| ວັນນະຄະດີຫວຽດນາມເຂົ້າໃກ້ຜູ້ອ່ານໄທຫຼາຍຂຶ້ນ ຫວຽດນາມ - ໄທ ຂະຫຍາຍການຮ່ວມມືດ້ານການສຶກສາ, ການຄ້າ ແລະ ການແລກປ່ຽນປະຊາຊົນ |
ໃນການພົບປະ, ນາຍົກລັດຖະມົນຕີທັງສອງທ່ານໄດ້ສະແດງຄວາມຍິນດີທີ່ໄດ້ພົບກັນອີກຄັ້ງ, ພ້ອມທັງຮັບຮູ້ບັນດາບາດກ້າວພັດທະນາທີ່ຕັ້ງໜ້າ ແລະ ເປັນຮູບປະທຳໃນສາຍພົວພັນຫວຽດນາມ - ໄທ. ໂດຍສະເພາະ, ປີ 2026 ເປັນຂີດໝາຍຄົບຮອບ 50 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດລະຫວ່າງສອງປະເທດ, ໂດຍມີຫຼາຍກິດຈະກຳແລກປ່ຽນຄະນະຜູ້ແທນ ແລະ ການພົບປະລະດັບສູງທີ່ສຳຄັນ.
ທ່ານນາຍົກລັດຖະມົນຕີ ເລ ມິງ ຮຶງ ສະເໜີໃຫ້ຫວຽດນາມ ແລະ ໄທ ສືບຕໍ່ຮັກສາການແລກປ່ຽນ ແລະ ການພົບປະລະດັບສູງ, ສົ່ງເສີມປະສິດທິຜົນຂອງກົນໄກການປະຊຸມຄະນະລັດຖະມົນຕີຮ່ວມ ພ້ອມກັບບັນດາກົນໄກການຮ່ວມມືທີ່ມີຢູ່. ສອງຝ່າຍຄວນສຸມໃສ່ດຳເນີນແຜນງານປະຕິບັດງານເພື່ອຜັນຂະຫຍາຍສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ໄລຍະ 2026-2031, ຮັບປະກັນໃຫ້ໄດ້ຮັບຜົນຢ່າງເປັນຮູບປະທຳ.
ທາງຝ່າຍໄທ, ທ່ານນາຍົກລັດຖະມົນຕີ Anutin Charnvirakul ໄດ້ຂອບໃຈຫວຽດນາມທີ່ໃຫ້ການຕ້ອນຮັບພະມະຫາກະສັດ ແລະ ພະລາຊິນີໄທ ຢ່າງສົມກຽດ ແລະ ຮອບຄອບ ໃນການສະເດັດຢ້ຽມຢາມຫວຽດນາມຂັ້ນລັດ ເມື່ອເດືອນກັນຍາ 2026. ທ່ານຢືນຢັນວ່າ ໄທຍາມໃດກໍ່ໃຫ້ຄວາມສຳຄັນຕໍ່ສາຍພົວພັນກັບຫວຽດນາມ, ປາຖະໜາໃຫ້ສອງປະເທດປະສານສົມທົບກັນຢ່າງໃກ້ຊິດ ເພື່ອດຳເນີນບັນດາຂໍ້ຕົກລົງ ແລະ ແຜນງານຮ່ວມມືທີ່ໄດ້ເຫັນດີກັນແລ້ວໃຫ້ມີປະສິດທິຜົນ.
ຜູ້ນຳທັງສອງຍັງເຫັນດີກັນຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ ແລະ ຄວາມໝັ້ນຄົງ, ໃນນັ້ນໃຫ້ຄວາມສຳຄັນຕໍ່ການປະສານສົມທົບໃນການຕໍ່ສູ້, ປ້ອງກັນ ແລະ ປາບປາມອາຊະຍາກຳຂ້າມຊາດ.
![]() |
| ທ່ານ ເລ ມິງ ຮຶງ, ນາຍົກລັດຖະມົນຕີຫວຽດນາມ ໃນການພົບປະກັບທ່ານ Anutin Charnvirakul, ນາຍົກລັດຖະມົນຕີໄທ. |
ເພີ່ມທະວີການເຊື່ອມໂຍງລະບົບຕ່ອງໂສ້ການຜະລິດ ແລະ ການສະໜອງ
ໃນການແລກປ່ຽນກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ, ທ່ານນາຍົກລັດຖະມົນຕີ ເລ ມິງ ຮຶງ ສະເໜີໃຫ້ສອງປະເທດເລັ່ງລັດການປະຕິບັດຍຸດທະສາດ “ສາມການເຊື່ອມໂຍງ”, ເພື່ອມຸ່ງສູ່ການເຊື່ອມສານສອງລະບົບເສດຖະກິດໃຫ້ເລິກເຊິ່ງຍິ່ງຂຶ້ນ ບົນພື້ນຖານການນຳໃຊ້ຈຸດແຂງ ແລະ ຕອບສະໜອງຄວາມຕ້ອງການພັດທະນາຂອງແຕ່ລະຝ່າຍ.
