ງານວາງສະແດງຮູບພາບກ່ຽວກັບປະເທດຊາດ ແລະ ປະຊາຊົນຫວຽດນາມ ຢູ່ຣູມານີ

08:25 | 21/09/2020

ຍສໝ - ຮູບພາບຈຳນວນຫຼາຍກ່ວາ 60 ຮູບທີ່ວາງສະແດງຢູ່ງານວາງສະແດງ ແມ່ນຊຸດສະສົມທີ່ລ້ຳຄ່າເປັນສັນຍາລັກ ກ່ຽວກັບປະຫວັດສາດແຫ່ງການພັດທະນາ, ຜົນສຳເລັດດ້ານເສດຖະກິດ - ສັງຄົມ ແລະ ການເຊື່ອມໂຍງເຂົ້າຂອງຫວຽດນາມ.

ງານວາງສະແດງຮ ບພາບກ ຽວກ ບປະເທດຊາດ ແລະ ປະຊາຊ ນຫວຽດນາມ ຢ ຣ ມານ ການສຳມະນາທາງອອນລາຍເພື່ອຮັກສາ ແລະເພີ່ມທະວີສາຍພົວພັນມິດຕະພາບ, ການຮ່ວມມືເປັນມູນເຊື້ອ ລະຫວ່າງ ຫວຽດນາມ ແລະ ເມັກຊິໂກ
ງານວາງສະແດງຮ ບພາບກ ຽວກ ບປະເທດຊາດ ແລະ ປະຊາຊ ນຫວຽດນາມ ຢ ຣ ມານ ສະມາຄົມມິດຕະພາບຫວຽດນາມ - ອາກເມນີ ສະເຫຼີມສະຫຼອງ 29 ປີແຫ່ງວັນຊາດສາທາລະນະລັດ ອາກເມນີ

ວັນທີ 18 ກັນຍາ, ຢູ່ນະຄອນຫຼວງ Bucharest, ສະຖານທູດຫວຽດນາມ ປະຈຳປະເທດຣູມານີ ໄດ້ເປີດງານວາງສະແດງຮູບພາບ ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນຊາດສາທາລະນະລັດສັງຄົມນິຍົມຫວຽດນາມ (2 ກັນຍາ 1945 - 2 ກັນຍາ 2020).

ເນື່ອງໃນໂອກາດນີ້, ທ່ານດັ້ງເຈີນຟ່ອງ - ເອກອັກຄະລັດຖະທູດຫວຽດນາມ ປະຈຳປະເທດຣູມານີໄດ້ຍົກໃຫ້ເຫັນບັນດາຜົນງານອັນໃຫຍ່ຫຼວງ ເຊິ່ງຫວຽດນາມບັນລຸໄດ້ໃນພາລະກິດ 75 ປີແຫ່ງການຕໍ່ສູ້ພິລະອາດຫານເພື່ອຄວາມເອກະລາດແຫ່ງຊາດ, ເອກະພາບປະເທດຊາດ, ປ້ອງກັນຊາດ ແລະ ກໍ່ສ້າງປະເທດຊາດ. ພ້ອມດຽວກັນນີ້, ທ່ານເອກອັກຄະລັດຖະທູດຫວຽດນາມ ດັ້ງເຈີນຟ່ອງ ສະແດງຄວາມຂອບໃຈສຳລັບການສະໜັບສະໜູນ ແລະ ການຊ່ວຍເຫຼືອທີ່ລ້ຳຄ່າເຊິ່ງລັດຖະບານ ແລະ ປະຊາຊົນ ຣູມານີ ກໍ່ຄື ເພື່ອນມິດສາກົນໄດ້ມອບໃຫ້ແກ່ຫວຽດນາມ.

ງານວາງສະແດງຮ ບພາບກ ຽວກ ບປະເທດຊາດ ແລະ ປະຊາຊ ນຫວຽດນາມ ຢ ຣ ມານ
ງານວາງສະແດງຮູບພາບກ່ຽວກັບປະເທດຊາດ ແລະ ປະຊາຊົນຫວຽດນາມ ຢູ່ຣູມານີ. (ພາບ: baoquocte)

ງານວາງສະແດງຮູບພາບຄັ້ງນິ້ ເພື່ອແນໃສ່ແນະນຳໃຫ້ເພື່ອນມິດສາກົນ ມີຄວາມເຂົ້າໃຈກ່ຽວກັບປະເທດ ແລະ ປະຊາຊົນຫວຽດນາມ, ຂະບວນການເຊື່ອມໂຍງ ແລະ ພັດທະນາ, ແລະ ຖະນະບົດບາດຂອງຫວຽດນາມນັບມື້ນັບສູງຂຶ້ນຂອງຫວຽດນາມ ໃນໂລກ.

ແມ່ນຊຸດສະສົມທີ່ລ້ຳຄ່າເປັນສັນຍາລັກ ກ່ຽວກັບປະຫວັດສາດແຫ່ງການພັດທະນາ, ຜົນສຳເລັດດ້ານເສດຖະກິດ - ສັງຄົມ ແລະ ການເຊື່ອມໂຍງເຂົ້າຂອງຫວຽດນາມ, ພ້ອມກັບຮູບພາບຂອງປະເທດ ແລະ ປະຊາຊົນ, ບັນດາມໍລະດົກວັດທະນະທຳ, ທັດສະນີຍະພາບ, ເທດສະການ, ອາຫານ ທີ່ເປັນສັນຍາລັກຂອງຫວຽດນາມ…ໄດ້ດຶງດູດຄວາມສົນໃຈ ແລະ ຄວາມຮັກແພງຂອງໝູ່ເພື່ອນ ທີ່ແບ່ງປັນຄວາມມ່ວນຊື່ນຕໍ່ບັນດາຜົນງານເຊິ່ງຫວຽດນາມບັນລຸໄດ້.

