ທ່ານນາງ ສູນທອນ ໄຊຍະຈັກ ດຳລົງຕຳແໜ່ງປະທານສະມາຄົມມິດຕະພາບລາວ - ຫວຽດນາມ

10:08 | 10/11/2026

ຍສໝ - ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ສົ່ງຈົດໝາຍຊົມເຊີຍເຖິງທ່ານນາງ ສູນທອນ ໄຊຍະຈັກ, ເລຂາຄະນະບໍລິຫານງານສູນກາງພັກ, ຮອງປະທານສະພາແຫ່ງຊາດລາວ, ໃນໂອກາດທີ່ທ່ານນາງໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງປະທານສູນກາງສະມາຄົມມິດຕະພາບລາວ - ຫວຽດນາມ, ພ້ອມທັງສະແດງຄວາມປາຖະໜາໃຫ້ສອງຝ່າຍສືບຕໍ່ປະສານສົມທົບຈັດກິດຈະກຳມິດຕະພາບຕ່າງໆ ເພື່ອມຸ່ງສູ່ປີ 2027.

ສະເໜີໂຄງການຮ່ວມມືເຊື່ອມຕໍ່ໄຟຟ້າຂ້າມຊາຍແດນ ລາວ-ຫວຽດນາມ-ກຳປູເຈຍ “ການຕິດພັນ​ຍຸດທະສາດ” ໃນການເມືອງແມ່ນເສົາຄ້ຳ, ທິດທາງສັງລວມຂອງສາຍພົວພັນລາວ-ຫວຽດນາມ

ໃນຈົດໝາຍທີ່ສົ່ງເຖິງສູນກາງສະມາຄົມມິດຕະພາບລາວ - ຫວຽດນາມ, ທ່ານ ຟານ ແອັງ ເຊີນ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ສະແດງຄວາມຍິນດີຕໍ່ການຕັດສິນໃຈຂອງຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ກ່ຽວກັບການປັບປຸງ ແລະ ຈັດວາງບຸກຄະລາກອນຂອງຄະນະບໍລິຫານງານສູນກາງສະມາຄົມມິດຕະພາບລາວ - ຫວຽດນາມ.

ທ່ານ ຟານ ແອັງ ເຊີນ ໄດ້ສົ່ງຄຳຊົມເຊີຍເຖິງທ່ານນາງ ສູນທອນ ໄຊຍະຈັກ ໃນໂອກາດທີ່ທ່ານນາງໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງປະທານສູນກາງສະມາຄົມ, ພ້ອມທັງຊົມເຊີຍບັນດາການນຳຂອງຄະນະ, ກະຊວງ, ຂະແໜງການ ແລະ ວິສາຫະກິດ ທີ່ໄດ້ຮັບຄວາມໄວ້ວາງໃຈໃຫ້ເຂົ້າຮ່ວມຄະນະການນຳ ແລະ ຄະນະບໍລິຫານງານຂອງສະມາຄົມ.

ທ່ານນາງ ສູນທອນ ໄຊຍະຈັກ ດຳລົງຕຳແໜ່ງປະທານສະມາຄົມມິດຕະພາບລາວ - ຫວຽດນາມ
ທ່ານນາງ ສູນທອນ ໄຊຍະຈັກ, ເລຂາຄະນະບໍລິຫານງານສູນກາງພັກ, ຮອງປະທານສະພາແຫ່ງຊາດລາວ, ດຳລົງຕຳແໜ່ງປະທານສູນກາງສະມາຄົມມິດຕະພາບລາວ - ຫວຽດນາມ.

ໂດຍທົບທວນຄືນບັນດາຜົນສຳເລັດດ້ານການຮ່ວມມືໃນໄລຍະຜ່ານມາ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຕີລາຄາສູງຕໍ່ການປະສານສົມທົບລະຫວ່າງສະຫະພັນ, ສູນກາງສະມາຄົມມິດຕະພາບຫວຽດນາມ - ລາວ ແລະ ສູນກາງສະມາຄົມມິດຕະພາບລາວ - ຫວຽດນາມ.

ບັນດາອົງການໄດ້ປະສານສົມທົບກັນຈັດຕັ້ງຫຼາຍກິດຈະກຳທີ່ມີຄວາມໝາຍເປັນຮູບປະທຳ, ໂດຍສະເພາະບັນດາຄັ້ງຂອງງານມະຫະກຳມິດຕະພາບປະຊາຊົນຫວຽດນາມ - ລາວ ທີ່ຈັດຂຶ້ນສະຫຼັບກັນຢູ່ສອງປະເທດ. ນອກຈາກນັ້ນ ຍັງມີບັນດາໂຄງການແລກປ່ຽນຄະນະຜູ້ແທນ, ແບ່ງປັນປະສົບການກ່ຽວກັບວຽກງານການຕ່າງປະເທດປະຊາຊົນ, ການສຶກສາອົບຮົມມູນເຊື້ອ, ການລະນຶກເຖິງຄຸນງາມຄວາມດີ, ການຕອບແທນບຸນຄຸນ ແລະ ການເບິ່ງແຍງຊີວິດຄວາມເປັນຢູ່ ກໍຄືການຮຽນຂອງນັກສຶກສາຕ່າງຊາດຢູ່ແຕ່ລະປະເທດ.

ຕາມເນື້ອໃນຂອງຈົດໝາຍ, ບັນດາກິດຈະກຳເຫຼົ່ານີ້ໄດ້ສົ່ງເສີມບົດບາດຂອງບັນດາອົງການມິດຕະພາບໃນວຽກງານການຕ່າງປະເທດປະຊາຊົນ, ປະກອບສ່ວນເສີມສ້າງພື້ນຖານທາງສັງຄົມຂອງສາຍພົວພັນຫວຽດນາມ - ລາວ, ເສີມຂະຫຍາຍຄວາມສາມັກຄີພິເສດ ແລະ ມິດຕະພາບອັນຍິ່ງໃຫຍ່ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ.

