| ເຊີນລາ - ຫຼວງພະບາງ ເພີ່ມທະວີການປະສານສົມທົບໃນການປົກປັກຮັກສາຊາຍແດນ ຫວຽດນາມ - ລາວ - ກຳປູເຈຍ ເພີ່ມທະວີການເຊື່ອມໂຍງສາມລະບົບເສດຖະກິດ |
ຄະນະກຳມະການປະຊາຊົນແຂວງເງະອານ ຫາກໍປະກາດໃຊ້ແຜນການມອບໝາຍໜ້າທີ່ໃຫ້ບັນດາພະແນກການ, ຂະແໜງການ, ຫົວໜ່ວຍ ແລະ ອຳນາດການປົກຄອງຂັ້ນຕາແສງ ປະສານງານປະຕິບັດບັນດາໜ້າທີ່ກະກຽມການລົງທຶນໂຄງການກໍ່ສ້າງລະບົບຄັງເກັບມ້ຽນ, ສະຖານີຂົນຖ່າຍ ແລະ ທໍ່ສົ່ງນ້ຳມັນເຊື້ອໄຟຈາກຫວຽດນາມໄປຍັງລາວ.
ຕາມແຜນການ, ພະແນກອຸດສາຫະກຳ ແລະ ການຄ້າ ໄດ້ຮັບມອບໝາຍໃຫ້ເປັນເຈົ້າພາບຄົ້ນຄວ້າທາງເລືອກໃນການກໍ່ສ້າງຄັງເກັບມ້ຽນຫຼັກຢູ່ເຂດບັນດາຕາແສງ ຫາຍລົກ, ດົງລົກ ແລະ ຄັງຂົນຖ່າຍຢູ່ບັນດາຕາແສງ ກິມບ໋າງ, ດ້າຍເຫວ້. ແນວທໍ່ສົ່ງຄາດວ່າຈະຖືກຈັດວາງຕາມແລວທາງດ່ວນ ວິງ - ແທງຖຸຍ.
ເພື່ອຮັບປະກັນຄວາມຄືບໜ້າ, ຄະນະກຳມະການປະຊາຊົນແຂວງ ໄດ້ຮຽກຮ້ອງໃຫ້ບັນດາອົງການ ແລະ ຫົວໜ່ວຍ ເປັນເຈົ້າການດຳເນີນບັນດາຂັ້ນຕອນການລົງທຶນທີ່ມີເງື່ອນໄຂຄົບຖ້ວນໄປພ້ອມກັນ, ໂດຍບໍ່ຕ້ອງລໍຖ້າໃຫ້ວຽກງານສຳຫຼວດທັງໝົດສຳເລັດກ່ອນຈຶ່ງເລີ່ມດຳເນີນການ.
ບັນດາພະແນກການ ແລະ ຂະແໜງການທີ່ກ່ຽວຂ້ອງ ຕ້ອງສຳເລັດວຽກງານກວດກາຄືນ ແລະ ປະກອບຄຳເຫັນດ້ານວິຊາສະເພາະໂດຍພື້ນຖານ ກ່ອນວັນທີ 20 ພະຈິກ 2026. ພະແນກອຸດສາຫະກຳ ແລະ ການຄ້າ ມີໜ້າທີ່ລາຍງານແຜນທາງເລືອກເບື້ອງຕົ້ນກ່ອນວັນທີ 25 ພະຈິກ 2026, ຂະນະທີ່ພະແນກການເງິນ ໄດ້ຮັບມອບໝາຍໃຫ້ສຳເລັດຂັ້ນຕອນການລົງທຶນພາຍໃນປີ 2026.
![]() |
| ຕາມໜັງສືພິມ Vientiane Times (ລາວ), ລັດຖະບານລາວພວມເລັ່ງລັດການຄົ້ນຄວ້າກໍ່ສ້າງເສັ້ນທາງທໍ່ສົ່ງນ້ຳມັນເຊື້ອໄຟເຊື່ອມຕໍ່ກັບຫວຽດນາມ. |
ສ້າງເສັ້ນທາງສະໜອງນ້ຳມັນເຊື້ອໄຟຂ້າມຊາຍແດນ
ການດຳເນີນໂຄງການຢູ່ແຂວງເງະອານ ແມ່ນປະຕິບັດບົນພື້ນຖານບັນດາແນວທາງ ແລະ ທິດທາງຂອງສູນກາງ ກ່ຽວກັບການພັດທະນາໂຄງລ່າງພື້ນຖານສະໜອງພະລັງງານລະຫວ່າງຫວຽດນາມ ແລະ ລາວ.
