ຍສໝ - ເຊີນດົ້ງ ແມ່ນດິນແດນທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນພັດທະນາການທ່ອງທ່ຽວຕິດພັນກັບການອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າວັດທະນະທຳພື້ນເມືອງທີ່ເປັນເອກະລັກພິເສດຂອງບັນດາຊາວເຜົ່າສ່ວນໜ້ອຍ. ນັບມື້ນັບມີຫຼາຍປະເພດການທ່ອງທ່ຽວທາງຈິດໃຈ, ການທ່ອງທ່ຽວຊຸມຊົນໂດຍທ້ອງຖິ່ນເອົາໃຈໃສ່ເພື່ອສ້າງຜະລິດຕະພັນທີ່ເປັນເອກະລັກສະເພາະ, ດຶງດູດນັກທ່ອງທ່ຽວ.
ຍສໝ - ເມືອງ ອ່າເລື໋ອຍ (ນະຄອນ ເຫ້ວ) ມີເສັ້ນທາງຊາຍແດນຕິດກັບລາວ 81 ກວ່າກິໂລເເມັດ. ໃນນັ້ນ, ບ້ານກະໂລ, ເຊຊັບ (ເຊກອງ), ບ້ານ ໂກ່ຕ່າຍ (ສາລະວັນ) ມີຫຼາຍຮ້ອຍຄອບຄົວ. ສ່ວນຫຼາຍ, ບັນດາໝູ່ບ້ານຂອງລາວ ທີ່ຢູ່ເຂດຊາຍແດນຂາດເຂີນດ້ານການແພດ ແລະ ຢູ່ຫ່າງໄກຈາກກັນ, ສະນັ້ນ ການຊ່ວຍເຫຼືອດ້ານການປິ່ນປົວສ່ວນຫຼາຍແມ່ນຂຶ້ນກັບສູນການແພດເມືອງ ອ່າເລື໋ອຍ.
ຍສໝ - ແຕ່ວັນທີ 17-21 ກຸມພາ, 2 ຄະນະອາສາສະໝັກຂອງສະພາກາແດງແຂວງ Daejeon - Sejong ແລະ ນະຄອນ Seoul (ສ.ເກົາຫຼີ) ໄດ້ຜັນຂະຫຍາຍການເຄື່ອນໄຫວຫຼາຍຢ່າງຢູ່ເມືອງ ເກີນເຢີ (ນະຄອນ ໂຮ່ຈີມິງ) ແລະ ເມືອງ ຢ່າຫວຽນ (ແຂວງ ນີ່ງບີງ). ນີ້ແມ່ນໂອກາດເພື່ອໃຫ້ບັນດາຝ່າຍເພີ່ມທະວີການຮ່ວມມື, ແລກປ່ຽນບົດຮຽນ ແລະ ພ້ອມກັນຮ່ວມມືເພື່ອຍົກສູງພາລະກຳດ້ານມະນຸດສະທຳ, ມຸ່ງໄປເຖິງຊຸມຊົນສາມັກຄີ ແລະ ແບ່ງປັນ.
ຍສໝ - ໃນຮ່າງປັບປຸງແຜນງານໄຟຟ້າ VIII, ກະຊວງອຸດສາຫະກຳ ແລະ ການຄ້າ ແຈ້ງວ່າ: ກຸ່ມບໍລິສັດໄຟຟ້າ ຫວຽດນາມ (EVN) ພວມຄົ້ນຄວ້າສະເໜີຊື້ໄຟຟ້າເພີ່ມຈາກຈີນ ຜ່ານສະຖານີ B2B ທີ່ຕັ້ງຢູ່ຊາຍແດນ ຫວຽດນາມ - ຈີນ.
ຍສໝ - ນັກສຶກສາ ລາວ ຍາມໃດກໍ່ຖື ອາຈານ ເກີມທິຫງຽບ, ຄູສອນຢູ່ວິທະຍາໄລ ອຽນບາຍ ເປັນທີ່ເພິ່ງ, ຜູ້ສົ່ງແຮງບັນດານໃຈ.
ຍສໝ - ຊຸດປຶ້ມບັນທຶກການທ່ອງທ່ຽວສອງພາສາ ຮ່າໂນ້ຍ - ໄຊງ່ອນ ເປັນຊຸດປຶ້ມທີ່ເປັນເອກະລັກສະເພາະ ສົມທົບລະຫວ່າງປັດໄຈບັນທຶກການທ່ອງທ່ຽວ ແລະ ກາຕູນ, ນຳການເດີນທາງທີ່ໜ້າຕື່ນເຕັ້ນໃນການຄົ້ນຫາຄວາມງາມ ແລະ ວັດທະນະທຳທີ່ເປັນເອກະລັກຂອງ 2 ນະຄອນທີ່ມີຊື່ສຽງທີ່ສຸດຂອງ ຫວຽດນາມ ຄື: ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ໄປສູ່ຜູ້ອ່ານ.
