IMF ປາຖະໜາເຂົ້າຮ່ວມບັນດາກິດຈະກຳ APEC 2027

16:41 | 17/11/2026

ຍສໝ - ຕອນບ່າຍວັນທີ 16 ພະຈິກ, ຢູ່ Manila (ຟີລິບປິນ), ທ່ານ ເລ ມິງ ຮຶງ, ນາຍົກລັດຖະມົນຕີຫວຽດນາມ ໄດ້ພົບປະກັບທ່ານນາງ Kristalina Georgieva, ຜູ້ອຳນວຍການໃຫຍ່ກອງທຶນການເງິນສາກົນ (IMF). ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະຖານະການເສດຖະກິດໂລກ, ທິດທາງການພັດທະນາຂອງຫວຽດນາມ ແລະ ການຮ່ວມມືໃນໄລຍະຕໍ່ໜ້າ, ໃນນັ້ນລວມມີບັນດາກິດຈະກຳໃນຂອບເຂດປີ APEC 2027 ທີ່ຫວຽດນາມເປັນເຈົ້າພາບ.

APEC ຕໍ່ໜ້າການປ່ຽນແປງທາງພູມເສດຖະກິດ ແລະ ໂອກາດຂອງຫວຽດນາມໃນປີ 2027 APEC 2027 ສ້າງໂອກາດຍົກສູງຄວາມສາມາດຂອງພະນັກງານດ້ານການເຊື່ອມເຂົ້າກັບສາກົນຂອງຫວຽດນາມ

ການພົບປະດັ່ງກ່າວດຳເນີນຂຶ້ນໃນຂອບເຂດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ.

ໃນການພົບປະ, ທ່ານນາຍົກລັດຖະມົນຕີ ເລ ມິງ ຮຶງ ໄດ້ຮັບຮູ້ບົດບາດຂອງ IMF ໃນການຮັກສາສະຖຽນລະພາບຂອງລະບົບການເງິນ ແລະ ເງິນຕາສາກົນ ພ້ອມທັງຊ່ວຍເຫຼືອບັນດາປະເທດສະມາຊິກໃນການຮັບມືກັບຄວາມຜັນຜວນຂອງເສດຖະກິດໂລກ.

ໃນສະພາບທີ່ເສດຖະກິດໂລກພວມປະເຊີນກັບຫຼາຍການປ່ຽນແປງ ແລະ ຄວາມສ່ຽງທີ່ຍາກຈະຄາດຄະເນ, ທ່ານນາຍົກລັດຖະມົນຕີສະເໜີໃຫ້ IMF ສືບຕໍ່ສົ່ງເສີມບົດບາດໃນການຕິດຕາມ, ຄາດຄະເນ ແລະ ແຈ້ງເຕືອນລ່ວງໜ້າ, ຊ່ວຍໃຫ້ບັນດາປະເທດເປັນເຈົ້າການປ້ອງກັນ ແລະ ຮັບມືກັບບັນດາຜົນກະທົບຢ່າງຮຸນແຮງດ້ານເສດຖະກິດ ແລະ ການເງິນ.

ໂດຍຕີລາຄາສູງສາຍພົວພັນຮ່ວມມືຫວຽດນາມ - IMF ໃນໄລຍະຜ່ານມາ, ທ່ານນາຍົກລັດຖະມົນຕີໄດ້ຮັບຮູ້ບັນດາບົດວິເຄາະ, ການປະເມີນ ແລະ ຂໍ້ສະເໜີແນະດ້ານນະໂຍບາຍຂອງອົງການດັ່ງກ່າວ. ໂດຍສະເພາະ, ຜົນການເຮັດວຽກຂອງຄະນະປຶກສາຫາລືຕາມມາດຕາ IV ທີ່ຫາກໍ່ເດີນທາງມາຫວຽດນາມ ໄດ້ສະໜອງຂໍ້ມູນອ້າງອີງທີ່ເປັນປະໂຫຍດຫຼາຍດ້ານໃຫ້ແກ່ຂະບວນການສ້າງ ແລະ ບໍລິຫານນະໂຍບາຍເສດຖະກິດ.

IMF ປາຖະໜາເຂົ້າຮ່ວມບັນດາກິດຈະກຳ APEC 2027
ທ່ານ ເລ ມິງ ຮຶງ, ນາຍົກລັດຖະມົນຕີຫວຽດນາມ ສົນທະນາກັບທ່ານນາງ Kristalina Georgieva, ຜູ້ອຳນວຍການໃຫຍ່ກອງທຶນການເງິນສາກົນ (IMF).

