ສຳນັກຂ່າວສານ ABC ຂອງປະເທດ ອົດສະຕາລີ: ຫວຽດນາມ ສະກັດກັ້ນໂລກລະບາດໂຄວິດ-19 ຄັ້ງທີ 2 ຢ່າງວ່ອງໄວ, ມີປະສິດທິຜົນ ແລະ ບໍ່ສິ້ນເປືອງ

10:39 | 24/09/2020

ຍສໝ - ABC ຖືວ່າໂລກລະບາດໂຄວິດ-19 ຄັ້ງທີ 2 ແຜ່ລະບາດຢູ່ນະຄອນ ດ່າໜັງ ນັບແຕ່ທ້າຍເດືອນ ກໍລະກົດ ແຕ່ຍ້ອນການປິກເມືອງໂດຍໄວ ພ້ອມກັບການຄວບຄຸມການໄປມາເຂົ້ານະຄອນນີ້ຢ່າງເຄັ່ງຄັດ ໄດ້ຈຳກັດການຕິດແປດຂອງໂລກລະບາດ. 

ສຳນ ກຂ າວສານ abc ຂອງປະເທດ ອ ດສະຕາລ ຫວຽດນາມ ສະກ ດກ ນໂລກລະບາດໂຄວ ດ 19 ຄ ງທ 2 ຢ າງວ ອງໄວ ມ ປະສ ດທ ຜ ນ ແລະ ບ ສ ນເປ ອງ ຫວຽດນາມ-ອິນເດຍ ຮ່ວມມືໃນລະບົບສະໜອງຫຼັງພະຍາດໂຄວິດ-19
ສຳນ ກຂ າວສານ abc ຂອງປະເທດ ອ ດສະຕາລ ຫວຽດນາມ ສະກ ດກ ນໂລກລະບາດໂຄວ ດ 19 ຄ ງທ 2 ຢ າງວ ອງໄວ ມ ປະສ ດທ ຜ ນ ແລະ ບ ສ ນເປ ອງ ນຳສົ່ງພົນລະເມືອງຫວຽດນາມ ຫລາຍກວ່າ 220 ຄົນຈາກປະເທດຍີ່ປຸ່ນ ກັບຄືນປະເທດ
ສຳນ ກຂ າວສານ abc ຂອງປະເທດ ອ ດສະຕາລ ຫວຽດນາມ ສະກ ດກ ນໂລກລະບາດໂຄວ ດ 19 ຄ ງທ 2 ຢ າງວ ອງໄວ ມ ປະສ ດທ ຜ ນ ແລະ ບ ສ ນເປ ອງ
ສຳນັກຂ່າວສານ ABC ຂອງປະເທດ ອົດສະຕາລີ ມີບົດຮຽນໃຫ້ຂໍ້ສັງເກດກ່ຽວກັບການຮັບມືກັບໂລກລະບາດໂຄວິດ-19 ຢ່າງວ່ອງໄວ, ມີປະສິດທິຜົນ ແລະ ບໍ່ສິ້ນເປືອງ ເຮັດໃຫ້ການດຳລົງຊີວິດຢູ່ ຫວຽດນາມ ກັບຄືນສູ່ສະພາບເປັນປົກກະຕິໂດຍໄວ. ພາບປະກອບ.

ວັນທີ 23 ກັນຍາ, ສຳນັກຂ່າວສານ ABC ຂອງປະເທດ ອົດສະຕາລີ ມີບົດຮຽນໃຫ້ຂໍ້ສັງເກດກ່ຽວກັບການຮັບມືກັບໂລກລະບາດໂຄວິດ-19 ຢ່າງວ່ອງໄວ, ມີປະສິດທິຜົນ ແລະ ບໍ່ສິ້ນເປືອງ ເຮັດໃຫ້ການດຳລົງຊີວິດຢູ່ ຫວຽດນາມ ກັບຄືນສູ່ສະພາບເປັນປົກກະຕິໂດຍໄວ. ວິທີຮັບມືຂອງ ຫວຽດນາມ ສຳລັບໂລກລະບາດໂຄວິດ-19 ຄັ້ງທຳອິດ ໄດ້ສະແດງໃຫ້ເຫັນການໂຄສະນາໂດຍໄວ, ກ້ວາງຂວາງ; ນຳຜູ້ຖືກສົງໄສຕິດເຊື້ອປະຕິບັດການແຍກຕົວ ແລະ ຮຽກຮ້ອງໃຫ້ປະຊາຊົນໃສ່ຜ້າອັດປາກ-ອັດດັງ ແລະ ອື່ນໆ ເຊິ່ງໄດ້ປະຕິບັດຢ່າງວ່ອງໄວ ແລະ ໄດ້ຈັດຕັ້ງມີແບບມີແຜນ, ເຮັດໃຫ້ໂລກລະບາດຖືກຄວບຄຸມໂດຍໄວ.

