ຊາວໜຸ່ມຫວຽດນາມ - ກຳປູເຈຍ - ລາວ ສືບທອດສາຍສຳພັນມິດຕະພາບ

14:50 | 12/11/2026

ຍສໝ - ຕອນຄ່ຳວັນທີ 10 ພະຈິກ, ຢູ່ແຂວງກວາງຫງາຍ, ງານມະຫະກຳຊາວໜຸ່ມຫວຽດນາມ - ກຳປູເຈຍ - ລາວ ປີ 2026 ໄດ້ປິດລົງດ້ວຍງານກາລາພາຍໃຕ້ຫົວຂໍ້ “ຮ່ວມສາຍທານມິດຕະພາບ - ສ້າງສັນວັນພຸ່ງນີ້”. ບັນດາກິດຈະກຳແລກປ່ຽນ ແລະ ສຳຜັດປະສົບການໃນຂອບເຂດງານມະຫະກຳ ໄດ້ປະກອບສ່ວນເພີ່ມທະວີຄວາມຜູກພັນລະຫວ່າງຊາວໜຸ່ມສາມປະເທດ, ມຸ່ງສູ່ການສ້າງເຂດຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ການພັດທະນາຢ່າງຍືນຍົງ.

ເພີ່ມທະວີການໜູນຊ່ວຍດ້ານຕຸລາການໃຫ້ບັນດາແຂວງຊາຍແດນ ຫວຽດນາມ - ກຳປູເຈຍ - ລາວ ການເຊື່ອມຕໍ່ການແລກປ່ຽນການຄ້າຊາຍແດນ ຫວຽດນາມ - ກຳປູເຈຍ - ລາວ: ຊຸກຍູ້ການຄ້າສີຂຽວ ແລະ ການຫັນເປັນດີຈີຕອນ

ໂຄງການດັ່ງກ່າວຈັດຂຶ້ນໂດຍສູນກາງຊາວໜຸ່ມຄອມມູນິດໂຮ່ຈິມິນ ສົມທົບກັບສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ສູນກາງສະຫະພັນຊາວໜຸ່ມກຳປູເຈຍ ຢູ່ຫໍກິລາອະເນກປະສົງ, ໂຮງຮຽນຫຼາຍລະດັບນະຄອນການສຶກສາສາກົນ - IEC ກວາງຫງາຍ.

ເຂົ້າຮ່ວມມີທ່ານ Hour Chhunkry, ປະທານຄະນະກຳມະການການສຶກສາ, ຊາວໜຸ່ມ ແລະ ກິລາ ຂອງສູນກາງສະຫະພັນຊາວໜຸ່ມກຳປູເຈຍ; ທ່ານ ສີສົມພອນ ຕິປັນຍາ, ຮອງຫົວໜ້າຄະນະພັດທະນາອາຊີບຊາວໜຸ່ມ, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ. ທາງຝ່າຍຫວຽດນາມມີທ່ານ ຟ້າມ ຮົ່ງ ຫຽບ, ກຳມະການຄະນະປະຈຳສູນກາງຊາວໜຸ່ມ, ເລຂາຄະນະຊາວໜຸ່ມແຂວງຢາລາຍ ແລະ ທ່ານ ຫງວຽນ ວັນ ແມ້ງ, ເລຂາຄະນະຊາວໜຸ່ມແຂວງກວາງຫງາຍ. ໂຄງການໄດ້ດຶງດູດຜູ້ແທນຊາວໜຸ່ມເກືອບ 100 ຄົນ ຈາກສາມປະເທດເຂົ້າຮ່ວມ.

ຊາວໜຸ່ມຫວຽດນາມ - ກຳປູເຈຍ - ລາວ ສືບທອດສາຍສຳພັນມິດຕະພາບ
ງານມະຫະກຳຊາວໜຸ່ມຫວຽດນາມ - ກຳປູເຈຍ - ລາວ ປີ 2026 ໄດ້ປະໄວ້ຄວາມປະທັບໃຈຫຼາຍປະການ ຜ່ານບັນດາກິດຈະກຳແລກປ່ຽນ, ໂຄງການທີ່ມີຄວາມໝາຍ ແລະ ຊ່ວງເວລາອັນໜ້າຈົດຈຳ.

ງານກາລາດຳເນີນໄປຢ່າງຄຶກຄື້ນດ້ວຍບັນດາກິດຈະກຳແລກປ່ຽນວັດທະນະທຳ ແລະ ສິລະປະ. ການສະແດງຮ້ອງເພງ ແລະ ຟ້ອນເປີດງານຊຸດ “ຮ່ວມສາຍທານແມ່ນ້ຳຂອງ - ຖັກທໍສາຍໃຍມິດຕະພາບ” ໄດ້ຖ່າຍທອດສານແຫ່ງຄວາມສາມັກຄີ ແລະ ຄວາມຜູກພັນລະຫວ່າງປະຊາຊົນ ແລະ ຄົນຮຸ່ນໜຸ່ມຫວຽດນາມ, ກຳປູເຈຍ ແລະ ລາວ ທີ່ມີສາຍແມ່ນ້ຳຂອງຮ່ວມກັນ.

