ສປປ.ລາວ ຕີລາຄາສູງຕໍ່ການສະໜັບສະໜູນ ຂອງວິສາຫະກິດຫວຽດນາມ ໃນການສະກັດກັ້ນພະຍາດ Covid-19

13:15 | 07/04/2020

ຍສໝ - ບັນດາວິສາຫະກິດຫວຽດນາມ ທີ່ລົງທຶນຢູ່ປະເທດລາວ ໄດ້ສະໜັບສະໜູນລັດຖະບານລາວ ຈຳນວນ ເງິນ 370.000 ໂດລາສະຫະລັດໃນການຕໍ່ສູ້ ແລະ ສະກັດກັ້ນ ພະຍາດ Covid-19.  

ສປປ ລາວ ຕ ລາຄາສ ງຕ ການສະໜ ບສະໜ ນ ຂອງວ ສາຫະກ ດຫວຽດນາມ ໃນການສະກ ດກ ນພະຍາດ covid 19 COVID - 19 ໄດ້ສົ່ງຜົນກະທົບເຖິງຊາວຄ້າຂາຍທົ່ວໄປ
ສປປ ລາວ ຕ ລາຄາສ ງຕ ການສະໜ ບສະໜ ນ ຂອງວ ສາຫະກ ດຫວຽດນາມ ໃນການສະກ ດກ ນພະຍາດ covid 19 ຫວຽດ​ນາມ ໜູນ​ຊ່ວຍ​ລາວ ​ອຸ​ປະກອນ​ການ​​ແພດ​ເພື່​ອ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid– 19

ໃນຕອນບ່າຍຂອງວັນທີ 6 ເມສາ, ບັນດາວິສາຫະກິດຫວຽດນາມ ທີ່ກຳລັງລົງທຶນ ແລະ ດຳເນີນທຸລະກິດຢູ່ລາວ ໄດ້ສະໜັບສະໜູນລັດຖະບານ ສປປ.ລາວ ຈຳນວນເງິນ 370.000 ໂດລາສະຫະລັດ ເພື່ອແບ່ງປັນຄວາມຫຍຸ້ງຍາກກັບລັດຖະບານ ແລະ ປະຊາຊົນປະເທດລາວ, ສະແດງຄວາມຄວາມຕັດສິນໃຈທີ່ຈະເຂົ້າຮ່ວມກັບ ລັດຖະບານ ສປປ.ລາວ ໃນການຕໍ່ສູ້ ແລະ ສະກັດກັ້ນ ພະຍາດ Covid-19.

ສປປ ລາວ ຕ ລາຄາສ ງຕ ການສະໜ ບສະໜ ນ ຂອງວ ສາຫະກ ດຫວຽດນາມ ໃນການສະກ ດກ ນພະຍາດ covid 19
ທ່ານ ຫງວຽນວັນບິ່ງ, ຜູ້ອຳນວຍການໃຫຍ່ຂອງທະນາຄານຮ່ວມທຸລະກິດ LAOVIET ໄດ້ມອບເງິນຈຳນວນ 50.000 USD ໃຫ້ແກ່ລັດຖະບານ ແລະ ປະຊາຊົນລາວ. (ພາບ: vov.vn)

ທີ່ຫ້ອງການສຳນັກງານ ນາຍົກລັດຖະມົນຕີ ສປປ.ລາວ, ທ່ານ ລຶວແມ້ງຮ່າ - ຜູ້ອໍານວຍການໃຫຍ່ບໍລິສັດ Unitel - ເຊິ່ງເປັນຫົວໜ່ວຍຮ່ວມທຸລະກິດລະຫວ່າງກຸ່ມບໍລິສັດໂທລະຄົມມະນາຄົມກອງທັບ Viettel ກັບ ບໍລິສັດໂທລະຄົມມະນາຄົມ ລາວ ໄດ້ມອບເງິນຈໍານວນ 2.830.000.000 ກີບ ເຊິ່ງເທົ່າກັບ 320.000 USD ເພື່ອໜູນຊ່ວຍລັດຖະບານລາວຮັບໃຊ້ວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19.

