ທ້ອງຕະຫຼາດ ເວເນຊູເອລາ: ປະຕູໃໝ່ສຳລັບວິສາຫະກິດ ຫວຽດນາມ

22:55 | 09/09/2024

ຍສໝ - ໂດຍຮັບຮູ້ຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງໃນການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ-ເວເນຊູເອລາ, ບັນດານັກຊ່ຽວຊານ ແລະ ນັກການທູດ ໄດ້ສະເໜີຫຼາຍຂໍ້ເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດ - ການຄ້າ, ຈາກການຂຸດຄົ້ນບັນດາທ່າໄດ້ປຽບຂອງແຫຼ່ງຊັບພະຍາກອນທຳມະຊາດ, ການພັດທະນາກະສິກຳອິນຊີນຳໄປສູ່ການເປີດກວ້າງການລົງທຶນ ແລະ ການຄ້າໂດຍກົງ. ບັນດາ​ຄວາມ​ຄິດ​ເຫັນ​ທີ່ໄດ້ຮັບຮູ້ຢູ່ກອງ​ປະຊຸມເຈລະຈາສາກົນ “35 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ ຫວຽດນາມ-ເວເນຊູເອລາ: ສະພາບການຕົວຈິງແລະ ແງ່​ຫວັງ” ​ໂດຍ​ສະ​ຖາ​ບັນ​ຄົ້ນຄ້ວາ ທະວີບອາເມລິກາ (ສະຖາບັນບັນດິດວິທະຍາສາດສັງຄົມ ຫວຽດນາມ) ສົມທົບ​ກັບ​ສະຖານທູດ ເວເນຊູເອລາ ປະຈຳ ຫວຽດນາມ ຈັດ​ຕັ້ງ​ໃນ​ວັນ​ທີ 29 ສິງຫາ.

ຍີ່ປຸ່ນ ຍັງ​ແມ່ນ​ທ້ອງຕະຫຼາດ​ສົ່ງ​ອອກ​ແຮງ​ງານ​ອັນ​ດັບ​ໜຶ່ງ​ຂອງ​ ຫວຽດນາມ
ຈີນ ​ແລະ ລາວ ​ແມ່ນ 2 ທ້ອງຕະຫຼາດ​ສົ່ງ​ອອກ​ໝາກ​ເຜັດ​ຕົ້ນຕໍ​ຂອງ​ ຫວຽດນາມ

ທ່ານ ຫວູຈຸງມິ້, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ປະຈຳ ສາທາລະນະລັດ Bolivar Venezuela:

ໝູນໃຊ້ໂອກາດຈາກເຂດເສດຖະກິດພິເສດ ເວເນຊູເອລາ

ທາງດ້ານເສດຖະກິດ, ໂຄງປະກອບສິນຄ້າຂອງ ຫວຽດນາມ ແລະ ເວເນຊູເອລາ ບໍ່ມີການແຫ່ງແຍ້ງໂດຍກົງຫຼາຍປານໃດ. ຫວຽດນາມ ມີທ່າແຮງກ່ຽວກັບບັນດາ​ຜະລິດ​ຕະພັນ​ກະ​ເສດ, ຜະລິດ​ຕະພັນ​ແຜ່ນ​ແພ, ເກີບ​ໜັງ, ຢາງພາລາ, ​ເຄື່ອງ​ປະກອບ, ອຸປະກອນເອເລັກໂຕນິກ. ໃນ​ຂະ​ນະ​ນັ້ນ, ເວ​ເນ​ຊູ​ເອ​ລາ​ ມີ​ທ່າ​ໄດ້​ປຽບ​ໃນ​ການ​ຂຸດ​ຄົ້ນ​ບໍ່​ແຮ່, ນ​້​ໍາ​ມັນ, ການ​ພັດ​ທະ​ນາ​ການ​ຜະ​ລິດ​ກະ​ສິ​ກໍາ ...

ທ້ອງຕະຫຼາດ ເວເນຊູເອລາ: ປະຕູໃໝ່ສຳລັບວິສາຫະກິດ ຫວຽດນາມ

ທ່ານ ເອກອັກຄະລັດຖະທູດ ຫວູຈຸງມິ້ ໄດ້​ເຂົ້າ​ຮ່ວມ​ກອງປະຊຸມເຈລະຈາສາ​ກົນ​ທາງ​ອອນ​ລາຍ.

​ໃນ​ສະພາບທີ່​ບັນດາລະບົບສະໜອງ​ທົ່ວ​ໂລກ​ສືບ​ຕໍ່​ປະສົບ​ກັບ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ, ເວເນຊູເອລາ ດ້ວຍ​ຈຳນວນ​ປະຊາກອນ​ປະມານ 30 ລ້ານ​ຄົນ ຈະ​ແມ່ນ​ທ້ອງຕະຫຼາດ​ທີ່​ມີ​ຄວາມ​ສາ​ມາດບົ່ມຊ້ອນໃຫ້​ແກ່​ສິນຄ້າ​ຂອງ​ບັນດາວິ​ສາ​ຫະກິດ ຫວຽດນາມ.

