| ຫວຽດນາມ - ອັງໂກລາ ມຸ່ງສູ່ການຮ່ວມມືຢ່າງແທ້ຈິງ ແລະ ມີປະສິດທິຜົນ ຫວຽດນາມ - ອັງໂກລາ ຂະຫຍາຍການຮ່ວມມືທາງດ້ານພະລັງງານ, ນ້ຳມັນກາດ ແລະ ກະສິກຳ |
ເຂົ້າຮ່ວມການສຳມະນາມີທ່ານ Fernando Miguel, ເອກອັກຄະລັດຖະທູດອັງໂກລາປະຈຳຫວຽດນາມ; ທ່ານນາງ ຫງວຽນ ເຟືອງ ຈ່າ, ຫົວໜ້າກົມຕາເວັນອອກກາງ - ອາຟຣິກາ, ກະຊວງການຕ່າງປະເທດ; ທ່ານ ດົ່ງ ຮຸຍ ເກື່ອງ, ຮອງປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO); ບັນດາອະດີດເອກອັກຄະລັດຖະທູດຫວຽດນາມປະຈຳອັງໂກລາ, ສະມາຊິກສະໂມສອນເພື່ອນມິດອັງໂກລາ - ຫວຽດນາມ, ບັນດາອະດີດຊ່ຽວຊານຫວຽດນາມ ພ້ອມດ້ວຍຜູ້ແທນ ແລະ ຕົວແທນປະຊາຄົມຊາວອັງໂກລາຢູ່ຫວຽດນາມຈຳນວນຫຼາຍ.
![]() |
| ບັນດາຜູ້ແທນຖ່າຍຮູບທີ່ລະນຶກ ໃນຂອບເຂດການສຳມະນາເນື່ອງໃນໂອກາດລະນຶກຄົບຮອບ 51 ປີ ວັນຊາດອັງໂກລາ. |
ໃນບັນຍາກາດແຫ່ງມິດຕະພາບ ແລະ ຄວາມສະໜິດສະໜົມ, ບັນດາຜູ້ແທນໄດ້ຮ່ວມກັນທົບທວນຄືນໄລຍະທາງແຫ່ງຄວາມສາມັກຄີ ແລະ ຄວາມຜູກພັນລະຫວ່າງປະຊາຊົນສອງປະເທດ, ພ້ອມທັງຮັບຮູ້ບັນດາການປະກອບສ່ວນຂອງຊ່ຽວຊານຫວຽດນາມຫຼາຍຮຸ່ນຄົນ ຕໍ່ຂະບວນການຟື້ນຟູກໍ່ສ້າງ ແລະ ພັດທະນາອັງໂກລາພາຍຫຼັງຍາດໄດ້ເອກະລາດ.
ກ່າວເປີດການສຳມະນາ, ທ່ານ Fernando Miguel, ເອກອັກຄະລັດຖະທູດອັງໂກລາປະຈຳຫວຽດນາມ ໄດ້ຫວນຄືນເຖິງຄວາມໝາຍຂອງວັນທີ 11 ພະຈິກ 1975, ເຊິ່ງເປັນເວລາທີ່ອັງໂກລາປະກາດເອກະລາດ ພາຍຫຼັງການຕໍ່ສູ້ປົດປ່ອຍຊາດທີ່ແກ່ຍາວມາຫຼາຍປີ.
ຕາມທ່ານເອກອັກຄະລັດຖະທູດ, ສາຍພົວພັນມິດຕະພາບຫວຽດນາມ - ອັງໂກລາ ໄດ້ຮັບການທະນຸບຳລຸງຈາກຈິດໃຈສາມັກຄີ ແລະ ຄວາມຄ້າຍຄືກັນໃນບັນດາຄຸນຄ່າທາງປະຫວັດສາດ. ຫວຽດນາມແມ່ນໜຶ່ງໃນບັນດາປະເທດທຳອິດທີ່ຮັບຮອງເອກະລາດຂອງອັງໂກລາ, ຜ່ານນັ້ນສະແດງເຖິງການສະໜັບສະໜູນຢ່າງສະເໝີຕົ້ນສະເໝີປາຍຕໍ່ການຕໍ່ສູ້ຍາດເອກະລາດຂອງປະຊາຊົນອັງໂກລາ.
