ຫວຽດນາມ-ອິນເດຍ ຮ່ວມມືໃນລະບົບສະໜອງຫຼັງພະຍາດໂຄວິດ-19

10:21 | 24/09/2020

ຫວຽດນາມ-ອິນເດຍ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງຍູ້ແຮງການຮ່ວມມືພັດທະນາການຄ້າໃນຫຼາຍຂົງເຂດ, ພິເສດແມ່ນເຕັກນິກ, ເຄື່ອງຈັກຮັບໃຊ້ການຜະລິດ ແລະເຂົ້າຮ່ວມບັນດາລະບົບສະໜອງໃນທົ່ວໂລກຫຼັງພະຍາດໂຄວິດ-19.

ຫວຽດນາມ ອ ນເດຍ ຮ ວມມ ໃນລະບ ບສະໜອງຫ ງພະຍາດໂຄວ ດ 19 ນຳສົ່ງພົນລະເມືອງຫວຽດນາມ ຫລາຍກວ່າ 220 ຄົນຈາກປະເທດຍີ່ປຸ່ນ ກັບຄືນປະເທດ
ຫວຽດນາມ ອ ນເດຍ ຮ ວມມ ໃນລະບ ບສະໜອງຫ ງພະຍາດໂຄວ ດ 19 ກອງປະຊຸມອອນລາຍ ສົ່ງເສີມການຄ້າ ຫວຽດນາມ - ອິນເດຍ

ນີ້ແມ່ນຂໍ້ສັງເກດຂອງບັນດານັກຊ່ຽວຊານທີ່ກອງປະຊຸມທາງໄກສົ່ງເສີມການຄ້າຫວຽດນາມ-ອິນເດຍ ໂດຍຫ້ອງການການຄ້າ ແລະອຸດສາຫະກໍາຫວຽດນາມ (VCCI) ສົມທົບກັບສະພາສົ່ງເສີມການສົ່ງອອກເຄື່ອງຈັກອິນເດຍ (EEPC) ຈັດຕັ້ງໃນຕອນບ່າຍວັນທີ 22 ກັນຍາ.

ຫວຽດນາມ ອ ນເດຍ ຮ ວມມ ໃນລະບ ບສະໜອງຫ ງພະຍາດໂຄວ ດ 19
ຫຼັງພະຍາດໂຄວິດ-19 ແມ່ນໄລຍະທີ່ດີເພື່ອໃຫ້ຫວຽດນາມ-ອິນເດຍ ຍູ້ແຮງການເຊື່ອມຕໍ່ລະບົບສະໜອງວັດຖຸດິບ, ການຜະລິດ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ກອງປະຊຸມ, ທ່ານ Mahesh Desai ປະທານສະພາສົ່ງເສີມການສົ່ງອອກເຄື່ອງຈັກອິນເດຍ ໃຫ້ຮູ້ວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຕະຫຼາດຈຸດສຸມນະໂຍບາຍມຸ່ງໄປເຖິງທິດຕາເວັນອອກຂອງອິນເດຍ ຍ້ອນລະດັບເຕີບໂຕເສດຖະກິດສູງ, ພັດທະນາຂະຫຍັນຂັນເຄື່ອນບັນດາຂົງເຂດ ແລະແມ່ນສະຖານທີ່ດຶງດູດຂອງບັນດານັກລົງທຶນຕ່າງປະເທດ.

ສ່ວນທ່ານ Pranay Verma ເອກອັກຄະລັດຖະທູດອິນເດຍ ປະຈໍາ ຫວຽດນາມ ຢັ້ງຢືນວ່າ ຫວຽດນາມ ເປັນຄູ່ຮ່ວມມືສໍາຄັນກ່ຽວກັບເສດຖະກິດການລົງທຶນ, ການຄ້າຂອງອິນເດຍ. ສອງປະເທດຄວນຊຸກຍູ້ການຄ້າກວ່າອີກໃນໄລຍະຈະມາເຖິງ, ຫຼັງພະຍາດໂຄວິດ-19 ທີ່ຄວາມຕ້ອງການຊອກຫາຫັນຄູ່ຮ່ວມມື, ຕະຫຼາດໃໝ່ເປັນຫຼາຍຮູບຫຼາຍແບບ.

