| ຫວຽດນາມ - ລາວ - ກຳປູເຈຍ ເພີ່ມທະວີການຮ່ວມມືທາງຍຸດທະສາດ ລາວກາຍ ເກັບກູ້ຊາກກະດູກນັກຮົບພລີຊີບໄດ້ 110 ຊຸດ |
ໂຄງການດັ່ງກ່າວຈັດຂຶ້ນໂດຍສະຫະພັນບັນດາອົງການມິດຕະພາບນະຄອນດ່ານັງ ແລະ ສະມາຄົມມິດຕະພາບຫວຽດນາມ - ລາວ ນະຄອນດ່ານັງ ຮ່ວມກັບສະຖານກົງສຸນໃຫຍ່ແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວ ປະຈຳດ່ານັງ.
ກ່າວຄຳປາໄສໃນງານ, ທ່ານ ເຈິ່ນ ແອງ ຕວັນ, ຮອງປະທານຄະນະກຳມະການປະຊາຊົນນະຄອນດ່ານັງ ໄດ້ເນັ້ນໜັກວ່າ ສາຍພົວພັນສາມັກຄີພິເສດຫວຽດນາມ - ລາວ ໄດ້ກໍ່ຕົວ ແລະ ຮັບການປູກຝັງຜ່ານຊຸມປີທີ່ສອງຊາດຮ່ວມບ່າຄຽງໄຫຼ່ກັນໃນການຕໍ່ສູ້ເພື່ອຍາດເອກະລາດ ແລະ ທ້ອນໂຮມປະເທດຊາດ. ການອຸທິດຕົນ ແລະ ການເສຍສະຫຼະຂອງທະຫານອາສາສະໝັກ ແລະ ຊ່ຽວຊານທະຫານຫວຽດນາມ ໄດ້ກາຍເປັນສັນຍະລັກຂອງຈິດໃຈສາມັກຄີສາກົນ, ເປັນຊັບສົມບັດຮ່ວມອັນລ້ຳຄ່າທີ່ຄົນຮຸ່ນປັດຈຸບັນຕ້ອງສືບຕໍ່ຮັກສາ ແລະ ສົ່ງເສີມ.
![]() |
| ກິດຈະກຳແລກປ່ຽນໃນຂອບເຂດໂຄງການລະນຶກ. |
ຕາມທ່ານ ເຈິ່ນ ແອງ ຕວັນ, ໂດຍສືບທອດມູນເຊື້ອດັ່ງກ່າວ, ນະຄອນດ່ານັງພວມຂະຫຍາຍການຮ່ວມມືກັບບັນດາທ້ອງຖິ່ນລາວໃນຫຼາຍຂົງເຂດ. ໃນເດືອນເມສາ 2026, ນະຄອນໄດ້ລົງນາມໃນບັນດາບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືໄລຍະ 2026-2030 ກັບ 5 ແຂວງຂອງລາວ ປະກອບມີ ອັດຕະປື, ເຊກອງ, ສາລະວັນ, ຈຳປາສັກ ແລະ ສະຫວັນນະເຂດ. ເນື້ອໃນການຮ່ວມມືສຸມໃສ່ການພັດທະນາເສດຖະກິດ, ການເຊື່ອມໂຍງໂຄງລ່າງພື້ນຖານ, ການສຶກສາ, ສາທາລະນະສຸກ ແລະ ການແລກປ່ຽນປະຊາຊົນ.
ໜຶ່ງໃນບັນດາໂຄງການທີ່ໜ້າສົນໃຈແມ່ນການຍົກລະດັບ ແລະ ຂະຫຍາຍທາງຫຼວງແຫ່ງຊາດ 14D, ດ້ວຍມູນຄ່າການລົງທຶນລວມ 4.518 ຕື້ດົ່ງ, ຄາດວ່າຈະສຳເລັດໃນທ້າຍເດືອນທັນວາ 2027. ເສັ້ນທາງດັ່ງກ່າວມີເປົ້າໝາຍປັບປຸງການເຊື່ອມໂຍງການຄ້າຈາກດ່ານຊາຍແດນສາກົນນາມຢາງ ໄປສູ່ເຂດເສດຖະກິດຈຸດສຸມພາກກາງ.
