວຽນ ຫງອກ ບິ່ງ, ປະທານສະຫະພັນບັນດາອົງການມິດຕະພາບນະຄອນດ່ານັງ ຄວບຕຳແໜ່ງປະທານສະມາຄົມມິດຕະພາບຫວຽດນາມ - ໄທ ນະຄອນດ່ານັງ, ນະຄອນດ່ານັງໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈເພື່ອສ້າງຕັ້ງສາຍພົວພັນການຮ່ວມມືກັບສອງແຂວງຂອງໄທ ຄື ຂອນແກ່ນ ແລະ ອຸບົນລາດຊະທານີ.

ຜ່ານບັນດາຂໍ້ຕົກລົງເຫຼົ່ານີ້, ສອງຝ່າຍໄດ້ດຳເນີນກິດຈະກຳແລກປ່ຽນວັດທະນະທຳ, ແລກປ່ຽນນັກສຶກສາ, ຮ່ວມມືດ້ານການບໍລິຫານລັດ, ສົ່ງເສີມການທ່ອງທ່ຽວ ແລະ ການຄ້າ.

ມາຮອດເວລາທີ່ຈັດກອງປະຊຸມ, ນະຄອນດ່ານັງມີ 18 ໂຄງການລົງທຶນໂດຍກົງຈາກຕ່າງປະເທດ (FDI) ຂອງໄທ ທີ່ຍັງມີຜົນບັງຄັບໃຊ້, ດ້ວຍມູນຄ່າທຶນລວມຫຼາຍກວ່າ 132 ລ້ານໂດລາສະຫະລັດ. ບັນດາໂຄງການສຸມໃສ່ຂົງເຂດການຄ້າຍ່ອຍ, ການຜະລິດ, ບັນຈຸພັນ, ຕັດຫຍິບ ແລະ ການລ້ຽງສັດ.

ໂດຍສົ່ງເສີມທ່າແຮງດ້ານທີ່ຕັ້ງໃນຖານະເປັນປະຕູອອກສູ່ທະເລຕາເວັນອອກຂອງແລວເສດຖະກິດຕາເວັນອອກ - ຕາເວັນຕົກ, ນະຄອນດ່ານັງປາຖະໜາຂະຫຍາຍການຄ້າກັບເຂດພາກຕາເວັນອອກສຽງເໜືອຂອງໄທ.

ນະຄອນໄດ້ສະເໜີໃຫ້ສຶກສາການເຊື່ອມຕໍ່ການຂົນສົ່ງທາງບົກ, ທາງທະເລ ແລະ ທາງອາກາດ, ໃນນັ້ນລວມມີຄວາມເປັນໄປໄດ້ໃນການຮ່ວມມືກັບທ່າເຮືອແຫຼມສະບັງຂອງໄທ.

ທ່າເຮືອຕຽນຊາ, ໂຄງການທ່າເຮືອນ້ຳເລິກລຽນຈຽວ ພ້ອມດ້ວຍສະໜາມບິນດ່ານັງ ແລະ ຈູລາຍ ໄດ້ຖືກກຳນົດເປັນບັນດາທ່າແຮງສຳລັບພັດທະນາທິດທາງການຮ່ວມມືນີ້.

ນອກຈາກການຂົນສົ່ງ ແລະ ໂລຈິສຕິກແລ້ວ, ນະຄອນດ່ານັງຍັງໃຫ້ຄວາມສົນໃຈການເຊື່ອມໂຍງການທ່ອງທ່ຽວທາງທະເລ, ການແລກປ່ຽນປະສົບການກັບຝ່າຍໄທກ່ຽວກັບການພັດທະນາເສດຖະກິດກາງຄືນ ແລະ ການຄຸ້ມຄອງຕົວເມືອງຊາຍຝັ່ງທະເລ.

ສຳລັບແຂວງຮ່າຕິ້ງ, ນອກຈາກການຮ່ວມມືດ້ານການຝຶກອົບຮົມຊັບພະຍາກອນມະນຸດແລ້ວ, ທ້ອງຖິ່ນຍັງປາຖະໜາໃຫ້ສະມາຄົມມິດຕະພາບທັງສອງໃນລະດັບສູນກາງຊ່ວຍແນະນຳບັນດາອົງການ ແລະ ວິສາຫະກິດໄທ ໃຫ້ເຂົ້າມາສຳຫຼວດ ແລະ ສຶກສາໂອກາດການລົງທຶນ.

ບັນດາຂົງເຂດທີ່ແຂວງຮ່າຕິ້ງໃຫ້ຄວາມສົນໃຈລວມມີ ກິດຈະກຳທີ່ກ່ຽວຂ້ອງກັບທ່າເຮືອຫວຸງອາງ, ການຜະລິດອາໄຫຼ່ລົດໃຫຍ່ ແລະ ລົດຈັກ, ການແປຮູບນ້ຳໝາກກ້ຽງ, ໝາກສົ້ມໂອ ແລະ ບັນດາຜະລິດຕະພັນກະສິກຳຫຼັງການເກັບກ່ຽວ.