ເວເນຊູເອລາ ມີແຫຼ່ງຊັບພະຍາກອນທໍາມະຊາດທີ່ອຸດົມສົມບູນ, ສະພາບອາກາດທີ່ສະດວກ ແລະ ຈຸດທີ່ຕັ້ງພູມສາດຍຸດທະສາດ, ເປັນປະຕູສູ່ເຂດ Caribe, ເຂດ ອາເມລິກາກາງ ແລະ ອາເມລິກາໃຕ້. ໃນເດືອນສິງຫາ 2023, ເວເນຊູເອລາ ໄດ້ສ້າງຕັ້ງ 5 ເຂດເສດຖະກິດພິເສດ, ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດຕ່າງປະເທດ, ພິເສດແມ່ນບັນດາວິສາຫະກິດ ຫວຽດນາມ ໃນການກໍ່ສ້າງບັນດາພື້ນຖານການຜະລິດ ແລະ ດຳເນີນທຸລະກິດ, ຮັບໃຊ້ບໍ່ພຽງແຕ່ທ້ອງຕະຫຼາດ ເວເນຊູເອລາ ເທົ່ານັ້ນ ຫາກຍັງທົ່ວພາກພື້ນອີກດ້ວຍ.

​ໃນ​ໄລຍະ​ຈະ​ມາ​ເຖິງ, ຕ້ອງ​ສຸມ​ໃສ່​ຍູ້ແຮງການ​ພົວພັນ​ດ້ານ​ເສດຖະກິດ - ການ​ຄ້າ ​ແລະ ການ​ລົງທຶນ​ໃຫ້​ເໝາະ​ສົມ​ກັບ​ການພົວພັນດ້ານການເມືອງທີ່ມີຄວາມໄວ້ເນື້ອ​ເຊື່ອ​ໃຈ, ​ດີງາມ​ລະຫວ່າງ ຫວຽດນາມ ​ແລະ ເວເນຊູເອລາ. ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ວິ​ສາ​ຫະກິດ 2 ຝ່າຍ​ຕ້ອງ​ຊອກ​ຫາ​ວິທີ​ການ​ຮ່ວມ​ມື​ໃໝ່, ໃີຄວາມສາມາດເປັນໄປໄດ້, ນຳ​ມາເຊິ່ງ​ຜົນ​ປະ​ໂຫຍ​ດ​ໃຫ້​ທັງ​ສອງ​ປະ​ເທດ, ພິ​ເສດ​ແມ່ນ​ສ້າງ​ບາດກ້າວ​ບຸກທະລຸ. ນີ້ຮຽກຮ້ອງໃຫ້ມີການປະສານງານຢ່າງໃກ້ຊິດ ແລະ ສົມທົບ​ກັນປະຕິບັດການຜັນຂະຫຍາຍບັນດາຄໍາຫມັ້ນສັນຍາ, ຂໍ້ຕົກລົງທີ່ໄດ້ລົງນາມຢ່າງຄົບຊຸດ.

ທ່ານ ປອ ນາງ​ ລົກທິຖຸຍ, ນັກຊ່ຽວຊານທີ່​ປຶກ​ສາ​ຍຸດ​ທະ​ສາດ​ສະ​ຖາ​ບັນ​ ທະວີບອາເມລິກາ (ສະຖາບັນບັນດິດວິທະຍາສາດສັງຄົມ ຫວຽດນາມ):

ທ້ອງຕະຫຼາດ​ທີ່​ມີຄວາມ​ສາ​ມາດບົ່ມຊ້ອນຊ່ວຍ​ໃຫ້ ​ຫວຽດນາມ​ ຫັນປ່ຽນ​ໂຄງ​ປະກອບ​ເສດຖະກິດ

ເວເນຊູເອລາ ແມ່ນທ້ອງຕະຫຼາດທີ່ອຸດົມສົມບູນໄປດ້ວຍທ່າແຮງດ້ານພະລັງງານ, ແຮ່ທາດ ແລະ ຊັບພະຍາກອນທຳມະຊາດ, ເຊິ່ງສາມາດຊ່ວຍ ຫວຽດນາມ ຫັນປ່ຽນໂຄງປະກອບເສດຖະກິດ, ຈາກການຂຶ້ນກັບພະລັງງານແບບດັ້ງເດີມໄປສູ່ພະລັງງານສະອາດເຊັ່ນ: cobalt, lithium ແລະ ທອງ. ການຮ່ວມມືດ້ານກະສິກຳ ແລະ ການຜະລິດເຄື່ອງອຸປະໂພກຄວນຖືກພິຈາລະນາເປັນບຸລິມະສິດທີ່ສຳຄັນ, ພິເສດແມ່ນເມື່ອ ເວເນຊູເອລາ ມີປະຊາກອນໜຸ່ມ, ດ້ວຍ 70% ປະຊາກອນທີ່ມີອາຍຸຕ່ຳກວ່າ 40 ປີ.