ທ່ານນາຍົກລັດຖະມົນຕີປາຖະໜາໃຫ້ IMF ສືບຕໍ່ຮັກສາການສົນທະນາ, ແບ່ງປັນປະສົບການ ແລະ ສະເໜີບັນດາຄຳແນະນຳທີ່ສອດຄ່ອງກັບສະພາບຕົວຈິງ ກໍຄືບັນດາບຸລິມະສິດການພັດທະນາຂອງແຕ່ລະປະເທດ.

ໂດຍໃຫ້ຂໍ້ມູນກ່ຽວກັບທິດທາງການພັດທະນາຂອງຫວຽດນາມ, ທ່ານນາຍົກລັດຖະມົນຕີ ເລ ມິງ ຮຶງ ໃຫ້ຮູ້ວ່າ ປະເທດພວມກ້າວເຂົ້າສູ່ໄລຍະໃໝ່ດ້ວຍບັນດາເປົ້າໝາຍທີ່ສູງຂຶ້ນ, ຮຽກຮ້ອງໃຫ້ສືບຕໍ່ປ່ຽນໃໝ່ແນວຄິດ ແລະ ວິທີການພັດທະນາ, ຍົກສູງຄຸນນະພາບການເຕີບໂຕ ແລະ ຄວາມສາມາດແຂ່ງຂັນຂອງເສດຖະກິດ.

ຫວຽດນາມກຳນົດໃຫ້ວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນປ່ຽນດິຈິຕອນ ເປັນບັນດາແຮງຂັບເຄື່ອນທີ່ສຳຄັນສຳລັບການເຕີບໂຕ. ຄຽງຄູ່ກັນນັ້ນ, ຫວຽດນາມຍັງໃຫ້ຄວາມສຳຄັນຕໍ່ການປັບປຸງລະບົບສະຖາບັນ, ພັດທະນາຊັບພະຍາກອນມະນຸດ, ຍົກສູງຜະລິດຕະພາບແຮງງານ, ຮັບປະກັນສະຖຽນລະພາບເສດຖະກິດມະຫາພາກ, ຄວາມປອດໄພດ້ານການເງິນ ແລະ ຄວາມສາມາດປັບຕົວຕໍ່ບັນດາຄວາມຜັນຜວນຈາກພາຍນອກ.

ທາງຝ່າຍ IMF, ທ່ານນາງ Kristalina Georgieva, ຜູ້ອຳນວຍການໃຫຍ່ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສຳເລັດດ້ານການພັດທະນາຂອງຫວຽດນາມ, ຕີລາຄາສູງຄວາມຄ່ອງຕົວຂອງເສດຖະກິດ ພ້ອມທັງບັນດາການປ່ຽນແປງທີ່ຕັ້ງໜ້າໃນການເສີມສ້າງພື້ນຖານເສດຖະກິດມະຫາພາກ ແລະ ການເງິນ.

ຕາມທ່ານນາງ Kristalina Georgieva, ອັດຕາການເຕີບໂຕສູງຂອງຫວຽດນາມແມ່ນຜົນຈາກຂະບວນການປະຕິຮູບຢ່າງຕໍ່ເນື່ອງ, ເປັນລະບົບ ແລະ ຮອບດ້ານ. ບັນດາຄວາມພະຍາຍາມເຫຼົ່ານີ້ໄດ້ປະກອບສ່ວນດຶງດູດແຫຼ່ງທຶນລົງທຶນຈາກພາຍໃນ ແລະ ຕ່າງປະເທດ, ພ້ອມທັງຊ່ວຍໃຫ້ຫວຽດນາມເຊື່ອມໂຍງເຂົ້າກັບເສດຖະກິດໂລກຢ່າງເລິກເຊິ່ງນັບມື້ນັບຫຼາຍຂຶ້ນ.

ໂດຍຢືນຢັນວ່າ IMF ມີຄວາມພາກພູມໃຈທີ່ໄດ້ຮ່ວມເດີນທາງກັບຫວຽດນາມຕະຫຼອດຫຼາຍທົດສະວັດ, ທ່ານນາງຜູ້ອຳນວຍການໃຫຍ່ໄດ້ສະແດງຄວາມເຊື່ອໝັ້ນວ່າ ຫວຽດນາມຈະສືບຕໍ່ບັນລຸບັນດາຜົນສຳເລັດໃໝ່.