ເມື່ອສຳເລັດ, ໂຄງການຈະສ້າງເງື່ອນໄຂໃຫ້ແຂວງເຊກອງ ແລະ ເຂດພາກໃຕ້ຂອງລາວ ຂະຫຍາຍການເຊື່ອມໂຍງກັບນະຄອນດ່ານັງ ແລະ ເຂດເສດຖະກິດຈຸດສຸມພາກກາງ, ຜ່ານນັ້ນຊ່ວຍໜູນການພັດທະນາຂອງແຂວງເຊກອງ.
ນອກຈາກການຮ່ວມມືດ້ານໂຄງລ່າງພື້ນຖານແລ້ວ, ນະຄອນດ່ານັງຍັງສືບຕໍ່ມອບທຶນການສຶກສາໃຫ້ແກ່ພະນັກງານ ແລະ ນັກສຶກສາຈາກບັນດາແຂວງພາກກາງ ແລະ ພາກໃຕ້ຂອງລາວ; ຊ່ວຍເຫຼືອການສອນພາສາຫວຽດນາມ, ຈັດກິດຈະກຳກວດ ແລະ ປິ່ນປົວພະຍາດເພື່ອມະນຸດສະທຳ ແລະ ຝຶກອົບຮົມຊັບພະຍາກອນມະນຸດດ້ານສາທາລະນະສຸກ. ບັນດາກິດຈະກຳເຫຼົ່ານີ້ປະກອບສ່ວນເຮັດໃຫ້ສາຍພົວພັນຮ່ວມມືລະຫວ່າງທ້ອງຖິ່ນຂອງສອງປະເທດນັບມື້ນັບເລິກເຊິ່ງ.
ໃນໂຄງການ, ທ່ານ ວອນຄຳ ເຈືອງມະນີວົງ, ກົງສຸນໃຫຍ່ລາວ ປະຈຳດ່ານັງ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ການປະກອບສ່ວນ ແລະ ການເສຍສະຫຼະຂອງທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ໃນພາລະກິດປົດປ່ອຍຊາດລາວ.
ທ່ານຢືນຢັນວ່າ ທະຫານອາສາສະໝັກຫວຽດນາມບໍ່ພຽງແຕ່ໄດ້ຮ່ວມກັບກອງທັບ ແລະ ປະຊາຊົນລາວຕໍ່ສູ້ໃນບັນດາສະໜາມຮົບເທົ່ານັ້ນ, ແຕ່ຍັງໄດ້ເຂົ້າຮ່ວມສ້າງກຳລັງປະຕິວັດ, ພັດທະນາບັນດາເຂດຖານທີ່ໝັ້ນ, ຊ່ວຍເຫຼືອດ້ານການສຶກສາ, ການດູແລສຸຂະພາບ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ.
ທ່ານກົງສຸນໃຫຍ່ ວອນຄຳ ເຈືອງມະນີວົງ ໄດ້ຕີລາຄາບັນດາຜົນສຳເລັດຂອງການຮ່ວມມືລະຫວ່າງນະຄອນດ່ານັງ ກັບບັນດາແຂວງພາກກາງ ແລະ ພາກໃຕ້ຂອງລາວ. ພ້ອມກັນນັ້ນ, ທ່ານຢືນຢັນວ່າ ສະຖານກົງສຸນໃຫຍ່ຈະສືບຕໍ່ສົ່ງເສີມບົດບາດເປັນຂົວເຊື່ອມ, ຊ່ວຍໜູນການດຳເນີນບັນດາກິດຈະກຳຮ່ວມມື ແລະ ຖ່າຍທອດຄຸນຄ່າຂອງສາຍພົວພັນມິດຕະພາບພິເສດໃຫ້ແກ່ຄົນຮຸ່ນໜຸ່ມຫວຽດນາມ ແລະ ລາວ.
ໃນຂອບເຂດໂຄງການ, ບັນດາຜູ້ແທນ ພ້ອມດ້ວຍສະມາຊິກຊາວໜຸ່ມ ໄດ້ຮ່ວມແລກປ່ຽນກັບທ່ານພັນເອກ ຫງວຽນ ດຶກ ຈວຽນ, ວິລະຊົນກອງກຳລັງປະກອບອາວຸດປະຊາຊົນ, ຫົວໜ້າຄະນະປະສານງານອະດີດທະຫານອາສາສະໝັກ ແລະ ຊ່ຽວຊານທະຫານຫວຽດນາມ ຢູ່ດ່ານັງ; ແລະ ທ່ານພັນເອກ ຫງວຽນ ແລ່ງ, ອະດີດຜູ້ບັນຊາການກອງພົນ 375, ເຫຼົ່າທັບປ້ອງກັນອາກາດ - ກອງທັບອາກາດ.
