ແຂວງເຊີນລາ ຊຸກຍູ້ການຮ່ວມມືມິດຕະພາບກັບບັນດາແຂວງພາກເໜືອລາວ

16:53 | 23/09/2020

ຍສໝ - ການຍູ້ແຮງການຮ່ວມມືມິດຕະພາບລະຫວ່າງແຂວງເຊີນລາ ແລະ ບັນດາແຂວງທາງພາກເໜືອລາວ ໄດ້ປະກອບສ່ວນເຂົ້າການຮ່ວມມື, ການພົວພັນການຄ້າ, ປັບປຸງ, ເພີ່ມພູນຄູນສ້າງໃຫ້ແກ່ການພົວພັນ, ນຳໃຈສາມັກຄີມິດຕະພາບແບບພິເສດລະຫວ່າງ ຫວຽດນາມ - ລາວ.

ແຂວງເຊ ນລາ ຊ ກຍ ການຮ ວມມ ມ ດຕະພາບກ ບບ ນດາແຂວງພາກເໜ ອລາວ ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ ຕີລາຄາສູງວຽກງານບໍາລຸງສ້າງຊັບພະຍາກອນມະນຸດຂອງແຂວງເຊີນລາ ໃຫ້ແກ່ບັນດາແຂວງພາກເໜືອຂອງລາວ
ແຂວງເຊ ນລາ ຊ ກຍ ການຮ ວມມ ມ ດຕະພາບກ ບບ ນດາແຂວງພາກເໜ ອລາວ ກອງປະຊຸມ ພົບປະແລກປ່ຽນປະສົບການໃນການປະຕິບັດງານ ຂອງສະມາຄົມນັກຮົບເກົ່າ ແຂວງເຊີນລາ ສສ ຫວຽດນາມ ແລະ ອຸດົມໄຊ

ແຂວງເຊີນລາຢູ່ທາງພາກຕາເວັນຕົກສ່ຽງເໜືອຂອງປະເທດ ຫວຽດນາມ, ມີເສັ້ນຊາຍແດນ 250 ກີໂລແມັດ ຕິດພັນກັບປະເທດ ສປປ.ລາວ. ນີ້ແມ່ນເງື່ອນໄຂອັນສະດວກເພື່ອໃຫ້ແຂວງເຊີນລາເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືຮອບດ້ານກັບ 8 ແຂວງພາກເໜືອລາວ ແມ່ນ: ຫົວພັນ, ຫຼວງພະບາງ, ບໍ່ແກ້ວ, ອຸດົມໄຊ, ພົງສະລີ, ຫຼວງນ້ຳທາ, ໄຊຍະບູລີ ແລະ ຊຽງຂວາງ.

ແຂວງເຊ ນລາ ຊ ກຍ ການຮ ວມມ ມ ດຕະພາບກ ບບ ນດາແຂວງພາກເໜ ອລາວ

ແຂວງເຊີນລາມອບຜ້າບັງປາກໃຫ້ ແຂວງຫົວພັນ ແລະ ຫຼວງພະບາງ - ສາທາລະນະລັດປະຊາທິປະໄຕປະຊາຊົນລາວ. (ພາບ: thoidai.com.vn)

ໃນໄລຍະ 2015 – 2020, ເຖິງວ່າປະສົບກັບຄວາມຫຍຸ້ງຍາກກໍ່ຕາມແຕ່ບາງແຂວງເຊີນລາໄດ້ໜູນຊ່ວຍສ້າງໂຄງການ 20 ແຫ່ງຄື: ໂຮງຮຽນ, ສຳນັກງານເຮັດວຽກ…ໃຫ້ແກ່ບາງແຂວງພາກເໜືອລາວ. ບັນດາໂຄງການໄດ້ກໍ່ສ້າງສຳເລັດ ແລະນຳເຂົ້າການເຄື່ອນໄຫວ, ປະກອບສ່ວນໜູນຊ່ວຍບັນດາແຂວງຂອງປະເທດເພື່ອນພັດທະນາເສດຖະກິດ - ສັງຄົມ. ຄຽງຄູ່ກັນນັ້ນ, ແຂວງເຊີນລາ ຍັງມີແຜນນະໂຍບາຍສ້າງເງື່ອນໄຂເພື່ອໃຫ້ບັນດາເມືອງໃນແຂວງຈັດຕັ້ງການແຮກສ່ຽວ ແລະຮ່ວມມືກັບເມືອງຕ່າງໆ.

ໄລຍະທີ່ຜ່ານມາ, ແຂວງເຊີນລາໄດ້ປະຕິບັດໂຄງການໜູນຊ່ວຍພັດທະນາການປູກຕົ້ນໄມ້ກິນໝາກ, ປູກຫຍ້າ ແລະ ລ້ຽງງົວພັນຊິ້ນຢູ່ແຂວງອຸດົມໄຊ, ໂຄງການໜູນຊ່ວຍ, ແນະນຳເຕັກນິກບົວລະບັດສວນຕົ້ນໄມ້ຕາມຮູບການໜູນຊ່ວຍຮູບການປູກສວນຕົ້ນໄມ້ກິນໝາກຢູ່ສູນສົ່ງເສີມກະສິກຳແຂວງບໍ່ແກ້ວ… ພ້ອມທັງສ້າງເງື່ອນໄຂໃຫ້ແກ່ປະຊາຊົນ ແລະ ວິສາຫະກິດຂອງສອງປະເທດຮ່ວມມືພັດທະນາການເຄື່ອນໄຫວດ້ານການຄ້າ.

