ພິທີມອບສົ່ງອັດຖິທະຫານອາເມລິກາທີ່ຫາຍສາບສູນໃນປາງສົງຄາມຢູ່ຫວຽດນາມ ກັບຄືນ ອາເມລິກາ
ຍສໝ - ວັນທີ 24 ກັນຍາ, ຢູ່ສະຖາບັນນິຕິເວດສາດກອງທັບ (ຮ່າໂນ້ຍ) ໄດ້ຈັດຕັ້ງພິທີມອບສົ່ງອັດຖິທະຫານອາເມລິກາທີ່ຫາຍສາບສູນໃນປາງສົງຄາມຢູ່ຫວຽດນາມ ກັບຄືນ ອາເມລິກາ.
ຍສໝ - ວັນທີ 24 ກັນຍາ, ຢູ່ສະຖາບັນນິຕິເວດສາດກອງທັບ (ຮ່າໂນ້ຍ) ໄດ້ຈັດຕັ້ງພິທີມອບສົ່ງອັດຖິທະຫານອາເມລິກາທີ່ຫາຍສາບສູນໃນປາງສົງຄາມຢູ່ຫວຽດນາມ ກັບຄືນ ອາເມລິກາ.
ທູດການຄ້າ ຫວຽດນາມ ປະຈຳ ມາເລເຊຍ ແລະ ສະມາຄົມວິສາຫະກິດຫວຽດນາມ ປະຈຳ ມາເລເຊຍ (VMBIZ) ໄດ້ລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການເພີ່ມທະວີການຮ່ວມມື.
ຍສໝ - ເພື່ອເສີມຂະຫຍາຍການສື່ສານ ແລະໃຫ້ຄຳແນະນຳກ່ຽວກັບຂໍ້ມູນການປ້ອງກັນການລະບາດຂອງ Covid-19 ໃຫ້ແກ່ປະຊາຊົນໃນເຂດຫ່າງໄກສອກຫລີກ, ສະຫະພັນໄດ້ຮ່ວມມືກັບອົງການອະນຸເຄາະເດັກສາກົນ ຢູ່ປະເທດຫວຽດນາມ ແລະອົງການກາແດງນະຄອນ ຈັດຕັ້ງປະຕິບັດການຊ່ວຍເຫລືອທີ່ບໍ່ແມ່ນໂຄງການ "ສ້າງຄວາມເຂັ້ມແຂງໃນການສື່ສານ ແລະ ເຊື່ອມຕໍ່ຊຸມຊົນໃນການປ້ອງກັນຄວາມສ່ຽງຂອງໂລກລະບາດ Covid-19", ດ້ວຍຈຳນວນທັງໝົດຫຼາຍກວ່າ 1,4 ຕື້ດົ່ງ.
ຍສໝ - ທີ່ກອງປະຊຸມ, ເມື່ອຕີລາຄາກ່ຽວກັບບົດບາດຂອງຫວຽດນາມ, ບັນດາເອກອັກຄະລັດຖະທູດ ອາຊຽນ ປະຈຳ Pretoria ລ້ວນແຕ່ໃຫ້ຂໍ້ສັງເກດວ່າ ຫວຽດນາມ ໄດ້ສຳເລັດໜ້າທີ່ປະທານອາຊຽນໃນ 9 ເດືອນທີ່ຜ່ານມາໃຫ້ເປັນຢ່າງດີ. ພ້ອມທັງຕີລາຄາສູງບັນດາການປະກອບສ່ວນຂອງຫວຽດນາມ, ພິເສດແມ່ນການຊ່ວຍເຫຼືອບັນດາປະເທດສະມາຊິກອາຊຽນກໍ່ຄືບັນດາປະເທດຄູ່ເຈລະຈາໃນການຮັບມືກັບໂລກລະບາດ Covid - 19.
ຍສໝ - ກອງປະຊຸມຄັ້ງນີ້ໄດ້ເພີ່ມທະວີສາຍພົວພັນສອງຝ່າຍທີ່ນັບມື້ປັບປຸງລະຫວ່າງ ອາເມລິກາ ແລະ ຫວຽດນາມ, ແລະສະແດງໃຫ້ເຫັນເຖິງຄວາມໝັ້ນໝາຍຮ່ວມກັນຂອງສອງປະເທດໃນພາກພື້ນມະຫາສະມຸດອິນເດຍ - ປາຊີຟິກທີ່ເສລີແລະເປີດກ້ວາງ.
