ຫວຽດ​ນາມ - ສ.ເກົາຫຼີ ຊຸກ​ຍູ້​ການ​ພົວ​ພັນ​ສອງ​ຝ່າຍ​ໃນ​ສະ​ພາບ​ການ​ໃໝ່

15:10 | 22/09/2020

ຍ​ສໝ - ສະ​ຫາຍ​​ ເຈິ່ນກ໊ວາ​ເວື້ອງ ຜ​ູ້ປະ​ຈຳ​ຄະ​ນະ​ເລ​ຂາ​ໄດ້​ເນັ້​ນ​ໜັກ​ວ່າ ໃນ​ສະ​ພາບ​ການ​ໂລກ​ລະ​ບາດ, ໃນ​ພາກ​ພື້ນ​ພວມ​ມີ​ການ​ຜັນ​ແປ​ຢ່າງວ່ອງ​ໄວ ແລະ ຍາກ​ທີ່​ຈະ​ຄາດ​ຄະ​ເນ​ລ່ວງ​ໜ້າ​ໄດ້, ເປັນ​ຕົ້ນ​ແມ່ນ​ໂລກ​ລະ​ບາດ Covid – 19 ຍັງ​ບໍ່​ທັນ​ຄວບ​ຄຸມ​ໄດ້​ຄື​ປັດ​ຈຸ​ບັນ, ສອງ​ຝ່າຍ​ຕ້ອງ​ສືບ​ຕໍ່​ປະ​ສົມ​ປະ​ສານ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຊ່ວຍ​ເຫຼືອ, ແບ່ງ​ປັນ, ຊຸກ​ຍູ້​ການ​ພົວ​ພັນ​ສອງ​ຝ່າຍ​ໃນ​ສະ​ພາບ​ການ​ໃໝ່.

ຫວຽດ ນາມ ສ ເກ າຫ ຊ ກ ຍ ການ ພ ວ ພ ນ ສອງ ຝ າຍ ໃນ ສະ ພາບ ການ ໃໝ ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ອັນ​ດີ​ງາມ​ລະ​ຫວ່າງ ຫວຽດ​ນາມ - ສ.ເກົາຫຼີ
ຫວຽດ ນາມ ສ ເກ າຫ ຊ ກ ຍ ການ ພ ວ ພ ນ ສອງ ຝ າຍ ໃນ ສະ ພາບ ການ ໃໝ ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ການຕ້ອນຮັບທ່ານນາງ ລັດຖະມົນຕີການຕ່າງປະເທດ ສ.ເກົາຫລີ Kang Kyung Wha
ຫວຽດ ນາມ ສ ເກ າຫ ຊ ກ ຍ ການ ພ ວ ພ ນ ສອງ ຝ າຍ ໃນ ສະ ພາບ ການ ໃໝ
ສະ​ຫາຍ​ເຈິ່ນກ໊ວາ​ເວື້ອງ, ກຳ​ມະ​ການ​ກົມ​ການ​ເມືອງ, ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ Park Noh Wan, ເອກ​ອັກ​ຄະ​ລ​ັດ​ຖະ​ທູດ ວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສ.ເກົາຫຼີ​ປະ​ຈຳ​ຫວຽດ​ນາມ (ພາບ: TTXVN)

ວັນ​ທີ 21 ກັນ​ຍາ, ຢູ່​ສຳ​ນັກ​ງານ​ສູນ​ກາງ​ພັກ, ສະ​ຫາຍ​ເຈິ່ນກ໊ວາ​ເວື້ອງ, ກຳ​ມະ​ການ​ກົມ​ການ​ເມືອງ, ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ Park Noh Wan, ເອກ​ອັກ​ຄະ​ລ​ັດ​ຖະ​ທູດ ວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສ.ເກົາຫຼີ​ປະ​ຈຳ​ຫວຽດ​ນາມ.

ທ່ານ Park Noh Wan ໄດ້ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ສະ​ຫານ​ ​ເຈິ່ນກ໊ວາ​ເວື້ອງ ທີ່​ໄດ້​ສະ​ຫງວນ​ເວ​ລາ​ຕ້ອນ​ຮັບ, ສະ​ແດງ​ຄວາມ​ຍິນ​ດີ​ກ່ຽວ​ກັບ​ເລື່ອງ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ, ການ​ພົວ​ພັນ​ສ.ເກົາຫຼີ - ຫວຽດ​ນາມ​ສືບ​ຕໍ່​ເພີ່ມ​ທະ​ວີ​ໃນ​ບັນ​ດາ​ຂົງ​ເຂດ​ທັງ​ໝົດ, ຕີ​ລາ​ຄາ​ສູງ​ບັນ​ດາ​ຜົນ​ງານ​ເຊິ່ງ​ພັກ, ລັດ ແລະ ປະ​ຊາ​ຊົນ​ຫວຽດ​ນາມ ບັນ​ລຸ​ໄດ້​ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ Covid – 19, ທ່ານ​ເຊື່ອ​ໝັ້ນ​ວ່າ​ພາຍ​ໃຈ້​ການ​ນຳ​ພາ​ຂອງ​ພັກກອມ​ມູ​ນິດ​ຫວຽດ​ນາມ, ປະ​ຊ​າ​ຊົນ​ຫວຽດ​ນາມ​ຈະ​ສືບ​ຕໍ່ບັນ​ລຸ​ໄດ້​ຜົນ​ງານ​ໃໝ່, ນຳ​ປະ​ເທດ​ຊາດ​ພັດ​ທະ​ນາ ແລະ ວັດ​ທະ​ນາ​ຖາ​ວອນ.