ນັບແຕ່ປີ 2015 – 2019 ເປັນຕົ້ນມາ, ມູນຄ່າສິນຄ້າສົ່ງອອກຜ່ານບັນດາດ່າຍຊາຍແດນໃນບໍລິເວນແຂວງກັບປະເທດລາວບັນລຸໄດ້ກ່ວາ 9 ລ້ານ USD, ມູນຄ່າສິນຄ້າຊື້ຂາຍຂອງປະຊາຊົນຢູ່ເຂດຊາຍແດນບັນລຸສະເລ່ຍ 1,5 ລ້ານ USD/ປີ.

ຄຽງຄູ່ກັບການຮ່ວມມື, ແລກປ່ຽນເສດຖະກິດ, ທຸກໆປີ ເຊີນລາ ແລະ ບັນດາແຂວງພາກເໜືອລາວ ກໍ່ໄດ້ເພີ່ມທະວີການຮ່ວມມື, ແລກປ່ຽນປະສົບການໃນການຄຸ້ມຄອງບໍລິຫານລັດ ແລະ ຈັດຕັ້ງຫຼາຍການເຄື່ອນໄຫວພົວພັນແລກປ່ຽນວັດທະນະທຳ, ສິລະປະ, ກິລາ…

ກ່ຽວກັບການຮ່ວມມືໃນຂົງເຂດການສຶກສາ - ບຳລຸງສ້າງ, ໃນໄລຍະ 2015 ມາຮອດປັດຈຸບັນ, ເຊີນລາສືບຕໍ່ຕ້ອນຮັບນັກສຶກສາລາວ 1.365 ຄົນໃນນັ້ນມີ ນັກສຶກສາໄດ້ຈົບການສຶກສາ 1.206 ຄົນ.

ກ່ຽວກັບການຮ່ວມມືສາທາລະນະສຸກ, ຍາມໃດເຊີນລາກໍ່ສ້າງເງື່ອນໄຂສະດວກເພື່ອໃຫ້ປະຊາຊົນຂອງປະເທດລາວມາກວດ ກາແລະ ປິ່ນປົວພະຍາດຢູ່ບັນດາໂຮງໝໍຂັ້ນເມືອງ, ຫ້ອງກລິນິກພາກພື້ນ, ປ້ອມການແພດເຂດຊາຍແດນ. ພ້ອມທັງຮັກສາການແລກປ່ຽນຂໍ້ມູນຂ່າວສານສະພາບການໂລກລະລາດ.

ພິເສດແມ່ນໃນວັນທີ 12 ເມສາ, ໂດຍໄດ້ຮັບການມອບສິດຈາກການນຳຄະນະກຳມະການປະຊາຊົນແຂວງເຊີນລາ, ພະແນກສາທາລະນະສຸກ ແລະ ພະແນກການຕ່ງປະເທດແຂວງເຊີນລາໄດ້ມອບຜ້າອັດປາກ - ດັງ 30.000 ອັນໃຫ້ແກ່ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນ 2 ແຂວງຫົວພັນ ແລະ ຫຼວງພະບາງ.

ການນຳແຂວງເຊີນລາໄດ້ຢັ້ງຢືນວ່າຍາມໃດກໍ່ພ້ອມແລ້ວທີ່ຈະສົມທົບຢ່າງແໜ້ນແຟ້ນ, ແລກປ່ຽນປະສົບການ, ຮ່ວມແຮງຮ່ວມໃຈກັບບັນດາແຂວງຂອງລາວໃນການຜັນຂະຫຍາຍບັນດາມາດຕະການທີ່ຈຳເປັນດ້ວຍຄວາມຕັດສິນໃຈຍູ້ໂລກລະບາດໃຫ້ຖອຍໄປໂດຍໄວ.

ເຊີນລາກໍ່ຮັກສາການແລກປ່ຽນຂໍ້ມູນຂ່າວສານສະພາບການເປັນປະຈຳບັນດາເຫດການທີ່ກ່ຽວຂ້ອງເຖິງການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ຮັກສາກົນໄກແລກປ່ຽນການພົບປະ, ແຈ້ງໃຫ້ຊາບກ່ຽວກັບສະພາບການທີ່ກ່ຽວຂ້ອງເຖິງໜ້າທີ່ປົກປັກຮັກສາອະທິປະໄຕຄວາມໝັ້ນຄົງເຂດຊາຍແດນລະຫວ່າງສອງປະເທດ. ພ້ອມກັນນັ້ນກໍ່ແມ່ນບັນດາການເຄື່ອນໄຫວເພີ່ມທະວີການໂຄສະນາ, ເຜີຍແຜ່ການສຶກສາກົດໝາຍກ່ຽວກັບການຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ, ຂົງເຂດນຳເຂົ້າສົ່ງອອກ, ການອົບພະຍົບແບບຊະຊາຍ.

