ທ່ານ ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ໂຕເລີມ ເດີນທາງ​ໄປຍັງ New York ​ເພື່ອ​ເຂົ້າ​ຮ່ວມສັບປະດາຂັ້ນສູງສະມັດຊາໃຫຍ່ສະຫະ​ປະຊາ​ຊາດ

00:00 | 22/09/2024

ຍສໝ - ໃນເວລາ 17:05 ໂມງຂອງວັນທີ 21 ກັນຍາ ຕາມເວລາທ້ອງຖິ່ນ (ຕອນເຊົ້າວັນທີ 22 ກັນຍາ, ຕາມເວລາ ຫວຽດນາມ), ທ່ານເລຂາທິການໃຫຍ່, ປະທານ​ປະ​ເທດ ໂຕເລີມ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເດີນທາງໄປຮອດສະໜາມບິນສາກົນ J.F. Kennedy, ນະຄອນ New York, ອາເມລິກາ, ເລີ່ມຕົ້ນລາຍການເຂົ້າຮ່ວມກອງປະຊຸມສຸດຍອດອະນາຄົດ, ວາລະ​ປະຊຸມລວມຂັ້ນສູງສະມັດຊາໃຫຍ່ສະຫະ​ປະຊາ​ຊາດຊຸດທີ 79 ແລະ ເຮັດວຽກຢູ່ ອາເມລິກາ.

ທ່ານ ຮ່ວາງເຫງຍຫຽວ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ​ເງ້ອານ ອາຍຸການ 2024-2029
[ຮູບ​ພາບ] ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ໄດ້​ພົບ​ປະ​ກັບອະດີດ​ທະຫານ​ອາສາ​ສະໝັກ

ນີ້​ແມ່ນ​ການໄປປະຕິບັດງານເຂົ້າ​ຮ່ວມບັນດາ​ການ​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດ​ຫຼາຍ​ຝ່າຍ ​ແລະ ​ເຮັດ​ວຽກ​ຢູ່ ​ອາ​ເມ​ລິ​ກາ ​ຄັ້ງ​ທຳ​ອິດ ​ຂອງ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ​ໃນ​ຖານະຕຳແໜ່ງໃໝ່ ແລະ ກໍ່​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ ສະມັດຊາໃຫຍ່ສະຫະປະຊາຊາດແບບໂດຍກົງ.

ພາຍຫຼັງ​ເກືອບ 50 ປີ, ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ສະຫະ​ປະຊາ​ຊາດ ສືບ​ຕໍ່​ພັດທະນາ​ຢ່າງ​ຕັ້ງໜ້າ, ນັບມື້ນັບກ້າວເຂົ້າສູ່ລວງເລິກ, ໄດ້ຮັບການປັບປຸງ ແລະ ​ເພີ່ມ​ທະວີ​ຢ່າງ​ບໍ່​ຢຸດ​ຢັ້ງ. ສະຫະ​ປະຊາ​ຊາດ ໄດ້​ຮ່ວມ​ເດີນທາງກັບ​ ຫວຽດນາມ ນັບແຕ່ໄລຍະ​ສ້າງສາປະ​ເທດ​ຊາດຄືນໃໝ່, ຟື້ນ​ຟູ​ຫຼັງ​ສົງຄາມ ​ໄປ​ສູ່​ການມ້າງ​ທຳລາຍຮົ້ວ​ກີດຂວາງຂວ້ຳບາດ ​ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ເທື່ອ​ລະ​ກ້າວ. ຫວຽດນາມ ​ນັບມື້ນັບເຂົ້າ​ຮ່ວມຢ່າງເປັນເຈົ້າການ, ຕັ້ງໜ້າ, ປະກອບສ່ວນ​ຢ່າງ​ເເທດຈິງ, ເລິກ​ເຊິ່ງກ້ວາງຂວາງກວ່າ​ອີກ ທັງດ້ານ​ແນວ​ຄິດ, ມະນຸດ, ​ແຫຼ່ງກຳລັງ​ໃນ​ທຸກ​ຂົງ​ເຂດ​ຂອງ​ບັນດາຂົງເຂດ​ການ​ເຄື່ອນ​ໄຫວ​ເສົາ​ຄ້ຳ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ການ​ຮັກສາ​ສັນຕິພາບ, ຄວາມ​ໝັ້ນຄົງ ​ແລະ ການ​ຮ່ວມ​ມື​ພັດທະນາ.

