| ສະມາຄົມມິດຕະພາບຫວຽດນາມ - ລາວ ສົ່ງຄຳອວຍພອນເຖິງການນຳສະມາຄົມຝ່າຍລາວ ຊາວໜຸ່ມຫວຽດນາມ - ກຳປູເຈຍ - ລາວ ສືບທອດສາຍສຳພັນມິດຕະພາບ |
ໃນການເຈລະຈາ, ສອງຝ່າຍໄດ້ຮ່ວມກັນທົບທວນຄືນຜົນການປະສານສົມທົບໃນປີ 2025 ແລະ 2026 ບົນຈິດໃຈແຫ່ງຄວາມສາມັກຄີ, ມິດຕະພາບ, ຄວາມໄວ້ວາງໃຈ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ. ໃນໄລຍະຜ່ານມາ, ກຳລັງເຈົ້າໜ້າທີ່ຂອງສອງແຂວງໄດ້ເປັນເຈົ້າການໃນການໃຫ້ຄຳປຶກສາແກ່ຂັ້ນເທິງ ເພື່ອປະຕິບັດບັນດາແນວທາງ ແລະ ແຜນການຮັບປະກັນຄວາມໝັ້ນຄົງທາງການເມືອງ, ຄວາມສະຫງົບຮຽບຮ້ອຍ ແລະ ຄວາມປອດໄພທາງສັງຄົມຢູ່ເຂດຊາຍແດນ; ພ້ອມທັງປະສານສົມທົບໃນການຄຸ້ມຄອງ, ປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນ ແລະ ຕໍ່ສູ້ກັບອາຊະຍາກຳປະເພດຕ່າງໆ, ໂດຍສະເພາະອາຊະຍາກຳຢາເສບຕິດຂ້າມຊາຍແດນ.
![]() |
| ຜູ້ຕາງໜ້າທະຫານຊາຍແດນແຂວງເຊີນລາ (ຫວຽດນາມ) ແລະ ຕຳຫຼວດແຂວງຫຼວງພະບາງ (ລາວ) ລົງນາມໃນບົດບັນທຶກຄວາມເຂົ້າໃຈກ່ຽວກັບວຽກງານການປະສານສົມທົບລະຫວ່າງສອງຝ່າຍ. |
ສອງກຳລັງຍັງໄດ້ປະຕິບັດຢ່າງເຂັ້ມງວດບັນດາເອກະສານທາງກົດໝາຍກ່ຽວກັບຊາຍແດນ, ຂໍ້ຕົກລົງ ແລະ ບົດບັນທຶກຄວາມເຂົ້າໃຈທີ່ໄດ້ລົງນາມ. ວຽກງານປະສານສົມທົບໄດ້ຮັບການຮັກສາຢ່າງເປັນປະຈຳ ເພື່ອປ້ອງກັນການເຂົ້າ - ອອກປະເທດຢ່າງຜິດກົດໝາຍ, ແລກປ່ຽນຂໍ້ມູນ ແລະ ແກ້ໄຂບັນດາບັນຫາທີ່ເກີດຂຶ້ນຕາມແນວຊາຍແດນຢ່າງທັນການ, ຫຼີກລ່ຽງສະພາບການຕັ້ງຮັບ ແລະ ບໍ່ທັນກຽມພ້ອມຕໍ່ເຫດການທີ່ບໍ່ຄາດຄິດ.
ນັບແຕ່ເດືອນພະຈິກ 2025 ມາຮອດປັດຈຸບັນ, ກອງບັນຊາການທະຫານຊາຍແດນແຂວງເຊີນລາ ໄດ້ສະໜອງ ແລະ ແລກປ່ຽນຂ່າວສານທີ່ມີຄຸນຄ່າ 33 ຂ່າວ ກັບຕຳຫຼວດເມືອງໂພນທອງ ແລະ ບັນດາກຳລັງປົກປັກຮັກສາຊາຍແດນລາວ, ກ່ຽວຂ້ອງກັບສະພາບການສາສະໜາ, ການຍົກຍ້າຍຖິ່ນຖານໂດຍເສລີ, ການເຂົ້າ - ອອກປະເທດຢ່າງຜິດກົດໝາຍ ແລະ ການຊື້ຂາຍສານເສບຕິດຢ່າງຜິດກົດໝາຍ.
