| ວັດທະນະທຳຫວຽດນາມເປັ່ງປະກາຍຢູ່ປາຣີ ເປີດຕົວແຜນທີ່ດິຈິຕອນວັດທະນະທຳຫວຽດນາມ |
![]() |
| ທ່ານນາງ ຈິ້ງ ທິ ມາຍ ເຟືອງ, ກົງສຸນໃຫຍ່ຫວຽດນາມ ປະຈຳ Fukuoka ກ່າວຄຳປາໄສໃນວັນບຸນ. |
ໂຄງການດັ່ງກ່າວຈັດຂຶ້ນໂດຍສະຖານກົງສຸນໃຫຍ່ຫວຽດນາມ ປະຈຳ Fukuoka ຮ່ວມກັບເຄືອຂ່າຍການສອນພາສາຫວຽດນາມ ແລະ ວັດທະນະທຳຫວຽດນາມທົ່ວໂລກ, ບັນດາສະມາຄົມ ແລະ ວິສາຫະກິດ.
ຈຸດເດັ່ນຂອງງານແມ່ນຮູບແບບ “ໝູ່ບ້ານຫວຽດນາມ ຢູ່ Fukuoka 2026” ຊຶ່ງປະກອບມີ 10 ເຂດຈັດສະແດງວັດທະນະທຳ, ນຳພາຜູ້ມາທ່ຽວຊົມຄົ້ນພົບເອກະລັກອັນໂດດເດັ່ນຂອງດິນແດນບັນພະບຸລຸດຟູເຖາະ, ຮ່າໂນ້ຍ, ກິງບັກ, ພາກກາງ, ເຂດໄຕງວຽນ ແລະ ພາກໃຕ້ຂອງຫວຽດນາມ. ໂຄງການຍັງໄດ້ແນະນຳວັດທະນະທຳຂອງ 54 ຊົນເຜົ່າຫວຽດນາມ ພ້ອມດ້ວຍພາບພົດຂອງໝູ່ເກາະຮວ່າງຊາ - ເຈື່ອງຊາ.
![]() |
| ຊາວຫວຽດນາມຢູ່ຕ່າງປະເທດຈຳນວນຫຼວງຫຼາຍ ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນໃນຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດ ຄັ້ງທີ II ແລະ ວັນບຸນວັດທະນະທຳຫວຽດນາມ ປີ 2026 ຢູ່ Fukuoka (ຍີ່ປຸ່ນ). |
ຜ່ານຂໍ້ລິເລີ່ມ “ໜັງສືຜ່ານແດນໝູ່ບ້ານຫວຽດນາມ”, ຜູ້ເຂົ້າຮ່ວມ, ໂດຍສະເພາະເດັກນ້ອຍເຊື້ອສາຍຫວຽດນາມທີ່ເກີດ ແລະ ເຕີບໃຫຍ່ຢູ່ຍີ່ປຸ່ນ, ໄດ້ມີໂອກາດເພີ່ມເຕີມໃນການຮຽນຮູ້ວັດທະນະທຳບ້ານເກີດ ແລະ ຮັກສາຄວາມຜູກພັນກັບຮາກເຫງົ້າຂອງຕົນ.
ໃນໂອກາດນີ້, ອົງການບັນທຶກສະຖິຕິຊາວຫວຽດນາມທົ່ວໂລກ (VietWorld) ໄດ້ມອບໃບຢັ້ງຢືນສະຖິຕິໃຫ້ແກ່ຮູບແບບ “ໝູ່ບ້ານຫວຽດນາມ ຢູ່ Fukuoka” ໃນຖານະທີ່ເປັນໂຄງການຊຸມຊົນຢູ່ຍີ່ປຸ່ນ ທີ່ຈັດພ້ອມກັນຫຼາຍເຂດສຳລັບແນະນຳ, ໂຄສະນາເຜີຍແຜ່ ແລະ ສຳຜັດປະສົບການດ້ານວັດທະນະທຳ ແລະ ມໍລະດົກຫວຽດນາມ ຫຼາຍທີ່ສຸດ.
![]() |
| ຜູ້ຕາງໜ້າໂຄງການຮັບໃບຢັ້ງຢືນສະຖິຕິສຳລັບຮູບແບບ “ໝູ່ບ້ານຫວຽດນາມ ຢູ່ Fukuoka”. |
ກ່າວຄຳປາໄສໃນວັນບຸນ, ທ່ານນາງ ຈິ້ງ ທິ ມາຍ ເຟືອງ, ກົງສຸນໃຫຍ່ຫວຽດນາມ ປະຈຳ Fukuoka ໄດ້ເນັ້ນໜັກຄວາມໝາຍຂອງຈິດໃຈມະຫາສາມັກຄີແຫ່ງຊາດ, ພ້ອມທັງຮັບຮູ້ຈິດໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ຄວາມຮັກທີ່ມຸ່ງສູ່ບ້ານເກີດຂອງຊຸມຊົນຊາວຫວຽດນາມຢູ່ເຂດຄິວຊູ - ໂອກິນາວາ.
ທ່ານນາງປາຖະໜາໃຫ້ຊາວຫວຽດນາມຢູ່ຕ່າງປະເທດສືບຕໍ່ຮັກສາພາສາຫວຽດນາມ, ສົ່ງເສີມເອກະລັກວັດທະນະທຳ, ປະຕິບັດຕາມກົດໝາຍຍີ່ປຸ່ນ, ເຂົ້າຮ່ວມເຊື່ອມໂຍງຢ່າງຕັ້ງໜ້າ ແລະ ປະກອບສ່ວນເຂົ້າໃນສາຍພົວພັນມິດຕະພາບຫວຽດນາມ - ຍີ່ປຸ່ນ.
ໃນຂອບເຂດໂຄງການ, ຍັງໄດ້ຈັດການແຂ່ງຂັນບານເຕະຊີງຂັນຄິວຊູ ມະຫາສາມັກຄີ 2026, ໂດຍທີມ New House ເປັນຜູ້ຄວ້າແຊັມ.
ມິງດຶກ