ທ່ານ ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ໂຕເລີມ ເດີນທາງ​ໄປຍັງ New York ​ເພື່ອ​ເຂົ້າ​ຮ່ວມສັບປະດາຂັ້ນສູງສະມັດຊາໃຫຍ່ສະຫະ​ປະຊາ​ຊາດ

ບັນດາ​ຜູ້​ແທນຕ້ອນຮັບ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ໂຕເລີມ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງຫວຽດນາມ ທີ່ສະໜາມບິນສາກົນ J.F. Kennedy. ພາບ: ເລິມແຄ້ງ/TTXVN

ຫວຽດນາມ ກໍ່​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ໄດ້​ຮັບ​ຄວາມຕັ້ງຫວັງ​ສູງ​ຈາກ​ປະຊາ​ຄົມ​ໂລກ, ເຊິ່ງໄດ້ ແລະ ພວມຮັບດຳລົງຫຼາຍຖານະເປັນສຳຄັນຢ່າງມີຜົນສຳເລັດ​ຢູ່ ສປຊ. ການນຳ ສປຊ ຍາມໃດກໍ່ຕີລາຄາສູງບົດບາດ ແລະ ການປະກອບສ່ວນຂອງ ຫວຽດນາມ ແລະ ຫວັງວ່າ ຫວຽດນາມ ຈະສືບຕໍ່ສວມບົດບາດນັບມື້ນັບຕັ້ງໜ້າກ່ວາອີກ ໃນບັນດາຂົງເຂດບຸລິມະສິດຂອງ ສປຊ.

​ໃນ​ຂະນະ​ນັ້ນ, ການ​ພົວພັນ ຫວຽດນາມ - ອາ​ເມ​ລິ​ກາ ພາຍຫຼັງ 1 ປີ​ແຫ່ງ​ການ​ຜັນ​ຂະຫຍາຍ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ, ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ບັນລຸ​ໄດ້​ບັນດາ​ໝາກຜົນ​ຢ່າງຕັ້ງໜ້າ. ການຮ່ວມມືຍຸດທະສາດລະຫວ່າງສອງປະເທດໃນຫຼາຍຂົງເຂດສືບຕໍ່ໄດ້ຮັບການຊຸກຍູ້; ບັນດາການເຄື່ອນໄຫວພົບປະ ແລະ ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ໄດ້​ດຳ​ເນີນ​ໄປ​ຢ່າງຟົດຟື້ນ​ຢູ່​ທຸກ​ຊ່ອງ​ທາງ, ທຸກ​ຂັ້ນ. ຂົງ​ເຂດ​ເສດ​ຖະ​ກິດ - ການ​ຄ້າ - ການ​ລົງ​ທຶນ​ສືບ​ຕໍ່​ແມ່ນ​ກຳລັງທີ່ສຳຄັນໃຫ້ແກ່ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ. ໃນ 8 ເດືອນຕົ້ນປີ 2024, ວົງເງິນການຄ້າສອງຝ່າຍບັນລຸເກືອບ 88 ຕື້ USD, ເພີ່ມຂຶ້ນ 22%. ການ​ຮ່ວມ​ມື​ດ້ານ​​ຄວາມ​ປອດ​ໄພ​ - ການ​ປ້ອງ​ກັນ​ປະ​ເທດ​ສືບ​ຕໍ່​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ, ​ໃນ​ນັ້ນ​ການ​ຮ່ວມ​ມື​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມ​ ຍັງ​ຄົງ​ແມ່ນ​ບຸລິມະສິດ ​ແລະ ​ເປັນ​ເສົາ​ຄ້ຳ​ສຳຄັນ​ໃນ​ການ​ພົວພັນ​ສອງ​ປະ​ເທດ. ດ້ວຍ​ບັນດາ​ບັນຫາ​ທີ່​ຍັງ​ຄົງ​ຄ້າງ, 2 ຝ່າຍ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ປຶກສາ​ຫາລືບົນຈິດໃຈສັດຊື່, ສ້າງສັນ ​ແລະ ໃຫ້ຄວາມສົນ​ໃຈ​ຕໍ່ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ແຕ່ລະ​ຝ່າຍ.

