ຫວຽດນາມ - ອິນເດຍ ຊຸກຍູ້ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ໄດ້ຮັບການເພີ່ມທະວີ, ມຸ່ງໄປສູ່ມູນຄ່າການຄ້າ 25 ຕື້ USD

15:12 | 09/11/2026

ຍສໝ - ໃນຕອນບ່າຍວັນທີ 2 ວັນທີ 11, ຢູ່ ຮ່າໂນ້ຍ, ທ່ານ ເລຮວ່າຍຈຸງ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບ ທ່ານ ອາຈິດ ໂດວັລ, ທີ່ປຶກສາຄວາມສະຫງົບແຫ່ງຊາດ ອິນເດຍ ໃນໂອກາດມາຢ້ຽມຢາມ ຫວຽດນາມ.

ຫວຽດນາມ - ອິນເດຍ ເປີດພື້ນທີ່ຮ່ວມມືໃໝ່ ພາຍຫຼັງ 10 ປີແຫ່ງການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ ຂະຫຍາຍເຄືອຂ່າຍການແລກປ່ຽນປະຊາຊົນ
ຫວຽດນາມ - ອິນເດຍ ຊຸກຍູ້ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ໄດ້ຮັບການເພີ່ມທະວີ, ມຸ່ງໄປສູ່ມູນຄ່າການຄ້າ 25 ຕື້ USD
ທ່ານ ເລຮວ່າຍຈຸງ ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບ ທ່ານ ອາດິດ ໂດວັລ ທີ່ປຶກສາຄວາມໝັ້ນຄົງແຫ່ງຊາດ ອິນເດຍ

ຢູ່ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ເລຮວ່າຍຈຸງ ໄດ້ເນັ້ນໜັກວ່າ ຫວຽດນາມ ຖືເອົາ ອິນເດຍ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າ ແລະ ແມ່ນເພື່ອນມິດອັນຈິງໃຈ, ຜູກພັນ. ການທີ່ສອງປະເທດ ຍົກລະດັບສາຍພົວພັນຂຶ້ນເປັນ ຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ໄດ້ຮັບການເພີ່ມທະວີ ແມ່ນຂີດໝາຍການພັດທະນາທີ່ສຳຄັນ, ສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງໃນລະດັບສູງ ແລະ ສ້າງພື້ນຖານການຮ່ວມມືທີ່ເລິກເຊິ່ງກວ່າເກົ່າ. ທ່ານທີ່ປຶກສາ Ajit Doval ຢືນຢັນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືຈຸດສຸມ ໃນນໂຍບາຍພາກພື້ນຂອງ ອິນເດຍ, ໃນສະພາບທີ່ສະພາບການໂລກ ຜັນແປຢ່າງສັບສົນ.

ສອງຝ່າຍ ໄດ້ເອກະພາບກັນ ຮັກສາການແລກປ່ຽນຄະນະປະຕິບັດງານຂັ້ນສູງ ແລະ ປະສົມປະສານຜັນຂະຫຍາຍ ບັນດາຂໍ້ຕົກລົງ ທີ່ບັນລຸໄດ້ ໃນບັນດາການຢ້ຽມຢາມ ທີ່ຜ່ານມາ, ໂດຍພົ້ນເດັ່ນແມ່ນ ການຢ້ຽມຢາມຂັ້ນລັດ ຢູ່ ອິນເດຍ ຂອງ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕ ລຳ (To Lam) (ເດືອນ 5/2026) ແລະ ການຢ້ຽມຢາມ ຂອງ ທ່ານນາຍົກລັດຖະມົນຕີ ເລ ມິນ ຮື່ງ (Le Minh Hung) (ເດືອນ 9/2026); ພ້ອມດຽວກັນນັ້ນ ກໍ່ມຸ່ງໄປສູ່ການສະເລີມສະຫຼອງ ວັນສ້າງສາຍພົວພັນການທູດ ຄົບຮອບ 55 ປີ ໃນປີ 2027.