ນອກຈາກນັ້ນ, ສອງຝ່າຍໄດ້ແລກປ່ຽນຈົດໝາຍລວມທັງໝົດ 12 ສະບັບ ໃນລະດັບແຂວງ ແລະ ລະດັບປ້ອມ, ສະຖານີ; ຈັດການປະຊຸມປະຈຳ ແລະ ການເຈລະຈາ 3 ຄັ້ງ ເພື່ອແລກປ່ຽນສະພາບການ, ໃນນັ້ນມີ 1 ຄັ້ງໃນລະດັບແຂວງ ແລະ 2 ຄັ້ງໃນລະດັບປ້ອມ, ສະຖານີ, ໂດຍມີພະນັກງານ ແລະ ນັກຮົບເຂົ້າຮ່ວມລວມ 22 ເທື່ອຄົນ.
ຄຽງຄູ່ກັບໜ້າທີ່ຮັບປະກັນຄວາມໝັ້ນຄົງຊາຍແດນ, ກຳລັງເຈົ້າໜ້າທີ່ຂອງສອງແຂວງຍັງໄດ້ໃຫ້ຄວາມສຳຄັນຕໍ່ການໂຄສະນາ ແລະ ເຜີຍແຜ່ກົດໝາຍໃຫ້ປະຊາຊົນ. ບັນດາໜ່ວຍງານຂັ້ນຮາກຖານ, ໃນນັ້ນມີປ້ອມທະຫານຊາຍແດນເມື່ອງແລ່ວ ແລະ ຕຳຫຼວດເມືອງໂພນທອງ, ໄດ້ຮັບການຊີ້ນຳໃຫ້ເພີ່ມທະວີການຂົນຂວາຍປະຊາຊົນໃຫ້ປະຕິບັດກົດໝາຍຂອງແຕ່ລະປະເທດ ກໍຄືບັນດາລະບຽບການກ່ຽວກັບການຄຸ້ມຄອງຊາຍແດນ ແລະ ດ່ານຊາຍແດນ.
ຜ່ານກິດຈະກຳໂຄສະນາ, ປະຊາຊົນຢູ່ເຂດຊາຍແດນໄດ້ຮັບການຍົກສູງຄວາມຮັບຮູ້ ແລະ ຄວາມຮັບຜິດຊອບໃນການປົກປັກຮັກສາເສັ້ນຊາຍແດນ ແລະ ຫຼັກໝາຍຊາຍແດນ, ພ້ອມທັງເປັນເຈົ້າການປ້ອງກັນ, ກວດພົບ ແລະ ແຈ້ງເບາະແສອາຊະຍາກຳ, ບໍ່ປ່ອຍໃຫ້ບັນດາກຸ່ມຄົນບໍ່ດີສວຍໃຊ້ພື້ນທີ່ເພື່ອກະທຳການລະເມີດກົດໝາຍ.
ກິດຈະກຳແລກປ່ຽນ, ສ້າງສາຍສຳພັນມິດຕະພາບ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຍັງຄົງໄດ້ຮັບການຮັກສາໂດຍສອງຝ່າຍ ຜ່ານໂອກາດບຸນປະເພນີ, ປີໃໝ່, ວັນລະນຶກ ແລະ ວັນຊາດຂອງສອງປະເທດ. ບັນດາກິດຈະກຳເຫຼົ່ານີ້ໄດ້ປະກອບສ່ວນເສີມສ້າງຄວາມເຂົ້າໃຈ, ຄວາມໄວ້ວາງໃຈ ແລະ ຄວາມສາມັກຄີລະຫວ່າງກຳລັງເຈົ້າໜ້າທີ່ ແລະ ປະຊາຊົນເຂດຊາຍແດນຫວຽດນາມ - ລາວ.