ໃນໂອກາດນີ້, ທ່ານ Fernando Miguel ໄດ້ສົ່ງຄຳຂອບໃຈຢ່າງເລິກເຊິ່ງເຖິງບັນດາຊ່ຽວຊານຫວຽດນາມຫຼາຍຮຸ່ນຄົນ, ໂດຍສະເພາະບັນດາທ່ານໝໍ, ຄູອາຈານ, ວິສະວະກອນ ແລະ ຊ່ຽວຊານກະສິກຳ ທີ່ໄດ້ຜ່ານຜ່າຄວາມຫຍຸ້ງຍາກນານາປະການ ແລະ ປະກອບສ່ວນເຂົ້າໃນພາລະກິດຟື້ນຟູກໍ່ສ້າງ ແລະ ພັດທະນາປະເທດອັງໂກລາພາຍຫຼັງໄດ້ຮັບເອກະລາດ.
ທ່ານເນັ້ນໜັກວ່າ ດ້ວຍຄວາມຮູ້ຄວາມສາມາດທາງວິຊາຊີບ, ຈິດໃຈມະນຸດສະທຳ ແລະ ຄວາມທຸ່ມເທໃນການເຮັດວຽກ, ບັນດາຊ່ຽວຊານຫວຽດນາມໄດ້ປະໄວ້ຄວາມຮູ້ສຶກອັນດີງາມໃນຈິດໃຈຂອງປະຊາຊົນອັງໂກລາ, ກາຍເປັນຂົວເຊື່ອມສາຍສຳພັນອັນແໜ້ນແຟ້ນລະຫວ່າງປະຊາຊົນສອງປະເທດ.
ທ່ານເອກອັກຄະລັດຖະທູດ ຍັງໄດ້ຕີລາຄາສູງບັນດາຜົນສຳເລັດດ້ານເສດຖະກິດ - ສັງຄົມທີ່ຫວຽດນາມຍາດມາໄດ້ໃນຂະບວນການຜ່ານຜ່າຄວາມຫຍຸ້ງຍາກ ແລະ ພັດທະນາປະເທດ, ໂດຍຖືວ່ານີ້ແມ່ນບົດຮຽນອ້າງອີງທີ່ມີຄຸນຄ່າສຳລັບອັງໂກລາ.
ສາມທິດທາງການຮ່ວມມືບົນພື້ນຖານມິດຕະພາບມູນເຊື້ອ
ກ່າວປາໄສໃນການສຳມະນາ, ທ່ານ ດົ່ງ ຮຸຍ ເກື່ອງ, ຮອງປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຢືນຢັນວ່າ ຄວາມຄ້າຍຄືກັນດ້ານອຸດົມການ, ຈິດໃຈສາມັກຄີສາກົນ ແລະ ນ້ຳໃຈສະໜັບສະໜູນຢ່າງຈິງໃຈລະຫວ່າງສອງຊາດ ໄດ້ສ້າງພື້ນຖານອັນໝັ້ນຄົງໃຫ້ແກ່ສາຍພົວພັນຫວຽດນາມ - ອັງໂກລາ.
ທ່ານໄດ້ຫວນຄືນເຖິງການປະກອບສ່ວນຂອງຊ່ຽວຊານຫວຽດນາມຫຼາຍພັນຄົນທີ່ເຄີຍເຮັດວຽກຢູ່ອັງໂກລາ, ພ້ອມທັງຮັບຮູ້ບົດບາດຂອງປະຊາຄົມຊາວຫວຽດນາມທີ່ພວມດຳລົງຊີວິດ, ເຮັດວຽກ ແລະ ດຳເນີນທຸລະກິດຢູ່ປະເທດອາຟຣິກາແຫ່ງນີ້ ໃນການຮັກສາ ແລະ ພັດທະນາສາຍພົວພັນສອງຝ່າຍ.