ຍສໝ - ຕອນບ່າຍວັນທີ 23 ກັນຍາ, ກະຊວງຍຸຕິທຳ ປະເທດຫວຽດນາມ ໄດ້ຈັດກອງປະຊຸມສຳມະນາທາງຖ່າຍທອດສົດ ກ່ຽວກັບວິທີແກ້ໄຂເພື່ອຍົກສູງຄຸນນະພາບຂອງການເຜີຍແຜ່ ແລະ ການສຶກສາກົດໝາຍ ໃຫ້ປະຊາຊົນໃນເຂດທີ່ມີຊາຍແດນຕິດກັບຊາຍແດນສປປ.ລາວ.
ຍສໝ - ທີ່ການໂອ້ລົມສົນທະນາ, ທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ຊົມເຊີຍວັນຄົບຮອບ 90 ປີແຫ່ງວັນຊາດລາຊະອານາຈັກ Saudi Arabia (23 ກັນຍາ 2020).
ຍສໝ - ABC ຖືວ່າໂລກລະບາດໂຄວິດ-19 ຄັ້ງທີ 2 ແຜ່ລະບາດຢູ່ນະຄອນ ດ່າໜັງ ນັບແຕ່ທ້າຍເດືອນ ກໍລະກົດ ແຕ່ຍ້ອນການປິກເມືອງໂດຍໄວ ພ້ອມກັບການຄວບຄຸມການໄປມາເຂົ້ານະຄອນນີ້ຢ່າງເຄັ່ງຄັດ ໄດ້ຈຳກັດການຕິດແປດຂອງໂລກລະບາດ.
ຫວຽດນາມ-ອິນເດຍ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງຍູ້ແຮງການຮ່ວມມືພັດທະນາການຄ້າໃນຫຼາຍຂົງເຂດ, ພິເສດແມ່ນເຕັກນິກ, ເຄື່ອງຈັກຮັບໃຊ້ການຜະລິດ ແລະເຂົ້າຮ່ວມບັນດາລະບົບສະໜອງໃນທົ່ວໂລກຫຼັງພະຍາດໂຄວິດ-19.
ຍສໝ - ບໍລິສັດການບິນແຫ່ງຊາດຫວຽດນາມ (Vietnam Airlines)ຈະເຊື່ອມຕໍ່ຖ້ຽວບິນໄປຍັງນະຄອນຫຼວງ ວຽງຈັນປະເທດລາວ, ນັບແຕ່ວັນທີ 6 ຕຸລາ, ໄລຍະແຍກຕົວເມືອເຂົ້າເມືອງຫວຽດນາມ ຢ່າງໜ້ອຍສຸດແມ່ນ 6 ມື້.
ຍສໝ - ທ່ານ Pranay Verma, ເອກອັກຄະລັດຖະທູດ ອິນເດຍ ປະຈໍາ ຫວຽດນາມ ຖືວ່າ, ໃນໄລຍະຈະມາເຖິງ, ສອງປະເທດ ຄວນຊຸກຍູ້ການຄ້າຫຼາຍກວ່າອີກ. ການຮ່ວມມືດ້ານການຄ້າສອງຝ່າຍລະຫວ່າງ ຫວຽດນາມ - ອິນເດຍ ໃນໄລຍະຜ່ານມາ ແມ່ນຍັງຈໍາກັດຢູ່ ເມື່ອທຽບໃສ່ກໍາລັງຄວາມສາມາດບົ່ມຊ້ອນຂອງສອງປະເທດ.
ຍສໝ - ວັນທີ 22 ກັນຍານີ້, ພະແນກການຕ່າງປະເທດນະຄອນ ດ່ານັງ ແລະ ມະຫາວິທະຍາໄລ ດ່ານັງ ໄດ້ຈັດພິທີເຊັນບົດບັນທຶກຊ່ວຍຈຳ ກ່ຽວກັບການຮ່ວມມືໃນການບຳລຸງສ້າງຊັບພະຍາກອນມະນຸດ ໃຫ້ແກ່ລາວ ແລະ ກຳປູເຈຍ.
