ຍູ້ແຮງການເສີມຂະຫຍາຍແຫຼ່ງກຳລັງຂອງຊາວ ຫວຽດນາມ ຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາປະເທດຊາດ

00:00 | 18/12/2023

ຍສໝ - ວັນ​ທີ 17 ທັນວາ 2023, ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ການຕ່າງປະເທດຄັ້ງ​ທີ 32, ຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ແລະ ກົມກົງສຸນ ​ໄດ້​ເປັນປະທານຈັດຕັ້ງ​ກອງ​ປະຊຸມທີ່ມີ​ຫົວຂໍ້​ກ່ຽວ​ກັບ​ວຽກ​ງານ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ, ການ​ປົກ​ປ້ອງ​ພົນລະ​ເມືອງ ​ຢູ່ສຳນັກງານເຮັດວຽກ​​ກະຊວງ​ການ​ຕ່າງປະ​ເທດ, ເຮືອນເລກທີ 2 ເລກວາງດ່າວ.

ຄູອາຈານຫວຽດນາມເກືອບ 100 ຄົນໄດ້ແບ່ງປັນປະສົບການການສອນພາສາຫວຽດ ຢູ່ຕ່າງປະເທດ ຄູອາຈານຫວຽດນາມເກືອບ 100 ຄົນໄດ້ແບ່ງປັນປະສົບການການສອນພາສາຫວຽດ ຢູ່ຕ່າງປະເທດ
VUFO ແລະ ຫົວໜ້າຄະນະຜູ້ແທນຫວຽດນາມ ຢູ່ຕ່າງປະເທດ: ຮ່ວມມືເພື່ອເປີດກວ້າງເຄືອຂ່າຍເພື່ອນມິດຄູ່ຮ່ວມມື VUFO ແລະ ຫົວໜ້າຄະນະຜູ້ແທນຫວຽດນາມ ຢູ່ຕ່າງປະເທດ: ຮ່ວມມືເພື່ອເປີດກວ້າງເຄືອຂ່າຍເພື່ອນມິດຄູ່ຮ່ວມມື

ວາລະຫົວຂໍ້​ກ່ຽວກັບ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ 150 ທ່ານ ​ເຊິ່ງ​ເປັນ​ຫົວໜ້າ​ອົງການ​ຜູ້ຕາງໜ້າ​ຫວຽດນາມ ​ຢູ່​ຕ່າງປະ​ເທດ, ການ​ນຳ​ຈຳນວນ​ໜຶ່ງຂອງ​ຫົວໜ່ວຍຂຶ້ນກັບ​ກະຊວງ​ການ​ຕ່າງປະ​ເທດ​, ການ​ນຳ ​ແລະ ພະນັກງານຄະນະ​ກຳມະການ​ແຫ່ງ​ລັດກ່ຽວກັບປະຊາຊົນ​ຫວຽດນາມ ຢູ່​ຕ່າງປະ​ເທດ ​ແລະ ກົມ​ກົງສຸນ. ທ່ານ​ຮອງລັດຖະມົນຕີການກະຊວງ​ການ​ຕ່າງປະ​ເທດ, ຫົວໜ້າຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວກັບປະຊາຊົນ​ຫວຽດນາມ ຢູ່ ຕ່າງປະເທດ ນາງ ເລທິທູຮັ່ງ ​ໄດ້​ເຂົ້າ​ຮ່ວມ ​ແລະ ຊີ້​ນຳ​ກອງ​ປະຊຸມ.

ກອງ​ປະຊຸມ​ໄດ້​ສຸມ​ໃສ່​ຕີ​ລາຄາ​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້​ນັບ​ແຕ່​ກອງ​ປະຊຸມ​ການຕ່າງປະເທດ ຄັ້ງ​ທີ 31 ຮອດ​ປະຈຸ​ບັນ, ຊີ້​ອອກ​ບັນດາດ້ານທີ່ຍັງຄົງຄ້າງ​​, ຈຳກັດ ​ແລະ ແລກປ່ຽນກ່ຽວກັບທິດ​ທາງ​ວຽກງານ​ຊາວ ຫວຽດນາມ ຢູ່​ຕ່າງປະ​ເທດ ​ແລະ ປົກປ້ອງພົນລະ​ເມືອງ​ ໃນ​ໄລຍະຈະມາ່ເຖິງ.

ຍູ້ແຮງການເສີມຂະຫຍາຍແຫຼ່ງກຳລັງຂອງຊາວ ຫວຽດນາມ ຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາປະເທດຊາດ
ທີ່ການເຮັດວຽກ.

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​​ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ນາງ ​ເລ​ທິທູ​ຮັ່ງ ​ໄດ້​ຍ້ອງຍໍ ​ແລະ ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ ​ແລະ ບັນດາ​ໝາກຜົນ​ທີ່​ບັນດາ​ອົງການ​ຕາງໜ້າ​ໄດ້​ຮັບຮູ້ ​ແລະ ​ແບ່ງປັນ​ຄຳຄິດ​ເຫັນ ​ແລະ ການ​ປະກອບສ່ວນ​ຢ່າງເລິກເຊິ່ງ, ຈິງໃຈ​ຂອງ​ບັນດາ​ຫົວໜ້າ​ອົງການ​ຕາງໜ້າ, ພ້ອມ​ທັງ​ຊີ້​ນຳ​ທິດທາງໃນໄລຍະຈະມາເຖິງຈຳນວນ​ໜຶ່ງ.

