ກອງປະຊຸມທາງອລ ລະຫວ່າງກະຊວງສາທາລະນະສຸກ ຫວຽດນາມ ແລະ ລາວ ເພື່ອສົ່ງເສີມການປ້ອງກັນ Covid-19

06:30 | 09/04/2020

ຍສໝ - ວັນທີ 7 ເມສາ, ທ່ານ ຫງວຽນແທງລອງ, ຮອງລັດຖະມົນຕີຜູ້ປະຈຳການກະຊວງສາທາລະນະສຸກ ຫວຽດນາມ ໄດ້ມີການປະຊຸມອານລາຍ ກັບທ່ານ ບຸນກອງສີຫາວົງ, ລັດຖະມົນຕີກະຊວງສາທາລະນະສຸກ ລາວ ເພື່ອ ເພີ່ມທະວີການຮ່ວມມືຢ່າງມີປະສິດທິຜົນ ໃນການປ້ອງກັນການລະບາດຂອງພະຍາດ Covid-19.

ກອງປະຊ ມທາງອລ ລະຫວ າງກະຊວງສາທາລະນະສ ກ ຫວຽດນາມ ແລະ ລາວ ເພ ອສ ງເສ ມການປ ອງກ ນ covid 19 ຫວຽດນາມ ໜູນຊ່ວຍ ລັດຖະບານ ແລະ ປະຊາຊົນລາວ ຮັບມືກັບໂລກລະບາດ ໂຄວິດ - 19
ກອງປະຊ ມທາງອລ ລະຫວ າງກະຊວງສາທາລະນະສ ກ ຫວຽດນາມ ແລະ ລາວ ເພ ອສ ງເສ ມການປ ອງກ ນ covid 19 ຫວຽດ​ນາມ ໜູນ​ຊ່ວຍ​ລາວ ​ອຸ​ປະກອນ​ການ​​ແພດ​ເພື່​ອ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid– 19

ໃນກອງປະຊຸມ, ທ່ານ ບຸນກອງສີຫາວົງ, ລັດຖະມົນຕີກະຊວງສາທາລະນະສຸກລາວ ໄດ້ແບ່ງປັນຄວາມຫຍຸ້ງຍາກໃນການປ້ອງກັນ ແລະ ຄວບຄຸມພະຍາດ COVID-19. ທັງສອງຝ່າຍ ໄດ້ປຶກສາຫາລື ແລະ ເປັນເອກະສັນກັນກ່ຽວກັບເນື້ອໃນຂອງການປ້ອງກັນ ແລະ ຄວບຄຸມ COVID-19.

ສອງຝ່າຍ ໄດ້ຕົກລົງສ້າງລະບົບເຊື່ອມຕໍ່ລະຫວ່າງ ຫວຽດນາມ ແລະ ລາວ ເພື່ອໃຫ້ການຊ່ວຍເຫຼືອທາງດ້ານເຕັກນິກໃນການປ້ອງກັນ, ການທົດສອບ, ການເບິ່ງແຍງ ແລະ ການປິ່ນປົວພະຍາດ COVID-19. ນອກຈາກນັ້ນ, ຝ່າຍໂທລະຄົມມະນາຄົມ Viettel ຂອງຫວຽດນາມ ໄດ້ສະໜັບສະໜູນ ລະບົບການເຊື່ອມຕໍ່ ໃຫ້ປະເທດລາວ, ໂດຍສະເພາະ ແມ່ນການເຊື່ອມຕໍ່ລະຫວ່າງບັນດາ ໂຮງໝໍຂອງສອງປະເທດ ເພື່ອປຶກສາ ແລະ ແລກປ່ຽນການປິ່ນປົວຄົນເຈັບທີ່ຕິດເຊື້ອ ພະຍາດ Covid-19.

ກອງປະຊ ມທາງອລ ລະຫວ າງກະຊວງສາທາລະນະສ ກ ຫວຽດນາມ ແລະ ລາວ ເພ ອສ ງເສ ມການປ ອງກ ນ covid 19
ກອງປະຊຸມທາງອອນລາຍລະຫວ່າງສອງກະຊວງສາທາລະນະສຸກ ຫວຽດນາມ ແລະ ລາວ. (ພາບ: toquoc.vn)

ກ່ຽວກັບອຸປະກອນການແພດ ເພື່ອປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ Covid-19, ນອກເໜືອຈາກເຄື່ອງຊ່ວຍເຫຼືອ ເຊິ່ງລັດຖະບານຫວຽດນາມ ໄດ້ສະໜັບສະໜູນໃຫ້ແກ່ ລາວ ໃນຕົ້ນເດືອນເມສາ ທີ່ນະຄອນຫຼວງວຽງຈັນ (ລາວ), ກະຊວງສາທາລະນະສຸກ ຫວຽດນາມ ຍັງໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ສະໜັບສະໜູນ ໃຫ້ກະຊວງສາທາລະນະສຸກ ປະເທດລາວ ດ້ານອຸປະກອນການແພດຈຳນວນໜຶ່ງ ເຊັ່ນ: ອຸປະກອນຊ່ວຍເຫຼືອໃນການວິເຄາະພະຍາດ, ຜ້າບັງປາກການແພດ, ເຄື່ອງນຸ່ງປ້ອງກັນການລະບາດ. ຄຽງຂ້າງນັ້ນ, ກະຊວງສາທາລະນະສຸກ ຫວຽດນາມ ກໍ່ໄດ້ເນັ້ນໜັກວ່າ ໃນກໍລະນີທີ່ກະຊວງສາທາລະນະສຸກ ລາວ ມີຄວາມຕ້ອງການການຊ່ວຍເຫຼືອ, ຫວຽດນາມ ຈະໃຫ້ການສະໜັບສະໜຸນຢ່າງທັນການ.