ທ້ອງຕະຫຼາດ ເວເນຊູເອລາ: ປະຕູໃໝ່ສຳລັບວິສາຫະກິດ ຫວຽດນາມ

ທ່ານ ປອ ນາງ ລົກທິຖຸຍ, ນັກຊ່ຽວຊານທີ່​ປຶກ​ສາ​ຍຸດ​ທະ​ສາດ​ສະ​ຖາ​ບັນ​ ທະວີບອາເມລິກາ (ສະຖາບັນບັນດິດວິທະຍາສາດສັງຄົມ ຫວຽດນາມ)

ສຳລັບ ເວເນຊູເອລາ, ການຮ່ວມມືກັບ ຫວຽດນາມ ຈະເປີດກວ້າງການພົວພັນດ້ານການຄ້າ ແລະ ການລົງທຶນໄປຍັງ ອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊຽນ, ພ້ອມທັງຊຸກຍູ້ຂະບວນການເຈລະຈາເພື່ອເຂົ້າເປັນສະມາຊິກຂອງບັນດາສັນຍາການຄ້າຄື: ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມ ປາຊີຟິກ (CPTPP) ແລະ ສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ຮອບດ້ານ​ໃນ​ພາກ​ພື້ນ (RCEP), ໂດຍ​ສະ​ເພາະ​ແມ່ນ ​ເວ​ເນ​ຊູ​ເອລາ ​ມີ​ການ​ພົວພັນ​ທີ່​ດີ​ກັບ ​ຈີນ ​ແລະ ​ຍີ່ປຸ່ນ.

​ເພື່ອ​ຊຸກຍູ້​ການ​ພົວພັນ​ທາງ​ການ​ທູດ​ກັບ ​ເວ​ເນ​ຊູ​ເອລາ, ຫວຽດນາມ ຕ້ອງ​ຮັກສາ​ການ​ຢ້ຽມຢາມ​ຂັ້ນ​ສູງ​ລະຫວ່າງ​ການ​ນຳ​ຂອງ​ສອງ​ປະ​ເທດ, ພ້ອມກັນນັ້ນ ​ກໍ່ເພີ່ມ​ທະວີ​ການ​ແລກປ່ຽນ​ດ້ານ​ທິດ​ສະ​ດີ​ກັບ​ພັກ PSUV ​ແລະ ລັດຖະບານ​ຂອງ​ທ່ານປະທານາທິບໍດີ Maduro. ການ​ເຂົ້າ​ໃຈຢ່າງຈະແຈ້ງວັດທະນະທຳ ​ແລະ ຄວາມ​ຄິດ​ຂອງ​ຊາວ ​ເວ​ເນ​ຊູ​ເອລາ ຈະ​ຊ່ວຍ​ໃຫ້​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ​ເປີດ​ກວ້າງ​ການ​ລົງທຶນ​ຢ່າງ​ມີ​ປະສິດທິ​ຜົນ, ຫຼີກ​ລ່ຽງການ​ລົງທຶນແບບໄຫຼຫຼາກ ​ແລະ ບໍ່​ມີ​ຍຸດ​ທະ​ສາດ.

ທ່ານ​ ປອ ນາງ ໂງກ່ຽວແອວງ, ນັກຊ່ຽວຊານການທ່ອງທ່ຽວກະສິກຳ, ຊົນນະບົດ:

ພັດທະນາ​ກະສິກຳອົງຄະທາດ - ທິດ​ທາງ​ແບບ​ຍືນ​ຍົງ​ໃຫ້​ແກ່​ການ​ຮ່ວມ​ມື​ຫວຽດນາມ - ເວ​ເນ​ຊູ​ເອລາ

ເວເນຊູເອລາ ມີເງື່ອນໄຂທາງທຳມະຊາດທີ່ເອື້ອອຳນວຍໃຫ້ແກ່ການພັດທະນາກະສິກຳອົງຄະທາດ ແລະ ການທ່ອງທ່ຽວຊົນນະບົດ. ຫວຽດນາມ ສາມາດ​ໜູນ​ຊ່ວຍ ເວເນຊູເອລາ ​ໃນ​ການ​ປູກ​ເຂົ້າ​ອິນ​ຊີ, ບໍ່​ພຽງ​ແຕ່​ຕອບ​ສະໜອງ​ຄວາມ​ຕ້ອງການ​ພາຍ​ໃນ​ປະ​ເທດ​ເທົ່າ​ນັ້ນ ຫາກ​ຍັງ​ສາມາດ​ສົ່ງ​ອອກ​ໄປ​ຍັງ​ບັນດາ​ປະ​ເທດ​ ອາ​ເມ​ລິ​ກາ​ລາ​ຕິນ.

