ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດິ່ງຢຸງ ມີ​ການ​ເຮັດ​ວຽກ​ກັບທ່ານຮອງນາຍົກລັດຖະມົນຕີ ສະຫະພັນລັດເຊຍ D.N. Chernushenko

11:30 | 13/11/2020

ຍ​ສ​ໝ - ຮອງນາຍົກລັດຖະມົນຕີສອງທ່ານໄດ້ໃຫ້ຂໍ້ສັງເກດວ່າ: ເຖິງວ່າໄດ້ຮັບຜົນກະທົບຫຼາຍພໍສົມຄວນຈາກໂລກລະບາດ ໂຄວິດ - 19 ກໍ່ຕາມ, ແຕ່ການແລກປ່ຽນການຄ້າສອງຝ່າຍລະຫວ່າງ ຫວຽດນາມ - ສະຫະພັນລັດເຊຍໃນ 9 ເດືອນຕົ້ນປີ 2020 ມີສັນຍານຟື້ນຟູຢ່າງຕັ້ງໜ້າ ແລະ ບັນລຸໄດ້ລະດັບ 4,1 ຕື້ USD (ເພີ່ມຂຶ້ນ 13%ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019).

ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ​ລະ​ຫວ່າງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ​ຫວຽດ​ນາມ ແລະ ເລ​ຂາ​ສະ​ພາຄວາມໝັ້ນ​ຄົງ​ ສ​ະ​ຫະ​ພັນ ລັດ​ເຊຍ
ຫວຽດນາມ ຈະຊຸກຍູ້ການຮ່ວມມືລະຫວ່າງລັດເຊຍ-ອາຊຽນ
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດິ່ງຢຸງ ມີ​ການ​ເຮັດ​ວຽກ​ກັບທ່ານຮອງນາຍົກລັດຖະມົນຕີ ສະຫະພັນລັດເຊຍ D.N. Chernushenko

ການ​ເຮັດ​ວຽກ​ທາງ​ອອນ​ລາຍ​ລະ​ຫວ່າງ ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດິ່ງຢຸງ ແລະ ທ່ານຮອງນາຍົກລັດຖະມົນຕີ ສະຫະພັນລັດເຊຍ D.N. Chernushenko (ພາບ: VGP)

ຕອນບ່າຍວັນທີ 11 ພະຈິກ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດິ່ງຢຸງ ແລະ ທ່ານຮອງນາຍົກລັດຖະມົນຕີ ສະຫະພັນລັດເຊຍ D.N. Chernushenko (ໂດຍເປັນປະທານຮ່ວມຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ລັດເຊຍ ກ່ຽວກັບການຮ່ວມມືເສດຖະກິດ, ການຄ້າ, ແລະ ວິທະຍາສາດ - ເຕັກນິກ) ໄດ້ມີການເຮັດວຽກທາງອອນລາຍເພື່ອແນໃສ່ກວດກາຄືນໃໝ່, ຊອກຫາມາດຕະການຊຸກຍູ້ການຮ່ວມມື ຫວຽດນາມ - ສະຫະພັນ ລັດເຊຍ ນັບແຕ່ພາຍຫຼັງ ກອງປະຊຸມຄັ້ງທີ 22 ຂອງ ຄະນະກຳມະການ.

ຮອງນາຍົກລັດຖະມົນຕີສອງທ່ານໄດ້ໃຫ້ຂໍ້ສັງເກດວ່າ: ເຖິງວ່າໄດ້ຮັບຜົນກະທົບຫຼາຍພໍສົມຄວນຈາກໂລກລະບາດ ໂຄວິດ - 19 ກໍ່ຕາມ, ແຕ່ການແລກປ່ຽນການຄ້າສອງຝ່າຍລະຫວ່າງ ຫວຽດນາມ - ສະຫະພັນລັດເຊຍໃນ 9 ເດືອນຕົ້ນປີ 2020 ມີສັນຍານຟື້ນຟູຢ່າງຕັ້ງໜ້າ ແລະ ບັນລຸໄດ້ລະດັບ 4,1 ຕື້ USD (ເພີ່ມຂຶ້ນ 13%ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019).