ສິ່ງທີ່ໜ້າສົນໃຈແມ່ນ ໃນຂອບເຂດໂຄງການ “ຊ່ວຍເຫຼືອນ້ອງໆ ກ້າວສູ່ໂຮງຮຽນ”, ທະຫານຊາຍແດນແຂວງເຊີນລາ ໄດ້ປະສານສົມທົບກັບຕຳຫຼວດແຂວງຫຼວງພະບາງ ເພື່ອຊ່ວຍເຫຼືອນັກຮຽນ 1 ຄົນ ດ້ວຍຈຳນວນເງິນ 500.000 ດົ່ງ/ເດືອນ. ສອງຝ່າຍຍັງໄດ້ຈັດການຢ້ຽມຢາມ, ມອບຂອງຂວັນໃນໂອກາດບຸນປະເພນີ ແລະ ປີໃໝ່ ດ້ວຍງົບປະມານລວມ 20 ລ້ານດົ່ງ.
ໃນການເຈລະຈາ, ຜູ້ຕາງໜ້າຂອງສອງກຳລັງໄດ້ເຫັນດີຮ່ວມກັນທີ່ຈະສືບຕໍ່ຍູ້ແຮງການແບ່ງປັນຂໍ້ມູນ, ປະສານສົມທົບໃນການຄຸ້ມຄອງ ແລະ ປົກປັກຮັກສາຊາຍແດນ, ເພີ່ມທະວີການຕໍ່ສູ້ປ້ອງກັນ ແລະ ຕ້ານອາຊະຍາກຳຂ້າມຊາດ. ພ້ອມກັນນັ້ນ, ສອງຝ່າຍຈະໃຫ້ຄວາມສຳຄັນຕໍ່ການໂຄສະນາ ແລະ ຂົນຂວາຍປະຊາຊົນໃຫ້ປະຕິບັດກົດໝາຍ, ຮ່ວມກັນສ້າງແນວຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຄວາມໝັ້ນຄົງ ແລະ ການພັດທະນາ.
ໃນຕອນທ້າຍຂອງໂຄງການ, ສອງຝ່າຍໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ ທີ່ປະກອບມີ 8 ເນື້ອໃນການປະສານສົມທົບຈຸດສຸມ ກ່ຽວກັບການປ້ອງກັນ ແລະ ຕ້ານອາຊະຍາກຳຂ້າມຊາຍແດນໃນໄລຍະຕໍ່ໄປ. ການເຈລະຈາຄັ້ງຕໍ່ໄປຄາດວ່າຈະຈັດຂຶ້ນໃນທ້າຍປີ 2027 ຢູ່ຕຳຫຼວດແຂວງຫຼວງພະບາງ (ລາວ).
ຍສໝ - ແຂວງກວາງຈິ ຈະດຳເນີນການທົດລອງສ້າງດ່ານຊາຍແດນຕົວແບບ ຢູ່ຄູ່ດ່ານສາກົນລາວບາວ (ຫວຽດນາມ) - ແດນສະຫວັນ (ລາວ) ໃນໄລຍະ 2027-2028, ແນໃສ່ຫັນພື້ນຖານໂຄງລ່າງໃຫ້ທັນສະໄໝ, ຍົກສູງປະສິດທິຜົນການຄຸ້ມຄອງ ແລະ ອຳນວຍຄວາມສະດວກໃຫ້ແກ່ກິດຈະກຳການຄ້າລະຫວ່າງສອງປະເທດ. |
ຍສໝ - ໃນຕອນແລງວັນທີ 9 ພະຈິກ, ທີ່ນະຄອນຫຼວງວຽງຈັນ (ລາວ), ບໍລິສັດຮຸ້ນສ່ວນການເດີນທາງສີຂຽວ ແລະ ອັດສະລິຍະ (Green SM) ໄດ້ຈັດພິທີລົງນາມໃນບົດບັນທຶກຄວາມເຂົ້າໃຈ ເພື່ອສ້າງຕັ້ງພັນທະມິດການຫັນປ່ຽນສີຂຽວລາວ, ພ້ອມທັງສະຫຼອງຄົບຮອບ 3 ປີ ແຫ່ງການດຳເນີນທຸລະກິດໃນຕະຫຼາດລາວ. ເຫດການດັ່ງກ່າວໄດ້ເປີດໂອກາດໃໝ່ໃນການຮ່ວມມືດ້ານການຂົນສົ່ງສີຂຽວ, ເຕັກໂນໂລຊີດິຈິຕອນ ແລະ ການບໍລິການ ລະຫວ່າງວິສາຫະກິດຫວຽດນາມກັບບັນດາຄູ່ຮ່ວມມືລາວ. |
ມິງດຶກ
