ກະຊວງສາທາລະນະສຸກ: ສ້າງເງື່ອນໄຂສະດວກ ໃຫ້ປະຊາຊົນເຂົ້າເມືອງຫວຽດນາມ ໃນໄລຍະບຸນປີໃຫມ່ (ບຸນເຕັດ)

15:49 | 01/02/2022

ຍສໝ - ໃນວັນ​ທີ 26 ມັງກອນ​ນີ້, ກະຊວງ​ສາທາລະນະ​ສຸກ ​ໄດ້​ສົ່ງ​ເອກະສານ​ໃຫ້​ບັນດາ​ກະຊວງ: ກະຊວງການ​ຕ່າງປະ​ເທດ; ກະຊວງການປ້ອງກັນຊາດ; ກະຊວງຕໍາຫລວດ; ຄະນະ​ກຳມະການ​ຂົນ​ສົ່ງ ​ແລະ ປະຊາຊົນ​ບັນດາ​ແຂວງ ​ແລະ ນະຄອນ ​ຂຶ້ນກັບໂດຍ​ສູນ​ກາງ ກ່ຽວ​ກັບ​ການ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ປະຊາຊົນເຂົ້າເມືອງຫວຽດນາມ ​ໃນ​ໂອກາດບຸນ​ປີ​ໃຫມ່ (ບຸນເຕັດ) ປີ 2022.

ຮ່າຢາງ: ມອບສົ່ງພົນລະເມືອງຈີນ 17 ຄົນ ທີ່ເຂົ້າເມືອງຫວຽດນາມຜິດກົດໝາຍ ຮ່າຢາງ: ມອບສົ່ງພົນລະເມືອງຈີນ 17 ຄົນ ທີ່ເຂົ້າເມືອງຫວຽດນາມຜິດກົດໝາຍ
ເຮັດລະບຽບການໃຫ້ແກ່ນັກສຶກສາລາວເຂົ້າເມືອງຫວຽດນາມ ເຮັດລະບຽບການໃຫ້ແກ່ນັກສຶກສາລາວເຂົ້າເມືອງຫວຽດນາມ

ຕາມ​ເນື້ອ​ໃນ​ຂອງ​ເອກະສານ, ກະຊວງ​ສາທາລະນະ​ສຸກ​ໃຫ້​ຮູ້​ວ່າ: ປະຈຸ​ບັນ, ການ​ສັກ​ຢາ​ປ້ອງ​ກັນ​ພະຍາດ​ໂຄ​ວິດ-19 ຢູ່​ບັນດາ​ແຂວງ, ນະຄອນ​ບັນລຸ​ລະດັບ​ສູງ; ຜູ້ທີ່ມີອາຍຸ 18 ປີຂື້ນໄປ ໄດ້ຮັບການສັກຢາ ໂດສ 1 ບັນລຸເກືອບ 100%, ສັກຢາ ໂດສ 2 ບັນລຸ 95,6%, ສັກຢາໂດສ 3 ບັນລຸ 18,6%; ເດັກນ້ອຍ (12-17 ປີ) ໄດ້ຮັບການສັກຢາ ໂດສ 1 ບັນລຸ 94.1%, ການສັກຢາໂດສ 2 ບັນລຸ 82.2%.

​ເພາະສະ​ນັ້ນ, ​ເພື່ອ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ປະຊາຊົນ​ເຂົ້າເມືອງ​ຫວຽດນາມ ​ໃນ​ໂອກາດ​ບຸນປີ​ໃໝ່​ (ບຸນເຕັດ) ປີ 2022 ​ແລະ ຮັບປະກັນ​ການ​ປ້ອງ​ກັນ ​ແລະ ຕ້ານ​ໂລກລະບາດ, ກະຊວງ​ສາທາລະນະ​ສຸກ ສະ​ເໜີ​ບັນດາ​ກະຊວງ, ຄະນະ​ປະຊາຊົນ​ບັນດາ​ແຂວງ, ນະຄອນ ​​ຂຶ້ນກັບໂດຍ​ສູນ​ກາງ; ຊີ້​ນຳ​ໃຫ້​ສືບ​ຕໍ່​ຊີ້​ນຳ​ການ​ປະຕິບັດ​ບັນດາ​ເນື້ອ​ໃນ ​ທີ່​ລະບຸ​ໄວ້​ໃນ​ຈົດໝາຍ​ທາງ​ການ​ເລກທີ 10688/BYT-MT ລົງ​ວັນ​ທີ 16 ທັນວາ 2021 ຂອງ​ກະຊວງ​ສາທາລະນະ​ສຸກ ​ວ່າ​ດ້ວຍ ​ການ​ປ້ອງ​ກັນ ​ແລະ ຄວບ​ຄຸມ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ​ໃຫ້ຄົນເຂົ້າເມືອງ.

