ການບິນລາວ ແຈ້ງຢຸດບາງຖ້ຽວບິນຊົ່ວຄາວໄປຕ່າງປະເທດ ເພື່ອຮັບປະກັນຄວາມປອດໄພ ແລະ ສະກັດກັ້ນ ການແຜ່ລະບາດຂອງພະຍາດ COVID-19

16:45 | 23/03/2020

ຍສໝ - ລັດວິສາຫະກິດການບິນລາວ ໄດ້ອອກແຈ້ງການ ກ່ຽວກັບການຢຸດບໍລິ ການຊົ່ວຄາວ ຖ້ຽວບິນໄປຕ່າງປະເທດ ການຢຸດບໍລິການດັ່ງກ່າວ ແມ່ນເພື່ອຮັບປະກັນຄວາມປອດໄພ ແລະ ສະກັດກັ້ນ ການແຜ່ລະບາດຂອງພະຍາດ COVID-19, ເນື່ອງຈາກວ່າ ສະ ພາບການແຜ່ລະບາດ ຂອງພະຍາດດັ່ງກ່າວ ໃນຫລາຍປະເທດ ໄດ້ແຜ່ຂະຫຍາຍໃນວົງກວ້າງ.

ລັດວິສາຫະກິດການບິນລາວ ໄດ້ອອກແຈ້ງການປ່ຽນແປງ ແລະ ຢຸດບໍລິການຊົ່ວຄາວຖ້ຽວບິນໄປຕ່າງ ປະເທດ, ເຊິ່ງລວມມີ: ໂຊ (Seoul), ຈາງ​ຊູ (Changzhou), ຊາງ​ໄຮ(Shanghai), ​ເວັນ​ຊູ(Wenzhou), ຈິງ​ຮົງ(Jinghong), ຮ່າ​ໂນ້ຍ(Hanoi), ​​ໂຮ່ຈີ່​ມິງ(Ho Chi Minh), ພະນົມ​ເປັນ(Phnom Penh), ສຽມຣຽບ(Siem Reap) ແມ່ນໄດ້ລົບລ້າງໃນທຸກຖ້ຽວບິນຈົນເຖິງວັນທີ 30 ເມສາ 2020. ​ ສໍາລັບເສັ້ນທາງບິນໄປ ບາງກອກ (Bangkok) ແລະ ຊຽ​ງ​ໃໝ່ (Chiangmai) ລົບລ້າງໃນທຸກຖ້ຽວບິນ ແຕ່ ວັນທີ 22 ມີນາ ຈົນເຖິງວັນທີ 20 ເມສາ 2020.ເສັ້ນທາງບິນໄປ ກວາງ​ຊູ(Guangzhou) ໄດ້ມີການປ່ຽນແປງແຜນບິນ ເປັນບິນທຸກວັນຄານ ແລະ ວັນເສົາ (ຜູ້ໂດຍສານທີ່ຈະເດີນທາງເຂົ້າເສັ້ນທາງນີ້ ແມ່ນຈະໄດ້ຖືກກັກໂຕ 14 ວັນ ທີ່ສະໜາມບິນ ແລະ ຕ້ອງມີເງິນ 2.000 ໂດລາສະຫະລັດ ຈຶ່ງອະນຸຍາດໃຫ້ເດີນທາງເຂົ້າ ສປ ຈີນ ໄດ້).

ການບິນລາວ ແຈ້ງຢຸດບາງຖ້ຽວບິນຊົ່ວຄາວໄປຕ່າງປະເທດ ເພື່ອຮັບປະກັນຄວາມປອດໄພ ແລະ ສະກັດກັ້ນ ການແຜ່ລະບາດຂອງພະຍາດ COVID-19