ຫັນທິດທາງ “ສາມການເຊື່ອມໂຍງ” ໃຫ້ເປັນຮູບປະທຳ

ກ່າວຄຳເຫັນໃນກອງປະຊຸມຮ່ວມຄັ້ງທີ XV, ທ່ານ ຫງວຽນ ວັນ ແທ່ງ, ປະທານສະມາຄົມມິດຕະພາບຫວຽດນາມ - ໄທ ໄດ້ເນັ້ນໜັກວ່າ ທິດທາງ “ສາມການເຊື່ອມໂຍງ” ຈຳເປັນຕ້ອງຖືກຫັນເປັນບັນດາໂຄງການຮ່ວມມື ແລະ ຜົນສຳເລັດທີ່ເປັນຮູບປະທຳ.

ຕາມທ່ານ ຫງວຽນ ວັນ ແທ່ງ, ການຮ່ວມມືລະຫວ່າງບັນດາທ້ອງຖິ່ນມີຄວາມໝາຍສຳຄັນເປັນພິເສດໃນການຈັດຕັ້ງປະຕິບັດບັນດາທິດທາງລວມລະຫວ່າງສອງປະເທດ.

ບັນດາແຂວງ ແລະ ນະຄອນທີ່ໄດ້ສ້າງຕັ້ງສາຍພົວພັນການຮ່ວມມື ຫຼື ຜູກມິດເປັນບ້ານແຮກສ່ຽວກັນ ສາມາດກາຍເປັນຈຸດປະສານງານໂດຍກົງໃນການເຊື່ອມຕໍ່ຄູ່ຮ່ວມມື, ສ້າງເງື່ອນໄຂໃຫ້ພັດທະນາການຄ້າ, ການລົງທຶນ, ການທ່ອງທ່ຽວ, ການສຶກສາ ແລະ ການແລກປ່ຽນວັດທະນະທຳ.

ບົນພື້ນຖານດັ່ງກ່າວ, ປະທານສະມາຄົມມິດຕະພາບຫວຽດນາມ - ໄທ ໄດ້ສະເໜີໃຫ້ສະມາຄົມທັງສອງສືບຕໍ່ເພີ່ມທະວີການເຊື່ອມໂຍງລະຫວ່າງບັນດາທ້ອງຖິ່ນ, ໂດຍເອົາໃຈໃສ່ບັນດາເນື້ອໃນການຮ່ວມມືທີ່ສາມາດນຳໄປປະຕິບັດໄດ້ໃນຕົວຈິງ.

ຈາກໂອກາດການຮຽນຮູ້ສຳລັບນັກຮຽນ, ກິດຈະກຳແລກປ່ຽນລະຫວ່າງບັນດາສະຖາບັນການສຶກສາ ຈົນເຖິງບັນດາໂຄງການເຊື່ອມຕໍ່ການຄ້າ ແລະ ໂຄງລ່າງພື້ນຖານ, ການຮ່ວມມືມິດຕະພາບຫວຽດນາມ - ໄທ ກຳລັງໄດ້ຮັບການຫັນເປັນຮູບປະທຳໂດຍບັນດາທ້ອງຖິ່ນໃນຫຼາຍຂົງເຂດ, ປະກອບສ່ວນເສີມສ້າງຄວາມຜູກພັນ ແລະ ຄວາມເຂົ້າໃຈລະຫວ່າງປະຊາຊົນສອງປະເທດ.

50 ປີ ຫວຽດນາມ - ໄທ: ຈາກມິດຕະພາບສູ່ການຮ່ວມມືອັນແໜ້ນແຟ້ນ 50 ປີ ຫວຽດນາມ - ໄທ: ຈາກມິດຕະພາບສູ່ການຮ່ວມມືອັນແໜ້ນແຟ້ນ
ຍສໝ - ເສັ້ນທາງ 50 ປີແຫ່ງສາຍພົວພັນການທູດຫວຽດນາມ - ໄທ ໄດ້ຖືກຫວນຄືນຜ່ານບັນດາຜົນສຳເລັດດ້ານການເມືອງ, ເສດຖະກິດ ແລະ ການແລກປ່ຽນປະຊາຊົນ. ໃນພິທີລະນຶກທີ່ຈັດຂຶ້ນຢູ່ບາງກອກ, ຜູ້ແທນສອງປະເທດໄດ້ຢືນຢັນຄວາມໄວ້ວາງໃຈ, ຄວາມຜູກພັນ ແລະ ຄວາມປາດຖະໜາທີ່ຈະຮ່ວມກັນສ້າງອະນາຄົດອັນຮຸ່ງເຮືອງ.
ປະຊາຄົມຊາວຫວຽດນາມ ປະກອບສ່ວນຊຸກຍູ້ການພົວພັນ ຫວຽດນາມ - ໄທ ປະຊາຄົມຊາວຫວຽດນາມ ປະກອບສ່ວນຊຸກຍູ້ການພົວພັນ ຫວຽດນາມ - ໄທ
ຍສໝ - ນັບແຕ່ການຮັກສາພາສາຫວຽດນາມ, ວັດທະນະທຳຂອງຊາດ ຈົນເຖິງການເຊື່ອມຕໍ່ການແລກປ່ຽນປະຊາຊົນ, ປະຊາຄົມຊາວຫວຽດນາມຢູ່ໄທ ພວມປະກອບສ່ວນຢ່າງແທດຈິງເຂົ້າໃນການທະນຸຖະໜອມສາຍພົວພັນ ຫວຽດນາມ - ໄທ ໃຫ້ນັບມື້ນັບແໜ້ນແຟ້ນ, ເລິກເຊິ່ງ ແລະ ເປັນຮູບປະທຳ.

ດວງດີ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