ກະຊວງສາທາລະນະສຸກ: ສ້າງເງື່ອນໄຂສະດວກ ໃຫ້ປະຊາຊົນເຂົ້າເມືອງຫວຽດນາມ ໃນໄລຍະບຸນປີໃຫມ່ (ບຸນເຕັດ)
ກະຊວງສາທາລະນະສຸກ: ສ້າງເງື່ອນໄຂສະດວກ ໃຫ້ປະຊາຊົນເຂົ້າເມືອງຫວຽດນາມ ໃນໄລຍະບຸນປີໃຫມ່ (ບຸນເຕັດ)

ກະຊວງ​ສາທາລະນະ​ສຸກ​ ສະ​ເໜີ​ບັນດາ​ທ້ອງ​ຖິ່ນ, ຫົວໜ່ວຍ​ຊີ້​ນຳ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ປະຊາຊົນ​ເຂົ້າເມືອງ​​ຫວຽດນາມ ​ໃນ​ໂອກາດ​ບຸນ​ປີ​ໃຫມ່ (ບຸນເຕັດ) ​ 2022; ຊີ້ນຳບັນດາມາດຕະການສະກັດກັ້ນ ແລະ ຕ້ານການລະບາດ, ລວມທັງການຈັດຕັ້ງປະຕິບັດ 5K, ແຈ້ງອາການສຸຂະພາບເມື່ອເຂົ້າເມືອງ ແລະ ທັນທີທີ່ໄປຮອດບ່ອນພັກເຊົາ; ຖ້າມີອາການສົງໄສວ່າ ຕິດເຊື້ອໂຄວິດ-19 ເຊັ່ນ: ໄຂ້, ໄອ, ຫາຍໃຈຍາກ... ແມ່ນຕ້ອງຈຳກັດການຕິດຕໍ່ ແລະ ເດີນທາງ, ໃຫ້ແຈ້ງພະແນກສາທາລະນະສຸກທ້ອງຖິ່ນຢ່າງຮີບດ່ວນ ເພື່ອຮັບຄຳແນະນຳ ແລະ ກວດພະຍາດ SARS-CoV-2 ແລະ ຈັດການຕາມລະບຽບການ.

ກະຊວງ​ສາທາລະນະ​ສຸກ​ ກໍຮຽກຮ້ອງ​ໃຫ້​ບັນດາ​ກະຊວງ, ຄະນະ​ກຳມະການ​ປະຊາຊົນ​ແຂວງ, ນະຄອນ ຊີ້​ນຳ​ເພີ່ມ​ທະວີ​ການຕິດຕາມ​ກວດກາມາດ​ຕະການ​ປ້ອງ​ກັນ ​ແລະ ສະກັດ​ກັ້ນ​ການ​ແຜ່​ລະບາດ​ຂອງ​ພະຍາດ, ​ກວດ​ພະຍາດໃນໄລຍະຜູ້ເຂົ້າເມືອງປະຕິບັດການຕິດຕາມສຸຂະພາບຂອງຕົນເອງຢູ່ເຮືອນ​ ຫລື ​ໃນ​ບ່ອນແຍກປ່ຽວ; ແກ້ໄຂການນຳໃຊ້ມາດຕະການປ້ອງກັນ ແລະ ຄວບຄຸມການລະບາດທີ່ບໍ່ເໝາະສົມໂດຍໄວ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.