ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ອັນ​ດີ​ງາມ​ລະ​ຫວ່າງ ຫວຽດ​ນາມ - ສ.ເກົາຫຼີ

11:42 | 22/09/2020

ຍ​ສໝ - ເສີມ​ຂະ​ຫຍາຍ​ບັນ​ດ​າ​ຜົນ​ງານ​ທີ່​ບັນ​ລຸ​ໄດ້​, ຫວຽດ​ນາມ ແລະ ສ.ເກົາຫຼີ​ ສືບ​ຕໍ່​ມີ​ບັນ​ດາ​ຄວາ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ອັນ​ດີ​ງາມ​ລະ​ຫວ່າງ ສອງ​ຝ່າຍ​ໃນຫຼາຍ​ຂົງ​ເຂດ. ໜຶ່ງ​ໃນ​ບັນ​ດາ​ສິ່ງ​ທີ່​ສະ​ແດງ​​ໃຫ້​ແກ່​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມນີ້​ແມ່ນ​ການ​ຢ້ຽມ​ຢາມຫວຽດ​ນາມ​ - ໃນ​ລະ​ຫວ່າງວັນ​ທີ 17 – 19 ກັນ​ຍາ​ທີ່​ຜ່ານ​ມາ ຂອງ​ທ່ານ​ນາງ Kang Kyung Wha ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ດ້ວຍ​ຈຸດ​ສຸມ​ແມ່ນ​ການ​ໂອ້​ລົມ​ສົນ​ທະ​ນາ​ພ້ອມ​ກັບ​ທ່ານ ຟ້າມ​ບິ່ງ​ມິງ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ.

ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ການຕ້ອນຮັບທ່ານນາງ ລັດຖະມົນຕີການຕ່າງປະເທດ ສ.ເກົາຫລີ Kang Kyung Wha
ນໍາສົ່ງພົນລະເມືອງຫວຽດນາມ ຈຳນວນເກືອບ 380 ຄົນ ຈາກ ສ.ເກົາຫຼີ ກັບຄືນປະເທດຢ່າງປອດໄພ
ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ອັນ​ດີ​ງາມ​ລະ​ຫວ່າງ ຫວຽດ​ນາມ - ສ.ເກົາຫຼີ
ການ​ໂອ້​ລົມ​ສົນ​ທະ​ນາ​ລະ​ຫວ່າງ ທ່າ​ນ​ຟ້າມ​ບິ່ງ​ມິງ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ກັບ​ທ່ານ​ນາງ Kang Kyung Wha ລັດ​ຖະ​ມົນ​ຕີ​ການ​ຕ່ງ​ປະ​ເທດ ສ.ເກົາຫຼີ (ພາບ: VGP)