ທີ່ ສປຊ ໃນຄັ້ງນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ຈະນຳມາບັນດາສານອັນໃຫຍ່ຫຼວງ, ສຳຄັນ ເພື່ອສະໜັບສະໜູນລັດທິຫຼາຍຝ່າຍຢ່າງເຂັ້ມແຂງ, ດ້ວຍບົດບາດໃຈກາງຂອງສະຫະປະຊາຊາດ ກ່ຽວກັບສັນຕິພາບ, ການຮ່ວມມື, ພັດທະນາໃນໂລກ. ພ້ອມກັນນັ້ນ ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຫວຽດນາມ ຈະ​ມີ​ການ​ພົບ​ປະ​ສອງ​ຝ່າຍກັບການ​ນຳ​ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ ​ແລະ ບັນດາ​ປະ​ເທດ​ເຂົ້າ​ຮ່ວມສັບປະດາຂັ້ນສູງສະມັດຊາໃຫຍ່ສະຫະ​ປະຊາ​ຊາດ.

​ໃນ​ຂອບ​ເຂດ​ການໄປປະຕິບັດງານ, ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ໂຕເລີມ ຍັງ​ຈະ​ມີ​ການ​ພົບ​ປະ​ສອງ​ຝ່າຍ​ສຳຄັນ​ກັບ​ບັນດາ​ການ​ນຳອຳນາດການປົກຄອງ ອາ​ເມ​ລິ​ກາ, ​ເຂົ້າ​ຮ່ວມ ​ແລະ ກ່າວ​ຄຳ​ປາໄສ​ທີ່ເຫດການມຸ່ງໄປເຖິງ​ສະ​ເຫຼີ​ມສະຫຼອງ 30 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ ຫວຽດນາມ ​ແລະ ອາ​ເມ​ລິ​ກາ ແລະ 1 ປີແຫ່ງການຍົກລະດັບການພົວພັນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ເຊັ່ນດຽວກັນກັບບັນດາການພົບປະ, ເຮັດວຽກດ້ວຍການເຂົ້າຮ່ວມຂອງບັນດາເຈົ້າໜ້າທີ່, ວິສາຫະກິດ, ນັກຊ່ຽວຊານ, ນັກຮຽນຮູ້ແຖວໜ້າຂອງ ອາເມລິກາ.

ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້ ຫວຽດນາມ ຢືນຢັນ​ອີກເທື່ອໜຶ່ງນະ​ໂຍບາຍ​ການ​ຕ່າງປະ​ເທດ​ເອກະລາດ, ເປັນເຈົ້າຕົນເອງ, ຫັນ​ເປັນ​ຫຼາຍ​ຝ່າຍ, ຫັນເປັນ​ຫຼາຍຮູບຫຼາຍແບບການ​ພົວພັນ​ຕ່າງປະ​ເທດ​, ເປັນເຈົ້າການ ແລະ ຕັ້ງໜ້າເຂົ້າໃນການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນຢ່າງເລິກ​ເຊິ່ງ, ເປັນ​ເພື່ອນ​ມິດ​, ຄູ່ຮ່ວມມືທີ່​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ເປັນຊະມາຊິກມີ​ຄວາມ​ຮັບຜິດຊອບ​ຂອງ​ປະຊາ​ຄົມ​ສາກົນ, ຍາມໃດກໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ການພັດທະນາຢູ່ພາກພື້ນ ແລະ ໃນໂລກ.​

ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ລາວ ຈະໄປຢ້ຽມຢາມທາງລັດຖະກິດ ຫວຽດນາມ

ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ລາວ ຈະໄປຢ້ຽມຢາມທາງລັດຖະກິດ ຫວຽດນາມ

ຍສໝ - ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ຈະໄປຢ້ຽມຢາມທາງລັດຖະກິດ ຫວຽດນາມ ນັບແຕ່ວັນທີ 10 – 13 ກັນຍາ.

ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ໂຕເລີມ ມອບຂໍ້ຕົກລົງແຕ່ງຕັ້ງ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ລາວ

ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ໂຕເລີມ ມອບຂໍ້ຕົກລົງແຕ່ງຕັ້ງ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ລາວ

ຍສໝ - ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ໂຕເລີມ ໄດ້ມອບຂໍ້ຕົກລົງແຕ່ງຕັ້ງ​ເອກ​ອັກຄະ​ລັດຖະທູດຜູ້ມີອຳນາດເຕັມແຫ່ງ​ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ​ຫວຽດ​ນາມ ປະ​ຈຳ ສ​ປ​ປ ລາວ.

ມີງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.