ທ້ອງຕະຫຼາດ ເວເນຊູເອລາ: ປະຕູໃໝ່ສຳລັບວິສາຫະກິດ ຫວຽດນາມ

ທ່ານ ປອ ນາງ ໂງກ່ຽວແອວງ, ນັກຊ່ຽວຊານການທ່ອງທ່ຽວກະສິກຳ, ຊົນນະບົດ.

ຂົງເຂດອື່ນທີ່ມີຄວາມ​ສາ​ມາດບົ່ມຊ້ອນແມ່ນການຄົ້ນຄວ້າ ແລະ ການນໍາໃຊ້ແໜແດງໃນກະສິກໍາ. ແໜແດງສາມາດນຳໃຊ້ເປັນຝຸ່ນຊີວະສາດ, ຊ່ວຍເພີ່ມທະວີປະສິດທິພາບເຂົ້າ ແລະ ປັບປຸງສະພາບແວດລ້ອມຂອງນ້ຳໃນເຂດປູກເຂົ້າ. ນອກຈາກນັ້ນ, ມັນຍັງສາມາດຖືກນໍາໃຊ້ເປັນອາຫານສັດ, ທາດກອງນໍ້າ ແລະ ໃນການຜະລິດຢາ. ການ​ຮ່ວມ​ມື​ໃນ​ການ​ແລກປ່ຽນ​ປະສົບ​ການ ​ແລະ ​ເຕັກ​ໂນ​ໂລ​ຢີ​ລະຫວ່າງ ຫວຽດນາມ ​ແລະ ເວເນຊູເອລາ ໃນ​ຂົງ​ເຂດ​ນີ້ຈະ​ສາມາດ​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດຫຼາຍ​ຢ່າງ​ໃຫ້​ທັງ 2 ຝ່າຍ, ພ້ອມ​ທັງ​ປະກອບສ່ວນ​ເຂົ້າ​ໃນ​ບັນດາ​ຄວາມ​ມານະ​ພະຍາຍາມ​ຫລຸດຜ່ອນ​ອາຍ​ພິດ​ເຮືອນ​ແກ້ວ ​ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ.

ເວເນຊູເອລາ ເຄົບລົບນັບຖືມໍລະດົກຂອງປະທານ ໂຮ່ຈີມິນ ເວເນຊູເອລາ ເຄົບລົບນັບຖືມໍລະດົກຂອງປະທານ ໂຮ່ຈີມິນ

ຍສໝ - ວັນທີ 17 ເມສາ (ຕາມເວລາທ້ອງຖິ່ນ), ທ່ານ ຮອງນາຍົກລັດຖະມົນຕີ ຫວຽດນາມ ເຈີ່ນລິວກວາງ ໄປຖະຫວາຍດອກໄມ້ທູບທຽນເພື່ອໄຫວ້ອາໄລຫາປະທານ ໂຮ່ຈີມິນ ທີ່ອະນຸສາວະລີ ໂຮ່ຈີມິນ ຢູ່ຖະໜົນຫຼວງ Simón Bolívar, ນະຄອນຫຼວງ Caracas.

ໂຄສະນາຄວາມງາມຂອງວັດທະນະທຳ, ປະຊາຊົນ ຫວຽດນາມ ຕໍ່ລຸ້ນໜຸ່ມ ເວເນຊູເອລາ ໂຄສະນາຄວາມງາມຂອງວັດທະນະທຳ, ປະຊາຊົນ ຫວຽດນາມ ຕໍ່ລຸ້ນໜຸ່ມ ເວເນຊູເອລາ

ຍສໝ - ວັນທີ 19 ມັງກອນ, ສະຖານທູດ ຫວຽດນາມ ປະຈຳ ເວເນຊູເອລາ ແລະ ມະຫາວິທະຍາໄລສັງລວມ Santa María (USM) ໄດ້ຈັດຕັ້ງເຫດການສະເຫຼີມສະຫຼອງວັນຫວຽດນາມ ຢູ່ນະຄອນຫຼວງ Caracas ເພື່ອໂຄສະນາກ່ຽວກັບປະຫວັດສາດທີ່ເປັນມູນເຊື້ອ, ຄຸນຄ່າທາງດ້ານວັດທະນະທຳ, ພ້ອມກັນນັ້ນ ກໍ່ແນະນຳຕໍ່ລຸ້ນໜຸ່ນ ເວເນຊູເອລາ ກ່ຽວກັບ ຫວຽດ​ນາມ ທີ່​ເຂັ້ມແຂງແຮງກ້າ ...

ມີງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.