ຖ້​ຽວ​ບິນ ຮ່າ​ໂນ້ຍ - ວຽງ​ຈັນ​ເປີດ​ຄືນ​ໃໝ່​ແຕ່​ຕົ້ນ​ເດືອນ ຕຸ​ລາ

09:01 | 24/09/2020

ຍ​ສ​ໝ - ບໍ​ລິ​ສັດ​ການ​ບິນ​ແຫ່ງ​ຊາດ​ຫວຽດ​ນາມ (Vietnam Airlines)ຈະເຊື່ອມ​ຕໍ່​ຖ້ຽວ​ບິນ​ໄປ​ຍັງ​ນະ​ຄອນຫຼວງ ວຽງ​ຈັນ​ປະ​ເທດ​ລາວ, ນັບ​ແຕ່​ວັນ​ທີ 6 ຕຸ​ລາ, ໄລ​ຍະ​ແຍກ​ຕົວ​ເມື​ອ​ເຂົ້າ​ເມືອງ​ຫວຽດ​ນາມ ຢ່າງ​ໜ້ອຍ​ສຸດ​ແມ່ນ 6 ມື້.

ເຊື່ອມ​ຕໍ່​ບາງ​ຖ້ຽວບິນ​ການ​ຄ້າ​ສາກົນ​ຄືນ​ໃໝ່ ນັບ​ແຕ່​ວັນ​ທີ 15 ກັນຍາ ​ເປັນ​ຕົ້ນ​ໄປ
ຈັດຖ້ຽວ​ບິນ​ຕື່ມອີກ​​ໜຶ່ງ​ຖ້ຽວເພື່ອ​ນຳ​ສົ່ງ​ພົນ​ລະ​ເມືອງ​ຫວຽດ​ນາມກ່​ວາ 240 ຄົນຈາ​ກ​ກາ​ນາ​ດາ​ກັບ​ມາ​ປະ​ເທດ
ຖ້​ຽວ​ບິນ ຮ່າ​ໂນ້ຍ - ວຽງ​ຈັນ​ເປີດ​ຄືນ​ໃໝ່​ແຕ່​ຕົ້ນ​ເດືອນ ຕຸ​ລາ
ພາບ​ປະ​ກອບ: Vietnam Airlines

ຕ​າມ​ຂ່າວ​ທີ່​ໄດ້​ຮັບ, ຖ້ຽວ​ບິນ​ ຮ່າ​ໂນ້ຍ - ວຽງ​ຈັນ - ຮ່າ​ໂນ້ຍ ຈະ​ເລີ່ມ​ຕົ້ນ​ການ​ຂຸ​ດ​ຄົ້ນ​ຄືນ​ໃໝ່​ດ້ວຍ​ຈຳ​ນວນ 1 ຖ້ຽວ/ອະ​ທິດ​ໃນ​ວັນ​ອັງ​ຄາງ​ເລີ່ມ​ແຕ່​ວັນ​ທີ 6 ຕຸ​ລາ. ເປົ້າ​ໝາຍ​ຜູ້​ໂດຍ​ສານ​ຂອງ​ຖ້ຽວ​ບິນ​ຕ້ອງ​ຕອບ​ສະ​ໜອງ​ໄດ້​ບັນ​ດາ​ຂໍ້​ກຳ​ນົດ​ຂອງ​ລ​ັດ​ຖະ​ບານ​ຫວຽດ​ນາມ ແລະ ອາດ​ຈະ​ມີ​ຜູ້​ໂດຍ​ສານ​ໄປ​ຍີ່​ປຸ່ນ ແລະ ສ.ເກົາຫຼີ ​ໄປ​ນຳ. ບໍ​ລິ​ສັດ​ການ​ບິນ​ແຫ່ງ​ຊາດ​ຫວຽດ​ນາມ ຈະ​ນຳ​ໃຊ້​ບັນ​ດ​າ​ເຮືອ​ບິນ Airnus A321 – 200 ເພື່ອ​ຂ​ຸດ​ຄົ້ນ​ຖ້ຽວ​ບິນນີ້. ຕາມ​ນັ້ນ​ແລ້ວ, ຖ້ຽວ​ບິນ​ຮ່າ​ໂນ້ຍ - ວຽງ​ຈັນ​ຈະເລີ່ມ​ເດີ​ນ​ທາງແຕ່​ເວ​ລາ 18 ໂມງ 15 ນາ​ທີ່ ແລະ ລົງ​ຈອດ​ໃນ​ເວ​ລາ 19 ໂມງ 30 ນາ​ທີ, ຖ້ຽວ​ບິນ ວຽງ​ຈັນ - ຮ່າ​ໂນ້ຍ​ຈະ​ເລີ່ມ​ເດີ​ນ​ທາງແຕ່​ເວ​ລາ 20 ໂມງ 20 ນາ​ທີ, ລົງ​ຈອດ​ໃນ​ເວ​ລາ 21ໂມງ 35 ນາ​ທີ. ບັນ​ດາ​ຮ້ານ​ຂາຍ​ປີ້​ຍົນ​ກ​ໍ່​ຕ້ອງ​ເພີ່ມ​ເຕີມ​ຂໍ້​ມູນ​ຂອງ​ຜູ້​ໂດຍ​ສານ​ລວມ​ມີ ເບີ​ໂທ​ລະ​ສັບ​ນຳ​ໃຊ້​ຢູ່​ຫວຽດ​ນາມ, ທີ່​ຢູ່ ແລະ ເບີ​ໂທ​ລະ​ສັບ​ບ່ອນ​ພັກ​ພາ​ອາ​ໄສ ແລະ ໂທ​ລະ​ສັບ​ສ່ວນ​ຕົວ, ອົງ​ການ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ຮັບ​ສົ່ງ​ຢູ່ ຫວຽດ​ນາມ.