ໂດຍລະອຽດ, ວັນທີ 23 ກຸມພາ 2026, ຫ້ອງວ່າການສູນກາງພັກ ໄດ້ອອກເອກະສານເລກທີ 506-CV/VPTW ແຈ້ງຄຳເຫັນຂອງຄະນະປະຈຳການຄະນະເລຂາທິການ ກ່ຽວກັບແຜນການກໍ່ສ້າງຄັງເກັບມ້ຽນ ແລະ ທໍ່ສົ່ງນ້ຳມັນເຊື້ອໄຟຈາກຫວຽດນາມໄປຍັງລາວ. ຕໍ່ມາ, ຫ້ອງວ່າການລັດຖະບານ ໄດ້ອອກເອກະສານເລກທີ 4108/VPCP-CN ລົງວັນທີ 3 ກັນຍາ 2026 ເພື່ອຫັນທິດທາງດັ່ງກ່າວໃຫ້ເປັນຮູບປະທຳ.
ວັນທີ 8 ຕຸລາ 2026, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ລົງນາມໃນຂໍ້ຕົກລົງເລກທີ 2579/QĐ-BCT, ອະນຸມັດການປັບປຸງແຜນຜັງໂຄງລ່າງພື້ນຖານສຳຮອງ ແລະ ສະໜອງນ້ຳມັນເຊື້ອໄຟ, ອາຍແກັສແຫ່ງຊາດ ໄລຍະ 2021-2030, ວິໄສທັດຮອດປີ 2050.
ຕາມແຜນຜັງທີ່ໄດ້ປັບປຸງ, ແຂວງເງະອານ ໄດ້ຮັບການເພີ່ມເຕີມລະບົບຄັງເກັບມ້ຽນ ແລະ ສະຖານີຂົນຖ່າຍ ເພື່ອຮັບໃຊ້ການສະໜອງນ້ຳມັນເຊື້ອໄຟໄປຍັງລາວ, ໂດຍມີຄວາມຈຸຄາດຄະເນແຕ່ 110.000-160.000 ແມັດກ້ອນ (m³). ຄຽງຄູ່ກັນນັ້ນ ແມ່ນເສັ້ນທາງທໍ່ສົ່ງນ້ຳມັນເຊື້ອໄຟຈາກຫວຽດນາມໄປຍັງລາວ ທີ່ມີຄວາມຍາວປະມານ 80-100 ກິໂລແມັດ.
ບັນດາບາດກ້າວການດຳເນີນງານດັ່ງກ່າວ ໄດ້ປະກອບສ່ວນຫັນແນວທາງຍົກລະດັບສາຍພົວພັນສອງປະເທດຂຶ້ນເປັນ “ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ, ການເຊື່ອມໂຍງທາງຍຸດທະສາດ” ໃຫ້ເປັນຮູບປະທຳ, ໃນນັ້ນ ເນື້ອໃນ “ການເຊື່ອມໂຍງທາງຍຸດທະສາດ” ໄດ້ຖືກເພີ່ມເຕີມເພື່ອສ້າງແຮງຂັບເຄື່ອນໃໝ່ໃຫ້ແກ່ສາຍພົວພັນສອງຝ່າຍ.
ການຄົ້ນຄວ້າກໍ່ສ້າງເສັ້ນທາງທໍ່ສົ່ງນ້ຳມັນເຊື້ອໄຟ ຍັງມີທີ່ມາຈາກຄວາມຕ້ອງການຫຼາກຫຼາຍແຫຼ່ງສະໜອງນ້ຳມັນເຊື້ອໄຟຂອງລາວ.
ປັດຈຸບັນ, ປະມານ 97% ຂອງປະລິມານນ້ຳມັນເຊື້ອໄຟທີ່ລາວນຳເຂົ້າ ແມ່ນມາຈາກໄທ. ການເພິ່ງພາຕະຫຼາດດຽວໃນລະດັບສູງ ເຮັດໃຫ້ແຫຼ່ງສະໜອງນ້ຳມັນເຊື້ອໄຟຂອງປະເທດມີຄວາມສ່ຽງທີ່ຈະໄດ້ຮັບຜົນກະທົບຈາກການປັບປ່ຽນນະໂຍບາຍສົ່ງອອກ, ຄວາມຜັນຜວນຂອງລາຄາພະລັງງານ ແລະ ຄວາມຫຍຸ້ງຍາກໃນການຂົນສົ່ງ.
ນອກຈາກນັ້ນ, ຄວາມກົດດັນດ້ານເງິນຕາຕ່າງປະເທດ, ການອ່ອນຄ່າຂອງເງິນກີບ ແລະ ຕົ້ນທຶນການນຳເຂົ້າທີ່ເພີ່ມສູງຂຶ້ນ ຍິ່ງເຮັດໃຫ້ການຊອກຫາແຫຼ່ງສະໜອງທົດແທນກາຍເປັນຄວາມຈຳເປັນຮີບດ່ວນ.
