ປະເທດລາວ ພົບຜູ້ຕິດເຊື້ອພະຍາດ Covid - 19 ເພີ່ມອີກ 2 ຄົນ ລວມເປັນ 8 ກໍລະນີ

06:07 | 29/03/2020

ຕອນບ່າຍຂອງວັນທີ 28 ມີນາ ນີ້, ກະຊວງສາທາລະນະສຸກ ປະເທດລາວໄດ້ບັນທຶກຜູ້ຕິດເຊື້ອໄວຣັດ Covid - 19 ຢູ່ ລາວ ເພີ່ມຂຶ້ນເປັນ ເພີ່ມອີກ 2 ຄົນ. ມາຮອດປະຈຸບັນ, ປະເທດລາວມີຜູ້ປ່ວຍ 8 ຄົນຕິດເຊື້ອໂລກລະບາດ.

ປະເທດລາວ ພົບຜູ້ຕິດເຊື້ອພະຍາດ Covid - 19 ເພີ່ມອີກ 2 ຄົນ ລວມເປັນ 8 ກໍລະນີ

ປະເທດລາວໄດ້ປະຕິບັດການສີດຢາຂ້າເຊື້ອຢູ່ປະຕູຊາຍແດນ ລາວ - ໄທ. (ພາບ: Laotian Times)

ໃນວັນທີ 27 ມີນາ 2020, ກະຊວງສາທາລະນະສຸກ ປະເທດລາວ ໄດ້ກວດວິເຄາະຫາເຊື້ຶອ 58 ກໍລະນີ ແລະ ບັນທຶກຖືກມີຜູ້ຕິດເຊື້ອເພີ່ມອີກ 2 ຄົນ, ຄື:

ກໍລະນິທີ 7 ແມ່ນ ເພດຍິງ, ອາຍຸ 50 ປີ, ສັນຊາດ: ລາວ, ບ້ານວິຊຸນ, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ, ເຊິ່ງເປັນເມຍ ຜູ້ຕິດເຊື້ອ ທີ່ເປັນຄົນຂັບລົດໃຫ້ແກ່ກຸ່ມທົວທີ່ລາຍງານໄປໃນກ່ອນໜ້ານີ້

ກໍລະນີທີ 8 ແມ່ນ ເພດຊາຍ, ອາຍຸ 18 ປີ, ບ້ານ ດອນນົກຂຸ້ມ, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນເປັນພະນັກງານໍລິສັດ DHL, ບຸກຄົນນີ້ສໍາພັດໃກ້ຊິດ ກັບຜູ້ຕິດເຊື້ອ ທີ່ເປັນນັກທຸລະກິດ

ມາຮອດປະຈຸບັນໄດ້ກວດວິເຄາະຫາເຊື້ອ ທັງໝົດ 276 ກໍລະນີ, ມີຜູ້ຕິດເຊື້ອສະສົມ 8 ຄົນ. ນັກລະບາດວິທະຍາພາກສະໜາມ ໄດ້ສືບຕໍ່ລົງຄົ້ນຫາຜູ້ທີ່ສຳພັດໃກ້ຊິດກັບທັງໝົດ ມີ 235 ຄົນ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.