ຜ່ານບັນດາເລື່ອງເລົ່າກ່ຽວກັບສະໜາມຮົບລາວ, ຄວາມຮັກແພງ ແລະ ການຊ່ວຍເຫຼືອເກື້ອກູນຂອງປະຊາຊົນບັນດາເຜົ່າລາວ ຕະຫຼອດຮອດຄວາມຜູກພັນລະຫວ່າງສະຫາຍຮ່ວມຮົບໃນສົງຄາມ, ຄົນຮຸ່ນໜຸ່ມໄດ້ມີໂອກາດເພີ່ມເຕີມໃນການຮຽນຮູ້ປະຫວັດສາດ, ຮັບຮູ້ຢ່າງເລິກເຊິ່ງກ່ຽວກັບຄຸນຄ່າຂອງສັນຕິພາບ, ເອກະລາດ ແລະ ຄວາມສາມັກຄີລະຫວ່າງສອງຊາດ.
ຜູ້ຕາງໜ້າຊາວໜຸ່ມຫວຽດນາມ ແລະ ລາວ ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ຄົນຮຸ່ນກ່ອນ, ພ້ອມທັງຢືນຢັນເຖິງຄວາມຮັບຜິດຊອບໃນການສືບທອດມູນເຊື້ອ, ຕັ້ງໜ້າແລກປ່ຽນ, ຮ່ຳຮຽນ ແລະ ຮ່ວມມື ເພື່ອສືບຕໍ່ຮັກສາ ແລະ ພັດທະນາສາຍພົວພັນມິດຕະພາບລະຫວ່າງສອງປະເທດ.
ໂຄງການຍັງມີບັນດາລາຍການສະແດງສິລະປະທີ່ສັນລະເສີນຄວາມສາມັກຄີຫວຽດນາມ - ລາວ ແລະ ກິດຈະກຳແລກປ່ຽນການຟ້ອນລຳວົງພື້ນເມືອງ, ສ້າງບັນຍາກາດທີ່ໃກ້ຊິດ ແລະ ເຊື່ອມສານຄວາມຜູກພັນລະຫວ່າງຜູ້ເຂົ້າຮ່ວມ.
ຍສໝ - ຕອນເຊົ້າວັນທີ 15 ພະຈິກ, ຢູ່ຈະຕຸລັດປະຕູໄຊ, ນະຄອນຫຼວງວຽງຈັນ (ລາວ), ຊາວຫວຽດນາມ ແລະ ຊາວລາວຫຼາຍຮ້ອຍຄົນ ໄດ້ຮ່ວມເຂົ້າໃນໂຄງການ “ຍ່າງຂະບວນດ້ວຍຊຸດອ໋າວຢ່າຍທີ່ປະຕູໄຊ”. ກິດຈະກຳດັ່ງກ່າວໄດ້ປະກອບສ່ວນໂຄສະນາເຜີຍແຜ່ຄວາມງົດງາມຂອງວັດທະນະທຳຫວຽດນາມ, ເພີ່ມທະວີການແລກປ່ຽນລະຫວ່າງປະຊາຊົນ ແລະ ເສີມສ້າງສາຍພົວພັນມິດຕະພາບພິເສດລະຫວ່າງສອງປະເທດ. |
ຍສໝ - ວັນທີ 15 ພະຈິກ, ໃນຂອບເຂດກອງສຳມະນາແລກປ່ຽນບົດຮຽນຄັ້ງທີ XIII ລະຫວ່າງຫ້ອງວ່າການສະພາແຫ່ງຊາດຫວຽດນາມ ແລະ ຫ້ອງວ່າການສະພາແຫ່ງຊາດລາວ, ຄະນະຜູ້ແທນສອງປະເທດໄດ້ໄປວາງພວງມາລາ ແລະ ຖວາຍທູບທຽນລະນຶກເຖິງປະທານໂຮ່ຈີມິນ ແລະ ບັນດາວິລະຊົນນັກຮົບພລີຊີບ ຢູ່ສຸສານນັກຮົບພລີຊີບຫວຽດນາມ - ລາວ (ຕາແສງແອງເຊີນ) ແລະ ເຂດມໍລະດົກແຫ່ງຊາດພິເສດກິມລຽນ, ແຂວງເງະອານ. |
ຄຳສີ
