ສປປ.ລາວ ສະໜັບສະໜູນວິສາຫະກິດເພື່ອສະກັດກັ້ນພະຍາດ Covid-19

13:01 | 29/03/2020

ຍສໝ - ໂດຍປະເຊີນໜ້າກັບສະພາບເສດຖະກິດທີ່ບໍ່ດີ ໂດຍເກີດຈາກການລະບາດຂອງ Covid-19, ລັດຖະບານ ສປປ.ລາວ ໄດ້ນຳໃຊ້ຫຼາຍມາດຕະການທາງດ້ານເສດຖະກິດໃນການຊຸກຍູ້ຜະລິດສິນຄ້າພາຍໃນປະເທດ ເພື່ອທົດແທນສິນຄ້າທີ່ນຳເຂົ້າໃນເມື່ອກ່ອນເຊັ່ນ: ຫຼຸດຜ່ອນອັດຕາດອກເບ້ຍເງິນກູ້, ໃຫ້ຄວາມບຸລິມະສິດແກ່ວິສາຫະກິດຂະໜາດນ້ອຍ ແລະ ກາງ.

ເມື່ອບໍ່ດົນມານີ້, ກະຊວງອຸດສາຫະກຳ ແລະ ການຄ້າ ສປປ.ລາວ ໄດ້ປ່ອຍເງິນຢ່າງຮີບດ່ວນ ຈຳນວນ 100 ຕື້ກີບ ແລະ ມອບໝາຍໃຫ້ທະນາຄານ 4 ແຫ່ງຄື: ທະນາຄານຮ່ວມທຸລະກິດລາວ - ຫວຽດ (LaoVietBank) ແລະ ທະນາຄານການຄ້າ Sacombank Laos ແຕ່ລະທະນາຄານ 30 ຕື້ກີບລາວ; 40 ຕື້ກີບທີ່ເຫລືອ ແມ່ນມອບໝາຍໃຫ້ທະນາຄານອີກສອງແຫ່ງ.

ແຫຼ່ງທຶນນີ້ແມ່ນຢູ່ໃນຊຸດການເງິນ 200 ຕື້ກີບ ທີ່ສະເຫວີຍໂດຍອັດຕາດອກເບ້ຍຕໍ່າ ເຊິ່ງລັດຖະບານ ສປປ.ລາວ ໄດ້ຕັດສິນໃຈນຳໃຊ້ເພື່ອສະໜັບສະໜູນວິສາຫະກິດຂະໜາດນ້ອຍ ແລະ ກາງຂອງລາວ; ສະໜອງທຶນໄລຍະຍາວ ໃຫ້ແກ່ທຸລະກິດເຫຼົ່ານີ້ ເພື່ອນຳໃຊ້ເປັນທຶນທີ່ເຮັດວຽກໃນການຂະຫຍາຍການຜະລິດ ແລະ ຈ້າງແຮງງານ, ປ່ຽນເຄື່ອງຈັກ, ພາຫະນະ ແລະ ນຳໃຊ້ວິທະຍາສາດ ແລະ ເຕັກໂນໂລຢີ ເພື່ອເພີ່ມສະມັດຕະພາບການຜະລິດ.

ສປປ.ລາວ ສະໜັບສະໜູນວິສາຫະກິດເພື່ອສະກັດກັ້ນພະຍາດ Covid-19

ທະນາຄານ LaoVietBank ໄດ້ຜັນຂະຫຍາຍຊຸດສິນເຊື່ອ 30 ຕື້ດົ່ງໃຫ້ແກ່ລາວເພື່ອຮັບມືກັບການລະບາດຂອງ Covid 19. (ພາບ: nhandan.com.vn)

ກະຊວງອຸດສາຫະກຳ ແລະ ການຄ້າ ສປປ.ລາວ ຍັງກຳນົດວ່າ ການປ່ອຍເງິນດັ່ງກ່າວ ພຽງແຕ່ບູລິມະສິດໃນບັນດາຂົງເຂດບູລິມະສິດເຊັ່ນ: ອຸດສາຫະກຳປຸງແຕ່ງ, ການຜະລິດກະສິກຳ, ຫັດຖະກຳ, ການປູກຝັງ, ການລ້ຽງສັດ ແລະ ການທ່ອງທ່ຽວ.

ນອກຈາກນີ້, ອີງຕາມຂໍ້ມູນຈາກທະນາຄານແຫ່ງ ສປປ.ລາວ, ປະເທດລາວ ໄດ້ດັດປັບນະໂຍບາຍການເງິນ, ໂດຍສະເພາະ ແມ່ນການຫຼຸດອັດຕາສ່ວນການກຳນົດເງິນຝາກສຳຮອງ ຂອງເງິນກີບລາວໃຫ້ 1% ແລະ ເງິນຕາຕ່າງປະເທດລົງເປັນ 2% ສຳລັບທະນາຄານສິນຄ້າ ເພື່ອມີທຶນເພີ່ມເຕີມ ແລະ ຂະຫຍາຍສິນເຊື່ອ, ສົ່ງເສີມພາກສ່ວນເສດຖະກິດທີ່ຖືກກະທົບຈາກພະຍາດ Covid – 19 ນີ້. ປະເທດ ລາວ ຍັງສຸມໃສ່ບູລິມະສິດສະຖຽນລະພາບເງິນຕາແຫ່ງຊາດ, ໂດຍສະເພາະ ແມ່ນການຄຸ້ມຄອງອັດຕາແລກປ່ຽນໃຫ້ມີຄວາມໝັ້ນຄົງ ເພື່ອຈຳກັດຜົນກະທົບຫຍໍ້ທໍ້ຂອງການລະບາດ Covid-19 ຕໍ່ເສດຖະກິດລາວ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.