ນອກຈາກນັ້ນ, ວາລະສານ Conter Punch ຂອງອາເມລິກາ ຫາກໍ່ລົງບົດຂຽນໄຈ້ແຍກກ່ຽວກັບຜົນສຳເລັດຂອງຫວຽດນາມ ໃນການຕໍ່ສູ້, ສະກັດກັ້ນໂລກລະບາດໂຄວິດ-19, ໃນນັ້ນຍົກໃຫ້ເຫັນຈິດໃຈຄວາມສາມັກຄີຂອງປະຊາຊົນ. ຕາມບົດຂຽນແລ້ວ, ຫວຽດນາມ ໄດ້ສະກັດກັ້ນໄວຣັດ SARS-CoV-2 ກໍ່ໃຫ້ເກີດໂລກລະບາດໂຄວິດ-19 ຢ່າງໄວ, ດ້ວຍເລື່ອງປິດປະຕູຊາຍແດນ ແລະ ບັນດາຖ້ຽວບິນຈາກຫວຽດນາມ ໄປເຖິງບັນດາປະເທດ; ຕາມຫາແຫຼ່ງພະຍາດ, ກັກກັນພະຍາດ ແລະ ແຍກຫ່າງໃນສັງຄົມໃນໄລຍະສັ້ນ. ເຖິງຢ່າງໃດກໍ່ຕາມ, ບັນດາການກະທຳຂອງລັດຖະບານຈະບໍ່ມີປະສິດທິຜົນຖ້າຫາກປະຊາຊົນບໍ່ມີການສົມທົບ ດ້ວຍບັນດາມາດຕະການປ້ອງກັນໂລກລະບາດຄື: ໃຊ້ຜ້າອັດປາກ-ອັດດັງ, ປະຕິບັດການແຍກຫ່າງໃນສັງຄົມ ແລະ ພຽງແຕ່ອອກຈາກບ້ານເມື່ອມີຄວາມຈຳເປັນ.

ນັບແຕ່ເວລາ 18 ໂມງວັນທີ 22 ກັນຍາ ຫາ ເວລາ 6 ໂມງຂອງວັນທີ 23 ກັນຍາ, ຫວຽດນາມຢັ້ງຢືນບໍ່ມີຜູ້ຕິດເຊື້ອພະຍາດ Covid – 19 ໃໝ່ຕື່ມອີກ. ດັ່ງນັ້ນ, ໄດ້ 21 ມື້ແລ້ວທີ່ຫວຽດນາມບໍ່ ພົບຜູ້ຕິດເຊື້ອພະຍາດ Covid – 19 ໃໝ່ຕື່ມອີກໃນຊຸມຊົນ.ແຕ່ຮອດເວລາ 18 ໂມງຂອງ ວັນທີ 23 ກັນຍາ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອໃໝ່ຕື່ມອີກ 01 ຄົນ ທີ່ກັບມາຈາກຕ່າງປະເທດ. ອັນໄດ້ຍົກຍອດຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ຢູ່ຫວຽດນາມຂຶ້ນເປັນ 1.069 ຄົນ ໃນນັ້ນມີຜູ້ໄດ້ຮັບການປິ່ນປົວຫາຍດີ 991 ຄົນແລ້ວ ແລະ ມີຜູ້ເສຍຊີວິດ 35 ຄົນ.

ພາຍຫຼັງຢຸດຕິຊົ່ວຄາວມາ 6 ເດືອນ, ໃນເວລາ 6 ໂມງ 30 ນາທີຂອງວັນທີ 19 ກັນຍາ, ຖ້ຽວບິນໝາຍເລກ VN310 ຂອງບໍລິສັດການບິນແຫ່ງຊາດຫວຽດນາມ (Vietnam Airlines) ຈາກຮ່າໂນ້ຍ ໄປໂຕກຽວ ໄດ້ເລີ່ມເດີນທາງຈາກສະໜາມບິນ ໂນ້ຍບາຍ ຢ່າງປອດໄພ, ໂດຍໃຊ້ເວລາບິນແມ່ນ 5 ໂມງ 15 ນາທີ, ສະໜາມບິນລົງຈອດແມ່ນ Narita, ໂຕກຽວ, ປະເທດຍີ່ປຸ່ນ. ນີ້ແມ່ນຖ້ຽວບິນການຄ້າສາກົນຖ້ຽວປົກກະຕິທຳອິດຂອງ Vietnam Airlines ພາຍຫຼັງຕ້ອງຢຸດຕິຊົ່ວຄາວຍ້ອນຜົນກະທົບຈາກໂລກລະບາດໂຄວິດ-19. ນອກຈາກການຂົນສົ່ງຜູ້ໂດຍສານແລ້ວ, ຖ້ຽນບິນດັ່ງກ່າວຍັງຂົນສົ່ງສິນຄ້າເພື່ອແນໃສ່ຮັບໃຊ້ໃຫ້ແກ່ການແລກປ່ຽນການຄ້າ, ການຜະລິດອີກດ້ວຍ.

