ອາເມລິກາແມ່ນຄູ່ຮ່ວມມືການຄ້າແຖວໜ້າຂອງຫວຽດນາມ

17:14 | 22/09/2020

ຍສໝ - ມູນຄ່າການ ນຳເຂົ້າ - ສົ່ງອອກ ດ້ານ ຜະລິດຕະພັນກະເສດ - ເຄື່ອງປ່າຂອງດົງ - ສິນໃນນໍ້າ ລະຫວ່າງສອງປະເທດບັນລຸ 7,53 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019.    

ອາເມລ ກາແມ ນຄ ຮ ວມມ ການຄ າແຖວໜ າຂອງຫວຽດນາມ ຫວຽດນາມ ບໍ່ກວດພົບຜູ້ຕິດເຊື້ອພະຍາດໃໝ່ຕື່ມອີກ
ອາເມລ ກາແມ ນຄ ຮ ວມມ ການຄ າແຖວໜ າຂອງຫວຽດນາມ ກອງປະຊຸມທາງໄກກຸ່ມປະຕິບັດງານຮ່ວມກ່ຽວກັບການຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ສິງກະໂປ ຄັ້ງທີ 8
ອາເມລ ກາແມ ນຄ ຮ ວມມ ການຄ າແຖວໜ າຂອງຫວຽດນາມ
ພາບປະກອບ

ມູນຄ່າການ ນຳເຂົ້າ - ສົ່ງອອກ ດ້ານ ຜະລິດຕະພັນກະເສດ - ເຄື່ອງປ່າຂອງດົງ - ສິນໃນນໍ້າ ລະຫວ່າງຫວຽດນາມ ແລະ ສະຫະລັດອາເມລິກາ ໄດ້ເພີ່ມຈາກ 4,37 ຕື້ໂດລາສະຫະລັດໃນປີ 2011 ມາເປັນ 10,56 ຕື້ໂດລາສະຫະລັດໃນປີ 2019, ບັນລຸລະດັບການເຕີບໂຕສະເລ່ຍ 29%/ປີ ໃນ 7 ເດືອນຕົ້ນປີ 2020, ມູນຄ່າການ ນຳເຂົ້າ - ສົ່ງອອກ ດ້ານ ຜະລິດຕະພັນກະເສດ - ເຄື່ອງປ່າຂອງດົງ - ສິນໃນນໍ້າ ລະຫວ່າງສອງປະເທດບັນລຸ 7,53 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019.

ທ່ານ ຫງວຽນໂດແອງຕວນ - ຫົວໜ້າກົມຮ່ວມມືສາກົນ,ກະຊວງກະສິກໍາ ແລະ ພັດທະນາຊົນນະບົດ ຫວຽດນາມ ໃຫ້ຮູ້ວ່າ, ເພື່ອຮັກສາ ແລະພັດທະນາການພົວພັນທາງດ້ານການຄ້າກັບສະຫະລັດອາເມລິກາໃນຂະແໜງກະສິກຳ,“ ໃນໄລຍະຈະມາເຖິງ, ກະຊວງກະສິກໍາ ແລະ ພັດທະນາຊົນນະບົດ ຫວຽດນາມ ຈະສືບຕໍ່ເຮັດວຽກຢ່າງໃກ້ຊິດກັບບັນດາອົງການວິຊາການ ຂອງຝ່າຍສະຫະລັດອາເມລິກາກ່ຽວກັບວິທີການ ກັກກັນພະຍາດຂອງສອງປະເທດ ແລະສອດຄ່ອງກັບກົດໝາຍສາກົນ”.

ການສົ່ງອອກສິນໃນນໍ້າເຖິງໝົດໃນເດືອນສິງຫາ ບັນລຸໄດ້ 5,4 ຕື້ໂດລາສະຫະລັດ, ສູ້ຊົນບັນລຸໃຫ້ໄດ້ 8,9 ຕື້ໂດລາສະຫະລັດໃນປີ. ນີ້ແມ່ນຄໍາຢັ້ງຢືນຂອງທ່ານ ຟຸ່ງດຶກຕ໊ຽນ ຮອງລັດຖະມົນຕີກະຊວງກະສິກໍາ ແລະພັດທະນາຊົນນະບົດ ທີ່ກອງປະຊຸມຮັບປະກັນຄຸນນະພາບຄວາມປອດໄພດ້ານສະບຽງອາຫານ, ຄວາມປອດໄພໃນໄລຍະເກີດໂລກລະບາດ ເພື່ອຊຸກຍູ້ການຜະລິດ, ຈໍາໜ່າຍສິນໃນນໍ້າໂດຍກະຊວງກະສິກໍາ ແລະພັດທະນາຊົນນະບົດ ຈັດຕັ້ງໃນວັນທີ 19 ກັນຍາ 2020 ຢູ່ເກິ່ນເທີ ສສ.ຫວຽດນາມ.