ທີ່ກອງ​ປະ​ຊຸມ, ທ່ານ ຟ້າມ​ບິ່ງ​ມິງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄດ້​ຢັ້ງ​ຢືນ​ວ່າ ຍາມ​ໃດຫວຽດ​ນາມກໍ່​ຖື​ການ​ພົວ​ພັນ​ກັບ​​ສ.ເກົາຫຼີເປັນ​ສຳ​ຄັນ ແລະ ຫວັງ​ວ່າ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ແນ​ໃສ່​ພັດ​ທະ​ນາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ ຫວຽດ​ນາມ - ສ.ເກົາຫຼີ​ ໃຫ້​ແທດ​ຈິງ​ກ່​ວາ​ອີກ, ພິ​ເສດ​ແມ່ນ​ໃນ​ສະ​ພາບ​ການ​ສອງ​ປະ​ເທດ​ມຸ່ງ​ໄປ​ສູງ​ການ​ສະ​ເຫຼີມ​ສະຫຼອງ30 ປີ​ແຫ່ງ​ການ​ພົວ​ພັນ​ທາງ​ການ​ທູດ​ໃນ​ປີ 2020. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ສະ​ເໜີ​ຊຸກ​ຍູ້​ການ​ເຊື່ອມ​ໂຍງ​ບັນ​ດາ​ການ​ຢ້ຽມ​ຢາມ​ເຊິ່ງ​ກັນ​ແລະ​ກັນ ຂອງ​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ, ກ່ອນ​ອື່​ນ​ໝົດ​ແມ່ນ​ຮັກ​ສາ​ບັນ​ດາ​ກົນ​ໄກ​ໂອ້​ລົມ​ສົ​ນ​ທະ​ນາ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ດ້ວຍຫຼາຍ​ຮູບ​ແບບ​ທີ່​ໄຫວ​ພິບ. ທ່ານ​ຟ້າມ​ບິ່ງ​ມິງ​ໄດ້​ສະ​ເໜີ​ໃຫ້​ລັດ​ຖະ​ບານ ສ.ເກົາຫຼີ ຫຼຸດ​ລົງ​ຂັ້ນ​ຕອນ​ຕີ​ລາ​ຄາ, ໄຈ້​ແຍກ​ຄວາມ​ສ່ຽງ, ສ້ງ​ເງື່ອນ​ໄຂ​ເພື່ອ​ໃຫ້​ບັນ​ດາ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ - ສິນ​ໃນ​ນ້ຳ​ຂອງ​ຫວຽດ​ນາມ​ສົ່ງ​ອອກ​ໄປ​ຍັງ​ ສ.ເກົາຫຼີ, ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​​ຜະ​ລິດ​ຕະ​ພັນປະ​ເພດ​ກະ​ສິ​ກຳສິນ​ໃນ​ນ້ຳ​ຂອງ​ຫວຽ,ນາມ​ສົ່ງ​ອອກ​ໄປ​ຍັງ​ ສ.ເກົາຫຼີ​, ໜູນ​ຊ່ວຍ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ແກ້ງ​ແຍ້ງ ແລະ ນຳ​ບັນ​ດາ​ຜະ​ລິດ​ຕະ​ພັນ​ຂອງ​ຫວຽດ​ນາມ​ເຂົ້າ​ລະ​ບົບ​ມູນ​ຄ່າ​ຂອງ​ບັນ​ດາ​ວິ​ສາ​ຫະ​ກຳ ສ.ເກົາຫຼີ ​ຢູ່ ສ.ເກົາຫຼີ ແລະ ຢູ່​ຕ່າງ​ປະ​ເທດ, ປະ​ກອບ​ສ່ວນ​ບັນ​ລຸ​ເປົ້າ​ໝາຍ​ຍົກ​ສູງວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ຂຶ້ນ​ເຖິງ 100 ຕື້ USD ໂດຍ​ໄວ.

ສ່ວນ​ທ່ານ​ນາງ Kang Kyung Wha ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ ສ.ເກົາຫຼີ ໄດ້​ຕີ​ລາ​ຄາ​ສູງ​ຄຳ​ຕັດ​ສິນ​ຂອງ​ຫວຽດ​ນາມໃນ​ການ​ເຊື່ອມ​ຕໍ່​ຖ້ຽວ​ບິນ​ການ​ຄ້າ​ກັບ ​ສ.ເກົາຫຼີ ແລະ ຫວັງ​ວ່າ​ສອງ​ຝ່ານ​ອາດ​ຈະ​ເພີ່​ມ​ທະ​ວີ​ຖ້ຽວ​ບິນນີ້​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ພ້ອມ​ກັບ​ການ​ສະ​ແດງ​ຄວາມ​ຊົມ​ເຊຍ​ຕໍ່​ຫວຽດ​ນາມ​ເມື່ອ​ຄວບ​ຄຸມ​ໂລກ​ລະ​ບາດ Covid – 19 ໄດ້​ເປັນ​ຢ່າງ​ດີ, ອວຍ​ພອນ​ໃຫ້​ຫວຽດ​ນາມ​ຮັບ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ປະ​ທານ​ອາຊຽ​ນ​ໃນ​ສະ​ພາບ​ການ​ໂລກ​ລະ​ບາດ​ໄດ້​ເປັນ​ຢ່າງ​ດີ. ທ່ານ​ນາງ Kang Kyung Wha ກ່າວ​ວ່າ:

ໂລກ​ລະ​ບາດ Covid – 19 ໄດ້​ກໍ່​ຜົນ​ສະ​ທ້ອນ​ຕໍ່​ບັນ​ດາ​ການ​ເຄື່ອນ​ໄຫວ, ພົວ​ພັນ​ແລກ​ປ່ຽນ​ກັບ​ບັນ​ດາ​ປະ​ເທດ, ເພາະ​ສະ​ນັ້ນ, ຂ້າ​ພະ​ເຈົ້າ​ຮູ້​ສຶກ​ມີ​ກຽດ​ແມ່ນ​ແຂກ​ຕ່າງ​ປະ​ເທດ​ຄົນ​ທຳ​ອິດ​ມາ​ຫວຽດ​ນາມ​ພາຍຫຼັງ​ໂລກ​ລະ​ບາດ Covid – 19, ສະ​ແດງ​ໃຫ້​ເຫັນ​ຄວາມ​ສະ​ໜິດ​ຕິດ​ພັນ ແລະ ພິ​ເສດ​ໃນ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ສ.ເກົາຫຼີ. ຂ້າ​ພະ​ເຈົ້າ​ຫວັງ​ວ່າ, ຜ່ານ​ການ​ໂອ້​ລົມ​ສົນ​ທະ​ນາ​ໂດຍ​ກົງ​ຄັ້ງ​ນີ້, ສອງ​ຝ່າຍ​ຈະ​ພິ​ຈາ​ລະ​ນາ, ຕີ​ລາ​ຄາ​ປະ​ສິດ​ທິ​ຜົນ​ຂອງ​ການ​ພົວ​ພັນ​ຮ່ວມ​ມື​ສອງ​ຝ່າຍ ກໍ່​ຄື​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ໃນ​ຂອບ​ເຂດ​ບັນ​ດາ​ກົນ​ໄກ​ອາ​ຊຽນ - ສ.ເກົາຫຼີ​, ພິ​ເສດ​ເມື່ອ​ຫວຽດ​ນາມ​ພວມ​ຮັບ​ດຳ​ລົງ​ບົດ​ບາດ​ເປັນ​ປະ​ທານ​ອາຊຽນ 2020.

ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ສືບ​ຕໍ່​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ແລະ ກາ​ນ​ຮ່ວມ​ມື​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ໃນ​ບັນ​ດາ​ກົນ​ໄກຫຼາຍ​ຝ່າຍ, ສືບ​ຕໍ່​ສົມ​ທົບ​ກັນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ໃນ​ການ​ປ້ອງ​ກັນ​ໄພ​ທຳ​ມະ​ຊາດ, ໂລກ​ລະ​ບາດ, ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ໂອ້​ລົມ​ສົນ​ທະ​ນາ ແລະ ແກ້​ໄຂ​ບັນ​ຫາ​ນິວ​ເຄຼຍ​ສ​ປ​ປ.ເກົາຫຼີ, ສະ​ໜັບ​ສະ​ໜູນ​ການ​ຮັກ​ສາ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ, ສະ​ຖຽນ​ລະ​ພາບ, ແກ້​ໄຂ​ບັນ​ດາ​ຄວາມ​ຂັດ​ແຍ້ງ​ກັນ​ຢູ່​ທະ​ເລ​ໂດຍ​ສັນ​ຕິ​ວິ​ທີ​ເໝາະ​ສົມ​ກັບ​ກົດ​ໝາຍ​ສາ​ກົນ. ໃນ​ນັ້ນ​ມີ ສົນ​ທິ​ສັນ​ຍາ​ຂອງ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ ປີ 1982.