ຍສໝ - ໂຄງການ “ໜູນຊ່ວຍການຜັນຂະຫຍາຍບັນດາການຍື່ນມືຊ່ວຍຢ່າງມີປະສິດທິຜົນ ແລະ ຍືນຍົງ ເພື່ອປ້ອງກັນ, ຕ້ານເດັກນ້ອຍຈົມນ້ຳ” ໂດຍອົງການ Campaign for Tobacco-Free Kids, ອາເມລິກາ ໄດ້ອຸປະຖຳ ຈະຊ່ວຍໃຫ້ເດັກນ້ອຍ 2.400 ຄົນຢູ່ ຮ່າໂນ້ຍ ໄດ້ຮຽນລອຍນ້ຳຢ່າງປອດໄພ.
ຍສໝ - ວັນທີ 19 ກຸມພາ, ຢູ່ສະຖານທູດ ຫວຽດນາມ ປະຈໍາ ອີຢິບ, ທ່ານເອກອັກຄະລັດຖະທູດ ຫງວຽນຮຸຍຢຸງ ໄດ້ພົບປະກັບທ່ານ Hamza Arslan ຜູ້ອໍານວຍການໃຫຍ່ຫ້ອງການຜູ້ຕາງຫນ້າສາຍການບິນ Turkish Airlines ປະຈໍາ ອີຢິບ ແລະ ໄດ້ຮັບຟັງການແນະນໍາກ່ຽວກັບຄວາມສາມາດພ້ອມກັບການຮ່ວມມືໃນປະຈຸບັນ ລະຫວ່າງ Turkish Airlines ແລະ ບັນດາຄູ່ຮ່ວມມື ຫວຽດນາມ.
ຍສໝ - ການນຳຂອງ 3 ພັກ ໄດ້ແລກປ່ຽນກ່ຽວກັບສະພາບການໂລກ ແລະພາກພື້ນໃນໄລຍະມໍ່ໆມານີ້, ແບ່ງປັນສະພາບການຂອງແຕ່ລະພັກ ແລະແຕ່ລະປະເທດໃນປີຜ່ານມາ, ຕີລາຄາໝາກຜົນ ແລະສະເໜີທິດທາງການຮ່ວມມືລະຫວ່າງ 3 ພັກ, 3 ປະເທດ ຫວຽດນາມ-ລາວ-ກຳປູເຈຍ ໃນໄລຍະຈະມາເຖິງ.
ຍສໝ - ວັນທີ 19 ກຸມພາ, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ - ຈີນ ສົມທົບກັບສູນວັດທະນະທຳ ຈີນ ປະຈຳ ຮ່າໂນ້ຍ ໄດ້ຈັດຕັ້ງກອງປະຊຸມພົບປະລະຫວ່າງຄະນະຜູ້ແທນແຂວງກວາງຊີ, ຈີນ ກັບຜູ້ຕາງໜ້ານັກຮຽນ ແລະ ນັກສຶກສາຫວຽດນາມ ລຸ້ນໃໝ່ທີ່ເຄີຍຮຽນຢູ່ແຂວງກວາງຊີ. ເຫດການແມ່ນເພື່ອຫວນຄືນການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ - ຈີນ ແລະ ມຸ່ງໄປເຖິງອະນາຄົດທີ່ດີງາມ.
ຍສໝ - ວັນທີ 19 ກຸມພາ, ແບບຢ່າງໂຮງຮຽນອະນຸບານສອງແຫ່ງຢູ່ຕາແສງ ຈິ້ງເຕື່ອງ ເມືອງ ບາດຊາດ (ລາວກາຍ) ໄດ້ເປີດສະຫຼອງຢ່າງເປັນທາງການພາຍຫຼັງຂະບວນການປັບປຸງ, ຍົກລະດັບ. ໂຄງການດັ່ງກ່າວໄດ້ຮັບການໜູນຊ່ວຍຈາກສະຖານທູດ ອິດສະຣາແອນ ປະຈຳ ຫວຽດນາມ ແລະ ວິສາຫະກິດຈຳນວນໜຶ່ງ, ເພື່ອຊ່ວຍແກ້ໄຂຜົນສະທ້ອນຈາກໄພທຳມະຊາດທີ່ເກີດຈາກພະຍຸເລກທີ 3 (Yagi).
ຍສໝ - ຫວ່າງມໍ່ໆນີ້, ສະຖານທູດ ຫວຽດນາມ ປະຈຳ ໂອຕຣິດ ສົມທົບກັບສະມາຄົມແມ່ຍິງ ຫວຽດນາມ ປະຈຳ ໂອຕຣິດ ໄດ້ຈັດຕັ້ງງານບຸນຫໍ່ເຂົ້າຕົ້ມບຸນວັນເພັງເດືອນຈຽງ ສົມທົບກັບລາຍການມອບປື້ມຂອງນັກປະພັນຍິງຊາວ ໂອຕຣິດ ທ່ານນາງ Mira Lobe ໃຫ້ລູກຫຼານຂອງບັນດາຄອບຄົວຊາວຫວຽດນາມ ຢູ່ ໂອຕຣິດ.