ກ່ຽວ​ກັບ​ວຽກ​ງານ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ: ບັນດາ​ອົງການ​ຜູ້ຕາງໜ້າ​ສືບ​ຕໍ່​ຕິດຕາມ ​ແລະ ຜັນຂະຫຍາຍບັນດາ​ໜ້າທີ່​ໃນ​ຂໍ້​ສະ​ຫຼຸບ​ເລກທີ 12 - KL/TW ຂອງ​ກົມ​ການ​ເມືອງ ​ແລະ ​ໂຄງການ​ປະຕິບັດ​ວຽກ​ງານ​ຂອງ​ລັດຖະບານ​ຫວຽດນາມ ຢູ່​ຕ່າງປະ​ເທດ ​ໄລຍະ 2021 - 2026; ປ່ຽນແປງໃໝ່ ແລະ ຫັນເປັນຫຼາຍຮູບຫຼາຍແບບ​ບັນດາ​ການ​ເຄື່ອນ​ໄຫວ​ເພື່ອ​ຂົນຂວາຍ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ, ພິ​ເສດ​ແມ່ນ​ລຸ້ນໜຸ່ມ​ເຊື່ອມ​ຕໍ່​ກັບ​ບ້ານ​ເກີດ​ເມືອງ​ນອນ; ຍູ້​ແຮງ​ການ​ຊຸກຍູ້​ແຫຼ່ງກຳລັງ​ຂອງ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ ເພື່ອ​ຮັບ​ໃຊ້​ການ​ພັດທະນາ​ປະ​ເທດ​ຊາດ; ຖືການເບິ່ງແຍງດູແລເປັນສຳຄັນ ​ແລະ ໜູນ​ຊ່ວຍ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ໃຫ້ມີຊີວິດການເປັນຢູ່ທີ່ປົກກະຕິ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສັງຄົມ​ທ້ອງ​ຖິ່ນ; ​ເພີ່ມ​ທະວີ​ການ​ໜູນ​ຊ່ວຍ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ​ຮັກສາ​ພາສາ​ຫວຽດນາມ ​ແລະ ​ສີສັນວັດທະນະທຳ​ຂອງ​ຊາດ; ປ່ຽນແປງໃໝ່ວຽກງານຖະແຫຼງຂ່າວ ແລະ ການໂຄສະນາເຜີຍແຜ່ໃຫ້ແກ່ຊຸມຊົນ.

ກ່ຽວ​ກັບ​ວຽກ​ງານ​ປົກ​ປ້ອງພົນລະ​ເມືອງ: ຍູ້ແຮງ​ການ​ຫັນເປັນວິຊາຊີບ, ​ເຮັ່ງຮີບປະຕິບັດລະບຽບຂໍ້ກຳນົດ​ໃຫ້​ສົມບູນແບບ ແລະ ຂັ້ນຕອນແກ້ໄຂ​ວຽກ​ງານ​ປົກ​ປ້ອງ​ພົນລະ​ເມືອງ; ຫັນເປັນຫຼາຍຮູບຫຼາຍແບບ​ຂອງ​ຮູບ​ແບບ​ການ​ຮັບ ​ແລະ ແກ້ໄຂຂໍ້​ມູນ​ຂ່າວສານ, ​ເພີ່ມ​ທະວີ​ການ​​ສົມທົບ​ກັບອົງການທີ່ມີໜ້າທີ່​ຂອງທ້ອງ​ຖິ່ນ, ​ໂດຍ​ສະ​ເພາະ​ແມ່ນ​ການ​ແກ້​ໄຂ​ບັນຫາ​ສຸກ​ເສີນ/ວິ​ກິດ​ການ; ຖືວຽກງານການຕີລາຄາ, ຄາດຄະເນ, ແຈ້ງເຕືອນກ່ຽວກັບວິກິດການ ແລະ ໄພພິບັດເປັນສຳຄັນ ເພື່ອໃຫ້ມີແຜນການແກ້ໄຂທີ່ເໝາະສົມ ແລະ ຫຼຸດຜ່ອນຜົນກະທົບທີ່ຫຍໍ້ທໍ້; ຕັ້ງໜ້າ​ແຈ້ງ​ຂ່າວ ​ແລະ ສື່ສານ​ຢ່າງ​ວ່ອງ​ໄວ, ທັນ​ການ ​ແລະ ຖືກຕ້ອງ​ກ່ຽວ​ກັບການ​ປົກ​ປ້ອງ​ພົນລະ​ເມືອງ​ໃນ​ຫຼາຍ​ຮູບ​ຫຼາຍ​ແບບ, ພິເສດ​ເເມ່ນບັນດາບັນຫາທີ່ຫາງສຽງມີຄວາມສົນໃຈ.

ດີງເລື້ອງ

ເຫດການ
302 Found

Found

The document has moved here.