ກອງປະຊຸມອອນລາຍ ສົ່ງເສີມການຄ້າ ຫວຽດນາມ - ອິນເດຍ

08:59 | 24/09/2020

ຍ​ສໝ - ທ່ານ Pranay Verma, ເອກອັກຄະລັດຖະທູດ ອິນເດຍ ປະຈໍາ ຫວຽດນາມ ຖືວ່າ, ໃນໄລຍະຈະມາເຖິງ, ສອງປະເທດ ຄວນຊຸກຍູ້ການຄ້າຫຼາຍກວ່າອີກ. ການຮ່ວມມືດ້ານການຄ້າສອງຝ່າຍລະຫວ່າງ ຫວຽດນາມ - ອິນເດຍ ໃນໄລຍະຜ່ານມາ ແມ່ນຍັງຈໍາກັດຢູ່ ເມື່ອທຽບໃສ່ກໍາລັງຄວາມສາມາດບົ່ມຊ້ອນຂອງສອງປະເທດ.

ອິນເດຍ ໄດ້ຕີລາຄາສູງບັນດາມາດຕະການຮັບມືກັບພະຍາດ COVID-19 ຂອງຫວຽດນາມ
ການປະຊຸມທາງ​ອອນ​ລາຍ ຂອງຜູ້ບັນຊາການກຳລັງປ້ອງກັນປະເທດໃນພາກພື້ນອິນເດຍ - ປາຊີຟິກ
ກອງປະຊຸມອອນລາຍ ສົ່ງເສີມການຄ້າ ຫວຽດນາມ - ອິນເດຍ
ກອງປະຊຸມອອນລາຍ ສົ່ງເສີມການຄ້າ ຫວຽດນາມ - ອິນເດຍ (ພາບ: VCCI ນະຄອນໂຮ່ຈີມິນ)

ວັນ​ທີ 22 ກັນ​ຍາ, ກອງປະຊຸມອອນລາຍ ສົ່ງເສີມການຄ້າ ຫວຽດນາມ - ອິນເດຍ ໄດ້​ດຳ​ເນີນ​ຢູ່​ນະ​ຄອນ​ໂຮ່​ຈີ​ມິນ ໂດຍ ຫ້ອງການການຄ້າ ແລະ ອຸດສາຫະກໍາ ຫວຽດນາມ (VCCI)ສົມທົບກັບ ສະພາສົ່ງເສີມການສົ່ງອອກຂະແໜງກົນຈັກ ອິນເດຍ (EEPC) ​ຈັດ​ຕັ້ງ. ກອງ​ປະ​ຊຸມ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ນຳ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ, ນັກ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ, ນັກ​ລົງ​ທຶນ, ນຳ​ເຂົ້າ​ສິນ​ຄ້າ​ແຖວ​ໜ້າ​ອິນ​ເດຍ.

ກ່າວຄໍາເຫັນທີ່ກອງປະຊຸມ ທ່ານ Mahesh Desai ປະທານສະພາສົ່ງເສີມການສົ່ງອອກຂະແໜງກົນຈັກ ອິນເດຍ ໃຫ້ຮູ້ວ່າ: ຫວຽດນາມ ແມ່ນໜຶ່ງໃນບັນດາຕະຫຼາດຈຸດສຸມໃນນະໂຍບາຍມຸ່ງໄປສູ່ທິດຕາເວັນອອກ ຂອງ ອິນເດຍ ຍ້ອນມີລະດັບການເຕີບໂຕເສດຖະກິດສູງ, ພັດທະນາຢ່າງຂະຫຍັນຂັນເຄື່ອນ, ຫຼາຍຮູບຫຼາຍແບບໃນຫຼາຍຂົງເຂດ, ແລະ ແມ່ນຈຸດນັດພົບທີ່ດູດດື່ມຂອງນັກລົງທຶນຕ່າງປະເທດ. ສໍາລັບ ອິນເດຍ ຫວຽດນາມ ແມ່ນຄູ່ຮ່ວມມືຍຸດທະສາດ ກ່ຽວກັບການຄ້າ ແລະ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອຂຸດຄົ້ນ ໂດຍສະເພາະແມ່ນໃນຂົງເຂດ ເຕັກນິກ, ເຄື່ອງກົນຈັກ ຮັບໃຊ້ການຜະລິດ.