ຍສໝ - ທ່ານ Jayanath Colombage ເລຂາກະຊວງການຕ່າງປະເທດ ຊີລັງກາຖືວ່າ: ຊີລັງກາຈະແມ່ນຂົວເຊື່ອມຕໍ່ການຮ່ວມມືຂອງຫວຽດນາມ ກັບບັນດາຄູ່ຮ່ວມມືສຳຄັນ ຢູ່ ມະຫາສະມຸດອິນເດຍ. ພ້ອມທັງ, ການພົວພັນລະຫວ່າງຊີລັງກາ - ຫວຽດນາມກໍ່ຈະເປີດຊ່ອງທາງໃຫ້ແກ່ຊີລັງກາ ເຊື່ອມຕໍ່ກັບບັນດາປະເທດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້.
ຍສໝ - ການຍູ້ແຮງການຮ່ວມມືມິດຕະພາບລະຫວ່າງແຂວງເຊີນລາ ແລະ ບັນດາແຂວງທາງພາກເໜືອລາວ ໄດ້ປະກອບສ່ວນເຂົ້າການຮ່ວມມື, ການພົວພັນການຄ້າ, ປັບປຸງ, ເພີ່ມພູນຄູນສ້າງໃຫ້ແກ່ການພົວພັນ, ນຳໃຈສາມັກຄີມິດຕະພາບແບບພິເສດລະຫວ່າງ ຫວຽດນາມ - ລາວ.
ຍສໝ - ທ່ານ ຫວູບ໊າຝູ, ຫົວໜ້າກົມສົ່ງເສີມການຄ້າ, ຢັ້ງຢືນວ່າ: ຫວຽດນາມແມ່ນຈຸດນັດພົບທີ່ ຍອດຢ້ຽມ ຂອງບັນດານັກລົງທຶນຕ່າງປະເທດເມື່ອມີແຫຼ່ງສະໜອງຜະລິດຕະພັນກະເສດ, ທັນຍະຫານທີ່ອຸດົມສົມບຸນ ຮັບປະກັນໄດ້ຄຸນນະພາບ, ເໝາະສົມກັບລູກຄ້າຢູ່ບັນດາລະດັບທີ່ແຕກຕ່າງກັນ ເພື່ອສະໜອງໃຫ້ແກ່ຕະຫຼາດສາກົນ.
ຍສໝ - ເຂົ້າຮ່ວມກອງປະຊຸມຢູ່ບັນດາສະຖານທີ່ເຊື່ອມຕໍ່ມີການນຳບັນດາອົງການລາຊະການລັບປ້ອງກັນຊາດ (ການທະຫານ) ຂອງບັນດາປະເທດອາຊຽນພ້ອມກັບບັນດາສະມາຊິກທີ່ເປັນນາຍທະຫານຂັ້ນສູງໃນບັນດາອົງການລາຊະການລັບ.
ຍສໝ - ໃນໂລກແຫ່ງສັນຕິພາບ ດ້ວຍການເຊື່ອມໂຍງເຂົ້າກັບສາກົນ ແລະ ການພັດທະນາຢ່າງແຮງຂອງເຄືອຂ່າຍອິນເຕີແນດ, ໄວໜຸ່ມຫວຽດນາມ ຍາມໃດກໍ່ມີຈິດໃຈຄວາມສາມັກຄີຢ່າງແຮງ ແລະ ຄວາມເຫັນດີລວມໝູ່ເປັນຈິດໜຶ່ງໃຈດຽວກັນ.
ຍສໝ - ຕາງໜ້າຄະນະຫົວໜ້າຫົວເລື່ອງ, ທ່ານພົນຕີ ຫວູຈ໊ຽນຖັງ ຫົວໜ້າກົມການຕ່າງປະເທດ, ກະຊວງປ້ອງກັນປະເທດ ໄດ້ລາຍງານໂດຍສັງເຂບກ່ຽວກັບວິວັດການຜັນຂະຫຍາຍປະຕິບັດຫົວເລື່ອງ ແລະລາຍງານໝາກຜົນການຄົ້ນຄວ້າ.