ກ່ຽວກັບເສດຖະກິດ, ສອງປະເທດ ຕົກລົງຕັດສິນໃຈ ຂຸດຄົ້ນທ່າແຮງຢ່າງສູງສຸດ ເພື່ອມຸ່ງໄປສູ່ເປົ້າໝາຍການຄ້າ 25 ຕື້ USD. ຝ່າຍ ອິນເດຍ ໄດ້ສະເໜີ ເປີດກວ້າງການຮ່ວມມື ຢູ່ ບັນດາຂົງເຂດ ພະລັງງານ, ພື້ນຖານໂຄງລ່າງ, ເຕັກໂນໂລຊີ ແລະ ການຫັນເປັນຫຼາກຫຼາຍ ຂອງຫ່ວງໂສ້ການສະໜອງ. ສອງຝ່າຍ ໄດ້ເອກະພາບກັນ ຊຸກຍູ້ ບັນດາຂົງເຂດເຕັກໂນໂລຊີຍຸດທະສາດ ຄື: ປັນຍາປະດິດ (AI), ຄວາມສະຫງົບໄຊເບີ, ພະລັງງານນິວເຄຼຍ ເພື່ອຈຸດປະສົງສັນຕິພາບ ແລະ ການກໍ່ສ້າງຊັບພະຍາກອນມະນຸດຄຸນນະພາບສູງ.

ຕໍ່ໜ້າບັນດາຄວາມຜັນແປທົ່ວໂລກ, ສອງຝ່າຍ ຄຳໝັ້ນສັນຍາ ເພີ່ມທະວີການແບ່ງປັນຂໍ້ມູນຂ່າວສານ, ປະກັນຄວາມສະຫງົບດ້ານພະລັງງານ, ຫ່ວງໂສ້ການສະໜອງ ແລະ ຄວາມປອດໄພທາງທະເລ; ສືບຕໍ່ປະສົມປະສານ ຢູ່ ບັນດາເວທີປຶກສາຫາລືສາກົນ, ຍົກສູງລັດທິພະຫຸພາຄີ ແລະ ກົດໝາຍສາກົນ. ທ່ານທີ່ປຶກສາ Ajit Doval ຢືນຢັນວ່າ ອິນເດຍ ສະໜັບສະໜູນ ບົດບາດໃຈກາງຂອງ ASEAN ແລະ ພ້ອມທີ່ຈະໜູນຊ່ວຍ ຍົກຮ່າງຄວາມສາມາດໃນການຮັບມື ຕໍ່ໜ້າສະພາບການໃໝ່.

ການເຄື່ອນໄຫວຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢູ່ ອິນເດຍ ການເຄື່ອນໄຫວຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢູ່ ອິນເດຍ
ຫວຽດນາມ ປາດຖະໜາຢາກເພີ່ມທະວີການຮ່ວມມືກັບ ອິນເດຍ ໃນທຸກຂົງເຂດ, ໃນນັ້ນມີດ້ານເສດຖະກິດວິທະຍາສາດ, ເຕັກໂນໂລຊີ, ການຫັນເປັນດີຈີຕອນ
ຫວຽດນາມ - ອິນເດຍ: ບັນດາບາດກ້າວບຸກທະລຸໃນບັນດາເສົາຄ້ຳແຫ່ງການຮ່ວມມື ຫວຽດນາມ - ອິນເດຍ: ບັນດາບາດກ້າວບຸກທະລຸໃນບັນດາເສົາຄ້ຳແຫ່ງການຮ່ວມມື
ຍສໝ - ການຢ້ຽມຢາມລັດຖະກິດຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ (Tô Lâm) ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄປຍັງ ສາທາລະນະລັດ ອິນເດຍ ແຕ່ວັນທີ 5 ຫາວັນທີ 7 ພຶດສະພາ ຜ່ານມາ ໄດ້ສິ້ນສຸດລົງຢ່າງມີຜົນສຳເລັດຈົບງາມ ດ້ວຍຫຼາຍໝາກຜົນອັນພົ້ນເດັ່ນ, ສ້າງຂີດໝາຍອັນເລິກເຊິ່ງໃນສາຍພົວພັນສອງຝ່າຍ ຫວຽດນາມ – ອິນເດຍ.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