ຫວຽດນາມ ໄດ້ຖືເປັນສຳຄັນການພົວພັນຮ່ວມມືມິດຕະພາບກັບ Saudi Arabia

09:41 | 25/09/2020

ຍສໝ - ທີ່ການໂອ້ລົມສົນທະນາ, ທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ຊົມເຊີຍວັນຄົບຮອບ 90 ປີແຫ່ງວັນຊາດລາຊະອານາຈັກ Saudi Arabia (23 ກັນຍາ 2020).

ຫວຽດນາມ-ອິນເດຍ ຮ່ວມມືໃນລະບົບສະໜອງຫຼັງພະຍາດໂຄວິດ-19
ກອງປະຊຸມອອນລາຍ ສົ່ງເສີມການຄ້າ ຫວຽດນາມ - ອິນເດຍ

ວັນທີ 23 ກັນຍາ 2020, ທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ມີການໂອ້ລົມທາງໂທລະສັບກັບ ທ່ານ Faisal bin Farhan Al Saud - ລັດຖະມົນຕີການຕ່າງປະເທດ Saudi Arabia ເພື່ອປຶກສາຫາລືກ່ຽວກັບສະພາບການ ແລະ ມາດຕະການຊຸກຍູ້ການສາຍສຳພັນລະຫວ່າງສອງປະເທດ ຫວຽດນາມ - Saudi Arabia.

ນີ້ແມ່ນຄັ້ງທີ 2 ເຊິ່ງລັດຖະມົນຕີການຕ່າງປະເທດຂອງສອງປະເທດ ໄດ້ດຳເນີນການໂອ້ລົມທາງໂທລະສັບແຕ່ເດືອນສິງຫາປີ 2020 ເປັນຕົ້ນມາ.

ຫວຽດນາມ ໄດ້ຖືເປັນສຳຄັນການພົວພັນຮ່ວມມືມິດຕະພາບກັບ Saudi Arabia
ທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ. (ພາບ: vietnamplus)

ທີ່ການໂອ້ລົມທາງໂທລະສັບ, ທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ສະແດງຄວາມຊົມເຊີຍທ່ານ Faisal bin Farhan Al Saud - ລັດຖະມົນຕີກະຊວງການຕ່າງປະເທດ Saudi Arabia ເນື່ອງໃນໂອກາດສະເຫຼີມສະຫຼອງ 90 ປີແຫ່ງວັນຊາດລາຊະອານາຈັກ Saudi Arabia (23 ກັນຍາ ປີ 2020). ທ່ານຟ້າມບິ່ງມິງ ໄດ້ຢືນຢັນວ່າຫວຽດນາມ ຖືເປັນສຳຄັນ ແລະ ປາດຖະໜາຢາກພັດທະນາການພົວພັນຮ່ວມມືມິດຕະພາບໃນຫຼາຍດ້ານກັບ Saudi Arabia.

ສອງຝ່າຍ ສະແດງຄວາມຍິນດີທີ່ເຫັນວ່າການພົວພັນຂອງສອງປະເທດ ມີຄວາມຄືບໜ້າທີ່ໜ້າປະທັບໃຈ ພ້ອມທັງເນັ້ນໜັກວ່າ ສອງຝ່າຍຕ້ອງເສີມຂະຫຍາຍການພົວພັນສອງຝ່າຍໃນຂົງເຂດສຳຄັນ, ເຊັ່ນ ການເມືອງ, ເສດຖະກິດ, ການລົງທືນ, ການທ່ອງທ່ຽວ... ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ ແລະ ໃນໂລກ.

ສັນຍາ EVFTA ມີຜົນບັງຄັບໃຊ້ ເຮັດໃຫ້ເພີ່ມຂື້ນການສົ່ງອອກຂອງຫວຽດນາມໄປຍັງສະຫະພາບເອີຣົບ

ຍສໝ - ພາຍຫຼັງ 1 ເດືອນສັນຍາການຄ້າເສລີຫວຽດນາມ - ອີຢູ (EVFTA) ມີຜົນບັງຄັບໃຊ້, ແຕ່ວັນທີ 1 ສິງຫາປີ 2020 ເຖິງປະຈຸບັນ, ວົງເງິນສົ່ງອອກໄປສະຫະພາບເອີຣົບ EU ຂອງຫວຽດນາມໄດ້ບັນລຸ 3,78 ຕື້ USD, ເຊິ່ງສູງກ່ວາປະມານ 600 ລ້ານ USD ເມື່ອທຽບໃສ່ເດືອນກ່ອນ.

ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນ​ຟຸກ: ສາມັກຄີ, ຮ່ວມ​ມື, ​ເພີີ່ມ​ທະວີ​ລັດທິຫຼາຍຝ່າຍ​ ດ້ວຍ​ໃຈກາງ​ແມ່ນ ສປຊ

ຍສໝ - ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ໄດ້ຢືນຢັນວ່າ ປະຊາຊົນຫວຽດນາມມີຄວາມຕັດສິນໃຈຮັກສາສັນຕິພາບ ກັບປະຊາຊົນບັນດາຊົນຊາດ ແລະ ປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ SDG 2030 ຢ່າງສຳເລັດຜົນ.

ຫວຽດນາມ ໄດ້ມອບໃບຢັ້ງຢືນການສຳເລັດການແຍກອອກຫ່າງ ໃຫ້ນັກສຶກສາລາວ ຈຳນວນ 7 ຄົນ

ຍສໝ - ພາຍຫຼັງປະຕິບັດການແຍກຫ່າງພາຍໃນ 14 ມື້ ແລະ ການທົດສອບວິເຄາະ 2 ຄັ້ງດ້ວຍຜົນການວິໄຈບໍ່ມີປະກົດການຂອງພະຍາດ SASR-CoV-2, ນັກສຶກສາລາວຈຳນວນ 7 ຄົນທີ່ກຳລັງສຶກສາຢູ່ມະຫາວິທະຍາໄລ ໃຕຫງວຽນ ໄດ້ຮັບໃບຢັ້ງຢືນການສຳເລັດການແຍກອອກຫ່າງ ແລະ ໄດ້ກັບຄືນໄປໂຮງຮຽນ.

ຄຳຮຸ່ງ

ທ່ານອາດຈະມັກ

302 Found

Found

The document has moved here.