ໃນນາມຄະນະຜູ້ແທນຊາວໜຸ່ມຫວຽດນາມ, ທ່ານ ຟ້າມ ຮົ່ງ ຫຽບ ໄດ້ແບ່ງປັນວ່າ ງານມະຫະກຳໄດ້ນຳມາເຊິ່ງໂອກາດໃຫ້ຊາວໜຸ່ມສາມປະເທດໄດ້ພົບປະ, ຮຽນຮູ້ເຊິ່ງກັນ ແລະ ກັນ, ທະນຸບຳລຸງມິດຕະພາບ ແລະ ສ້າງສາຍສຳພັນອັນແໜ້ນແຟ້ນໃນໄລຍະຍາວ.

ຜ່ານບັນດາກິດຈະກຳ ເຊັ່ນ ການສຳມະນາກ່ຽວກັບການສ້າງເຂດຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ການພັດທະນາຢ່າງຍືນຍົງ; ການຢ້ຽມຊົມໂຮງງານກັ່ນນ້ຳມັນ ຢຸງກວັດ ແລະ ບັນດາຮູບແບບການພັດທະນາຢູ່ທ້ອງຖິ່ນ, ຜູ້ແທນຊາວໜຸ່ມສາມປະເທດໄດ້ມີເງື່ອນໄຂແລກປ່ຽນປະສົບການ, ແນະນຳຂໍ້ລິເລີ່ມ, ຮຽນຮູ້ເອກະລັກທາງວັດທະນະທຳ ແລະ ທ່າແຮງການພັດທະນາຂອງແຕ່ລະປະເທດ.

ທ່ານ ຟ້າມ ຮົ່ງ ຫຽບ ປາຖະໜາວ່າ ຊາວໜຸ່ມແຕ່ລະຄົນຈະສືບຕໍ່ເປັນຝ່າຍລິເລີ່ມໃນການເຊື່ອມຕໍ່, ຂະຫຍາຍການແລກປ່ຽນ, ການຮ່ວມມື ແລະ ເຜີຍແຜ່ບັນດາເລື່ອງລາວໃນທາງບວກ; ພ້ອມທັງສືບທອດມູນເຊື້ອສາມັກຄີທີ່ຄົນຮຸ່ນກ່ອນໄດ້ທະນຸບຳລຸງ, ປະກອບສ່ວນເສີມສ້າງສາຍພົວພັນມິດຕະພາບຫວຽດນາມ - ກຳປູເຈຍ - ລາວ.

ຈຸດເດັ່ນຂອງໂຄງການແມ່ນບັນດາການສະແດງສິລະປະທີ່ແນະນຳທຳນອງເພງ ແລະ ທ່າຟ້ອນມູນເຊື້ອອັນເປັນເອກະລັກຂອງສາມປະເທດ, ສ້າງບັນຍາກາດແລກປ່ຽນວັດທະນະທຳທີ່ມີສີສັນຫຼາກຫຼາຍ.

ໂດຍສະເພາະ, ຜູ້ແທນຊາວໜຸ່ມສາມປະເທດໄດ້ຮ່ວມກັນປະກອບພິທີຈຸດໄຟແຫ່ງມິດຕະພາບ. ແປວໄຟດັ່ງກ່າວເປັນສັນຍະລັກຂອງພະລັງແຫ່ງໄວໜຸ່ມ, ຈິດໃຈອັນກະຕືລືລົ້ນ ແລະ ຄວາມປາຖະໜາທີ່ຈະອຸທິດຕົນ, ສະແດງເຖິງຄວາມສາມັກຄີ, ຄວາມຜູກພັນ ແລະ ຄວາມເຊື່ອໝັ້ນໃນອະນາຄົດແຫ່ງການຮ່ວມມືອັນຍາວນານລະຫວ່າງຄົນຮຸ່ນໜຸ່ມຫວຽດນາມ, ກຳປູເຈຍ ແລະ ລາວ.

ເພີ່ມທະວີຄວາມສາມັກຄີ, ມິດຕະພາບລະຫວ່າງປະຊາຊົນຫວຽດນາມ - ກຳປູເຈຍ - ລາວ ເພີ່ມທະວີຄວາມສາມັກຄີ, ມິດຕະພາບລະຫວ່າງປະຊາຊົນຫວຽດນາມ - ກຳປູເຈຍ - ລາວ
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 67 ປີແຫ່ງວັນຊາດແຫ່ງລາຊະອານາຈັກ ກຳປູເຈຍ, ສູນກາງສະມາຄົມມິດຕະພາບຫວຽດນາມ - ກຳປູເຈຍ, ນະຄອນໂຮ່ຈິມິນ ໄດ້ຈັດຕັ້ງການພົບປະແລກປ່ຽນ “ເພີ່ມພຸນຄູນສ້າງຄວາມມິດຕະພາບ”.
ວິສາຫະກິດຫວຽດນາມ - ກຳປູເຈຍ - ລາວ 120 ແຫ່ງເຂົ້າຮ່ວມງານຕະຫຼາດນັດສາກົນຢູ່ ອານຢາງ ວິສາຫະກິດຫວຽດນາມ - ກຳປູເຈຍ - ລາວ 120 ແຫ່ງເຂົ້າຮ່ວມງານຕະຫຼາດນັດສາກົນຢູ່ ອານຢາງ
ຍສໝ - 300 ຮ້ານ​ຂອງ 120 ວິ​ສາ​ຫະ​ກິດ​ຂອງ​ ຫວຽດ​ນາມ, ກຳ​ປູ​ເຈຍ ແລະ ລາວ ໄດ້​ເຂົ້າ​ຮ່ວມ​ງານ​ຕະຫຼາດນັດ​ສາ​ກົນ ຕິງບຽນ ຈັດ​​ໂດຍ​ແຂວງ ອານຢາງ.

ດວງດີ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