ຍສໝ - ມູນຄ່າການ ນຳເຂົ້າ - ສົ່ງອອກ ດ້ານ ຜະລິດຕະພັນກະເສດ - ເຄື່ອງປ່າຂອງດົງ - ສິນໃນນໍ້າ ລະຫວ່າງສອງປະເທດບັນລຸ 7,53 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019.
ຍສໝ - ທ່ານ ເລຢຸງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂອຕາລິດໄດ້ຍົກໃຫ້ເຫັນຢ່າງຈະແຈ້ງບັນດາຜົນງານກ່ຽວກັບການພັດທະນາເສດຖະກິດ ແລະ ທີ່ຕັ້ງບົດບາດທາງການທູດຂອງຫວຽດນາມ ນັບມື້ນັບໄດ້ຍົກສູງໃນໄລຍະທີ່ຜ່ານມາ. ທ່ານກໍ່ຫວັງວ່າ ລັດຖະບານ ໂອຕາລິດສ້າງເງື່ອນໄຂສະດວກກ່ວາອີກໃຫ້ແກ່ປະຊາຄົມຊາວຫວຽດນາມທີ່ພວມອາໄສ, ເຮັດວຽກ ແລະ ຮ່ຳຮຽນຢູ່ໂອຕາລິດ.
ຍສໝ - ສະຫາຍ ເຈິ່ນກ໊ວາເວື້ອງ ຜູ້ປະຈຳຄະນະເລຂາໄດ້ເນັ້ນໜັກວ່າ ໃນສະພາບການໂລກລະບາດ, ໃນພາກພື້ນພວມມີການຜັນແປຢ່າງວ່ອງໄວ ແລະ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ເປັນຕົ້ນແມ່ນໂລກລະບາດ Covid – 19 ຍັງບໍ່ທັນຄວບຄຸມໄດ້ຄືປັດຈຸບັນ, ສອງຝ່າຍຕ້ອງສືບຕໍ່ປະສົມປະສານຢ່າງມີປະສິດທິຜົນ, ຊ່ວຍເຫຼືອ, ແບ່ງປັນ, ຊຸກຍູ້ການພົວພັນສອງຝ່າຍໃນສະພາບການໃໝ່.
ຍສໝ - ເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້, ຫວຽດນາມ ແລະ ສ.ເກົາຫຼີ ສືບຕໍ່ມີບັນດາຄວາມານະພະຍາຍາມເພື່ອແນໃສ່ເພີ່ມທະວີການພົວພັນຮ່ວມມືອັນດີງາມລະຫວ່າງ ສອງຝ່າຍໃນຫຼາຍຂົງເຂດ. ໜຶ່ງໃນບັນດາສິ່ງທີ່ສະແດງໃຫ້ແກ່ບັນດາຄວາມມານະພະຍາຍາມນີ້ແມ່ນການຢ້ຽມຢາມຫວຽດນາມ - ໃນລະຫວ່າງວັນທີ 17 – 19 ກັນຍາທີ່ຜ່ານມາ ຂອງທ່ານນາງ Kang Kyung Wha ລັດຖະມົນຕີກະຊວງການຕ່າງປະເທດດ້ວຍຈຸດສຸມແມ່ນການໂອ້ລົມສົນທະນາພ້ອມກັບທ່ານ ຟ້າມບິ່ງມິງຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ.
ຍສໝ - ປີ 2020 ແມ່ນຂີດໝາຍສຳຄັນສຳລັບສອງປະເທດເມື່ອຫວຽດນາມ ແລະ ເຢຍລະມັນລ້ວນແຕ່ຮັກສາບັນດາຕຳແໜ່ງສຳຄັນໃນບັນດາເວທີປາໄສຫຼາຍຝ່າຍ. ທ່ານ ເອກອັກຄະລັດຖະທູດ Hin-no ເນັ້ນໜັກວ່າ ເລື່ອງທັງສອງປະເທດພ້ອມກັນຮັບດຳລົງບົດບາດເປັນກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021.
ຍສໝ - ທ່ານນາງ Alison Mann, ຫົວໜ້າກົມໃຫຍ່ເຊື່ອມໂຍງພາກພື້ນ ອາຊີ - ປາຊີຟິກ, ກະຊວງການຕ່າງປະເທດ ແລະ ການຄ້າ ນິວຊີແລນ ໃຫ້ຮູ້ວ່າ: Wellington ຕີລາຄາສູງທີ່ສຸດຕໍ່ກຳລັງຄວາມສາມາດນຳພາຂອງ ຫວຽດນາມ ໃນຖານະເປັນປະທານ ອາຊຽນ 2020.