ໃນໂອກາດນີ້, ທ່ານ ຟານ ແອັງ ເຊີນ ໄດ້ສົ່ງຄຳຂອບໃຈຢ່າງຈິງໃຈເຖິງທ່ານ ບໍ່ວຽງຄຳ ວົງດາລາ, ອະດີດປະທານສູນກາງສະມາຄົມມິດຕະພາບລາວ - ຫວຽດນາມ, ພ້ອມດ້ວຍອະດີດຮອງປະທານສະມາຄົມສອງທ່ານ ຄື ທ່ານນາງ ທຸມມາລີ ວົງພະຈັນ ແລະ ທ່ານ ໄຊຄົງ ໄຊນະສິນ ສຳລັບບັນດາການປະກອບສ່ວນຕໍ່ສາຍພົວພັນຫວຽດນາມ - ລາວ ແລະ ວຽກງານການຕ່າງປະເທດປະຊາຊົນລະຫວ່າງສອງປະເທດ.

ສຳລັບບັນດາກິດຈະກຳໃນໄລຍະຕໍ່ໜ້າ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງທ່ານນາງ ສູນທອນ ໄຊຍະຈັກ ແລະ ຄະນະການນຳຊຸດໃໝ່, ບັນດາອົງການມິດຕະພາບຂອງສອງປະເທດຈະສືບຕໍ່ປະສານສົມທົບກັນຈັດຕັ້ງບັນດາໂຄງການແລກປ່ຽນ ແລະ ຮ່ວມມືທີ່ເປັນຮູບປະທຳ.

ຈຸດສຸມໃນໄລຍະໃກ້ນີ້ແມ່ນບັນດາກິດຈະກຳຊົມເຊີຍຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດຫວຽດນາມ - ລາວ (5 ກັນຍາ 1962 - 5 ກັນຍາ 2027) ແລະ ຄົບຮອບ 50 ປີ ແຫ່ງການລົງນາມສົນທິສັນຍາມິດຕະພາບ ແລະ ການຮ່ວມມືຫວຽດນາມ - ລາວ (18 ກໍລະກົດ 1977 - 18 ກໍລະກົດ 2027).

ຜ່ານບັນດາກິດຈະກຳເຫຼົ່ານີ້, ສອງຝ່າຍຈະສືບຕໍ່ຮັກສາ ແລະ ສົ່ງເສີມມູນເຊື້ອຄວາມສາມັກຄີພິເສດ, ປະກອບສ່ວນບຳລຸງສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງປະຊາຊົນຫວຽດນາມ ແລະ ລາວ.

ສຽງກອງເປີດພາກຮຽນດັງຂຶ້ນ,ຮັດແໜ້ນມິດຕະພາບ ຫວຽດນາມ–ລາວ ສຽງກອງເປີດພາກຮຽນດັງຂຶ້ນ,ຮັດແໜ້ນມິດຕະພາບ ຫວຽດນາມ–ລາວ
ຍສໝ - ພິທີເປີດພາກຮຽນໃໝ່ທີ່ໂຮງຮຽນສອງພາສາ ລາວ–ຫວຽດນາມ ຫງວຽນຢູ ບໍ່ພຽງແຕ່ເປັນການໝາຍເຖິງການເລີ່ມຕົ້ນຂອງປີຮຽນໃໝ່, ແຕ່ຍັງເປັນສັນຍາລັກແຫ່ງມິດຕະພາບ, ຄວາມສາມັກຄີອັນພິເສດ, ຄວາມຮ່ວມມືຢ່າງຄົບຖ້ວນລະຫວ່າງສອງປະເທດ.
ເປີດພິທີການຝຶກຊ້ອມກູ້ຊີບ​ກູ້​ໄພຮ່ວມລະຫວ່າງກອງທັບ 3 ປະເທດ ລາວ-ຫວຽດນາມ-ກຳປູເຈຍ ເປີດພິທີການຝຶກຊ້ອມກູ້ຊີບ​ກູ້​ໄພຮ່ວມລະຫວ່າງກອງທັບ 3 ປະເທດ ລາວ-ຫວຽດນາມ-ກຳປູເຈຍ
ຍສໝ -​ ການຝຶກຊ້ອມແມ່ນ ຂີດໝາຍສຳຄັນໃນການເພີ່ມທະວີສາຍພົວພັນຮ່ວມມືລະຫວ່າງ 3 ກອງທັບ ໃຫ້ນັບມື້ນັບຮັດແໜ້ນຫຼາຍຂຶ້ນ; ພ້ອມນັ້ນ, ກໍເພື່ອຍົກສູງຄວາມຮູ້, ວິຊາສະເພາະ ແລະ ຄວາມອາດສາມາດກູ້ຊ່ວຍຜູ້ປະສົບເຄາະຮ້າຍ; ຍົກສູງຄວາມສາມາດບັນຊາການກ່ຽວກັບວິທີແນະນຳ ແລະ ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍໃນເງື່ອນໄຂພູມີປະເທດ ແລະ ການປ່ຽນແປງຂອງດິນຟ້າອາກາດ; ບຳລຸງກໍ່ສ້າງພະນັກງານ ແລະ ນັກຮົບນຳໃຊ້ບັນດາຍານພາຫະນະ ແລະ ເຕັກນິກໃນວຽກງານກອບກູ້ ແລະ ຊ່ວຍເຫຼືອບັນດາຜູ້ປະສົບເຄາະຮ້າຍຢ່າງຄ່ອງແຄ້ວ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