| ນະຄອນດ່ານັ້ງ ສືບຕໍ່ຜ່ອນຜັນບັນດາມາດຕະການປ້ອງກັນ COVID – 19 | |
| ສາຍການບິນຫວຽດນາມ ໄດ້ຮັບອະນຸຍາດພຽງແຕ່ຂາຍປີ້ໃຫ້ຄົນຕ່າງປະເທດທີ່ມີວີຊາ ແລະ ທີ່ຢູ່ອາໄສໃນປະເທດຫວຽດນາມເທົ່ານັ້ນ | 
|  | 
| ຖ້ຽວບິນໝາຍເລກ VN310 ຂອງບໍລິສັດການບິນແຫ່ງຊາດຫວຽດນາມ (Vietnam Airlines) ຈາກຮ່າໂນ້ຍ ໄປໂຕກຽວ ໄດ້ເລີ່ມເດີນທາງຈາກສະໜາມບິນ ໂນ້ຍບາຍ ຢ່າງປອດໄພ, ໂດຍໃຊ້ເວລາບິນແມ່ນ 5 ໂມງ 15 ນາທີ, ສະໜາມບິນລົງຈອດແມ່ນ Narita, ໂຕກຽວ, ປະເທດຍີ່ປຸ່ນ. (ພາບ: thoidai) | 
ເຮືອບິນ ໂບອິ້ງ 787-10, ເຊິ່ງເປັນໜຶ່ງໃນບັນດາເຮືອບິນທີ່ມີຄວາມກວ້າງທີ່ທັນສະໄໝທີ່ສຸດຂອງບໍລິສັດສາຍການບິນແຫ່ງຊາດຫວຽດນາມ (Vietnam Airlines) ໃນປະຈຸບັນ.
ຈຳນວນຜູ້ໂດຍສານໃນຖ້ຽວບິນແມ່ນເກືອບ 60 ຄົນ, ສ່ວນຫຼາຍແມ່ນນັກສຶກສາສາກົນ, ກຳມະກອນທີ່ມາເຮັດວຽກຢູ່ຍີ່ປຸ່ນ ເພື່ອສືບຕໍ່ຮ່ຳຮຽນ, ເຮັດວຽກ ແລະ ດຳລົງຊີວິດ. ຖ້ຽວບິນດັ່ງກ່າວ ຍັງມີຄົນສັນຊາດຍີ່ປຸ່ນຈຳນວນ ໜຶ່ງ, ແລະ ນອກເໜືອຈາກການບັນທຸກຜູ້ໂດຍສານແລ້ວ, ຖ້ຽວບິນຍັງສົມທົບຂົນສົ່ງສິນຄ້າເພື່ອຮັບໃຊ້ການຄ້າ ແລະ ການຜະລິດ.
|  | 
| ນີ້ແມ່ນຖ້ຽວບິນການຄ້າສາກົນຖ້ຽວປົກກະຕິທຳອິດຂອງ Vietnam Airlines ພາຍຫຼັງຕ້ອງຢຸດຕິຊົ່ວຄາວຍ້ອນຜົນກະທົບຈາກໂລກລະບາດໂຄວິດ-19. (ພາບ: thoidai) | 
|  | 
ຜູ້ໂດຍສານໃນຖ້ຽວບິນໄດ້ຈັດທີ່ນັ່ງຫ່າງກັນ ເພື່ອແນໃສ່ຕອບສະໜອງບັນດາຂໍ້ກຳນົດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ.
|  | 
| ຜູ້ໂດຍສານໄດ້ຈັດທີ່ນັ່ງຫ່າງກັນ. (ພາບ: thoidai) | 
|  | 
ສຳລັບພະນັກງານປະຈຳຖ້ຽວບິນ, ສະມາຊິກທຸກຄົນຫລັງຈາກກັບຄືນປະເທດຫວຽດນາມ ຈະໄດ້ຮັບການກວດສຸຂະພາບ ແລະ ຈັດຕັ້ງປະຕິບັດແຍກອອກຫ່າງ ຕາມລະບຽບການຢ່າງທັນທີ. ເຮືອບິນດັ່ງກ່າວ ໄດ້ສີດຢາຂ້າເຊື້ອທັງໝົດ ໂດຍສານເຄມີຕາມມາດຕະຖານສາກົນ.
ພາຍຫຼັງຖ້ຽວບິນ VN310, ໃນເດືອນກັນຍາ, ບໍລິສັດສາຍການບິນແຫ່ງຊາດຫວຽດນາມ (Vietnam Airlines) ຈະສືບຕໍ່ດຳເນີນການບິນອີກ 2 ຖ້ຽວຈາກຮ່າໂນ້ຍໄປ Tokyo ໃນວັນທີ 25 ກັນຍາ, ວັນທີ 30 ກັນຍາ ແລະ 1 ຖ້ຽວບິນຈາກນະຄອນໂຮ່ຈີມິນໄປ Tokyo ໃນວັນທີ 30 ກັນຍາ.
|   | ຫວຽດນາມ ໄດ້ຮັບຖືວ່າແມ່ນຄູ່ຮ່ວມມືສຳຄັນຂອງສະຫະປະຊາຊາດ ຫວຽດນາມ ນັບມື້ນັບເຂົ້າຮ່ວມຢ່າງຕັ້ງໜ້າກວ່າ ແລະ ເລີ່ມປະກອບສ່ວນໃຫ້ແກ່ສະຫະປະຊາຊາດ. | 
|   | ສະມາຄົມມິດຕະພາບຫວຽດນາມ - ອາກເມນີ ສະເຫຼີມສະຫຼອງ 29 ປີແຫ່ງວັນຊາດສາທາລະນະລັດ ອາກເມນີ ຍສໝ - ທີ່ການພົບປະ, ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດ Armenia Vahram Kazhoyan ໄດ້ສະແດງຄວາມຂອບໃຈຕໍ່ສະມາຄົມມິດຕະພາບຫວຽດນາມ - ອາກເມນີ ທີ່ໄດ້ສະໜັບສະໜູນ ດ້ວຍຈຳນວນເງິນ 5.000 ໂດລະສະຫະລັດ ໃຫ້ແກ່ອາກເມນີ ເພື່ອປ້ອງກັນການລະບາດຂອງ COVID-19. | 
|   | ສາຍການບິນຫວຽດນາມ ສົ່ງເສີມການຂຸດຄົ້ນບັນດາເສັ້ນທາງໃໝ່ລະຫວ່າງບັນດາທ້ອງຖິ່ນ ຍສໝ - ພາຍຫຼັງໄດ້ຄວບຄຸມການລະບາດຂອງ COVID-19 ຢູ່ຫວຽດນາມ, ໃນຂະນະທີ່ລໍຖ້າເສັ້ນທາງການບິນສາກົນປະຕິບັດຄືນໃໝ່, ບັນດາສາຍການບິນຕ່າງໆໄດ້ເປີດຫຼາຍເສັ້ນທາງການບິນພາຍໃນປະເທດ ເພື່ອກະຕຸກຊຸກຍູ້ຄວາມຕ້ອງການການເດີນທາງ ໃຫ້ມີຄວາມສະດວກສະບາຍສຳລັບຜູ້ໂດຍສານ. | 
ຄຳຮຸ່ງ
 
                 
  
  
                                             
                                             
                                             
                                             
                                             
                                             
                                             
                                             
                                             
                 
                 
                 
                     
                     
                     
                    