ທ່ານນາງຍັງຕີລາຄາສູງວິໄສທັດ ແລະ ບັນດາບຸລິມະສິດໃນການບໍລິຫານເສດຖະກິດຂອງທ່ານນາຍົກລັດຖະມົນຕີ ເລ ມິງ ຮຶງ, ໂດຍສະເພາະການວາງສະຖຽນລະພາບເສດຖະກິດມະຫາພາກ ແລະ ການເງິນໄວ້ໃນຕຳແໜ່ງສຳຄັນໃນຂະບວນການຊຸກຍູ້ການເຕີບໂຕ.

ຕາມທ່ານນາງຜູ້ອຳນວຍການໃຫຍ່ IMF, ການສ້າງພື້ນຖານເສດຖະກິດທີ່ໝັ້ນຄົງມີຄວາມໝາຍຕັດສິນຕໍ່ຄວາມສາມາດຮັບມືຂອງແຕ່ລະປະເທດຕໍ່ບັນດາຄວາມຜັນຜວນສາກົນ. IMF ພ້ອມສືບຕໍ່ຊ່ວຍເຫຼືອຫວຽດນາມຜ່ານການແບ່ງປັນປະສົບການ ແລະ ໃຫ້ຄຳປຶກສາກ່ຽວກັບການບໍລິຫານນະໂຍບາຍເສດຖະກິດມະຫາພາກ.

ຂະຫຍາຍການຮ່ວມມືດ້ານປັນຍາປະດິດ ແລະ APEC 2027

ໃນການແລກປ່ຽນກ່ຽວກັບບັນດາແຮງຂັບເຄື່ອນການເຕີບໂຕໃໝ່, ທ່ານນາຍົກລັດຖະມົນຕີ ເລ ມິງ ຮຶງ ໄດ້ແບ່ງປັນທິດທາງການພັດທະນາປັນຍາປະດິດ (AI) ຂອງຫວຽດນາມ, ໃນນັ້ນໃຫ້ຄວາມສຳຄັນຕໍ່ການນຳໃຊ້ເຕັກໂນໂລຊີນີ້ໃນຂົງເຂດກະສິກຳ, ການຜະລິດອັດສະລິຍະ, ສາທາລະນະສຸກ ແລະ ໂລຈິສຕິກ.

ການນຳໃຊ້ AI ຖືກຄາດຫວັງວ່າຈະປະກອບສ່ວນຍົກສູງຜະລິດຕະພາບແຮງງານ, ຄຸນນະພາບການເຕີບໂຕ ແລະ ຄວາມສາມາດແຂ່ງຂັນຂອງເສດຖະກິດ. ແນວໃດກໍຕາມ, ຫວຽດນາມຍັງໃຫ້ຄວາມສຳຄັນຕໍ່ການກຳນົດ ແລະ ຄວບຄຸມບັນດາຄວາມສ່ຽງ ແລະ ສິ່ງທ້າທາຍໃໝ່ທີ່ເກີດຂຶ້ນໃນຂະບວນການພັດທະນາເຕັກໂນໂລຊີ.

ໂດຍສະແດງຄວາມຍິນດີຕໍ່ທິດທາງຂອງຫວຽດນາມ, ທ່ານນາງ Kristalina Georgieva ໄດ້ຕີລາຄາສູງການທີ່ຫວຽດນາມຄ່ອຍໆເຂົ້າຮ່ວມຢ່າງເລິກເຊິ່ງຍິ່ງຂຶ້ນໃນຕ່ອງໂສ້ມູນຄ່າ AI ທົ່ວໂລກ.

ທ່ານນາງຜູ້ອຳນວຍການໃຫຍ່ IMF ຢືນຢັນວ່າ ອົງການພ້ອມແບ່ງປັນປະສົບການ, ຊ່ວຍເຫຼືອຫວຽດນາມໃນການນຳໃຊ້ບັນດາໂອກາດຈາກ AI, ພ້ອມທັງຮັບມືກັບຜົນກະທົບຂອງເຕັກໂນໂລຊີນີ້ຕໍ່ການເຕີບໂຕທາງເສດຖະກິດ, ຕະຫຼາດແຮງງານ ແລະ ສະຖຽນລະພາບດ້ານການເງິນ.

ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ເລ ມິງ ຮຶງ ໄດ້ເຊີນທ່ານນາງ Kristalina Georgieva ເຂົ້າຮ່ວມບັນດາກິດຈະກຳໃນຂອບເຂດປີ APEC 2027 ທີ່ຫວຽດນາມເປັນເຈົ້າພາບ ແລະ ເວທີປາໄສອະນາຄົດອາຊຽນ (AFF), ຊຶ່ງຄາດວ່າຈະຈັດຂຶ້ນໃນເດືອນມີນາ 2027.

