ຫວຽດນາມ ໄດ້ໃຫ້ການຊ່ວຍເຫຼືອມະນຸດສະທຳ ດ້ານອຸປະກອນການແພດ ໃຫ້ແກ່ລັດເຊຍ

08:51 | 25/10/2020

ຍສໝ - ຕາມຂໍ້ມູນຈາກສະຖານທູດລັດເຊຍ ປະຈຳຫວຽດນາມ, ໃນວັນທີ 23 ຕຸລາ ຈຳນວນອຸປະກອນການແພດ ຊ່ວຍເຫຼືອມະນຸດສະທຳ ໄດ້ສົ່ງໄປເຖິງ Vladivostok, ລັດເຊຍ.

ເພີ່ມພຸນຄູນສ້າງສາຍພົວພັນມິດຕະພາບ ລະຫວ່າງ ຫວຽດນາມ ແລະ ລັດເຊຍ
ການກໍ່ສ້າງທີ່ເປັນເອກະລັກສະເພາະຢູ່ສະໜາມຫຼວງ ໂຮ່ຈິມິນ ຢູ່ມົດສະກູ ແລະຄວາມມິດຕະພາບ ຫວຽດນາມ - ລັດເຊຍ

ເຄື່ອງຊ່ວຍເຫືອດັ່ງກ່າວລວມມີຜ້າບັງປາກການແພດ ແລະ ຜ້າບັງປາກອື່ນໆ, ພ້ອມທັງເຄື່ອງໃຊ້ສຸຂາພິບານ ແລະ ການແພດ. ອີງຕາມແຜນການ, ການຂົນສົ່ງດັ່ງກ່າວຈະໄປຮອດຣັດເຊຍ ພາຍຫລັງສອງອາທິດ.

ຫວຽດນາມ ໄດ້ໃຫ້ການຊ່ວຍເຫຼືອມະນຸດສະທຳ ດ້ານອຸປະກອນການແພດ ໃຫ້ແກ່ລັດເຊຍ
(ພາບປະກອບ)

ການຂົນສົ່ງສິນຄ້າດັ່ງກ່າວນີ້ ໄດ້ຈັດໂດຍສະຖານທູດສະຫະພັນຣັດເຊຍ ປະຈຳຫວຽດນາມ ແລະ ສະມາຄົມມິດຕະພາບຫວຽດນາມ - ຣັດເຊຍ. ກຸ່ມບໍລິສັດ TH True Milk ຫວຽດນາມ ໄດ້ຮັບຜິດຊອບທຸກໆຄ່າໃຊ້ຈ່າຍ ໃນການຂົນສົ່ງສິນຄ້າຂ້າງເທິງ.

ກ່ອນໜ້ານີ້, ໃນວັນທີ 10 ສິງຫາ, ຂະແໜງການບິນແຫ່ງຊາດຫວຽດນາມ ໄດ້ຂົນສົ່ງເຄື່ອງຊ່ວຍເຫຼືອມະນຸດສະທຳ ຂອງລັດຖະບານຫວຽດນາມ ໄປລັດຖະບານສະຫະພັນລັດເຊຍ, ໃນນັ້ນມີເຄື່ອງມືປ້ອງກັນສ່ວນບຸກຄົນ ທີ່ຈຳເປັນໃນການຕໍ່ສູ້ຕ້ານກັບພະຍາດ COVID-19.

ສະຖານທູດລັດເຊຍ ຂໍສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ລັດຖະບານຫວຽດນາມ, ສະຖານທູດຫວຽດນາມ ປະຈຳຣັດເຊຍ, ຂະແໜງການບິນແຫ່ງຊາດຫວຽດນາມ Vietnam Airlines ແລະ ກຸ່ມບໍລິສັດ TH True Milk.

UNICEF ໜູນຊ່ວຍໃຫ້ເດັກນ້ອຍພາກກາງ ຫວຽດນາມ

ຍ​ສ​ໝ - ທ່ານນາງ Rana Flowers, ຫົວໜ້າຜູ້ຕາງໜ້າ UNICEF ປະຈຳ ຫວຽດນາມ ໃຫ້ຮູ້ວ່າUNICEF ໄດ້ຈັດແບ່ງງົບປະມານ 100.000 USD ເພື່ອໜູນຊ່ວຍສຸກເສີນກ່ຽວກັບນ້ຳສະອາດ, ຮັກສາອະນາໄມສ່ວນຕົວ, ຮັກສາອະນາໄມສິ່ງແວດລ້ອມ, ສາທາລະນະສຸກ, ໂພສະນາການ ແລະ ການສຶກສາ, ກໍ່ຄືໜູນຊ່ວຍຈິດຕະວິທະຍາທາງສັງຄົມ ແລະ ປົກປ້ອງເດັກ.

ຊາວຫວຽດນາມ ອາໄສ ຢູ່ ກຳປູເຈຍ ບໍລິຈາກເງິນສະໜັບສະໜູນພໍ່ແມ່ປະຊາຊົນຢູ່ພາກກາງ ຫວຽດນາມ

ຕອນບ່າຍວັນທີ 21 ຕຸລາ, ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳແຂວງ Preah Sihanouk ຢູ່ ກຳປູເຈຍ ໄດ້ຈັດຕັ້ງການບໍລິຈາກສະໜັບສະໜູນພໍ່ແມ່ປະຊາຊົນຢູ່ພາກກາງ ຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫລັງຈາກຝົນຕົກໜັກ, ນ້ຳຖ້ວມປີ 2020.

ນາຍົກລັດຖະມົນຕີ ຍີ່ປຸ່ນ ຕີລາຄາຜົນສຳເລັດການໄປຢ້ຽມຢາມ ຫວຽດນາມ

ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide ໂດຍໃຫ້ຮູ້ວ່າ ໃນການຢ້ຽມຢາມ ຫວຽດນາມ ແລະ ອິນໂດເນເຊຍ, ທ່ານໄດ້ເຫັນດີເປັນເອກະພາບກັບບັນດາການນຳ ຫວຽດນາມ ແລະ ອິນໂດເນເຊຍ ກ່ຽວກັບການຮ່ວມມື ເພື່ອສ້າງອະນາຄົດແຫ່ງສັນຕິພາບ ແລະ ວັດທະນາຖາວອນຢູ່ພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.