ໃນສະພາບການດັ່ງກ່າວ, ທໍ່ສົ່ງທີ່ເຊື່ອມຕໍ່ໂດຍກົງກັບຫວຽດນາມ ຖືກມອງວ່າເປັນທາງເລືອກທີ່ສາມາດຊ່ວຍໃຫ້ລາວຂົນສົ່ງນ້ຳມັນເຊື້ອໄຟໃນປະລິມານຫຼາຍ, ຫຼຸດຜ່ອນການເພິ່ງພາການຂົນສົ່ງທາງບົກ ແລະ ຍົກສູງຄວາມສາມາດໃນການປັບດຸ່ນດ່ຽງແຫຼ່ງສະໜອງ.
ໃນໄລຍະຍາວ, ໂຄງລ່າງພື້ນຖານດັ່ງກ່າວຍັງສ້າງເງື່ອນໄຂໃຫ້ພັດທະນາລະບົບສຳຮອງນ້ຳມັນເຊື້ອໄຟ, ຊ່ວຍໃຫ້ລາວມີຄວາມເປັນເຈົ້າການຫຼາຍຂຶ້ນໃນການຮັບມືກັບຄວາມຜັນຜວນຂອງຕະຫຼາດພະລັງງານສາກົນ.
ຫັນການຮ່ວມມືດ້ານພະລັງງານຫວຽດນາມ - ລາວ ໃຫ້ເປັນຮູບປະທຳ
ຄວາມຕ້ອງການເພີ່ມທະວີຄວາມໝັ້ນຄົງດ້ານພະລັງງານຂອງລາວ ຍັງໄດ້ສະແດງອອກໃນບັນດາທິດທາງການບໍລິຫານຂອງລັດຖະບານລາວ.
ຕາມຂໍ້ມູນຈາກໜັງສືພິມ Vientiane Times, ໃນກອງປະຊຸມສະໄໝສາມັນ ຄັ້ງທີ 2 ຂອງສະພາແຫ່ງຊາດລາວ ທີ່ປິດລົງໃນວັນທີ 21 ຕຸລາ 2026, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີຄົນໃໝ່ ໄດ້ນຳສະເໜີແຜນການເສີມສ້າງຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດ, ໃນນັ້ນວາງເປົ້າໝາຍເພີ່ມປະລິມານນ້ຳມັນເຊື້ອໄຟສຳຮອງໃຫ້ບັນລຸປະມານ 60 ລ້ານລິດຂຶ້ນໄປ.
ພ້ອມກັນນັ້ນ, ລັດຖະບານລາວຍັງໄດ້ກຳນົດການຫຼາກຫຼາຍແຫຼ່ງນຳເຂົ້າເປັນໜຶ່ງໃນບັນດາມາດຕະການສຳຄັນ, ໃນນັ້ນມີການພິຈາລະນາກໍ່ສ້າງທໍ່ສົ່ງນ້ຳມັນທີ່ເຊື່ອມຕໍ່ກັບຫວຽດນາມ.
ຕາມໜັງສືພິມ Vientiane Times ເຊັ່ນກັນ, ວັນທີ 8 ຕຸລາ 2026, ໃນໂອກາດທ່ານ ເລ ມິງ ຮຶງ, ນາຍົກລັດຖະມົນຕີຫວຽດນາມ ເດີນທາງຢ້ຽມຢາມລາວຢ່າງເປັນທາງການ, ສອງປະເທດໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການພັດທະນາໂຄງລ່າງພື້ນຖານສະໜອງນ້ຳມັນເຊື້ອໄຟຫວຽດນາມ - ລາວ.
ໃນການຢ້ຽມຢາມຄັ້ງນັ້ນ, ນາຍົກລັດຖະມົນຕີສອງປະເທດຍັງໄດ້ເຫັນດີຊຸກຍູ້ການດຳເນີນບັນດາໂຄງການເຊື່ອມໂຍງທີ່ສຳຄັນ, ລວມມີ ທາງດ່ວນຮ່າໂນ້ຍ - ວຽງຈັນ, ທ່າເຮືອທະເລຫວຸງອາງ, ເສັ້ນທາງລົດໄຟເຊື່ອມຕໍ່ທ່າເຮືອທະເລແຫ່ງນີ້ກັບວຽງຈັນ ແລະ ທໍ່ສົ່ງນ້ຳມັນ.