ບົນພື້ນຖານມິດຕະພາບທີ່ໄດ້ຮັບການທະນຸບຳລຸງຜ່ານຫຼາຍຮຸ່ນຄົນ, ທ່ານ ດົ່ງ ຮຸຍ ເກື່ອງ, ຮອງປະທານ ໄດ້ສະເໜີສາມທິດທາງ ເພື່ອສືບຕໍ່ເຮັດໃຫ້ສາຍພົວພັນຮ່ວມມືຫວຽດນາມ - ອັງໂກລາ ເລິກເຊິ່ງຍິ່ງຂຶ້ນ.
ກ່ອນອື່ນໝົດ, ສອງຝ່າຍຄວນສົ່ງເສີມບົດບາດຂອງການທູດປະຊາຊົນ, ນຳໃຊ້ຄວາມຄ່ອງຕົວ ແລະ ຄວາມໃກ້ຊິດຂອງຊ່ອງທາງການຮ່ວມມືນີ້ ເພື່ອຂະຫຍາຍບັນດາກິດຈະກຳແລກປ່ຽນໃນຂົງເຂດເສດຖະກິດ, ວັດທະນະທຳ, ວິທະຍາສາດ ແລະ ເຕັກໂນໂລຊີ. ຜ່ານນັ້ນ, ຈິດໃຈການຮ່ວມມືໃຕ້ - ໃຕ້ ຈະສືບຕໍ່ໄດ້ຮັບການສົ່ງເສີມ ແລະ ເຜີຍແຜ່ຢ່າງກວ້າງຂວາງ.
ນອກຈາກນັ້ນ, ທ່ານໄດ້ສະເໜີໃຫ້ເອົາໃຈໃສ່ສົ່ງເສີມບົດບາດເປັນຂົວເຊື່ອມຂອງປະຊາຄົມຊາວຫວຽດນາມຢູ່ອັງໂກລາ ແລະ ບັນດາຜູ້ທີ່ເຄີຍສຶກສາ ຫຼື ເຮັດວຽກຢູ່ປະເທດເພື່ອນມິດ. ດ້ວຍຄວາມຮູ້ຄວາມເຂົ້າໃຈດ້ານພາສາ, ວັດທະນະທຳ, ປະສົບການຕົວຈິງ ພ້ອມທັງເຄືອຂ່າຍສາຍພົວພັນທີ່ໄດ້ສ້າງຂຶ້ນ, ກຳລັງດັ່ງກ່າວມີເງື່ອນໄຂອັນສະດວກຫຼາຍໃນການເຊື່ອມຕໍ່ບັນດາອົງການ, ວິສາຫະກິດ ແລະ ປະຊາຊົນສອງປະເທດ.
![]() |
| ບັນດາຜູ້ແທນປຶກສາຫາລື ແລະ ແລກປ່ຽນຄຳເຫັນໃນການສຳມະນາ. |
ທິດທາງທີສາມແມ່ນການປຸກລະດົມແຮງບັນດານໃຈ ແລະ ສ້າງເງື່ອນໄຂໃຫ້ຄົນຮຸ່ນໜຸ່ມສືບທອດມູນເຊື້ອມິດຕະພາບຫວຽດນາມ - ອັງໂກລາ, ສົ່ງເສີມຄວາມຮູ້, ຄວາມສາມາດສ້າງສັນ ແລະ ຈິດໃຈບຸກເບີກໃນຍຸກດິຈິຕອນ.