ນັບແຕ່ເມື່ອສັນຍາການຄ້າລະຫວ່າງຫວຽດນາມ ແລະສະຫະພາບເອີລົບ ມີຜົນສັກສິດໃນຕົ້ນເດືອນສິງຫາຜ່ານມາ, ໃບສັ່ງຜະລິດຕະພັນກຸ້ງໄດ້ເພີ່ມຂຶ້ນກວ່າ 10 %. ຕາມສະຫະສະມາຄົມປຸງແຕ່ງ ແລະສົ່ງອອກສິນໃນນໍ້າຫວຽດນາມ ແລ້ວ, 5 ຕະຫຼາດຕົ້ນຕໍທີ່ນໍາເຂົ້າກຸ້ງຈາກຫວຽດນາມແມ່ນ ອາເມລິກາ, ຍີ່ປຸ່ນ, ຈີນ, ອີຢູ ແລະສ.ເກົາຫຼີ. ໄລ່ຮອດວັນທີ 15 ສິງຫາ, ການສົ່ງອອກກຸ້ງບັນລຸ 2,1 ຕື້ໂດລາສະຫະລັດ, ກວມກວ່າ 43% ລວມຍອດວົງເງິນສົ່ງອອກຂອງຂະແໜງສິນໃນນໍ້າ. ໃນນັ້ນ, 2 ຕະຫຼາດທີ່ນໍາເຂົ້າກຸ້ງຂອງຫວຽດນາມ ຍັງຄົງຮັກສາການເຕີບໂຕນັ້ນແມ່ນື ອາເມລິກາ (ເພີ່ມຂຶ້ນ 32%) ແລະສ.ເກົາຫຼີ (ເພີ່ມຂຶ້ນ 8,5%).

ອາເມລ ກາແມ ນຄ ຮ ວມມ ການຄ າແຖວໜ າຂອງຫວຽດນາມ Honduras ຢາກຊຸກຍູ້ການພົວພັນມິດຕະພາບແລະການຮ່ວມມືກັບຫວຽດນາມ

ຍ​ສ​ໝ - ທ່ານເອກອັກຄະລັດຖະທູດ ຫງວຽນຮ່ວາຍເຢືອງ ໃຫ້ຄຳໝັ້ນສັນຍາຈະເຮັດຈົນສຸດຄວາມສາມາດຂອງຕົນ, ສົມທົບກັບບັນດາເຂດຂອງ 2 ກະຊວງການຕ່າງປະເທດ ແລະ ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຂອງ 2 ປະເທດຢ່າງແໜ້ນແຟ້ນ ເພື່ອຍູ້ແຮງການພົວພັນມິດຕະພາບ ແລະ ການຮ່ວມມື 2 ຝ່າຍຫວຽດນາມ - Honduras, ພິເສດແມ່ນໃນການພົວພັນທາງດ້ານເສດຖະກິດ, ການຄ້າ, ການລົງທຶນໃນໄລຍະຈະມາເຖິງ.

ອາເມລ ກາແມ ນຄ ຮ ວມມ ການຄ າແຖວໜ າຂອງຫວຽດນາມ ຫວຽດນາມ ເຂົ້າ​ຮ່ວມກອງປະຊຸມທາງອອນລາຍປະຈຳເດືອນ ກ່ຽວກັບສະພາບການຢູ່ຊີຣີ​ຂອງ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ

ຍ​ສ​ໝ - ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດຫວຽດນາມ ຟ້າມຫາຍແອັງ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ, ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງສືບຕໍ່ຮັກສາການໂອ້ລົມສົນທະນາ ແລະ ການເຈລະຈາມີລັກສະນະສ້າງສັນລະຫວ່າງ ລັດຖະບານຊີຣີ ແລະ ຝ່າຍຄ້ານ, ໃນນັ້ນຄວນເປັນເອກະພາບກ່ຽວກັບໂຄງການດຳເນີນງານໂດຍໄວ ເພື່ອດຳເນີນບັນດາກອງປະຊຸມຄັ້ງຕໍ່ໄປ.

ອາເມລ ກາແມ ນຄ ຮ ວມມ ການຄ າແຖວໜ າຂອງຫວຽດນາມ ການສຳມະນາທາງອອນລາຍເພື່ອຮັກສາ ແລະເພີ່ມທະວີສາຍພົວພັນມິດຕະພາບ, ການຮ່ວມມືເປັນມູນເຊື້ອ ລະຫວ່າງ ຫວຽດນາມ ແລະ ເມັກຊິໂກ

ຍສໝ - ທ່ານເລຂາທິການໃຫຍ່ Alberto Anaya ເຊື່ອໝັ້ນວ່າ, ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມຈະປະຕິບັດສຳເລັດເປົ້າໝາຍຄວບຄູ່, ຍູ້ໂລກລະບາດ ໂຄວິດ - 19 ໃຫ້ຖອຍໄປ ແລະພັດທະນາເສດຖະກິດ - ສັງຄົມ, ພັກກອມມູນິດຫວຽດນາມຈະຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ 13 ຢ່າງ ສຳ ເລັດຜົນ.

ໄຊພອນ

ເຫດການ
302 Found

Found

The document has moved here.