| ຫວຽດນາມ - ສ.ເກົາຫຼີ ຂະຫຍາຍການຮ່ວມມືພັດທະນາ AI ຫວຽດນາມ - ສ.ເກົາຫຼີ ເຊື່ອມຕໍ່ຕ່ອງໂສ້ການສະໜອງສິນໃນນ້ຳຢູ່ບູຊານ |
ໃນການພົບປະ, ທ່ານ Jung Kwang-cheon, ປະທານ INNOBIZ ໄດ້ຢືນຢັນວ່າ ສະມາຄົມໃຫ້ຄວາມສຳຄັນຕໍ່ສາຍພົວພັນຮ່ວມມືກັບຫວຽດນາມ ແລະ ປາຖະໜາທີ່ຈະດຳເນີນກິດຈະກຳເພີ່ມຕື່ມໃນໄລຍະຕໍ່ໄປ. ບັນດາຂົງເຂດທີ່ INNOBIZ ໃຫ້ບູລິມະສິດ ລວມມີການຝຶກອົບຮົມຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ຜ່ານບັນດາໂຄງການຊ່ວຍເຫຼືອເພື່ອການພັດທະນາຢ່າງເປັນທາງການ (ODA), ການຖ່າຍທອດເຕັກໂນໂລຊີ, ການພັດທະນາໂຮງງານອັດສະລິຍະ ແລະ ການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນການຜະລິດ.
![]() |
| ທ່ານ ຫວູ ໂຮ່, ເອກອັກຄະລັດຖະທູດຫວຽດນາມປະຈຳ ສ.ເກົາຫຼີ ແລະ ທ່ານ Jung Kwang-cheon, ປະທານ INNOBIZ ຖ່າຍຮູບທີ່ລະນຶກຮ່ວມກັນ. |
ປັດຈຸບັນ INNOBIZ ມີເຄືອຂ່າຍວິສາຫະກິດສະມາຊິກເກືອບ 23.000 ແຫ່ງ, ໃນນັ້ນ ຫຼາຍກວ່າ 60% ໄດ້ຈົດທະບຽນຊື້ຂາຍຫຸ້ນໃນຕະຫຼາດຫຼັກຊັບ, ໂດຍມີຈຳນວນແຮງງານລວມຫຼາຍກວ່າ 900.000 ຄົນ. ນີ້ແມ່ນບັນດາເງື່ອນໄຂທີ່ເອື້ອອຳນວຍໃຫ້ສະມາຄົມພັດທະນາສາຍພົວພັນຮ່ວມມືກັບບັນດາຄູ່ຮ່ວມມືຫວຽດນາມ.
ທາງຝ່າຍຫວຽດນາມ, ທ່ານ ຫວູ ໂຮ່, ເອກອັກຄະລັດຖະທູດ ໄດ້ຕີລາຄາສູງຄວາມສາມາດ ແລະ ເຈດຕະນາດີໃນການຮ່ວມມືຂອງ INNOBIZ. ທ່ານໃຫ້ຮູ້ວ່າ ຫວຽດນາມກຳນົດໃຫ້ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ເປັນບັນດາແຮງຂັບເຄື່ອນສຳຄັນຕໍ່ການເຕີບໂຕທາງເສດຖະກິດໃນໄລຍະໃໝ່.
ບົນຈິດໃຈດັ່ງກ່າວ, ທ່ານເອກອັກຄະລັດຖະທູດ ໄດ້ສະເໜີໃຫ້ INNOBIZ ເພີ່ມທະວີການເຊື່ອມຕໍ່ປະຊາຄົມວິສາຫະກິດຂອງສອງປະເທດ, ຊຸກຍູ້ການຖ່າຍທອດເຕັກໂນໂລຊີຄຽງຄູ່ກັບການຝຶກອົບຮົມວິສະວະກອນ ແລະ ຊ່ຽວຊານຫວຽດນາມ.
ທ່ານເອກອັກຄະລັດຖະທູດ ຍັງໄດ້ຊຸກຍູ້ໃຫ້ສອງຝ່າຍຄົ້ນຄວ້າດຳເນີນບັນດາໂຄງການຮ່ວມມືດ້ານປັນຍາປະດິດ (AI), ການຫັນເປັນດິຈິຕອນ ແລະ ໂຮງງານອັດສະລິຍະ, ພ້ອມທັງສະໜັບສະໜູນໃຫ້ບັນດາວິສາຫະກິດຫວຽດນາມເຂົ້າຮ່ວມໃນຕ່ອງໂສ້ການສະໜອງຂອງ ສ.ເກົາຫຼີ ຢ່າງເລິກເຊິ່ງຍິ່ງຂຶ້ນ.
ໃນຕອນທ້າຍຂອງການເຮັດວຽກ, ສອງຝ່າຍໄດ້ເຫັນດີຮ່ວມກັນທີ່ຈະຍູ້ແຮງການປະສານສົມທົບ, ຄັດເລືອກບັນດາຂົງເຂດ ແລະ ໂຄງການບູລິມະສິດເພື່ອດຳເນີນການໂດຍໄວ, ມຸ່ງສູ່ຜົນການຮ່ວມມືທີ່ເປັນຮູບປະທຳ ແລະ ມີປະໂຫຍດຕົວຈິງ, ປະກອບສ່ວນເສີມສ້າງສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຫວຽດນາມ - ສ.ເກົາຫຼີ ໃຫ້ໝັ້ນຄົງຍິ່ງຂຶ້ນ.
ຍສໝ - ວັນທີ 18/10, ຢູ່ນະຄອນ Hwaseong, ແຂວງ Gyeonggi (ສ.ເກົາຫຼີ), ງານບຸນວັດທະນະທຳອາຫານໂລກ ຄັ້ງທີ 3 ໄດ້ເລືອກຫວຽດນາມເປັນຫົວຂໍ້ຫຼັກ, ເພື່ອແນະນຳບັນດາເອກະລັກອັນໂດດເດັ່ນຂອງອາຫານ ແລະ ວັດທະນະທຳຫວຽດນາມໃຫ້ແກ່ປະຊາຊົນທ້ອງຖິ່ນ. |
ຍສໝ - ໃນສອງວັນທີ 19-20/10, ຄະນະຜູ້ແທນສະຫະພັນກຳມະບານ ສ.ເກົາຫຼີ (FKTU) ໄດ້ປະຕິບັດວຽກງານກັບສະຫະພັນໃຫຍ່ແຮງງານຫວຽດນາມ ທີ່ຮ່າໂນ້ຍ ແລະ ລົງສຳຫຼວດກິດຈະກຳກຳມະບານຢູ່ບັກນິງ, ໂດຍສຸມໃສ່ຍົກສູງປະສິດທິຜົນການເບິ່ງແຍງ ແລະ ປົກປ້ອງຜູ້ອອກແຮງງານ ໃນສະພາບການຫັນປ່ຽນເປັນດິຈິຕອນ ແລະ ການປະກົດຂຶ້ນຂອງຮູບແບບການຈ້າງງານໃໝ່. |
ດວງດີ