ທ່ານ ຫງວຽນແທງລອງ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ກ່າວວ່າ ສະພາບການລະບາດທົ່ວໂລກຂອງພະຍາດ COVID-19 ມີຄວາມສັບສົນ, ຫວຽດນາມ ກໍ່ຖືກຮັບຜົນກະທົບຢ່າງຫຼວງຫຼາຍຈາກພະຍາດດັ່ງກ່າວ. ແຕ່ວ່າ, ຕາມຮີດຄອງປະເພນີຄຽງບ່າຄຽງໄຫຼ່ ກັບປະຊາຊົນລາວໃນທຸກໆສະຖານະການ, ກະຊວງສາທາລະນະສຸກ ຫວຽດນາມ ໄດ້ພະຍາຍາມຊ່ວຍເຫລືອ ແລະ ສະໜັບ ສະໜູນ ກະຊວງສາທາລະນະສຸກ ລາວ ໃຫ້ຢ່າງທັນການ, ສອງປະເທດສາມາດພ້ອມກັນ ຊະນະພະຍາດ COVID-19.

ທ່ານ ບຸນກອງສີຫາວົງ, ລັດຖະມົນຕີກະຊວງສາທາລະນະສຸກລາວ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການສະໜັບສະໜູນ, ການຊ່ວຍເຫຼືອ ຂອງລັດຖະບານ ແລະ ປະຊາຊົນຫວຽດນາມ. ທ່ານ ບຸນກອງສີຫາວົງ ໃຫ້ຮູ້ວ່າ ການຊ່ວຍເຫຼືອນັ້ນ ແມ່ນການລະດົມກຳລັງໃຈທີ່ໃຫຍ່ຫຼວງ ໃຫ້ປະຊາຊົນລາວ ໃນການສະກັດກັ້ນໂລກລະບາດ.

ກອງປະຊ ມທາງອລ ລະຫວ າງກະຊວງສາທາລະນະສ ກ ຫວຽດນາມ ແລະ ລາວ ເພ ອສ ງເສ ມການປ ອງກ ນ covid 19 ທະນາຄານໂລກ ອະນຸມັດເງິນກູ້ສຸກເສີນ 18 ລ້ານໂດລາ ໃຫ້ ສປປ.ລາວ ປະເຊີນໜ້າການລະບາດ COVID-19

ຍສໝ - ໃນວັນທີ 7 ເມສາ 2020 ທີ່ກະຊວງການເງິນ ສປປ.ລາວ, ໄດ້ຈັດຂຶ້ນພິທີເຊັນສັນຍາ ອະນຸມັດເງິນກູ້ສຸກເສີນ ຈຳນວນ 18 ລ້ານໂດລາສະຫະລັດໃຫ້ ສປປ.ລາວ ເພື່ອຊ່ວຍຍົກລະດັບຄວາມອາດສາມາດໃນການທັກສະການປິ່ນປົວຂອງແພດໝໍປະເທດລາວ ນຳອີກດ້ວຍ, ເພື່ອຮັບມື ແລະ ຄວບຄຸມການຕິດເຊື້ອພະຍາດ COVID-19.

ກອງປະຊ ມທາງອລ ລະຫວ າງກະຊວງສາທາລະນະສ ກ ຫວຽດນາມ ແລະ ລາວ ເພ ອສ ງເສ ມການປ ອງກ ນ covid 19 ຫວຽດນາມ ໄດ້ປະດິດສ້າງ ໂຣບົດ ເພື່ອຂົນສົ່ງເຄື່ອງ ຢ່າງສຳເລັດຜົນ ເພື່ອຮັບໃຊ້ຢູ່ເຂດແຍກຕົວ

ຍສໝ - ໃນວັນທີ 7 ເມສາ, ຢູ່ຮ່າໂນ້ຍ, ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ໄດ້ຄົ້ນຄວ້າ ແລະ ປະດິດສ້າງຢ່າງສຳເລັດຜົນ ໂຣບົດຂົນສົ່ງເຄື່ອງເພື່ອຮັບໃຊ້ໃນການປິ່ນປົວໃຫ້ຜູ້ຕິດເຊື້ອ Covid-19 ຢູ່ເຂດແຍກຕົວ.

ກອງປະຊ ມທາງອລ ລະຫວ າງກະຊວງສາທາລະນະສ ກ ຫວຽດນາມ ແລະ ລາວ ເພ ອສ ງເສ ມການປ ອງກ ນ covid 19 ສປປ.ລາວ ຕີລາຄາສູງຕໍ່ການສະໜັບສະໜູນ ຂອງວິສາຫະກິດຫວຽດນາມ ໃນການສະກັດກັ້ນພະຍາດ Covid-19

ຍສໝ - ບັນດາວິສາຫະກິດຫວຽດນາມ ທີ່ລົງທຶນຢູ່ປະເທດລາວ ໄດ້ສະໜັບສະໜູນລັດຖະບານລາວ ຈຳນວນ ເງິນ 370.000 ໂດລາສະຫະລັດໃນການຕໍ່ສູ້ ແລະ ສະກັດກັ້ນ ພະຍາດ Covid-19.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.