ຕາມນັ້ນ, ຫວຽດນາມ ແລະ ໄທ ຄວນໃຫ້ຄວາມສຳຄັນຕໍ່ການເຊື່ອມໂຍງຕ່ອງໂສ້ການສະໜອງ ແລະ ຕ່ອງໂສ້ການຜະລິດ ໃນຂົງເຂດກະສິກຳທັນສະໄໝ, ປິໂຕຣເຄມີ, ພະລັງງານ, ເອເລັກໂຕຣນິກ, ການເງິນ ແລະ ການບໍລິການ. ພ້ອມກັນນັ້ນ, ສອງຝ່າຍສາມາດຂະຫຍາຍການຮ່ວມມືໄປສູ່ບັນດາຂະແໜງອຸດສາຫະກຳໃໝ່ ເຊັ່ນ ເຄິ່ງຊັກນຳໄຟຟ້າ, ລົດໄຟຟ້າ ແລະ ຊິ້ນສ່ວນປະກອບ.
ໂດຍເນັ້ນໜັກເຖິງທ່າແຮງການຮ່ວມມືລະຫວ່າງບັນດາທ້ອງຖິ່ນ, ທ່ານນາຍົກລັດຖະມົນຕີ ເລ ມິງ ຮຶງ ສະເໜີໃຫ້ເພີ່ມທະວີການເຊື່ອມໂຍງດ້ານຄົມມະນາຄົມ, ການທ່ອງທ່ຽວ ແລະ ວັດທະນະທຳ, ໃນນັ້ນໃຫ້ຄວາມສຳຄັນຕໍ່ການພັດທະນາບັນດາເສັ້ນທາງທີ່ຂຶ້ນກັບແລວເສດຖະກິດຕາເວັນອອກ - ຕາເວັນຕົກ ແລະ ແລວເສດຖະກິດພາກໃຕ້.
ສອງປະເທດຍັງຄວນປະສານສົມທົບກັນໃນການໂຄສະນາເຜີຍແຜ່ບັນດາຜະລິດຕະພັນທີ່ມີເອກະລັກຂອງແຕ່ລະຝ່າຍ, ລວມທັງບັນດາຜະລິດຕະພັນໃນໂຄງການ “ໜຶ່ງຕາແສງ ໜຶ່ງຜະລິດຕະພັນ” (OCOP) ຂອງຫວຽດນາມ ແລະ “ໜຶ່ງບ້ານ ໜຶ່ງຜະລິດຕະພັນ” (OTOP) ຂອງໄທ.
ທ່ານນາຍົກລັດຖະມົນຕີ Anutin Charnvirakul ໄດ້ຕີລາຄາສູງທ່າແຮງການຮ່ວມມືດ້ານເສດຖະກິດສອງຝ່າຍ, ພ້ອມທັງເຫັນວ່າ ການສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ວິສາຫະກິດ ແລະ ນັກລົງທຶນມີຄວາມໝາຍສຳຄັນ. ຕາມທ່ານ, ສອງຝ່າຍຄວນເປັນເຈົ້າການແກ້ໄຂບັນດາຄວາມຫຍຸ້ງຍາກ ແລະ ຂໍ້ຕິດຂັດທີ່ເກີດຂຶ້ນໃນຂະບວນການດຳເນີນການຮ່ວມມື, ຜ່ານນັ້ນຊຸກຍູ້ການຄ້າ, ການລົງທຶນ ແລະ ເພີ່ມທະວີການເຊື່ອມໂຍງລະຫວ່າງຊຸມຊົນວິສາຫະກິດຫວຽດນາມ - ໄທ.
ນາຍົກລັດຖະມົນຕີທັງສອງທ່ານເຫັນດີກັນສືບຕໍ່ພັດທະນາການຄ້າສອງຝ່າຍໃນທິດທາງທີ່ສົມດຸນ, ຍືນຍົງ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ທ່ານນາຍົກລັດຖະມົນຕີ ເລ ມິງ ຮຶງ ສະເໜີໃຫ້ສອງປະເທດພະຍາຍາມນຳມູນຄ່າການຄ້າບັນລຸ 25 ຕື້ໂດລາສະຫະລັດໂດຍໄວ, ກ້າວໄປສູ່ເປົ້າໝາຍ 50 ຕື້ໂດລາສະຫະລັດ.
ຂະຫຍາຍການຮ່ວມມືດ້ານວິທະຍາສາດ - ເຕັກໂນໂລຊີ ແລະ ນະວັດຕະກຳ
ນອກຈາກບັນດາຂົງເຂດຮ່ວມມືມູນເຊື້ອແລ້ວ, ຜູ້ນຳທັງສອງຍັງໄດ້ແລກປ່ຽນກ່ຽວກັບແນວໂນ້ມການຮ່ວມມືໃນຂົງເຂດວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ, ປັນຍາປະດິດ, ການຫັນປ່ຽນດິຈິຕອນ, ເສດຖະກິດສີຂຽວ ແລະ ການຫັນປ່ຽນພະລັງງານຢ່າງເປັນທຳ.