ເຊື່ອມ​ຕໍ່​ບາງ​ຖ້ຽວບິນ​ການ​ຄ້າ​ສາກົນ​ຄືນ​ໃໝ່ ນັບ​ແຕ່​ວັນ​ທີ 15 ກັນຍາ ​ເປັນ​ຕົ້ນ​ໄປ

ຍສໝ - ຫ້ອງວ່າການລັດຖະບານຫວຽດນາມ ຫາກໍ່ປະກາດແຈ້ງການເລກທີ 330/TB-VPCP ກ່ຽວກັບການຕົກລົງເຫັນດີຕໍ່ແບບວິທີເຊື່ອມຈອດບັນດາຖ້ຽວບິນການຄ້າສາກົນຄືນໃໝ່, ໂດຍມີການຂົນສົ່ງຜູ້ໂດຍສານລະຫວ່າງ ຫວຽດນາມ ກັບບາງປະເທດຄູ່ຮ່ວມມື.

ຈັດຖ້ຽວ​ບິນ​ຕື່ມອີກ​​ໜຶ່ງ​ຖ້ຽວເພື່ອ​ນຳ​ສົ່ງ​ພົນ​ລະ​ເມືອງ​ຫວຽດ​ນາມກ່​ວາ 240 ຄົນຈາ​ກ​ກາ​ນາ​ດາ​ກັບ​ມາ​ປະ​ເທດ

ຍ​ສ​ໝ - ໃນ​ລະ​ຫວ່າງວັນ​ທີ 15 – 16 ສິງ​ຫາ 2020, ບັນ​ດາ​ອົງ​ການ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຫວຽດ​ນາມ, ບັນ​ດາ​ອົງ​ການ​ຕາງ​ໜ້າ​ຫວຽດ​ນາມ​ປະ​ຈຳ​ ກາ​ນາ​ດາ, ບໍ​ລິ​ສັດ​ການ​ບິນແຫ່ງ​ຊາດ​ຫວຽດ​ນາມ ​ໄດ້​ສົມ​ທົບ​ກັບ​ບັນ​ດາ​ອົງ​ການ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ ​ກາ​ນາ​ດາ ​ຈັດ​ສົ່ງ​ພົນ​ລະ​ເມືອງ ຫວຽດ​ນາມ 340 ຄົນ​ກັບ​ມາ​ປະ​ເທດ​ຢ່າງ​ປອດ​ໄພ.

ການບິນແຫ່ງຊາດຫວຽດນາມ Vietnam Airlines ຄາດວ່າຈະເປີດຖ້ຽວບິນສາກົນ ຄືນ​ໃໝ່ແຕ່ວັນທີ 1 ກໍລະກົດ

ຍສໝ - ການບິນແຫ່ງຊາດຫວຽດນາມ Vietnam Airlines ອາດຈະເປີດບັນດາຖ້ຽວບິນການຄ້າສາກົນ ຄືນ​ໃໝ່ແຕ່ຕົ້ນເດືອນກໍລະກົດນີ້.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.