ນໍາສົ່ງພົນລະເມືອງຫວຽດນາມ ຈຳນວນເກືອບ 380 ຄົນ ຈາກ ສ.ເກົາຫຼີ ກັບຄືນປະເທດຢ່າງປອດໄພ

ຍສໝ - ວັນທີ 15 ກັນຍາ, ບັນດາອົງການທີ່ມີໜ້າທີ່ຫວຽດນາມ, ສະຖານທູດຫວຽດນາມ ປະຈຳ ສ.ເກົາຫຼີ ແລະ ບໍລິສັດການບິນຫວຽດນາມ Bamboo Airways ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ ສ.ເກົາຫຼີ ເພື່ອນໍາສົ່ງພົນລະເມືອງຫວຽດນາມ ຈຳນວນເກືອບ 380 ຄົນຈາກ ສ.ເກົາຫຼີ ກັບຄືນປະເທດຢ່າງປອດໄພ.

ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ການຕ້ອນຮັບທ່ານນາງ ລັດຖະມົນຕີການຕ່າງປະເທດ ສ.ເກົາຫລີ Kang Kyung Wha

ຍ​ສ​ໝ - ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກໍ່​ຫວັງ​ວ່າ ສ.ເກົາຫຼີ​ ຈະຫຼຸດ​ຜ່ອນ ແລະ ມຸ່ງ​ໄປ​ສູ່​ການ​ລົບ​ລ້າງ​ບັນ​ດາ​ເງື່ອນ​ໄຂ​ບັງ​ຄັບ​ຕໍ່​ບັນ​ດາ​ບ້ວງ​ເງິນ​ໜູນ​ຊ່ວຍ​ພັດ​ທະ​ນາ​ຢ່າງ​ເປັນ​ທາງ​ການ, ກູ້​ຢຶມ​ບຸ​ລິ​ມະ​ສິດ, ເປີດ​ກ້​ວາງ​ບັນ​ດາ​ບ້ວງ​ເງິນ​ຊ່ວຍ​ເຫຼືອ​ລ້າ​ໃຫ້​ແກ່​ຫວຽດ​ນາມ, ເພີ່​ມ​ທະ​ວີ​ການ​ຕ້ອນ​ຮັບ​ແຮງ​ງານ​ຫວຽດ​ນາມ, ໜູນ​ຊ່ວຍ​ປະ​ຊາ​ຄົມ​ຫວຽດາມ​ອາ​ໄສ​ຢູ່ ສ.ເກົາຫຼີ​ໃຫ້ຫຼາຍ​ກ່​ວາ​ອີກ, ເປັນ​ຕົ້ນ​ແມ່ນ​ໃນ​ສະ​ພາບ​ການ​ໂລກ​ລະ​ບາດ Covid – 19 ຄື​ໃນ​ປັດ​ຈຸ​ບັນ.

ກຸ່ມບໍລິສັດ LS ແລະອົງການ COPION (ສ.ເກົາຫຼີ) ໄດ້ສະໜັບສະໜູນເງິນຈຳນວນ 554 ລ້ານດົ່ງ ໃຫ້ແກ່ ບັນດາໂຮງຮຽນ ຢູ່ ແຂວງຫາຍເຢືອງ

ຍສໝ - ກຸ່ມບໍລິສັດ LS ແລະອົງການ COPION (ສ.ເກົາຫຼີ) ແລະບັນດາຜູ້ອາສາສະໝັກ ໄດ້ຈັດຕັ້ງປະຕິບັດຫຼາຍກິດຈະກຳເພື່ອສະໜັບສະໜູນໃນການກໍ່ສ້າງໂຮງຮຽນຢູ່ບັນດາທ້ອງຖິ່ນເຊັ່ນ: ດົ່ງນາຍ, ຫາຍເຢືອງ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.