| ຊຸດເສື້ອຍາວຫວຽດນາມປາກົດຕົວຕາມຖະໜົນໃນນະຄອນຊິດນີ, ອົດສະຕຣາລີ ອາຫານຮ່າໂນ້ຍຜ່ານມຸມມອງຂອງສື່ມວນຊົນອົດສະຕຣາລີ |
ພົນເອກ ຫງວຽນ ເຈື່ອງ ຖັ້ງ, ຮອງລັດຖະມົນຕີກະຊວງປ້ອງກັນຊາດຫວຽດນາມ ແລະ ທ່ານ Hugh Jeffrey, ຮອງເລຂາທິການໃຫຍ່ກະຊວງປ້ອງກັນຊາດອົດສະຕຣາລີ ຮັບຜິດຊອບດ້ານຍຸດທະສາດ, ນະໂຍບາຍ ແລະ ການຮ່ວມມືສາກົນ ໄດ້ເປັນປະທານຮ່ວມໃນການສົນທະນາຄັ້ງນີ້.
![]() |
| ພົນເອກ ຫງວຽນ ເຈື່ອງ ຖັ້ງ ແລະ ທ່ານ Hugh Jeffrey ລົງນາມໃນບົດບັນທຶກການສົນທະນານະໂຍບາຍປ້ອງກັນຊາດຄັ້ງທີ 9 ລະຫວ່າງຫວຽດນາມ ແລະ ອົດສະຕຣາລີ. |
ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການຂອງໂລກ, ພາກພື້ນ ແລະ ບັນດາບັນຫາທີ່ທັງສອງຝ່າຍໃຫ້ຄວາມສົນໃຈ. ຫວຽດນາມໄດ້ຢືນຢັນຄືນຈຸດຢືນໃນການແກ້ໄຂຄວາມເຫັນຕ່າງກັນທາງທະເລດ້ວຍວິທີການສັນຕິ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີອະນຸສັນຍາສະຫະປະຊາຊາດວ່າດ້ວຍກົດໝາຍທະເລ ປີ 1982 (UNCLOS 1982).
ໃນການຕີລາຄາຜົນການຮ່ວມມືດ້ານປ້ອງກັນຊາດ, ພົນເອກ ຫງວຽນ ເຈື່ອງ ຖັ້ງ ໄດ້ສະເໜີໃຫ້ຮັກສາບັນດາກົນໄກການສົນທະນາ, ການຝຶກອົບຮົມ, ການແລກປ່ຽນຄະນະຜູ້ແທນ, ການຮ່ວມມືດ້ານເສນາຮັກ, ການຮັກສາສັນຕິພາບ ແລະ ສຶກສາຄົ້ນຄວ້າການຂະຫຍາຍການຮ່ວມມືໃນຂົງເຂດອຸດສາຫະກຳປ້ອງກັນຊາດ, ຄວາມໝັ້ນຄົງທາງໄຊເບີ ແລະ ວິທະຍາສາດເຕັກໂນໂລຊີ.
ທ່ານ Hugh Jeffrey ໄດ້ໃຫ້ຄຳໝັ້ນວ່າ ຈະແບ່ງປັນເອກະສານກ່ຽວກັບທະຫານຫວຽດນາມທີ່ໄດ້ເສຍສະຫຼະຊີວິດໃນສົງຄາມ ແລະ ຊ່ວຍເຫຼືອໃນການຍົກສູງຄວາມສາມາດກວດພິສູດ ADN ຂອງອັດຖິວິລະຊົນຜູ້ເສຍສະຫຼະຊີວິດ.
ສິ້ນສຸດການສົນທະນາ, ຫົວໜ້າຄະນະຜູ້ແທນທັງສອງຝ່າຍໄດ້ລົງນາມໃນບົດບັນທຶກການສົນທະນານະໂຍບາຍປ້ອງກັນຊາດຫວຽດນາມ - ອົດສະຕຣາລີ ຄັ້ງທີ 9.
ຍສໝ - ຕາມທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ອົດສະຕຣາລີ ຟ້າມຮຸງເຕີມ ແລ້ວ, ລາຍການເຄື່ອນໄຫວ 2024-2027 ລະຫວ່າງ ຫວຽດນາມ ແລະ ອົດສະຕຣາລີ ເພື່ອຜັນຂະຫຍາຍຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຈະສຸມໃສ່ 6 ຂົງເຂດ. |
ຍສໝ - ຕອນບ່າຍວັນທີ 29 ກໍລະກົດ, ທີ່ສຳນັກງານໃຫຍ່ກະຊວງປ້ອງກັນຊາດ, ພົນເອກ ຟານວັນຢາງ, ກຳມະການກົມການເມືອງ, ຮອງນາຍົກລັດຖະບານ, ລັດຖະມົນຕີກະຊວງປ້ອງກັນຊາດ ໄດ້ໃຫ້ການຕ້ອນຮັບ ທ່ານນາງ Gillian Bird, ເອກອັກຄະລັດຖະທູດອົດສະຕຣາລີປະຈຳຫວຽດນາມ. |
ມິງດຶກ
