ຍສໝ - ບັນດາໜັງສືພິມໃຫຍ່ຂອງ ອາກຊັງຕິນ ໄດ້ລົງພິມບົດຄວາມກ່ຽວກັບການໄຊຊະນະດ້ຽນບຽນຝູ, ຢືນຢັນວ່າການໄຊຊະນະນີ້ບໍ່ພຽງແຕ່ໄດ້ສົ່ງຜົນສະທ້ອນເຖິງປະຫວັດສາດຂອງຫວຽດນາມເທົ່ານັ້ນ, ຫາກຍັງປ່ຽນແປງສະພາບການໂລກອີກດ້ວຍ.
ຮ່ວມສຳພັນຂອງສາມປະເທດອິນດູຈີນ ຕໍ່ກັບໄຊຊະນະດ້ຽນບຽນຝູ
ຄວາມໃນໃຈຂອງນັກສຶກສາທະຫານລາວ ຢູ່ຫວຽດນາມ
ຍສໝ - ທີ່ກອງປະຊຸມສະພາລັດຖະມົນຕີ OECD (MCM) ປີ 2024, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບູຍແທງເຊີນ ໄດ້ແບ່ງປັນທິດທາງ ແລະ ແນວຄິດພັດທະນາຂອງຫວຽດນາມ. ທ່ານເນັ້ນໜັກວ່າ ຫວຽດນາມ ບໍ່ໄດ້ເຕີບໂຕດ້ວຍການແລກດ້ວຍທຸກຢ່າງ, ຍາມໃດກໍ່ຖືມະນຸດເປັນໃຈກາງ, ເປັນເຈົ້າກຳ ແລະ ເປົ້າໝາຍຂອງການພັດທະນາ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7 ພຶດສະພາ 1954-7 ພຶດສະພາ 2024), ຕອນເຊົ້າວັນທີ 3 ພຶດສະພາ, ຄະນະຈັດຕັ້ງງານລ້ຽງສະເຫຼີມສະຫຼອງວັນບຸນສຳຄັນຂອງນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງງານວາງສະແດງດ້ວຍຫົວຂໍ້ວ່າ: “ໄຊຊະນະດ້ຽນບຽນຝູ - ກຳລັງແຮງຂອງຫວຽດນາມ, ຮູບຮ່າງຂອງຍຸກສະໄໝ” ຢູ່ຖະໜົນຄົນຍ່າງ ຫງວຽນເຫ້ວ ແລະ ຖະໜົນດົງກອຍ, ເມືອງ 1.
ຍສໝ - ເພື່ອຍົກສູງຄວາມຮັບຜິດຊອບຂອງທຸກຂັ້ນ, ຂະແໜງການໃນການປະຕິບັດງານການຄຸ້ມຄອງແຮງງານທີ່ໄປເຮັດວຽກຢູ່ຕ່າງປະເທດຕາມສັນຍາ, ຄະນະກຳມະການປະຊາຊົນແຂວງ ກອນຕູມ ໄດ້ອອກຖະແຫຼງການສະບັບເລກທີ 1298/UBND-KGVX ກ່ຽວກັບການເພີ່ມທະວີວຽກງານຄຸ້ມຄອງແຮງງານໄປເຮັດວຽກຢູ່ຕ່າງປະເທດຕາມສັນຍາ.
ຍສໝ - ທ່ານລັດຖະມົນຕີ ບຸ່ຍແທງເຊີນ ຢືນຢັນວ່າ ຫວຽດນາມ ຈະສືບຕໍ່ໜູນຊ່ວຍ ແລະ ຊ່ວຍເຫຼືອລາວ ເພື່ອຮັບດຳລົງຕຳແໜ່ງປະທານ ອາຊຽນ ໃນປີ 2024 ຢ່າງສຳເລັດຜົນ; ຮຽກຮ້ອງໃຫ້ລາວ ສົມທົບກັນຊຸກຍູ້ການພົວພັນ OECD - ອາຊຽນ ແລະ ໂຄງການອາຊີຕາເວັນອອກສຽງໃຕ້ (SEARP) ຂອງ OECD.
ຍສໝ - ຕອນບ່າຍວັນທີ 27 ເມສານີ້, ຢູ່ທີ່ ຣີສອດ Lady Hill Sapa, ຄະນະກຳມະການປະຊາຊົນເທດສະບານເມືອງຊາປາ ໄດ້ສົມທົບກັບ ສະມາຄົມມິດຕະພາບນະຄອນທ່ອງທ່ຽວສາກົນ ຄຸນໝິງ ຈັດຕັ້ງກອງປະຊຸມໂຄສະນາການທ່ອງທ່ຽວສາກົນເປີດກວ້າງ.