ບໍລິສັດ UNITEL ຍັງໄດ້ນຳໃຊ້ຫລາຍວິທີແກ້ໄຂທາງດ້ານເຕັກໂນໂລຢີເຊັ່ນ: ລະບົບຂົວໂທລະພາບ ເຊື່ອມຕໍ່ສຳນັກງານນາຍົກລັດຖະມົນຕີ ກັບທຸກຈຸດຂົວໃນ 148 ເມືອງຂອງ 18 ແຂວງ/ນະຄອນທົ່ວປະເທດ ເພື່ອປະຕິບັດກອງປະຊຸມອອນໄລ; ລະບົບສົ່ງຂໍ້ຄວາມອັດຕະໂນມັດ ໃຫ້ບັນດາຈອງປະຕູໂທຈຳນວນ ຫຼາຍກວ່າ 3.5 ລ້ານຄົນ ເພື່ອຊ່ວຍສະໜອງຂໍ້ມູນຂ່າວສານກ່ຽວກັບສະພາບພະຍາດຢ່າງໄວວາ; ຮັບໃຊ້ຄວາມຕ້ອງການຂອງການສື່ສານ, ການບັນເທີງ ແລະ ການເຊື່ອມຕໍ່ເຮັດວຽກ ສຳລັບປະຊາຊົນ, ໂດຍສະເພາະໃນເຂດແຍກອອກຫ່າງ, ໂຮງໝໍກຳລັງປິ່ນປົວຜູ້ປ່ວຍທີ່ຕິດເຊື້ອ Covid-19.

ສປປ ລາວ ຕ ລາຄາສ ງຕ ການສະໜ ບສະໜ ນ ຂອງວ ສາຫະກ ດຫວຽດນາມ ໃນການສະກ ດກ ນພະຍາດ covid 19
ທ່ານ ສົມດີ ດວງດີ, ຮອງນາຍົກລັດຖະມົນຕີລາວ ໄດ້ຮັບເງິນຈຳນວນຫຼາຍກ່ວາ 2,8 ຕື້ກີບ ໂດຍບໍລິສັດໂທລະຄົມມະນາຄົມ UNITELເປັນຜູ້ມອບ. (ພາບ: vov.vn)

ທ່ານ ຫງວຽນວັນບິ່ງ, ຫົວໜ້າຜູ້ຕາງໜ້າ ທະນາຄານການລົງທຶນ ແລະ ພັດທະນາຫວຽດນາມ (BIDV) - ຜູ້ອຳນວຍການໃຫຍ່ຂອງທະນາຄານຮ່ວມທຸລະກິດ LAOVIET ໄດ້ມອບເງິນຈຳ ນວນ 50.000 USD - ເປັນຂອງຂວັນຈາກພະນັກງານ 20.000 ຄົນ ໃນທົ່ວທະນາຄານ BIDV ເພື່ອສະໜັບສະໜູນລັດຖະບານ ແລະ ປະຊາຊົນລາວ ໃນການຕໍ່ສູ້ກັບການລະບາດຂອງ Covid-19 ແລະ ເຊື່ອໝັ້ນວ່າປະເທດລາວ ຈະໄດ້ເອົາຊະນະພະຍາດດັ່ງກ່າວ.

ຕາງໜ້າລັດຖະບານ ສປປ.ລາວ, ທ່ານ ສົມດີ ດວງດີ, ຮອງນາຍົກລັດຖະມົນຕີ ປະເທດລາວ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການສະໜັບສະໜູນ ຢ່າງຕັ້ງໜ້າ ຂອງບັນດາວິສາຫະກິດ ຫວຽດນາມ ທີ່ມາລົງທຶນ ຢູ່ ລາວ, ຖືວ່ານີ້ແມ່ນການສະແດງອອກຢ່າງຈະແຈ້ງ ແມ່ນຄວາມຮັບຜິດຊອບທາງສັງຄົມ, ແມ່ນການແບ່ງປັນກັບລັດຖະບານ ແລະ ປະຊາຊົນລາວ ໃນເວລາທີ່ປະສົບກັບຄວາມຫຍຸ້ງຍາກ.