ພາບປະກອບ

ເສັ້ນທາງບິນໄປ ຄຸນ​ໝິງ (Kunming) ໄດ້ມີການປ່ຽນແປງແຜນບິນ ເປັນບິນທຸກວັນຄານ, ສຸກ ແລະ ວັນທິດ (ຜູ້ໂດຍສານ ທີ່ຈະເດີນທາງ ເຂົ້າເສັ້ນທາງນີ້ ແມ່ນຈະໄດ້ຖືກກັກໂຕ 14 ວັນ ທີ່ສະ ໜາມບິນ ແລະ ຕ້ອງມີເງິນ 2.000 ໂດລາສະຫະລັດ ຈຶ່ງອະນຸຍາດໃຫ້ເດີນທາງເຂົ້າ ສປ ຈີນ ໄດ້). ​ ສໍາລັບການເປີດເສັ້ນທາງບິນໃໝ່ໄປ ດາ​ນັງ (Danang) ແມ່ນໄດ້ມີການເລື່ອນໂດຍບໍ່ມີກໍານົດ. ​

ສຳລັບຜູ້ທີ່ເດີນທາງເຂົ້າມາລາວ ໂດຍສະເພາະແຮງງານລາວທີ່ເດີນທາງກັບຈາກປະເທດກຸ່ມສ່ຽງນັ້ນ ກົມຄວບຄຸມພະຍາດຕິດຕໍ່ ໄດ້ແນະນຳໃຫ້ຕ້ອງປະຕິບັດມາດຕະການຈຳກັດບໍລິເວນຢູ່ສະຖານທີ່ພັກເຊົາຂອງຕົນໄລຍະ 14 ວັນ ໂດຍປະຕິບັດການວັດແທກອຸນຫະພູມຮ່າງກາຍ 2 ຄັ້ງຕໍ່ວັນ (ເຊົ້າ-ແລງ) ສັງເກດຕົນເອງມີອາການໄຂ້ ໄອ ຫຼື ຫາຍໃຈຍາກ ແລະ ອາການອື່ນໆ (ພ້ອມທັງໝາຍໃສ່ຕາຕະລາງໃນການຕິດຕາມອາການ ແລະ ອຸນຫະພູມຮ່າງກາຍ) ຢູ່ແຕ່ໃນສະຖານທີ່ພັກເຊົາຂອງຕົນເອງເທົ່ານັ້ນ (ເຮືອນ ໂຮງແຮມ ຫໍພັກ ສະຖານທີ່ຈັດກຽມໄວ້ເປັນເວລາ 14 ວັນ ໃຫ້ມີຜູ້ສົ່ງອາຫານ ແລະ ນໍ້າໃຫ້ຢູ່ໜ້າຫ້ອງ ບໍ່ໃຫ້ເດີນທາງອອກໄປທາງນອກ ບໍ່ໃຫ້ໃກ້ຊິດກັບຄົນອື່ນໂດຍບໍ່ໄດ້ຮັບການອະນຸຍາດ

ໄລ່ຮອດຕອນເຊົ້າວັນທີ 23 ມີນາ, ໂລກລະບາດ Covid – 19 ໄດ້ປະກົດຢູ່ 192 ປະເທດ ແລະ ເຂດແຄ້ວນ. ພາຍໃນຮອດເວລາ 24 ຊົ່ວໂມງທີ່ຜ່ານມາ ມີ ຜູ້ເສຍຊີວິດຕື່ມອີກ 1598 ຄົນ ແລະ ຜູ້ຕິດເຊື້ອໃໝ່ຕື່ມອີກ 30.367 ຄົນ, ຍົກຍອດຈຳນວນ ຜູ້ຕິດເຊື້ອ Covid – 19 ໃນທົ່ວໂລກເພີ່ມຂຶ້ນກ່ວາ 335.403 ຄົນ, ໃນນັ້ນມີຜູ້ເສຍຊີວິດ 14.611 ຄົນ.ເຖິງຢ່າງໃດກໍ່ຕາມ, ມີຜູ້ໄດ້ຮັບການປິ່ນປົວຫາຍດີ ແລະ ມີອາການດີຂຶ້ນແມ່ນ 97.636 ຄົນ.

(ໄຊພອນ)

ເຫດການ
302 Found

Found

The document has moved here.