ອາດຈະເຫັນໄດ້ວ່າ, ແຂວງເຊີນລາ ແລະ ບັນດແຂວງທາງພາກເໜືອ ຂອງລາວ ໄດ້ສະແດງໃຫ້ເຫັນການສົມທົບກັນຢ່າງແໜ້ນແຟ້ນໃນຂົງເຂດປົກປັກຮັກສາສຸຂະພາບ ແລະ ຄວາມປອດໄພໃຫ້ແກ່ປະຊາຊົນ. ສິ່ງນີ້ບໍ່ພຽງແຕ່ປະກອບສ່ວນຮັກສາການພົວພັນຮ່ວມມື, ພົວພັນແລກປ່ຽນ, ສົມທົບກັນແບ່ງປັນຂໍ້ມູນຂ່າວສານ ແລະ ໜູນຊ່ວຍເຊິ່ງກັນ ແລະກັນ ພ້ອມກັນຜ່ານຜ່າສິ່ງທ້າທາຍ, ຫາກຍັງປັບປຸງ, ເພີ່ມພູນຄູນສ້າງການພົວພັນ, ນ້ຳໃຈໄມ້ຕິຈິດມິດຕະພາບພິເສດລະຫວ່າງ ຫວຽດນາມ - ລາວ.

ແຂວງເຊ ນລາ ຊ ກຍ ການຮ ວມມ ມ ດຕະພາບກ ບບ ນດາແຂວງພາກເໜ ອລາວ ຫວຽດນາມ ໄດ້ມອບໃບຢັ້ງຢືນການສຳເລັດການແຍກອອກຫ່າງ ໃຫ້ນັກສຶກສາລາວ ຈຳນວນ 7 ຄົນ

ຍສໝ - ພາຍຫຼັງປະຕິບັດການແຍກຫ່າງພາຍໃນ 14 ມື້ ແລະ ການທົດສອບວິເຄາະ 2 ຄັ້ງດ້ວຍຜົນການວິໄຈບໍ່ມີປະກົດການຂອງພະຍາດ SASR-CoV-2, ນັກສຶກສາລາວຈຳນວນ 7 ຄົນທີ່ກຳລັງສຶກສາຢູ່ມະຫາວິທະຍາໄລ ໃຕຫງວຽນ ໄດ້ຮັບໃບຢັ້ງຢືນການສຳເລັດການແຍກອອກຫ່າງ ແລະ ໄດ້ກັບຄືນໄປໂຮງຮຽນ.

ແຂວງເຊ ນລາ ຊ ກຍ ການຮ ວມມ ມ ດຕະພາບກ ບບ ນດາແຂວງພາກເໜ ອລາວ ເປີດກວ້າງເສັ້ນທາງເດີນລົດສາກົນ ດ້ຽນບຽນ-ພາກເໜືອລາວ

ຍສໝ - ປະຈຸບັນແຂວງດ້ຽນບຽນ ມີເສັ້ນທາງການເດີນລົດສາກົນ, ນັ້ນແມ່ນເສັ້ນທາງການຂົນສົ່ງກັບບັນດາແຂວງພາກເໜືອຂອງ ສປປ ລາວ. ຂະແໜງຄົມມະນາຄົມ ແລະ ບັນດາບໍລິສັດຂົນສົ່ງ ຂອງແຂວງກຳລັງສົ່ງເສີມຫຼາຍມາດຕະການໃນການຍົກລະສູງຄຸນນະພາບຂອງການຂົນສົ່ງ-ໂດຍສານ ເພື່ອຊຸກຍູ້ການຄົມມະນາຄົມ ໄປຍັງປະເທດລາວອ້າຍນ້ອງໃຫ້ຫຼາຍຂື້ນກວ່າເກົ່າ.

ແຂວງເຊ ນລາ ຊ ກຍ ການຮ ວມມ ມ ດຕະພາບກ ບບ ນດາແຂວງພາກເໜ ອລາວ ໄຊຊະນະ ພາກເໜືອລາວ - ແມ່ນສັນຍາລັກແຫ່ງຄວາມສາມັກຄີ, ຕໍ່ສູ້ ຂອງ ຫວຽດ-ລາວ

ຍ​ສ​ໝ - ເມື່ອ 65 ປີກ່ອນ, ແຕ່ວັນທີ 13 ເມສາ ຫາ 18 ພຶດສະພາ ປີ 1953, ຄັ້ງທໍາອິດ, ກໍາລັງສູນກາງຂອງຫວຽດນາມ ໄດ້ເຄື່ອນພົນສູ່ ປະເທດລາວ, ປະສານສົມທົບກັບກອງກຳລັງ ປະເທດລາວ ເປີດບັ້ນຮົບ ຕີທຳລາຍ ຈັກກະພັດ ຝລັ່ງ ປົດປ່ອຍພື້ນທີ່, ການຂະຫຍາຍພື້ນຖານ ...

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.