ຍສໝ - ທ່ານ ຮວ່າງບິ່ງກວນ, ອະດີດກຳມະການສູນກາງພັກ, ອະດີດຫົວໜ້າຄະນະພົວພັນຕ່າງປະເທດສູນກາງ, ເມື່ອບໍ່ດົນມານີ້ ໄດ້ຮັບຫຼຽນໄຊອາທິດອຸໄທ ໂດຍລັດຖະບານຍີ່ປຸ່ນ ມອບໃຫ້ ຍ້ອນມີການປະກອບສ່ວນເຂົ້າໃນການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ.
ຍສໝ - ວັນທີ 2 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານ ຫງວຽນດຶກຮຸ່ງ, ຮອງປະທານ-ເລຂາທິການສະມາຄົມມິດຕະພາບ ຫວຽດນາມ - ສິງກະໂປ (VSFA) ໄດ້ຕ້ອນຮັບ ແລະ ເຮັດວຽກກັບທ່ານ Joe Tan, ຮອງປະທານບໍລິຫານ ບໍລິສັດ Sing-Viet Impact Ventures (SVIV).
ຍສໝ - ວັນທີ 30 ເມສາ, ສະຖານທູດຫວຽດນາມ ປະຈໍາ ອາກຊັງຕິນ ສົມທົບກັບສຳນັກພິມຈຳໜ່າຍ Acercando Ediciones ແລະ ສະມາຄົມປຶ້ມ ອາກຊັງຕິນ ໄດ້ຈັດຕັ້ງງານວາງສະແດງພື້ນທີ່ ຫວຽດນາມ ຢູ່ງານຕະຫຼາດນັດປຶ້ມ Buenos Aires.
ຍສໝ - 49 ປີແຫ່ງວັນໄຊຊະນະອັນສະຫງ່າລາສີ ເມື່ອວັນທີ 30 ເມສາ 1975, ໄດ້ປົດປ່ອຍພາກໃຕ້ຢ່າງຄົບຖ້ວນ, ທ້ອນໂຮມປະເທດຊາດເປັນເອກະພາບ, ປະເທດຊາດມີຄວາມສັນຕິພາບ, ຄວາມເປັນເອກະພາບ, ເສດຖະກິດ-ສັງຄົມນັບມື້ນັບພັດທະນາ, ຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຮັບການປັບປຸງເພີ່ມຂຶ້ນຢ່າງວ່ອງໄວ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 49 ປີແຫ່ງວັນທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 – 30 ເມສາ 2024) ແລະ ປົດປ່ອຍໝູ່ເກາະ ເຈື່ອງຊາ (29 ເມສາ 1975), ຄົບຮອບ 69 ປີແຫ່ງວັນສ້າງຕັ້ງກອງທັບເຮືອປະຊາຊົນຫວຽດນາມ (7 ພຶດສະພາ 1955), ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ - ກະຊວງການຕ່າງປະເທດ ຫວຽດນາມ ສົມທົບກັບກອງບັນຊາການທະຫານເຮືອ ໄດ້ຈັດຕັ້ງຄະນະຜູ້ແທນຊາວຫວຽດນາມ ອາໄສຢູ່ຕ່າງປະເທດໄປຢ້ຽມຢາມ, ລະດົມກຳລັງໃຈໃຫ້ພະນັກງານ, ນັກຮົບ ແລະ ປະຊາຊົນເມືອງເກາະ ເຈື່ອງຊາ ແລະ ເຮືອນຍາມ DK-I ໃນຂອບເຂດຄະນະປະຕິບັດງານ ເລກທີ 11.
ຍສໝ - ວັນທີ 30 ເມສານີ້, ບັດດາເຈົ້າໜ້າທີ່ຂັ້ນສູງປ້ອງກັນປະເທດ ລາວ ແລະ ກຳປູເຈຍ ໄດ້ໃຫ້ຄຳໝັ້ນສັນຍາຈະເພີ່ມທະວີການປັບປຸງ ແລະ ເສີມຂະຫຍາຍການພົວພັນມິດຕະພາບຕາມຊາຍແດນຂອງສອງປະເທດ, ເພື່ອຮັບປະກັນຄວາມປອດໄພ, ຄວາມເປັນລະບຽບ ແລະ ການພັດທະນາຂອງປະຊາຊົນ.