ທ່ານ ຫວໍເຕິນແທ່ງ ຮອງປະທານ VCCI ໃຫ້ຮູ້ວ່າ ຫວຽດນາມ-ອິນເດຍ ມີການພົວພັນທີ່ເປັນມູນເຊື້ອອັນດີງາມໃນທຸກດ້ານ. ກ່ຽວກັບເສດຖະກິດ, ວົງເງິນການຄ້າສອງສົ້ນຫວຽດນາມ-ອິນເດຍ ປີ 2019 ບັນລຸກວ່າ 11,2 ຕື້ໂດລາສະຫະລັດ; ໃນນັ້ນການສົ່ງອອກຂອງຫວຽດນາມ ໄປຍັງ ອິນເດຍ ບັນລຸກວ່າ 6,6 ຕື້ໂດລາສະຫະລັດ ແລະການສົ່ງອອກຂອງອິນເດຍ ເຂົ້າຫວຽດນາມ ບັນລຸເກືອບ 4,6 ຕື້ໂດລາສະຫະລັດ. ກ່ຽວກັບການພົວພັນການລົງທຶນ, ໄລ່ມາຮອດເດືອນເມສາ 2020, ອິນເດຍ ຢືນອັນດັບທີ 26/ 136 ປະເທດ ແລະເຂດແຄ້ວນລົງທຶນເຂົ້າຫວຽດນາມ ດ້ວຍ 272 ໂຄງການ, ຍອດຈໍານວນທຶນຈົດທະບຽນກວ່າ 887 ລ້ານໂດລາສະຫະລັດ, ສຸມໃສ່ຕົ້ນຕໍໃນການຂຸດຄົ້ນນໍ້າມັນອາຍແກັສ, ເຕັກໂນໂລຢີຂໍ້ມູນຂ່າວສານ, ຜະລິດຕະພັນກະເສດ.

ຫວຽດນາມ ອ ນເດຍ ຮ ວມມ ໃນລະບ ບສະໜອງຫ ງພະຍາດໂຄວ ດ 19 ມະຫາວິທະຍາໄລ ດ່ານັງ ໄດ້ເຊັນບົດບັນທຶກກ່ຽວກັບການບຳລຸງສ້າງຊັບພະຍາກອນມະນຸດໃຫ້ແກ່ລາວແລະ ກຳປູເຈຍ

ຍສໝ - ວັນທີ 22 ກັນຍານີ້, ພະແນກການຕ່າງປະເທດນະຄອນ ດ່ານັງ ແລະ ມະຫາວິທະຍາໄລ ດ່ານັງ ໄດ້ຈັດພິທີເຊັນບົດບັນທຶກຊ່ວຍຈຳ ກ່ຽວກັບການຮ່ວມມືໃນການບຳລຸງສ້າງຊັບພະຍາກອນມະນຸດ ໃຫ້ແກ່ລາວ ແລະ ກຳປູເຈຍ.

ຫວຽດນາມ ອ ນເດຍ ຮ ວມມ ໃນລະບ ບສະໜອງຫ ງພະຍາດໂຄວ ດ 19 ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 31,7 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ 974.599 ຄົນ

ອາເມລິກາ ແມ່ນປະເທດຖືກຜົນສະທ້ອນຢ່າງຮ້າຍແຮງທີ່ສຸດ, ດ້ວຍຈຳນວນຜູ້ຕິດພະຍາດໂຄວິດ-19 ກວ່າ 7 ລ້ານຄົນ ແລະ ມີຜູ້ເສຍຊີວິດ 205.448 ຄົນ.

ຫວຽດນາມ ອ ນເດຍ ຮ ວມມ ໃນລະບ ບສະໜອງຫ ງພະຍາດໂຄວ ດ 19 ສະພາບແວດລ້ອມແຫ່ງການລົງທຶນຢູ່ຫວຽດນາມ ໄດ້ ແລະພວມປະກົດອອກຫຼາຍປັດໄຈໃໝ່ເຮັດໃຫ້້ເພີ່ມຄວາມດຶງດູດແຫຼ່ງເງິນລົງທຶນຈາກຕ່າງປະເທດ

ຍຸດທະສາດຂອງຫວຽດນາມ ກ່ຽວກັບການລົງທຶນຕ່າງປະເທດໃນໄລຍະຈະມາເຖິງແມ່ນໃຫ້ບູລິມະສິດທີ່ມີຄວາມດູດດື່ມ, ມີການເລືອກເຟັ້ນກະແສເງິນລົງທຶນທີ່ມີຄຸນນະພາບ, ມີປະສິດທິຜົນ, ເໝາະສົມກັບຄວາມຕ້ອງການຮ່ວມມືລົງທຶນຂອງຫວຽດນາມ.

la.qdnd.vn

302 Found

Found

The document has moved here.