ທ່ານ ສົມດີ ດວງດີ, ຮອງນາຍົກລັດຖະມົນຕີ ປະເທດລາວ ກ່າວວ່າ ຈຳນວນເງິນຊ່ວຍເຫຼືອດັ່ງກ່າວ ຈະໄດ້ນຳໃຊ້ເພື່ອຊື້ອຸປະກອນການແພດ ແລະ ເຄື່ອງໃຊ້ສຳລັບການສະກັດກັ້ນການລະບາດຂອງ Covid-19, ປ້ອງກັນການແຜ່ລະບາດຂອງພະຍາດ, ປົກປ້ອງສຸຂະພາບ ແລະ ຄວາມປອດໄພຂອງປະຊາຊົນ.

ສປປ ລາວ ຕ ລາຄາສ ງຕ ການສະໜ ບສະໜ ນ ຂອງວ ສາຫະກ ດຫວຽດນາມ ໃນການສະກ ດກ ນພະຍາດ covid 19 ສະຖານທູດຫວຽດນາມ ປະຈຳລາວ ໄດ້ຮຽກຮ້ອງໃຫ້ພົນລະເມືອງ ປະຕິບັດຄຳສັງກ່ຽວກັບການສະກັດກັ້ນພະຍາດ Covid-19

ຍສໝ - ໃນວັນທີ 6 ເມສາ, ສະຖານທູດຫວຽດນາມ ປະຈຳ ລາວ ໄດ້ອອກຖະແຫຼງການສະເໜີ ໃຫ້ພົນລະເມືອງຫວຽດນາມ ທີ່ກຳລັງດຳລົງຊີວິດ ແລະ ຮໍ່າຮຽນຢູ່ ສປປ.ລາວ ຈົ່ງປະຕິບັດຕາມຄຳສັ່ງເລກທີ 06 ຂອງນາຍົກລັດຖະມົນຕີ ສປປ.ລາວ ແລະ ຂໍ້ກຳນົດຂອງລັດຖະບານ ກໍ່ຄືທ້ອງຖິ່ນຕ່າງໆ ຂອງລາວກ່ຽວກັບການປ້ອງກັນ ແລະ ຄວບຄຸມການຕິດເຊື້ອພະຍາດ COVID-19. ...

ສປປ ລາວ ຕ ລາຄາສ ງຕ ການສະໜ ບສະໜ ນ ຂອງວ ສາຫະກ ດຫວຽດນາມ ໃນການສະກ ດກ ນພະຍາດ covid 19 ບັນດາທ່ານຜູ້ຟັງ ປະເທດຈີນ: ຫວຽດນາມເອີຍ, ສູ້ໆ!

ຍສໝ - ນີ້ແມ່ນຄວາມຮູ້ສຶກຂອງບັນດາທ່ານຜູ້ຟັງຂອງ VOV ຢູ່ປະເທດຈີນ ເຊິ່ງສະຫງວນໃຫ້ ຫວຽດນາມ.

ສປປ ລາວ ຕ ລາຄາສ ງຕ ການສະໜ ບສະໜ ນ ຂອງວ ສາຫະກ ດຫວຽດນາມ ໃນການສະກ ດກ ນພະຍາດ covid 19 ອຸປະກອນທັນສະໄໝ ພາຍໃນ ໂຮງໝໍ ເພື່ອຮັບຄົນປ່ວຍຕິດ ໄວຣັດ Covid-19 ຢູ່ ສປປ.ລາວ

ຍສໝ - ພ້ອມດ້ວຍອຸປະກອນທີ່ທັນສະໄໝ ແລະ ກ້າວໜ້າ, ໂຮງໝໍ ມິດຕະພາບ, ນະຄອນຫຼວງວຽງຈັນ ແມ່ນ ໜຶ່ງໃນສະຖານທີ່ທາງການແພດ ທີ່ໄດ້ຮັບການແຕ່ງຕັ້ງ ເພື່ອຮັບເອົາຄົນປ່ວຍຕິດ ໄວຣັດ Covid-19 ຢູ່ ສປປ.ລາວ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.