ດ່ານັ່ງ ເພີ່ມທະວີການເຊື່ອມຕໍ່ກັບປະຊາຄົມຕ່າງປະເທດ

00:00 | 23/12/2023

ຍສໝ - ວັນທີ 16 ທັນວາ, ຢູ່ສວນສາທາລະນະ APEC ນະຄອນ ດ່ານັ່ງ, ພະແນກວັດທະນະທໍາ ແລະ ກິລານະຄອນ ດ່ານັ່ງ ໄດ້ສົມທົບກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງຈັດຕັ້ງພິທີເປີດວັນບຸນຊາວຕ່າງປະເທດນະຄອນ ດ່ານັ່ງ ປີ 2023.

ເສີມຂະຫຍາຍຂໍ້ມູນຂ່າວສານການຕ່າງປະເທດຢູ່ເຂດຊາຍແດນແຂວງ ແທງຮ໋ວາ ຢ່າງມີປະສິດທິຜົນ ເສີມຂະຫຍາຍຂໍ້ມູນຂ່າວສານການຕ່າງປະເທດຢູ່ເຂດຊາຍແດນແຂວງ ແທງຮ໋ວາ ຢ່າງມີປະສິດທິຜົນ
ດ່ານັ່ງ ຂົນຂວາຍການຊ່ວຍເຫຼືອອຸປະຖຳຈາກບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດກວ່າ 246 ຕື້ດົ່ງ ດ່ານັ່ງ ຂົນຂວາຍການຊ່ວຍເຫຼືອອຸປະຖຳຈາກບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດກວ່າ 246 ຕື້ດົ່ງ

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ຫົວໜ້າ​ພະ​ແນ​ກວັດທະນະທຳ ​ແລະ ກິລາ ດ່ານັ່ງ ​ໃຫ້​ຮູ້​ວ່າ: ປະຈຸ​ບັນ ນະຄອນ ດ່ານັ່ງ ມີ​ຊາວ​ຕ່າງປະ​ເທດ​ນັບ​ພັນ​ຄົນ​ພວມ​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ກັບ​ປະຊາ​ຄົມ​ອາ​ຊຽນ ​ແລະ ​ເອີ​ລົບ​. ນອກຈາກ​ການ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ເສດຖະກິດ ​ແລະ ການ​ບໍລິການ​ສັງຄົມ, ປະຊາ​ຄົມ​ຊາວ​ຕ່າງປະ​ເທດ​ຢູ່​ນະຄອນ ດ່າ​ນັ່ງ ແລ້ວ ກໍ່ຍັງ​ມີ​ຫຼາຍ​ກິດຈະກຳ​ວັດທະນະທຳ, ສິລະ​ປະ ​ແລະ ປະດິດສ້າງ​ທີ່​ຈັດ​ຕັ້ງ​ເປັນ​ປະຈຳ​ຄື: ສ້າງ​ຕັ້ງ​ບັນດາສະ​ໂມ​ສອນ​ເຕັ້ນລຳ, ຈິດຕະກຳ, ລະຄອນ, ດົນຕີ…

ດ່ານັ່ງ ເພີ່ມທະວີການເຊື່ອມຕໍ່ກັບປະຊາຄົມຕ່າງປະເທດ
ການ​ພົບ​ປະ​ແລກປ່ຽນ​ອາຫານ​ການ​ກິນ​ລະຫວ່າງ​ຊາວ​ຕ່າງປະ​ເທດ ​ແລະ ຊາວ​ນະຄອນ ດ່າ​ນັ່ງ. (ພາບ: SGGP)

ທ່ານ ຮ່າ​ວີ ຫວັງ​ວ່າ​ ໂຄງການວັນບຸນ​ຊາວ​ຕ່າງ​ປະ​ເທດ ດ່ານັ່ງ 2023 ຈະ​ແມ່ນ​ໂອກາດ​ເພື່ອ​ເຊື່ອມ​ຕໍ່​ປະຊາ​ຄົມ​ຊາວ​ຕ່າງປະ​ເທດ ​ແລະ ປະຊາຊົນ​ນະຄອນ ດ່າ​ນັ່ງ; ຮັດ​ແໜ້ນ​ການ​ຮ່ວມ​ມື, ຊຸກຍູ້​ການ​ພົບ​ປະ​ແລກປ່ຽນ​ວັດທະນະທຳ​ສາກົນ, ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ລົງທຶນ, ​ກໍ່ຄື ເຮັດໃຫ້ບັນດາແຜນນະໂຍບາຍ, ນະ​ໂຍບາຍ​ການ​ທູດ​ປະຊາຊົນ​ຂອງ​ລັດຫວຍດນາມ ປະກົດຜົນເປັນຈິງ.

ໂດຍດຳ​ເນີນ​ໄປ​ເປັນ​ເວລາ 2 ວັນ, ​ແຕ່​ວັນ​ທີ 16-17 ທັນວາ, ວັນ​ບຸນ​ໄດ້​ມີ​ຫຼາຍ​ກິດຈະກຳ​ທີ່​ໜ້າ​ຕື່ນ​ເຕັ້ນ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ເຂົ້າ​ຮ່ວມ​ຄື: ງານ​ວາງສະ​ແດງ​ສິລະ​ປະ ​ແລະ ການ​ວາງສະ​ແດງ “ດ່າ​ນັ່ງ​ ຂອງຂ້າພະເຈົ້າ”, “​ຮອຍນ້ຳມັນຈາງ”; ລາຍການສິລະປະຈາກບັນດາວົງດົນຕີ ແລະ ນັກສິລະປິນຕ່າງປະເທດ; workshop ແລະ ບັນດາກິດຈະກໍາລົງຕົວຈິງ; ບັນດາພື້ນທີ່ຖ່າຍຮູບ…

ບັນດາກິດຈະກຳໄດ້ແນະນຳບັນດາຜົນງານສິລະປະຂອງບັນດານັກແຕ້ມຈາກຫຼາຍປະເທດທົ່ວໂລກໃຫ້ມະຫາຊົນ ແລະ ບັນດາປະຊາຄົມຊາວຕ່າງປະເທດຢູ່ນະຄອນ . ບັນດາລາຍການສະແດງສິລະປະທີ່ເປັນມູນເຊື້ອກັບວັດທະນະທໍາຂອງຊຸມຊົນຕ່າງປະເທດ; ການ​ເຄື່ອນ​ໄຫວ​ຕົວຈິງ ​ແລະ ​ແລກປ່ຽນ​ອາຫານ​ຫວຽດນາມ ​ແລະ ປະຊາ​ຄົມ​ໃນ​ທົ່ວ​ໂລກ.

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.