ຍສໝ - ໃນເວລາ 6 ໂມງ 30 ນາທີຂອງວັນທີ 19 ກັນຍາ, ຖ້ຽວບິນໝາຍເລກ VN310 ຂອງບໍລິສັດການບິນແຫ່ງຊາດຫວຽດນາມ (Vietnam Airlines) ຈາກຮ່າໂນ້ຍ ໄປໂຕກຽວ ໄດ້ເລີ່ມເດີນທາງຈາກສະໜາມບິນ ໂນ້ຍບາຍ ຢ່າງປອດໄພ.
ຍສໝ - ຮູບພາບຈຳນວນຫຼາຍກ່ວາ 60 ຮູບທີ່ວາງສະແດງຢູ່ງານວາງສະແດງ ແມ່ນຊຸດສະສົມທີ່ລ້ຳຄ່າເປັນສັນຍາລັກ ກ່ຽວກັບປະຫວັດສາດແຫ່ງການພັດທະນາ, ຜົນສຳເລັດດ້ານເສດຖະກິດ - ສັງຄົມ ແລະ ການເຊື່ອມໂຍງເຂົ້າຂອງຫວຽດນາມ.
ຕອນເຊົ້າວັນທີ 18 ກັນຍາ, ທ່ານພົນຕີ ຫວູຈ໊ຽນຖັ໊ງ, ຫົວໜ້າກົມພົວພັນຕ່າງປະເທດ, ກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານພັນເອກ Amos Yeo, ຫົວໜ້າກົມນະໂຍບາຍ, ກະຊວງປ້ອງກັນປະເທດສິງກະໂປ ເປັນປະທານຮ່ວມກອງປະຊຸມທາງໄກກຸ່ມປະຕິບັດງານຮ່ວມກ່ຽວກັບການຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ສິງກະໂປ ຄັ້ງທີ 8.
ຍສໝ - ຜູ້ທີ່ມີຄວາມສົນໃຈ, ສາມາດສະໝັກຜ່ານທາງອິນເຕີເນັດໄດ້ທີ່ httpstuyensinh.vied.vn/ ຫລືສົ່ງເອກະສານໄປຍັງກົມຮ່ວມມືສາກົນ (ກະຊວງສຶກສາ ແລະ ບຳລຸງສ້າງ) ຕາມກຳນົດເວລາເຖິງວັນທີ 25 ກັນຍາ 2020.
ຍສໝ - ທ່ານເອກອັກຄະລັດຖະທູດ ຫງວຽນຮ່ວາຍເຢືອງ ໃຫ້ຄຳໝັ້ນສັນຍາຈະເຮັດຈົນສຸດຄວາມສາມາດຂອງຕົນ, ສົມທົບກັບບັນດາເຂດຂອງ 2 ກະຊວງການຕ່າງປະເທດ ແລະ ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຂອງ 2 ປະເທດຢ່າງແໜ້ນແຟ້ນ ເພື່ອຍູ້ແຮງການພົວພັນມິດຕະພາບ ແລະ ການຮ່ວມມື 2 ຝ່າຍຫວຽດນາມ - Honduras, ພິເສດແມ່ນໃນການພົວພັນທາງດ້ານເສດຖະກິດ, ການຄ້າ, ການລົງທຶນໃນໄລຍະຈະມາເຖິງ.
ຍສໝ - ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດຫວຽດນາມ ຟ້າມຫາຍແອັງ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ, ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງສືບຕໍ່ຮັກສາການໂອ້ລົມສົນທະນາ ແລະ ການເຈລະຈາມີລັກສະນະສ້າງສັນລະຫວ່າງ ລັດຖະບານຊີຣີ ແລະ ຝ່າຍຄ້ານ, ໃນນັ້ນຄວນເປັນເອກະພາບກ່ຽວກັບໂຄງການດຳເນີນງານໂດຍໄວ ເພື່ອດຳເນີນບັນດາກອງປະຊຸມຄັ້ງຕໍ່ໄປ.
The document has moved here.