ຕອນເຊົ້າວັນທີ 23 ກັນຍາ, ຜູ້ຕາງໜ້າບໍລິສັດການບິນແຫ່ງຊາດຫວຽດນາມ (ຫວຽດນາມ Airlines) ໄດ້ໃຫ້ຂ່າວວ່າ: ທາງບໍລິສັດ ໄດ້ເປີດບໍລິການຂາຍປີ້ ສຳລັບຖ້ຽວບິນ ໝາຍເລກ VN147 ຈາກ ເຊີອູນ (ສ.ເກົາຫຼີ) ກັບມາຮ່າໂນ້ຍ, ເຊິ່ງຄາດວ່າຈະປະຕິບັດໃນວັນທີ 25 ກັນຍາ. ເພື່ອປະຕິບັດຖ້ຽວບິນດັ່ງກ່າວ, ຜູ້ໂດຍສານຕ້ອງຕອບສະໜອງຕາມບັນດາເງື່ອນໄຂຄື ມີໃບຢັ້ງຢືນວ່າເປັນລົບກັບຜົນການກວດກາເຊື້ອໄວຣັດ SARS – CoV – 2 ໂດຍໄດ້ວິໄຈຕາມວິທີ PCR ໃນຮອບເວລາ 3 ວັນ ກ່ອນຈະຂຶ້ນເຮືອບິນ, ໃບຢັ້ງຢືນກ່ຽວກັບສະຖານທີ່ປະຕິບັດການແຍກຕົວຢູ່ຫວຽດນາມ ແລະ ຕິດຕັ້ງໂປແກຼມ ຕິດຕາມປະຫວັດການສຳຜັດ ແລະ ແຈ້ງອາການສຸຂະພາບ.

ສຳນ ກຂ າວສານ abc ຂອງປະເທດ ອ ດສະຕາລ ຫວຽດນາມ ສະກ ດກ ນໂລກລະບາດໂຄວ ດ 19 ຄ ງທ 2 ຢ າງວ ອງໄວ ມ ປະສ ດທ ຜ ນ ແລະ ບ ສ ນເປ ອງ ມະຫາວິທະຍາໄລ ດ່ານັງ ໄດ້ເຊັນບົດບັນທຶກກ່ຽວກັບການບຳລຸງສ້າງຊັບພະຍາກອນມະນຸດໃຫ້ແກ່ລາວແລະ ກຳປູເຈຍ

ຍສໝ - ວັນທີ 22 ກັນຍານີ້, ພະແນກການຕ່າງປະເທດນະຄອນ ດ່ານັງ ແລະ ມະຫາວິທະຍາໄລ ດ່ານັງ ໄດ້ຈັດພິທີເຊັນບົດບັນທຶກຊ່ວຍຈຳ ກ່ຽວກັບການຮ່ວມມືໃນການບຳລຸງສ້າງຊັບພະຍາກອນມະນຸດ ໃຫ້ແກ່ລາວ ແລະ ກຳປູເຈຍ.

ສຳນ ກຂ າວສານ abc ຂອງປະເທດ ອ ດສະຕາລ ຫວຽດນາມ ສະກ ດກ ນໂລກລະບາດໂຄວ ດ 19 ຄ ງທ 2 ຢ າງວ ອງໄວ ມ ປະສ ດທ ຜ ນ ແລະ ບ ສ ນເປ ອງ ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 31,7 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ 974.599 ຄົນ

ອາເມລິກາ ແມ່ນປະເທດຖືກຜົນສະທ້ອນຢ່າງຮ້າຍແຮງທີ່ສຸດ, ດ້ວຍຈຳນວນຜູ້ຕິດພະຍາດໂຄວິດ-19 ກວ່າ 7 ລ້ານຄົນ ແລະ ມີຜູ້ເສຍຊີວິດ 205.448 ຄົນ.

ສຳນ ກຂ າວສານ abc ຂອງປະເທດ ອ ດສະຕາລ ຫວຽດນາມ ສະກ ດກ ນໂລກລະບາດໂຄວ ດ 19 ຄ ງທ 2 ຢ າງວ ອງໄວ ມ ປະສ ດທ ຜ ນ ແລະ ບ ສ ນເປ ອງ ສະພາບແວດລ້ອມແຫ່ງການລົງທຶນຢູ່ຫວຽດນາມ ໄດ້ ແລະພວມປະກົດອອກຫຼາຍປັດໄຈໃໝ່ເຮັດໃຫ້້ເພີ່ມຄວາມດຶງດູດແຫຼ່ງເງິນລົງທຶນຈາກຕ່າງປະເທດ

ຍຸດທະສາດຂອງຫວຽດນາມ ກ່ຽວກັບການລົງທຶນຕ່າງປະເທດໃນໄລຍະຈະມາເຖິງແມ່ນໃຫ້ບູລິມະສິດທີ່ມີຄວາມດູດດື່ມ, ມີການເລືອກເຟັ້ນກະແສເງິນລົງທຶນທີ່ມີຄຸນນະພາບ, ມີປະສິດທິຜົນ, ເໝາະສົມກັບຄວາມຕ້ອງການຮ່ວມມືລົງທຶນຂອງຫວຽດນາມ.

ໄຊພອນ

ເຫດການ
302 Found

Found

The document has moved here.