ຈາກບັນດາແນວທາງຂອງພັກ, ການຊີ້ນຳຂອງລັດ ຈົນເຖິງບັນດາຂໍ້ຕົກລົງລະຫວ່າງລັດຖະບານສອງປະເທດ, ໂຄງການພັດທະນາເສັ້ນທາງເຊື່ອມໂຍງພະລັງງານຫວຽດນາມ - ລາວ ພວມຄ່ອຍໆໄດ້ຮັບການດຳເນີນຜ່ານບັນດາໜ້າທີ່ກະກຽມການລົງທຶນທີ່ລະອຽດຢູ່ແຂວງເງະອານ.
ນອກຈາກຄວາມໝາຍຕໍ່ຄວາມໝັ້ນຄົງດ້ານພະລັງງານແລ້ວ, ການສ້າງເສັ້ນທາງສະໜອງນ້ຳມັນເຊື້ອໄຟຂ້າມຊາຍແດນ ຍັງເປີດໂອກາດການຮ່ວມມືດ້ານເສດຖະກິດໃນໄລຍະຍາວລະຫວ່າງສອງປະເທດ.
ສຳລັບລາວ, ໂຄງການຈະສ້າງທາງເລືອກເພີ່ມເຕີມໃນການຮັບປະກັນແຫຼ່ງນ້ຳມັນເຊື້ອໄຟ, ຜ່ານນັ້ນຈຳກັດຄວາມສ່ຽງຈາກການເພິ່ງພາຕະຫຼາດນຳເຂົ້າພຽງແຫ່ງດຽວ.
ສ່ວນຝ່າຍຫວຽດນາມ, ລະບົບໂຄງລ່າງພື້ນຖານດັ່ງກ່າວ ສາມາດເປີດກວ້າງຂອບເຂດການຮ່ວມມືດ້ານເສດຖະກິດກັບລາວ, ພ້ອມທັງຂຸດຄົ້ນຈຸດເດັ່ນດ້ານທ່າເຮືອທະເລ ແລະ ເຄືອຂ່າຍໂຄງລ່າງພື້ນຖານຢູ່ພາກກາງຢ່າງມີປະສິດທິຜົນຫຼາຍຂຶ້ນ.
ສະເພາະແຂວງເງະອານ, ການເຂົ້າຮ່ວມພັດທະນາລະບົບຄັງເກັບມ້ຽນ, ສະຖານີຂົນຖ່າຍ ແລະ ເສັ້ນທາງທໍ່ສົ່ງນ້ຳມັນເຊື້ອໄຟ ຈະສ້າງໂອກາດໃຫ້ທ້ອງຖິ່ນກາຍເປັນໜຶ່ງໃນຈຸດສູນກາງສຳຄັນຂອງເຄືອຂ່າຍສະໜອງພະລັງງານຂ້າມຊາຍແດນຫວຽດນາມ - ລາວ.
ຍສໝ - ວັນທີ 9 ພະຈິກ, ທ່ານ ຫງວຽນ ດັກ ວິງ, ປະທານສູນກາງສະມາຄົມມິດຕະພາບຫວຽດນາມ - ລາວ ໄດ້ສົ່ງຈົດໝາຍອວຍພອນເຖິງທ່ານນາງ ສູນທອນ ໄຊຍະຈັກ ໃນໂອກາດຮັບໜ້າທີ່ເປັນປະທານສູນກາງສະມາຄົມມິດຕະພາບລາວ - ຫວຽດນາມ, ພ້ອມທັງສະແດງຄວາມປາຖະໜາໃຫ້ສອງສະມາຄົມສືບຕໍ່ປະສານສົມທົບກັນໃນບັນດາກິດຈະກຳມິດຕະພາບ. |
ຍສໝ - ຕອນຄ່ຳວັນທີ 10 ພະຈິກ, ຢູ່ແຂວງກວາງຫງາຍ, ງານມະຫະກຳຊາວໜຸ່ມຫວຽດນາມ - ກຳປູເຈຍ - ລາວ ປີ 2026 ໄດ້ປິດລົງດ້ວຍງານກາລາພາຍໃຕ້ຫົວຂໍ້ “ຮ່ວມສາຍທານມິດຕະພາບ - ສ້າງສັນວັນພຸ່ງນີ້”. ບັນດາກິດຈະກຳແລກປ່ຽນ ແລະ ສຳຜັດປະສົບການໃນຂອບເຂດງານມະຫະກຳ ໄດ້ປະກອບສ່ວນເພີ່ມທະວີຄວາມຜູກພັນລະຫວ່າງຊາວໜຸ່ມສາມປະເທດ, ມຸ່ງສູ່ການສ້າງເຂດຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ການພັດທະນາຢ່າງຍືນຍົງ. |
ດວງດີ
