ພະຍາດ COVID-19: ເສດຖະກິດ ອາຊີ ຈະປະສົບກັບຄວາມເສຍຫາຍຢ່າງຫຼວງຫຼາຍກ່ວາການລະບາດຂອງ SARS?

11:45 | 20/02/2020

ເມື່ອການລະບາດຂອງພະຍາດລະບົບຫາຍໃຈສາຍພັນໃໝ່ ຂອງໄວຣັດ Corona (COVID-19) ໄດ້ລະເບີດຂຶ້ນ, ບັນດາຜູ້ຊ່ຽວຊານ ໄດ້ຄາດຄະເນວ່າ ການຟື້ນຟູຂອງເສດຖະກິດໃນອາຊີ ຈະຖືກຈຳກັດ.

ອີງຕາມທະນາຄານໂລກ, ສສ.ຈີນ ມີເກືອບ 14,000 ຕື້ໂດລາສະຫະລັດໃນລວມຍອດຜະລິດຕະພັນພາຍໃນ (GDP) ໃນປີ 2018 ເຊິ່ງກວມເອົາປະມານ 1/5 ຂອງ GDP ທົ່ວໂລກ, ເທົ່າກັບ 9% GDP ທົ່ວໂລກ . ແລະ ປະຊາຊົນ ສສ.ຈີນ ມີ 68 ລ້ານຄົນໄດ້ເດີນທາງທ່ອງທ່ຽວໄປຕ່າງປະເທດໃນປີກາຍນີ້. ສະນັ້ນ, ຫຼາຍປະເທດ ກຳ ລັງກະກຽມທາງດ້ານຈິດໃຈເພື່ອຈະໄດ້ຮັບຜົນກະທົບຢ່າງໜັກໃນການທ່ອງທ່ຽວ, ການບໍລິການ ແລະ ການຜະລິດ. ຕະຫຼາດຫຼັກຊັບກໍ່ໄດ້ຮັບຜົນກະທົບເຊັ່ນກັນ ຈາກການລະບາດຂອງພະຍາດລະບົບຫາຍໃຈສາຍພັນໃໝ່ ຂອງໄວຣັດ Corona (COVID-19) ເຊິ່ງ ຈີນ ແມ່ນປະເທດມີກໍລະນີຕິດເຊື້ອໄວຣັດ Corona ຫຼາຍທີ່ສຸດ (ຫລາຍກ່ວາ 68.000 ຄົນທີ່ຕິດເຊື້ອພະຍາດ, 1160 ຄົນ ເສຍຊີວິດ).

ພະຍາດ COVID-19: ເສດຖະກິດ ອາຊີ ຈະປະສົບກັບຄວາມເສຍຫາຍຢ່າງຫຼວງຫຼາຍກ່ວາການລະບາດຂອງ SARS?

ອາ​ຊຽນອາດ​ຈະເສຍ​ຫາຍ​ປະ​ມານ 3,4 ຕື້ USD ຍ້ອນເຊື້ອ CoVid 19. (ພາບ: Getty Images)

ຕາມບົດລາຍງານຂອງ ສູນຄົ້ນຄ້ວາ Kasicon ຂອງ ໄທ, ເຊື້ອ CoVid 19 ຈະສົ່ງຜົນກະທົບທາງລົບເຖິງພື້ນຖານເສດຖະກິດ ຂອງ ບັນດາປະເທດ ອາຊຽນທັງໝົດ, ເຮັດໃຫ້ ພາກພື້ນນີ້ ອາດຈະ ເສຍຫາຍ ປະມານ 2,4 – 3,4 ຕື້ USD.

ບົດລາຍງານໄດ້ຊີ້ໃຫ້ເຫັນສາຍເຫດຕົ້ນຕໍຂອງ ການຫຼຸດລົງແມ່ນບັນດາມາດຕະການຈຳກັດການເດີນທາງໄປມາ ແລະ ແລກປ່ຽນການຄ້າລະຫວ່າງ ບັນດາພື້ນຖານເສດຖະກິດ ສະມາຊິກ ຂອງ ອາຊຽນ ກັບ ຈີນ ຍ້ອນມີຄວາມວິຕົກກັງວົນກ່ຽວກັບການ ຕິດເຊື້ອ CoVid 19. ຖ້າຫາກວ່າ ໂລກລະບາດ CoVid 19 ແກ່ຍາວໃນຮອບ 6 ເດືອນ, ພື້ນຖານເສດຖະກິດ ຂອງ ຈີນ ອາດຈະບັນລຸໄດ້ການເຕີບໂຕພຽງແຕ່ 4,7%ໃນປີນີ້ິ້, ຕ່ຳກ່ວາ 1% ເມື່ອທຽບໃສ່ກັບການຄາດຄະເນກ່ອນທີ່ຈະເກີດຂຶ້ນ ໂລກລະບາດ. ສິ່ງນີ້ ອາດຈະເຮັດໃຫ້ການເຕີບໂຕຂອງ ອາຊຽນຫຼຸດລົງ ປະມານ 0,07 – 0,11% ເມື່ອທຽບໃສ່ທຸກປີ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.