ທີ່​ການ​ຕ້ອນ​ຮັບ, ທ່ານ ເຈິ່ນກ໊ວກ​ເວື້ອງ ​ໄດ້​ຮັບ​ຮອງ ແລະ ຕີ​ລາ​ຄາ​ສູງ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ທ່ານ ​ Park Noh Wan ຢູ່​ຫວຽດ​ນາມ ແລະ ສະ​ແດງວ່າ​ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈະປະ​ຕິ​ບັດ​ສຳ​ເລັດ​ອາ​ຍຸ​ການ​ປະ​ຕິ​ບັດ​ງານ​ຂອງ​ຕົນ, ປະ​ກອບ​ສ່ວນ​ເຂົ້າ​ການ​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາ​ລະ​ຫວ່າງ ຫວຽດ​ນາມ - ສ.ເກົາຫຼີ ແລະ ພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ ພັກ​ກອມມ​ູ​ນິດ​ຫວຽດ​ນາມ ແລະ ບັນ​ດາ​ພັກ​ການ​ເມືອງ​ຂອງ ສ.ເກົາຫຼ​ີ​ໃຫ້ຫຼາຍ​ກ່​ວາ​ອີກ.

ຫວຽດ ນາມ ສ ເກ າຫ ຊ ກ ຍ ການ ພ ວ ພ ນ ສອງ ຝ າຍ ໃນ ສະ ພາບ ການ ໃໝ ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ອັນ​ດີ​ງາມ​ລະ​ຫວ່າງ ຫວຽດ​ນາມ - ສ.ເກົາຫຼີ

ຍ​ສໝ - ເສີມ​ຂະ​ຫຍາຍ​ບັນ​ດ​າ​ຜົນ​ງານ​ທີ່​ບັນ​ລຸ​ໄດ້​, ຫວຽດ​ນາມ ແລະ ສ.ເກົາຫຼີ​ ສືບ​ຕໍ່​ມີ​ບັນ​ດາ​ຄວາ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ອັນ​ດີ​ງາມ​ລະ​ຫວ່າງ ສອງ​ຝ່າຍ​ໃນຫຼາຍ​ຂົງ​ເຂດ. ໜຶ່ງ​ໃນ​ບັນ​ດາ​ສິ່ງ​ທີ່​ສະ​ແດງ​​ໃຫ້​ແກ່​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມນີ້​ແມ່ນ​ການ​ຢ້ຽມ​ຢາມຫວຽດ​ນາມ​ - ໃນ​ລະ​ຫວ່າງວັນ​ທີ 17 – 19 ກັນ​ຍາ​ທີ່​ຜ່ານ​ມາ ຂອງ​ທ່ານ​ນາງ Kang Kyung Wha ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ດ້ວຍ​ຈຸດ​ສຸມ​ແມ່ນ​ການ​ໂອ້​ລົມ​ສົນ​ທະ​ນາ​ພ້ອມ​ກັບ​ທ່ານ ຟ້າມ​ບິ່ງ​ມິງ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ.

ຫວຽດ ນາມ ສ ເກ າຫ ຊ ກ ຍ ການ ພ ວ ພ ນ ສອງ ຝ າຍ ໃນ ສະ ພາບ ການ ໃໝ ນໍາສົ່ງພົນລະເມືອງຫວຽດນາມ ຈຳນວນເກືອບ 380 ຄົນ ຈາກ ສ.ເກົາຫຼີ ກັບຄືນປະເທດຢ່າງປອດໄພ

ຍສໝ - ວັນທີ 15 ກັນຍາ, ບັນດາອົງການທີ່ມີໜ້າທີ່ຫວຽດນາມ, ສະຖານທູດຫວຽດນາມ ປະຈຳ ສ.ເກົາຫຼີ ແລະ ບໍລິສັດການບິນຫວຽດນາມ Bamboo Airways ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ ສ.ເກົາຫຼີ ເພື່ອນໍາສົ່ງພົນລະເມືອງຫວຽດນາມ ຈຳນວນເກືອບ 380 ຄົນຈາກ ສ.ເກົາຫຼີ ກັບຄືນປະເທດຢ່າງປອດໄພ.

ຫວຽດ ນາມ ສ ເກ າຫ ຊ ກ ຍ ການ ພ ວ ພ ນ ສອງ ຝ າຍ ໃນ ສະ ພາບ ການ ໃໝ ນະຄອນໂຮ່ຈີມິນ ສສ.ຫວຽດນາມ ຍູ້ແຮງການຮ່ວມມືກັບ ນະຄອນ Daegu ສ.ເກົາຫຼີ

ຍສໝ - ນະຄອນໂຮ່ຈີມິນ ກໍ່ພ້ອມແລ້ວທີ່ຈະຮ່ວມມືກັບນະຄອນ Daegu ໃນບັນດາຂົງເຂດທີ່ Daegu ມີທ່າແຮງ ແລະນະຄອນມີຄວາມເອົາໃຈໃສ່ລົງທຶນພັດທະນາ ເປັນຕົ້ນຄື: ການກໍາຈັດນໍ້າ, ການທ່ອງທ່ຽວ...

ບຸນ​ຄົງ

ເຫດການ
302 Found

Found

The document has moved here.