ຍສໝ - ວັນທີ 18 ກຸມພາ 2025, ກົງສຸນໃຫຍ່ບັນດາປະເທດອາຊຽນ ປະຈຳ ກວາງໂຈ່ ໄດ້ສົມທົບຈັດຕັ້ງການພົບປະກັບກົງສຸນຄະນະ ແລະ ການນຳຂອງກົມການພົວພັນຕ່າງປະເທດ ແຂວງ ກວາງຕຸ້ງ ເພື່ອແບ່ງປັນຂໍ້ມູນຂ່າວສານກ່ຽວກັບປະຊາຄົມ ອາຊຽນ ກໍ່ຄືຫົວຂໍ້ບຸລິມະສິດໃນປີ 2025 ໂດຍມາເລເຊຍ ເປັນປະທານ.
ຍສໝ - ວັນທີ 1 ມີນາ, ສະຫະພັນບັນດາອົງການມິດຕະພາບ ນະຄອນ ຮ່າໂນ້ຍ ຈະສົມທົບກັບພະແນກການທ່ອງທ່ຽວ ຮ່າໂນ້ຍ ແລະ ຄະນະກຳມະການປະຊາຊົນ ເມືອງ ເມລິງ ຈັດລາຍການທ່ຽວຊົມລະດູບານໃໝ່ມິດຕະພາບ 2025.
ຍສໝ - ວັນທີ 22 ທັນວາ 2024, ກົມການເມືອງໄດ້ອອກມະຕິເລກທີ 57 ກ່ຽວກັບການບຸກທະລຸດ້ານວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດິຈິຕອນແຫ່ງຊາດ. ເປັນຄັ້ງທຳອິດ, ບັນດາຂົງເຂດເຫຼົ່ານີ້ໄດ້ຮັບການຈັດຕັ້ງຢູ່ໃນຖານະ “ບາດກ້າວບຸກທະລຸສຳຄັນແຖງໜ້າ”, ເປັນກຳລັງແຮງຕົ້ນຕໍໃນການພັດທະນາກຳລັງຜະລິດທີ່ທັນສະໄໝ, ການພົວພັນດ້ານການຜະລິດທີ່ສົມບູນແບບ, ປ່ຽນແປງໃໝ່ແບບວິທີການປົກຄອງປະເທດຊາດ, ພັດທະນາເສດຖະກິດ - ສັງຄົມ, ປ້ອງກັນຄວາມສ່ຽງທີ່ຈະຕົກຕ່ຳຖອຍຫຼັງ, ນຳປະເທດຊາດກ້າວເຂົ້າສູ່ການພັດທະນາ ແລະ ວັດທະນາຖາວອນໃນສັງກາດໃໝ່.
ທ່ານເລຂາທິການໃຫຍ່ ໂຕເລິມ ຢືນຢັນວ່າ ພັກ, ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍ່ເຄົາລົບ ແລະຈົດຈຳນ້ຳໃຈສາມັກຄີ, ການສະໜັບສະໜູນ ທີ່ກູບາ ສະຫງວນໃຫ້ ຫວຽດນາມ...
ຍສໝ - ການພົວພັນກູບາ ແລະຫວຽດນາມ ແມ່ນຕົວຢ່າງສຸດຍອດກ່ຽວກັບວິທີສ້າງໂລກທີ່ດີງາມກວ່າດ້ວຍຄວາມສາມັກຄີ ແລະການຮ່ວມມື...
ຍສໝ - ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖື ອາຊຽນ ແມ່ນບຸລິມະສິດຍຸດທະສາດໃນນະໂຍບາຍການຕ່າງປະເທດ...
ຍສໝ - ອາທິດຜ່ານມາ, ສະຖານທູດ ຫວຽດນາມ ປະຈຳ ປາກິດສະຖານ ໄດ້ສົມທົບກັບສະຖານທູດ ມາເລເຊຍ ແລະ ສະຖາບັນສິລະປະ Niftyphere ປາກິດສະຖານ ຈັດຕັ້ງເຫດການເດີນແບບອາພອນສະໄໝ “Cutural Colors - ສີສັນວັດທະນະທຳ” - ໂຄສະນາຊຸດອາພອນປະຈຳຊາດ.
ຍສໝ - ວັນທີ 17 ກຸມພາ, ມະຫາວິທະຍາໄລການແພດ ຮ່າໂນ້ຍ ໄດ້ຈັດຕັ້ງພິທີເປີດຕົວ “ພື້ນທີ່ພາສາຟຣັ່ງ”, ເຊິ່ງເປັນຂີດໝາຍບາດກ້າວສໍາຄັນໃນການພັດທະນາພາສາຝຣັ່ງ ແລະ ຊຸກຍູ້ການຮ່ວມມືສາກົນໃນຂົງເຂດການສຶກສາທາງການແພດ.