ໂດຍຂອບໃຈຕໍ່ຄຳເຊີນ, ທ່ານນາງຜູ້ອຳນວຍການໃຫຍ່ IMF ໄດ້ເນັ້ນໜັກເຖິງຄວາມໝາຍຂອງບັນດາເວທີສົນທະນາລະດັບສູງ ໃນສະພາບທີ່ສະຖານະການໂລກມີຫຼາຍການປ່ຽນແປງຢ່າງເລິກເຊິ່ງ.

ທ່ານນາງສະແດງຄວາມປາຖະໜາໃຫ້ IMF ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນບັນດາກິດຈະກຳ APEC 2027, ໂດຍສະເພາະຜ່ານການປະສານສົມທົບຈັດບັນດາໂຄງການແລກປ່ຽນດ້ານນະໂຍບາຍ ໂດຍມີການເຂົ້າຮ່ວມຂອງບັນດາຜູ້ວາງແຜນນະໂຍບາຍ ແລະ ຊຸມຊົນວິສາຫະກິດ.

ໂດຍແບ່ງປັນຄວາມຮູ້ສຶກທີ່ມີຕໍ່ຫວຽດນາມ, ທ່ານນາງ Kristalina Georgieva ໃຫ້ຂໍ້ສັງເກດວ່າ ປະເທດພວມປ່ຽນແປງດ້ວຍຄວາມໄວສູງຫຼາຍ, “ບໍ່ແມ່ນປ່ຽນແປງໃນແຕ່ລະປີ ແຕ່ເກືອບວ່າໃນແຕ່ລະອາທິດ”.

ທ່ານນາງຜູ້ອຳນວຍການໃຫຍ່ IMF ຍັງສະແດງຄວາມປາຖະໜາທີ່ຈະກັບມາຢ້ຽມຢາມຫວຽດນາມອີກໂດຍໄວ ກ່ອນການຈັດກອງປະຊຸມສຸດຍອດ APEC 2027, ເພື່ອສືບຕໍ່ແລກປ່ຽນ ແລະ ຊຸກຍູ້ສາຍພົວພັນຮ່ວມມືລະຫວ່າງ IMF ກັບຫວຽດນາມໃນໄລຍະພັດທະນາໃໝ່.

ຫວຽດນາມຊຸກຍູ້ການຮ່ວມມືກັບ Bloomberg, ໂຄສະນາສະພາບແວດລ້ອມການລົງທຶນໃນປີ APEC 2027 ຫວຽດນາມຊຸກຍູ້ການຮ່ວມມືກັບ Bloomberg, ໂຄສະນາສະພາບແວດລ້ອມການລົງທຶນໃນປີ APEC 2027
ຍສໝ - ແຕ່ວັນທີ 13-14/10, ທ່ານນາງ ຫງວຽນ ມິງ ຮັ່ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມເວທີປາໄສເສດຖະກິດໃໝ່ Bloomberg (NEF) ຄັ້ງທີ 8 ທີ່ນິວເດລີ (ອິນເດຍ). ນອກຂອບເວທີປາໄສ, ທ່ານນາງຮອງລັດຖະມົນຕີ ໄດ້ແລກປ່ຽນກັບຄະນະຜູ້ນຳກຸ່ມບໍລິສັດ Bloomberg ກ່ຽວກັບການເພີ່ມທະວີການຮ່ວມມືດ້ານສື່ມວນຊົນ, ການໂຄສະນາພາບພົດ ແລະ ສະພາບແວດລ້ອມການລົງທຶນຂອງຫວຽດນາມ ໃນປີ APEC 2027.
ຫວຽດນາມຮັບບົດບາດເປັນປະທານຂະບວນການລັດຖະມົນຕີການເງິນ APEC 2027 ຫວຽດນາມຮັບບົດບາດເປັນປະທານຂະບວນການລັດຖະມົນຕີການເງິນ APEC 2027
ຍສໝ - ໃນກອງປະຊຸມລັດຖະມົນຕີການເງິນ APEC ຄັ້ງທີ 33 ທີ່ຈັດຂຶ້ນແຕ່ວັນທີ 20-21/10 ຢູ່ຮົງກົງ (ຈີນ), ຫວຽດນາມໄດ້ຮັບບົດບາດເປັນປະທານຂະບວນການລັດຖະມົນຕີການເງິນ APEC ປີ 2027 ຢ່າງເປັນທາງການ, ພ້ອມທັງສະເໜີ 4 ຫົວຂໍ້ບູລິມະສິດດ້ານການຮ່ວມມື ແລະ ໄດ້ຮັບຄວາມເຫັນດີຢ່າງສູງຈາກບັນດາເສດຖະກິດສະມາຊິກ.

ດວງດີ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