ໃນຂົງເຂດການຄ້າ, ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງສອງປະເທດຄວນຕັ້ງໜ້າແລກປ່ຽນ, ສະເໜີແນະບັນດາມາດຕະການເພື່ອແກ້ໄຂບັນດາຮົ້ວກີດຂວາງປອດພາສີ, ເພື່ອແນໃສ່ປະຕິບັດສັນຍາການຄ້າເສລີລະຫວ່າງ ຫວຽດນາມ - ສະຫະພັນເສດຖະກິດ ອາຊີ - ເອີລົບ ໃຫ້ມີປະສິດທິຜົນ. ເມື່ອສິ້ນສຸດ ການເຮັດວຽກ, ຮອງນາຍົກລັດຖະມົນຕີ ສອງທ່ານໄດ້ເຫັນດີເປັນເອກະພາບມອບໃຫ້ຄະນະກຳມະການສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ຮີບດ່ວນຜັນຂະຫຍາຍບັນດາຄຳຊີ້ນຳຂອງກອງປະຊຸມຄັ້ງນີ້, ເພື່ອແນໃສ່ຊຸກຍູ້ການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານລະຫວ່າງສອງຝ່າຍໃຫ້ແທດຈິງ.

ຫວຽດນາມ ຈະຊຸກຍູ້ການຮ່ວມມືລະຫວ່າງລັດເຊຍ-ອາຊຽນ

ຍ​ສ​ໝ - ໃນບົດຂຽນ “ບົດບາດ ແລະ ທີ່ຕັ້ງຂອງຫວຽດນາມ ໃນການຮ່ວມມືລະຫວ່າງລັດເຊຍ - ອາຊຽນ”, ທ່ານປະລິນຍາເອກ Ekaterina Koldunova ຖືວ່າ, ເມື່ອຫວຽດນາມ ຮັບດຳລົງຕຳແໜ່ງປະທານອາຊຽນ ໃນປີ 2020 ອາດຈະປະກົດມີບັນດາຂົງເຂດຮ່ວມມືລະຫວ່າງລັດເຊຍ ແລະ ອາຊຽນ.

ກອງປະຊຸມສົນທະນາຖ່າຍທອດສົດ ລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະ ສະຫະພັນລັດເຊຍ

ຍສໝ - ຕອນບ່າຍວັນທີ 30 ຕຸລາ ຢູ່ຮ່າໂນ້ຍ, ທ່ານພົນເອກ ໂຫງຊວນລິກ - ກຳມະການກົມການເມືອງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ມີການສົນທະນາຖ່າຍທອດສົດ ກັບທ່ານພົນໂທ Sergey Shoigu - ລັດຖະມົນຕີກະຊວງປ້ອງກັນປະເທດສະຫະພັນລັດເຊຍ ເພື່ອແນໃສ່ຕີລາຄາໝາກຜົນຂອງການຮ່ວມມືດ້ານປ້ອງກັນຊາດ ລະຫວ່າງບັນດາກະຊວງປ້ອງກັນປະເທດຂອງສອງປະເທດ ໃນຊຸມປີຜ່ານມາ ແລະ ວາງທິດທາງໃຫ້ແກ່ການຮ່ວມມືໃນໄລຍະຈະມາເຖິງ.

ຫວຽດນາມ ໄດ້ໃຫ້ການຊ່ວຍເຫຼືອມະນຸດສະທຳ ດ້ານອຸປະກອນການແພດ ໃຫ້ແກ່ລັດເຊຍ

ຍສໝ - ຕາມຂໍ້ມູນຈາກສະຖານທູດລັດເຊຍ ປະຈຳຫວຽດນາມ, ໃນວັນທີ 23 ຕຸລາ ຈຳນວນອຸປະກອນການແພດ ຊ່ວຍເຫຼືອມະນຸດສະທຳ ໄດ້ສົ່ງໄປເຖິງ Vladivostok, ລັດເຊຍ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.