ງານວາງສະແດງຮູບພາບຄັ້ງນິ້ ແມ່ນເຫດການສຳຄັນໃນປີ 2020, ກໍ່ແມ່ນປີທີ່ຫວຽດນາມ ແລະ ຣູມານີ ໄດ້ສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ (ປີ 1950-2020), ປີທີ່ຫວຽດນາມ ເປັນປະເທດປະທານໝູນວຽນອາຊຽນ 2020 ແລະ ສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020-2021 ຢ່າງເປັນທາງການ.

ງານວາງສະແດງດັ່ງກ່າວ ໄດ້ເປີດໃຫ້ນັກທ່ອງທ່ຽວເຂົ້າຊົມໃນລະຫວ່າງແຕ່ວັນທີ 19 - 20 ເດືອນກັນຍາປີ 2020 ແລະ ຈະສືບຕໍ່ຈັດຂື້ນໃນບາງສະຖານທີ່ຂອງນະຄອນຫຼວງ Bucharest ຈົນຮອດທ້າຍປີນີ້. ການທູດເສດຖະກິດ, ການທູດວັດທະນະ ທຳ, ການທູດປະຊາຊົນເພື່ອເພີ່ມທະວີຄວາມສາມັກຄີ, ມິດຕະພາບແລະຄວາມເຂົ້າອົກເຂົ້າໃຈເຊິ່ງກັນແລະກັນລະຫວ່າງຫວຽດນາມແລະຣູມານີ.

ງານວາງສະແດງຮ ບພາບກ ຽວກ ບປະເທດຊາດ ແລະ ປະຊາຊ ນຫວຽດນາມ ຢ ຣ ມານ ສະມາຄົມມິດຕະພາບຫວຽດນາມ - ອາກເມນີ ສະເຫຼີມສະຫຼອງ 29 ປີແຫ່ງວັນຊາດສາທາລະນະລັດ ອາກເມນີ

ຍສໝ - ທີ່ການພົບປະ, ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດ Armenia Vahram Kazhoyan ໄດ້ສະແດງຄວາມຂອບໃຈຕໍ່ສະມາຄົມມິດຕະພາບຫວຽດນາມ - ອາກເມນີ ທີ່ໄດ້ສະໜັບສະໜູນ ດ້ວຍຈຳນວນເງິນ 5.000 ໂດລະສະຫະລັດ ໃຫ້ແກ່ອາກເມນີ ເພື່ອປ້ອງກັນການລະບາດຂອງ COVID-19.

ງານວາງສະແດງຮ ບພາບກ ຽວກ ບປະເທດຊາດ ແລະ ປະຊາຊ ນຫວຽດນາມ ຢ ຣ ມານ ໜ່ວຍຊາວໜຸ່ມສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈີມິນ ມາຢ້ຽມຢາມ ແລະມອບຂອງຂວັນໃຫ້ແກ່ບັນດາແມ່ຫວຽດນາມວິລະຊົນ

ຍສໝ - ນີ້ແມ່ນກິດຈະກຳຕົວຈິງທີ່ບໍ່ພຽງແຕ່ມີຄວາມໝາຍຕໍ່ການສືບຕໍ່ມູນເຊື້ອ “ກິນນ້ຳຕ້ອງຄິດຮອດບໍ່ເກີດ” ແຕ່ຍັງເປັນການປະກອບສ່ວນເພື່ອໃຫ້ຊາວໜຸ່ມຫວຽດນາມໃນທົ່ວປະເທດ ມີການອຸທິດ ແລະ ຮັກສາໝາກ ຜົນຂອງການປະຕິວັດຫລັງຈາກການຕໍ່ຕ້ານຫລາຍປີ.

ງານວາງສະແດງຮ ບພາບກ ຽວກ ບປະເທດຊາດ ແລະ ປະຊາຊ ນຫວຽດນາມ ຢ ຣ ມານ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ໄດ້ພົບປະເຈລະຈາກັບທ່ານນາງລັດຖະມົນຕີກະຊວງການຕ່າງປະເທດ ສ.ເກົາຫຼີ Kang Kyung Wha

ຍ​ສໝ - ທີ່ການພົບປະເຈລະຈາ, 2 ຝ່າຍໄດ້ຢືນຢັນຖືການພົວພັນ 2 ຝ່າຍເປັນສຳຄັນ ແລະ ປາດຖະໜາຢາກຮ່ວມມືຢ່າງແໜ້ນແຟ້ນ ເພື່ອພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ -ສາ​ທາ​ລະ​ນະ​ລັດ ເກົາຫຼີ ໃຫ້ແທດຈິງກ່ວາອີກ, ພິເສດແມ່ນໃນສະພາບການທີ່ 2 ປະເທດ ພວມມຸ່ງໄປເຖິງການສະເຫຼີມສະຫຼອງ ວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ສາ​ທາ​ລະ​ນະ​ລັດ ເກົາຫຼີ ຄົບ​ຮອບ 30 ປີ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.