ກອງປະຊຸມສົນທະນາຖ່າຍທອດສົດ ລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະ ສະຫະພັນລັດເຊຍ

17:40 | 31/10/2020

ຍສໝ - ຕອນບ່າຍວັນທີ 30 ຕຸລາ ຢູ່ຮ່າໂນ້ຍ, ທ່ານພົນເອກ ໂຫງຊວນລິກ - ກຳມະການກົມການເມືອງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ມີການສົນທະນາຖ່າຍທອດສົດ ກັບທ່ານພົນໂທ Sergey Shoigu - ລັດຖະມົນຕີກະຊວງປ້ອງກັນປະເທດສະຫະພັນລັດເຊຍ ເພື່ອແນໃສ່ຕີລາຄາໝາກຜົນຂອງການຮ່ວມມືດ້ານປ້ອງກັນຊາດ ລະຫວ່າງບັນດາກະຊວງປ້ອງກັນປະເທດຂອງສອງປະເທດ ໃນຊຸມປີຜ່ານມາ ແລະ ວາງທິດທາງໃຫ້ແກ່ການຮ່ວມມືໃນໄລຍະຈະມາເຖິງ.

ກອງປະຊ ມສ ນທະນາຖ າຍທອດສ ດ ລະຫວ າງລ ດຖະມ ນຕ ກະຊວງປ ອງກ ນປະເທດຫວຽດນາມ ແລະ ສະຫະພ ນລ ດເຊຍ ຫວີງຟຸກ: ສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຫວຽດນາມ - ສະຫະພັນລັດເຊຍ
ກອງປະຊ ມສ ນທະນາຖ າຍທອດສ ດ ລະຫວ າງລ ດຖະມ ນຕ ກະຊວງປ ອງກ ນປະເທດຫວຽດນາມ ແລະ ສະຫະພ ນລ ດເຊຍ ສະຫະພັນລັດເຊຍ ມີຄວາມພາກພູມໃຈທີ່ໄດ້ຢືນຄຽງບ່າຄຽງໄຫຼ່, ສະໜັບສະໜູນ ແລະ ຊ່ວຍເຫຼືອເພື່ອນມິດຫວຽດນາມໃນຊຸມປີທີ່ຫຍຸ້ງຍາກ

ທີ່ການໂອ້ລົມສົນທະນາ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໂຫງຊວນລິກ ໄດ້ຢືນຢັນວ່າ ເພື່ອປະຕິບັດໝາກຜົນຂອງການຢ້ຽມຢາມສະຫະພັນລັດເຊຍຢ່າງເປັນທາງການ ໃນເດືອນກຸມພາປີ 2020 ຂອງຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມ, ກະຊວງປ້ອງກັນປະເທດສອງປະເທດ ສືບຕໍ່ມານະພະຍາຍາມປະຕິບັດບັນດາຂໍ້ຕົກລົງຂັ້ນສູງທີ່ບັນລຸໄດ້ຢ່າງມີປະສິດທິຜົນ, ປະກອບສ່ວນແທດຈິງໃນການພົວພັນສອງຝ່າຍ, ພິເສດແມ່ນເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ ປີຫວຽດນາມ - ລັດເຊຍປີ 2019-2020.

ກອງປະຊ ມສ ນທະນາຖ າຍທອດສ ດ ລະຫວ າງລ ດຖະມ ນຕ ກະຊວງປ ອງກ ນປະເທດຫວຽດນາມ ແລະ ສະຫະພ ນລ ດເຊຍ
ກອງປະຊຸມສົນທະນາຖ່າຍທອດສົດ ລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະ ສະຫະພັນລັດເຊຍ. (ພາບ: qdnd)

ທ່ານພົນເອກ ໂຫງຊວນລິກ ໄດ້ຕີລາຄາສູງວ່າ ສອງຝ່າຍໄດ້ຕັ້ງໜ້າຊຸກຍູ້ການຮ່ວມມືໃນຂົງເຂດປ້ອງກັນ, ຕ້ານໂລກລະບາດ COVID-19, ໂດຍສະເພາະໄດ້ຕີລາຄາສູງວ່າລັດຖະບານສະຫະພັນລັດເຊຍ ໄດ້ສະໜອງ, ໜູນຊ່ວຍອຸປະກອນດ້ານການແພດ ເພື່ອປ້ອງກັນ ແລະ ຄວບຄຸມການລະບາດຂອງ COVID-19 ໃນຫວຽດນາມ, ພ້ອມທັງຕັດສິນໃຈວາງແຜນການສະໜອງວັກຊີນປ້ອງກັນຕ້ານໂລກລະບາດ COVID-19 "Sputnik V".

ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໂຫງຊວນລິກ ໄດ້ຢືນຢັນວ່າ ສອງຝ່າຍຈະສືບຕໍ່ເພີ່ມທະວີການຮ່ວມມືໃນຂົງເຂດການບຳລຸງສ້າງ ເຊິ່ງແມ່ນບັນດາຈຸດທີ່ສະຫວ່າງໃນການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ; ຫວຽດນາມ ປາດຖະໜາຢາກຍົກສູງປະສິດທິຜົນການຮ່ວມມືໃນຂົງເຂດນີ້ກັບສະຫະພັນລັດເຊຍໃນໄລຍະຈະມາເຖິງ.

ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໂຫງຊວນລິກ ກໍ່ໄດ້ສະເໜີໃຫ້ສອງຝ່າຍຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງໂດຍໄວ ເພື່ອຢ້ຽມຢາມ ແລະ ເຮັດວຽກປຶກສາຫາລື, ສະເໜີການຈັດຕັ້ງປະຕິບັດບັນດາເນື້ອໃນຮ່ວມມືບຸລິມະສິດ ເຊິ່ງທັງສອງຝ່າຍມີຄວາມສົນໃຈລວມ.

ສ່ວນທ່ານລັດຖະມົນຕີກະຊວງປ້ອງກັນປະເທດລັດເຊຍ Sergey Shoigu ໄດ້ຢືນຢັນວ່າ ສະຫະພັນລັດເຊຍ ຈະສືບຕໍ່ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດກັບຫວຽດນາມ, ສອດຄ່ອງກັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

ທ່ານລັດຖະມົນຕີກະຊວງປ້ອງກັນປະເທດທັງສອງທ່ານ ໄດ້ເຫັນດີເປັນເອກະພາບກັນວ່າການຮ່ວມມືດ້ານປ້ອງກັນຊາດ ແມ່ນຈຸດພົ້ນເດັ່ນໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ລັດເຊຍ; ກະຊວງປ້ອງກັນປະເທດຂອງສອງປະເທດ ຈະສືບຕໍ່ຊຸກຍູ້ໝາກຜົນຂອງການພົວພັນດ້ານປ້ອງກັນຊາດ ແລະ ການຮ່ວມມືດ້ານເຕັກນິກການທະຫານຕາມທິດທາງ “ມີຄວາມໜ້າເຊື່ອຖື, ມີປະສິດທິຜົນ ແລະ ຮອບດ້ານ”.

ກອງປະຊ ມສ ນທະນາຖ າຍທອດສ ດ ລະຫວ າງລ ດຖະມ ນຕ ກະຊວງປ ອງກ ນປະເທດຫວຽດນາມ ແລະ ສະຫະພ ນລ ດເຊຍ ງານວາງສະແດງຮູບພາບດ້ວຍຫົວຂໍ້ “ຫວຽດນາມ: ປະເທດຊາດ ແລະມະນຸດ” ໄດ້ໄຂຂຶ້ນ ສະຫະພັນລັດເຊຍ

ຍສໝ - ໃນລະຫວ່າງວັນທີ 27 ກຸມພາ ຫາວັນທີ 1 ມີນາ 2020, ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ສະຫະພັນລັດເຊຍ, ງານວາງສະແດງຮູບພາບດ້ວຍຫົວຂໍ້ “ຫວຽດນາມ: ປະເທດຊາດ ແລະມະນຸດ” ໄດ້ໄຂຂຶ້ນຢູ່ສູນວາງສະແດງຮູບພາບແຫ່ງຊາດ Primorie ທີ່ນະຄອນ Vladivostok, ສະຫະພັນລັດເຊຍ.

ກອງປະຊ ມສ ນທະນາຖ າຍທອດສ ດ ລະຫວ າງລ ດຖະມ ນຕ ກະຊວງປ ອງກ ນປະເທດຫວຽດນາມ ແລະ ສະຫະພ ນລ ດເຊຍ ຫວຽດນາມ - ສະຫະພັນລັດເຊຍ ຍາມໃດກໍ່ສະໜັບສະໜູນວິສາຫະກິດຂອງສອງປະເທດຮ່ວມມື

ຍສໝ - ຕອນບ່າຍວັນທີ 29 ຕຸລາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນການໂອ້ລົມສົນທະນາລະຫວ່າງວິສາຫະກິດຫວຽດນາມ - ລັດເຊຍ ກັບທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິ່ງຢຸງ ແລະ ທ່ານຮອງນາຍົກລັດຖະມົນຕີລັດເຊຍ Maxim Akimov.

ກອງປະຊ ມສ ນທະນາຖ າຍທອດສ ດ ລະຫວ າງລ ດຖະມ ນຕ ກະຊວງປ ອງກ ນປະເທດຫວຽດນາມ ແລະ ສະຫະພ ນລ ດເຊຍ ນາຍົກລັດຖະມົນຕີ ສະຫະພັນລັດເຊຍ Dmitry Medvedev ເຄື່ອນໄຫວຢ້ຽມຢາມຫວຽດນາມ

ໂດຍຕອບສະໜອງຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ທ່ານນາຍົກລັດຖະມົນຕີ ສະຫະພັນລັດເຊຍ Dmitry Medvedev ໄດ້ມາຢ້ຽມຢາມຫວຽດນາມຢ່າງເປັນທາງການໃນວັນທີ 18 ແລະ ວັນທີ 19 ພະຈິກ

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.