ໂດຍຢືນຢັນເຖິງຄວາມສຳຄັນຂອງການທູດປະຊາຊົນໃນໄລຍະພັດທະນາໃໝ່, ທ່ານ ດົ່ງ ຮຸຍ ເກື່ອງ, ຮອງປະທານ ໃຫ້ຮູ້ວ່າ VUFO ພ້ອມທີ່ຈະປະສານສົມທົບຢ່າງໃກ້ຊິດກັບສະຖານທູດອັງໂກລາ ແລະ ບັນດາຄູ່ຮ່ວມມືທີ່ກ່ຽວຂ້ອງ ເພື່ອຍູ້ແຮງການແລກປ່ຽນລະຫວ່າງປະຊາຊົນ, ເຊື່ອມຕໍ່ບັນດາອົງການມິດຕະພາບ, ແລກປ່ຽນຄະນະຜູ້ແທນ ແລະ ປະຕິບັດບັນດາຂໍ້ລິເລີ່ມຮ່ວມມືທີ່ເປັນຮູບປະທຳ ແລະ ມີປະໂຫຍດຕົວຈິງ.
ໃນຂອບເຂດການສຳມະນາ, ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລືສາມກຸ່ມບັນຫາຈຸດສຸມ. ເນື້ອໃນທຳອິດແມ່ນການທົບທວນ ແລະ ປະເມີນບັນດາການປະກອບສ່ວນຂອງຊ່ຽວຊານຫວຽດນາມຕໍ່ຂະບວນການຟື້ນຟູກໍ່ສ້າງ ແລະ ພັດທະນາອັງໂກລາ. ເນື້ອໃນທີສອງສຸມໃສ່ການວິເຄາະບັນດາສິ່ງທ້າທາຍ ແລະ ສະເໜີວິທີແກ້ໄຂເພື່ອເພີ່ມທະວີການຮ່ວມມືລະຫວ່າງສອງປະເທດ.
ສ່ວນເນື້ອໃນທີສາມແມ່ນການກຳນົດທ່າແຮງ ແລະ ໂອກາດການຮ່ວມມືສອງຝ່າຍ, ພ້ອມທັງແລກປ່ຽນປະສົບການການພັດທະນາຂອງຫວຽດນາມໃນຂົງເຂດກະສິກຳ, ອຸດສາຫະກຳເບົາ, ສິນຄ້າອຸປະໂພກບໍລິໂພກ, ສາທາລະນະສຸກ ແລະ ເຕັກໂນໂລຊີສາລະສົນເທດ.
ຜ່ານບັນດາກິດຈະກຳແລກປ່ຽນ, ການສຳມະນາມຸ່ງໝາຍສົ່ງເສີມບັນດາຄຸນຄ່າຂອງສາຍພົວພັນສາມັກຄີ ແລະ ການຮ່ວມມືມູນເຊື້ອຫວຽດນາມ - ອັງໂກລາ, ພ້ອມທັງສ້າງແຮງຂັບເຄື່ອນເພີ່ມຕື່ມໃຫ້ແກ່ການທູດເສດຖະກິດ, ການເຊື່ອມຕໍ່ປະຊາຄົມວິສາຫະກິດ ແລະ ການຂະຫຍາຍໂອກາດການລົງທຶນລະຫວ່າງສອງປະເທດ.
ຍສໝ - ເພື່ອແນໃສ່ຊຸກຍູ້ການເຄື່ອນໄຫວທຸລະກິດລົງທຶນຂອງວິສາຫະກິດຫວຽດນາມ, ທ່ານເອກອັກຄະລັດຖະທູດ ເຢື່ອງຈີ່ງຈູ໋ກ ໄດ້ເປັນປະທານຈັດຕັ້ງການພົບປະສົນທະນາກັບບັນດາວິສາຫະກິດ ຫວຽດນາມ ຢູ່ ອັງໂກລາ. |
ຍສໝ - ສະມາຄົມນັກທຸລະກິດ ຫວຽດນາມ ຢູ່ ອັງໂກລາ (ສະມາຄົມ) ຫາກໍ່ດຳເນີນກອງປະຊຸມໃຫຍ່, ຮັບຮອງເອົາກົດລະບຽບ ແລະ ສ້າງຕັ້ງຄະນະບໍລິຫານງານຢ່າງເປັນທາງການ ດ້ວຍສະມາຊິກ 9 ທ່ານ. |
ມິງດຶກ