ທ່ານ Pranay Verma, ເອກອັກຄະລັດຖະທູດ ອິນເດຍ ປະຈໍາ ຫວຽດນາມ ຖືວ່າ, ໃນໄລຍະຈະມາເຖິງ, ສອງປະເທດ ຄວນຊຸກຍູ້ການຄ້າຫຼາຍກວ່າອີກ. ການຮ່ວມມືດ້ານການຄ້າສອງຝ່າຍລະຫວ່າງ ຫວຽດນາມ - ອິນເດຍ ໃນໄລຍະຜ່ານມາ ແມ່ນຍັງຈໍາກັດຢູ່ ເມື່ອທຽບໃສ່ກໍາລັງຄວາມສາມາດບົ່ມຊ້ອນຂອງສອງປະເທດ. ບັນດາຂົງເຂດກ່ຽວກັບການ ຫັນມານໍາໃຊ້ເຄື່ອງກົນຈັກ, ປະດິດແຕ່ງເຄື່ອງຈັກ, ກະສິກໍາ ແມ່ນຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອຮ່ວມມືກັນ, ພິເສດແມ່ນການຮ່ວມມື ຫຼັງໄລຍະ ໂຄວິດວິດ - 19.

ສະມາຄົມມິດຕະພາບຫວຽດນາມ - ອິນເດຍ ໄດ້ມອບຜ້າອັດປາກ 100.000 ອັນ ໃຫ້ແກ່ປະຊາຊົນໃນປະເທດອິນເດຍ

ຍສໝ - ໃນຕອນບ່າຍຂອງວັນທີ 21 ເມສາ, ຢູ່ຮ່າໂນ້ຍ, ທ່ານ ຫງວຽນແມ້ງຮູ່ງ ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ, ປະທານສະມາຄົມມິດຕະພາບຫວຽດນາມ - ອິນເດຍ ໄດ້ມອບຜ້າອັດປາກ 100.000 ອັນ ໃຫ້ແກ່ສະຖານທູດອິນເດຍປະຈຳຫວຽດນາມ ເພື່ອສະໜັບສະໜູນປະຊາຊົນ ອິນເດຍ ປ້ອງກັນ ແລະ ຄວບຄຸມ ໂລກພະຍາດ COVID-19. ...

ງານພົບປະສ້າງສັນ ມິດຕະພາບ ສະແດງເຖິງຄວາມມີຊີວິດຊີວາ ຂອງນ້ຳໃຈປະຊາຊົນຊາວຫວຽດນາມ - ອິນເດຍໃນໄລຍະແຫ່ງຄວາມສະຫງົບສຸກ

ຍສໝ - ທີ່ກອງປະຊຸມພົບປະມິດຕະພາບ ໃນຂອບເຂດງານມະໂຫລານມິດຕະພາບປະຊາຊົນຫວຽດນາມ - ອິນເດຍ ຄັ້ງທີ 10, ບັນດາຜູ້ແທນໄດ້ທົບທວນຄືນ ໝາກຜົນຂອງການເຄື່ອນໄຫວກ່ອນໜ້ານີ້ ແລະ ກຳນົດທິດທາງໃນການຈັດຕັ້ງປະຕິບັດຕໍ່ໜ້າຢ່າງມີປະສິດທິຜົນກວ່າອີກ, ມີການແຜ່ຂະຫຍາຍ, ປະກອບສ່ວນເຂົ້າໃນການຮັດ ແໜ້ນ ສາຍພົວພັນມິດຕະພາບ ລະຫວ່າງສອງປະເທດ.

ໄຂງານສະຫຼອງຮ່ວມມ່ວນຊື່ນມິດຕະພາບ ປະຊາຊົນຫວຽດນາມ - ອິນເດຍ ຄັ້ງທີ 10

ຍສໝ - ໃນຕອນບ່າຍວັນທີ 13 ສິງຫາ, ຢູ່ແຂວງນິງບິ່ງ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ, ສະມາຄົມມິດຕະພາບຫວຽດນາມ - ອິນເດຍ ແລະ ອົງການສັນຕິພາບ ແລະ ສາມັກຄີທົ່ວປະເທດອິນເດຍ ໄດ້ສົມທົບກັນຈັດງານມະໂຫລານມິດຕະພາບປະຊາຊົນຫວຽດນາມ - ອິນເດຍ ຄັ້ງທີ 10.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.