ທ່ານນາຍົກລັດຖະມົນຕີ ເລ ມິງ ຮຶງ ສະເໜີໃຫ້ສອງຝ່າຍເລັ່ງລັດບັນດາຂັ້ນຕອນການດັດແກ້ ແລະ ເພີ່ມເຕີມສັນຍາຮ່ວມມືດ້ານວິທະຍາສາດ - ເຕັກໂນໂລຊີ ແລະ ນະວັດຕະກຳ, ເພື່ອສ້າງພື້ນຖານກ້າວໄປສູ່ການເລີ່ມນຳໃຊ້ກົນໄກຄະນະກຳມະການຮ່ວມມືດ້ານວິທະຍາສາດ - ເຕັກໂນໂລຊີ ລະຫວ່າງຫວຽດນາມ ແລະ ໄທ.
ໃນບັນຍາກາດທີ່ຈິງໃຈ, ເປີດກວ້າງ ແລະ ໄວ້ວາງໃຈກັນ, ນາຍົກລັດຖະມົນຕີທັງສອງທ່ານຍັງໄດ້ແລກປ່ຽນກ່ຽວກັບສະຖານະການພາກພື້ນ ແລະ ສາກົນ, ແບ່ງປັນທັດສະນະຕໍ່ບັນດາສະພາບການທີ່ເກີດຂຶ້ນໃນໄລຍະຜ່ານມາ ແລະ ບັນດາບັນຫາທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.
ຜູ້ນຳທັງສອງຢືນຢັນເຖິງຄວາມສຳຄັນຂອງການຮັກສາການແລກປ່ຽນ ແລະ ປຶກສາຫາລືຢ່າງເປັນປະຈຳ ເພື່ອເພີ່ມທະວີຄວາມເຂົ້າໃຈ ແລະ ເສີມສ້າງຄວາມໄວ້ວາງໃຈຊຶ່ງກັນແລະກັນ. ພ້ອມກັນນັ້ນ, ຫວຽດນາມ ແລະ ໄທ ຈະສືບຕໍ່ປະສານສົມທົບກັນຢ່າງໃກ້ຊິດຢູ່ອາຊຽນ, ສະຫະປະຊາຊາດ ແລະ ບັນດາເວທີຫຼາຍຝ່າຍອື່ນໆ.
ຜ່ານບັນດາກົນໄກເຫຼົ່ານີ້, ສອງປະເທດຈະຮ່ວມກັນປະກອບສ່ວນເສີມສ້າງຄວາມສາມັກຄີ ແລະ ຄວາມເປັນເອກະພາບໃນອາຊຽນ, ສົ່ງເສີມບົດບາດໃຈກາງຂອງສະມາຄົມ ແລະ ຍົກສູງຄວາມສາມາດໃນການຮັບມືກັບບັນດາສິ່ງທ້າທາຍຮ່ວມຂອງພາກພື້ນ.
ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ເລ ມິງ ຮຶງ ໄດ້ເຊີນທ່ານນາຍົກລັດຖະມົນຕີ Anutin Charnvirakul ເຂົ້າຮ່ວມເວທີປາໄສອະນາຄົດອາຊຽນ ຄັ້ງທີ 4, ຊຶ່ງຄາດວ່າຈະຈັດຂຶ້ນຢູ່ຫວຽດນາມ ໃນເດືອນມີນາ 2027.
ຍສໝ - ວັນທີ 11 ພະຈິກ, ຢູ່ບາງກອກ, ສະຖານທູດຫວຽດນາມປະຈຳໄທ ໄດ້ຈັດກອງສຳມະນາ “ເຊື່ອມໂຍງຫວຽດນາມ - ໄທ 2026: 50 ປີ ແຫ່ງການຮ່ວມເດີນທາງ - ຮ່ວມກັນສ້າງສາບົດໃໝ່”, ໂດຍສຸມໃສ່ແລກປ່ຽນບັນດາວິທີແກ້ໄຂເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການເຊື່ອມໂຍງຕ່ອງໂສ້ສະໜອງ ແລະ ການພັດທະນາແບບຍືນຍົງລະຫວ່າງສອງປະເທດ. |
ຍສໝ - ໃນສອງວັນທີ 25-26/10, ທ່ານ ດິງ ຮວ່າງ ລິງ, ຫົວໜ້າກົງສຸນໃຫຍ່ຫວຽດນາມປະຈຳຂອນແກ່ນ ໄດ້ເດີນທາງໄປປະຕິບັດວຽກງານຢູ່ແຂວງນະຄອນພະນົມ (ພາກຕາເວັນອອກສຽງເໜືອຂອງໄທ), ໂດຍສຸມໃສ່ຊຸກຍູ້ການຮ່ວມມືລະຫວ່າງທ້ອງຖິ່ນ, ຊ່ວຍເຫຼືອປະຊາຄົມຊາວຫວຽດນາມ ແລະ ເພີ່ມທະວີການແລກປ່ຽນມິດຕະພາບລະຫວ່າງສອງປະເທດ. |
ດວງດີ