ຍສໝ - ຕາມກົມພັດທະນາການທ່ອງທ່ຽວຂຶ້ນກັບກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວ ແລ້ວ, ໃນ 3 ເດືອນຕົ້ນປີ 2024, ປະເທດນີ້ ໄດ້ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ 1 ລ້ານກວ່າເທື່ອຄົນ. ໃນນັ້ນ ຈຳນວນນັກທ່ອງທ່ຽວຫວຽດນາມ ຢືນອັນດັບທີ 2 ເຊິ່ງໄດ້ຈັດອັນດັບຢູ່ຖັດຈາກ ໄທ ເທົ່ານັ້ນ.
ຍສໝ - ວັນທີ 30 ເມສາ 1975 ເປັນວັນທີ່ມີຄວາມໝາຍສຳຄັນຍິ່ງຂອງ ປະເທດຫວຽດນາມ ເພາະເປັນວັນແຫ່ງໄຊຊະນະ, ວັນແຫ່ງການທັບ ມ້າງອຳນາດການປົກຄອງທີ່ເປື່ອຍ ເຍື່ອຍຂອງພວກລ່າເມືອງຂຶ້ນ, ເປັນວັນທີ່ປະເທດຫວຽດນາມ ມີ ຄວາມເປັນເອກະລາດຢ່າງສົມບູນ ຈົນເທົ່າທຸກວັນນີ້ ຊຶ່ງມາຮອດປີນີ້ ກໍຄົບຮອບ 49 ປີພໍດີ.
ຍສໝ - ມາຮອດເມືອງ ເຈີ່ນວັນເທີຍ, ອູ່ມິງ ແລະ ເຖີຍບິ່ງ ຂອງແຂວງ ກາເມົາ ໃນຊຸມມື້ສຸດທ້າຍຂອງເດືອນ ເມສາ 2024, ຫຢູ່ຫຼາຍຄອງນ້ຳ, ຮ່ອງນ້ຳກໍແຫ້ງແລ້ງ, ນ້ຳບາດານຫຼາຍແຫ່ງ ກໍໝົດກ້ຽງ, ທັນຍາຫານທີ່ຫ່ຽວແຫ້ງ, ປະຊາຊົນຂາດທັງນ້ຳເພື່ອກິນ, ດື່ມ. ອາກາດທີ່ແຫ້ງແລ້ງຢູ່ທີ່ນີ້ ໄດ້ກາຍເປັນຄວາມຮ້ອນເຮັ່ງໃຈກ່ວາ, ແຕ່ເມື່ອໄດ້ຮັບນ້ຳເຢັນທີ່ສົ່ງມາຈາກບັນດາທະຫານກອງທັບເຮືອ ກໍ່ມີຄວາມຊຸ່ມຊື່ນໃຈກວ່າ.
ຍສໝ - ວັນທີ 1 ພຶດສະພານີ້, ຂໍ້ມູນຂອງກະຊວງອຸດສາຫະກຳການຄ້າກ່າວວ່າ, ເພື່ອຕອບສະໜອງຄວາມຕ້ອງການຊົມໃຊ້ໄຟຟ້າທີ່ເພີ່ມຂຶ້ນ, ຫວຽດນາມຈະເພີ່ມການນຳເຂົ້າໄຟຟ້າຈາກລາວ.
ຊາວເຜົ່າ ເອເດ ດຳລົງຊີວິດຢູ່ບັນດາແຂວງເຂດເຕິຍງວຽນ ມີຮີດຄອງປະເພນີອຸດົມສົມບູນ. ໜຶ່ງໃນບັນດາພິທີກຳທີ່ສະແດງໃຫ້ເຫັນຄວາມໝາຍທາງດ້ານຈິດວິນຍານຢ່າງເລິກເຊິ່ງ, ນ້ຳໃຈສາມັກຄີວົງຄະນາຍາດ ກໍ່ແມ່ນພິທີຜູກສ່ຽວເປັນອ້າຍນ້ອງ. ເຖິງວ່າຜ່ານບັນດາໄລຍະປະຫວັດສາດກໍ່ຕາມ ປະເພນີ້ຍັງຄົງໄດ້ຮັບການຮັກສາຈາກຊາວເຜົ່າ ເອເດ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 49 ປີແຫ່ງວັນປົດປ່ອຍພາກໃຕ້ ແລະ ໂຮມປະເທດຊາດເປັນເອກະພາບ, ໂຮງໝໍສະໜາມຂັ້ນ 2 ເລກ 5, ຫາກໍ່ໄດ້ຈັດກິດຈະກຳເມດຕາຈິດຢູ່ໂຮງຮຽນປະຖົມເດັກຍິງ (ໂຮງຮຽນ Bentiu Girls Primary School) ໃນ Bentiu, ລັດ Unity State, ຊູດານໃຕ້.